ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ສອງມື້ຜ່ານມາ, ຢູ່ຮົງກົງໄດ້ເກີດເຫດການທີ່ກຸ່ມຄົນຫົວຮຸນແຮງໄດ້ຢຽບຫຍາມດູໝິ່ນທຸງຊາດຈີນ ເຊິ່ງເປັນເຫດທີ່ພາໃຫ້ປະຊາຊົນຈີນທັງຊາດຄຽດແຄ້ນແໜ້ນໃຈ. ນອກຈາກກ່າວປະນາມເຫດການດັ່ງກ່າວຢ່າງເຄັ່ງຂຶມແລ້ວ, ການເຄື່ອນໄຫວເພື່ອປົກປັກຮັກສາທຸງຊາດໄດ້ຈັດຂຶ້ນຢ່າງເປັນຂະບວນຟົດຟື້ນຢູ່ແຫ່ງຕ່າງໆທົ່ວປະເທດຈີນ.
ຄືນວັນທີ 4 ສິງຫານີ້, ສອງຝັ່ງທ່າກຳປັ່ນວິໂຕເຣຍ ຮົງກົງໄດ້ເປີດໄຟຂຶ້ນ. ຢູ່ອາຄານສິ່ງກໍ່ສ້າງທີ່ເປັນສັນຍະລັກຫຼາຍແຫ່ງໄດ້ສາຍແສງໄຟສີທີ່ເປັນຄຳຂວັນຕ່າງໆເຊັ່ນ: ອະນາຄົດຂອງຮົງກົງຈະດີງາມກວ່າເກົ່າ, ຮົງກົງຄືບ້ານຂອງພວກເຮົາ, ຮັກຮົງກົງ WE Love Hong kong ແລະພາບແສງສີທີ່ເປັນຮູບທຸງຊາດ 5 ດາວ ເຊິ່ງໄດ້ປະດັບທ້ອງຟ້າໃນຍາມລາຕີໃຫ້ສວຍງາມ.
ວົງການຕ່າງໆໃນສັງຄົມກໍຄືປະຊາຊົນຮົງກົງທັງຫຼາຍຫວັງຮ່ວມກັນປົກປັກຮັກສາຮົງກົງ, ຮັກສາ “ປະເທດດຽວສອງລະບອບ” ໂດຍເຊື່ອໝັ້ນວ່າ ອະນາຄົດຂອງຮົງກົງຈະດີງາມກວ່າເກົ່າ.
ຄຳເຫັນ
0