黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງສະ​ແດງ​ພືດສວນ​ໂລກ​ປັກ​ກິ່ງ​ເລີ່​ມ​ກິດຈະກຳ “ວັນ​ກຸ້ຍ​ໂຈ່​ວ”

2019-08-05 16:45:32 CRI

图片默认标题_fororder_1124837748_15649718727361n

ງານ​ວາງສະ​ແດງ​ພືດ​ສວນ​ໂລກ​ປັກ​ກິ່ງ​ໄດ້​ຈັດ​ກິດຈະກຳ “ວັນ​ກຸ້ຍ​ໂຈ່​ວ” ​ແຕ່​ວັນ​ທີ 4-6 ສິງຫາ​ນີ້ ​ໂດຍ​ໄດ້ຮວບ​ຮວມ​ເອົາ​ພູຜາ​ປ່າ​ໄມ້, ນາ​ຂັ້ນ​ໄດ, ສາຍ​ນ້ຳ, ພືດ​ແລະສັດ​ຕ່າງໆ​​ທີ່​ມີ​ສ​ະ​ເພາະ​ຢູ່​ແຂວງ​ກຸ້ຍ​ໂຈ່​ວ ​​ປະກອບ​ເຂົ້າ​ເປັນ​ພາບ​ວິວທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ​ແລະ ວັດທະນະທຳ​ທີ່​ເຂັ້ມຂຸ້ນ​ຂອງ​ແຂວງດັ່ງກ່າວ. ​ແຂວງ​ກຸ້ຍ​ໂຈ່​ວຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ​ໂດຍ​ພູມ​ສັນຖານ​ຕົ້ນຕໍ​ແມ່ນ​ພູພຽງ​ແລະ​ພູດ​ອຍ. ​ໃນ​ຊຸມ​ປີຜ່ານມາ, ​ໃນ​ຖານະ​ເປັ​ນ​ເຂດ​ທົດ​ລອງ​ຄວາມ​ສີວິ​ໄລ​ທາງ​ລະບົບ​ນິ​ເວດ​ແຫ່ງ​ຊາດ​ຈີນ, ​ແຂວງ​ກຸ້ຍ​ໂຈ່​ວ​ໄດ້​​ເອົາ​ໃຈ​ໃສ່ສ້າງ​ໃຫ້​ເປັນຈຸດໝາຍ​ປາຍທາງ​ການທ່ອງ​ທ່ຽວ​ເ​ຂດພູດ​ອຍ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​​ແລະ​ໃຫ້​ກາຍ​ເປັນ​ແຂວງ​ໃຫຍ່​ດ້ານ​ການທ່ອງທ່ຽວ​ເຂດ​ພູດ​ອຍ. ປັດຈຸບັນ, ​ອັດຕາການ​ປົກ​ຫຸ້ມຂອງ​ປ່າ​ໄມ້​ຢູ່ແຂວງ​ດັ່ງກ່າວ​ໄດ້​ເພີ່ມ​ຂຶ້ນ​ເປັນ 57%, ຄຸນ​ນະພາ​ບຂອງ​ອາກາດ​ໃນ​ຕົວ​ເມືອງ​ແຫ່ງ​ຕ່າງໆ​ກໍ​​ໄດ້​ຮັບ​ການ​ປັບປຸງ​ໃຫ້ດີ​ຂຶ້ນຢ່າງຫຼວງຫຼາຍ ​ເຊິ່ງ​ເ​ກື​ອບບໍ່​ມີ​ພົນ​ລະ​ພິດ​ທາງ​ອາກາດ ​ແລະ ຄວາມ​ເປັນສີຂຽວ​ພວມກາຍ​ເປັນສັນຍະລັກ​ທີ່​ງົດ​ງາມ​ຂອງ​ແຂວງ​ກຸ້ຍ​ໂຈ່​ວ. ຂະນະ​ທີ່​ເຂດ​ພູດ​ອຍກາກສະເຕີຢູ່​ເມືອງລີ້​ໂປ່, ສວນສາທາລະນະ​ທໍລະນີ​ສາດ​ແຫ່ງ​ຊາດຕ່າ​ນ​ເສຍ​ເມືອງ​ຊື້​ສຸຍ, ພູ​ຢຸນຖາ​ຍ​ເມືອງ​ຊື່​ປິ໋ງ ​ແລະ ພູ​ຟ້າ​ນຈິ້ງ​ນະຄອນ​ຖົງ​ເຣິ໋ນ ​ໃນດິນ​ແດນ​ແຂວງ​ກຸ້ຍ​ໂຈ່​ວລ້ວນ​ແຕ່​ເປັນ​ມໍລະດົກ​​ທຳ​ມະ​ຊາດໂລກ.
 

图片默认标题_fororder_1124837748_15649718727661n

 

图片默认标题_fororder_1124837748_15649718727941n

 

图片默认标题_fororder_1124837748_15649718728981n

ຄຳ​ເຫັນ

0