ວັນທີ 7 ສິງຫານີ້ ກົງກັບ ມື້ຂຶ້ນ 7 ຄ່ຳເດືອນ 7 ຕາມຈັນທະຄະຕິຈີນ ແມ່ນບຸນຊີ່ຊີ່ ບຸນປະເພນີຂອງຈີນ, ຕາມການເລົ່າລືກັນວ່າ ພໍຮອດມື້ຂຶ້ນ 7 ຄ່ຳເດືອນ 7 ແຕ່ລະປີ, ນາງຈື່ນູກັບທ້າວນິວລາງຈະພົບກັນຢູ່ຂົວນົກແຊວເທິງສະຫວັນ。 ວັນທີ 7 ສິງຫານີ້, ຢູ່ສະໜາມຫຼວງຖະໜົນນານພິງ ນະຄອນຄຸນມິງ ແຂວງຢູນນານໄດ້ຈັດກິດຈະກຳພິເສດເພື່ອສະຫຼອງບຸນຊີ່ຊີ່ດ້ວຍການນຸ່ງຊຸດປະເພນີ, ຈັດພິທີສະຫຼອງການເຕັມອາຍຸກະສຽນ ຕາມປະເພນີບູຮານແລະກິດຈະກຳອື່ນໆເພື່ອໃຫ້ປະຊາຊົນໄດ້ສຳຜັດກັບມົນສະເໜ່ຂອງບຸນຊີ່ຊີ່.
ຄຳເຫັນ
0