ວັນທີ 28 ກໍລະກົດນີ້, ພະນັກງານກຳລັງແນະນຳປະຫວັດຄວາມເປັນມາຂອງຕຶກເກົ່າໃນນະຄອນຊີງຕາວແຂວງຊ່ານຕຸ່ງ ສປ ຈີນ. ຫວ່າງມໍ່ໆມານີ້, ການວາງສະແດງສິ່ງກໍ່ສ້າງເກົ່າແກ່ຂອງນະຄອນຊີງຕາວທີ່ມີຫົວຂໍ້ວ່າ “ຕຶກເກົ່າຮ້ອຍປີ, ຕ່າງກໍ່ມີປະຫວັດຂອງຕົນ” ໄດ້ຈັດຂຶ້ນຢູ່ສູນອ້າວຟານຂອງຊີງຕາວ. ຕຶກມີນີນ້ອຍຈຳລອງ 60 ແຫ່ງທີ່ຜ່ານການຄັດເລືອກໄດ້ເຕົ້າໂຮມກັນວາງສະແດງຢູ່ແຫ່ງນີ້ ເຮັດໃຫ້ນັກທ່ອງທ່ຽວສາມາດຊົມຄວາມສວຍງາມຂອງຕຶກເກົ່າຮ້ອຍປີ.
ຄຳເຫັນ
0