ກ່ອນນີ້ 70 ປີ, ບ້ານຈົ່ງກ່ວນ ເປັນພຽງແຕ່ບ້ານນ້ອຍໆທີ່ບໍ່ມີຊື່ມີສຽງໃນນະຄອນຫຼວງປັກກິ່ງຂອງຈີນ, ແຕ່ໃນວັນນີ້, ຫຼັງ 70 ປີຜ່ານໄປ, ບ້ານຈົ່ງກ່ວນໄດ້ກາຍເປັນເຂດສາທິດການປະດິດສ້າງໃໝ່ຢ່າງເປັນເຈົ້າຕົນເອງລະດັບຊາດ, ກາຍເປັນຄັນທຸງນຳໜ້າໃນການພັດທະນາການປະດິດສ້າງໃໝ່ຂອງຈີນ ແລະເປັນ “ສັນຍະລັກແຫ່ງການປະດິດສ້າງໃໝ່”ທີ່ມີຊື່ສຽງຂອງໂລກ. ຕາມສະຖິຕິ, ປີ 2018, ໃນເຂດສາທິດຈົ່ງກ່ວນຊຸ່ນ, ມີບໍລິສັດເຕັກນິກສູງ 2,2 ໝື່ນກວ່າແຫ່ງ, ລາຍໄດ້ກວມລວມຫຼາຍກວ່າ 5.800 ຕື້ຢວນສະກຸນເງິນຈີນ, ບັນລຸລາຍໄດ້ດ້ານເຕັກນິກຫຼາຍກວ່າ ພັນຕື້ຢວນເປັນຄັ້ງທຳອິດ, ການພັດທະນາດ້ວຍຄຸນນະພາບສູງຢູ່ເຂດຈົ່ງກ່ວນຊຸ່ນພວມມີປະສິດທິຜົນ.
ຄຳເຫັນ
0