ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 7 ສິງຫານີ້ ກົງກັບວັນຂຶ້ນ 7 ຄຳເດືອນ 7 ຕາມຈັນທະຄະຕິຈີນ ແລະແມ່ນວັນຄູ່ຮັກ “ຊີ່ຊີ່” ທີ່ດັ້ງເດີມຂອງຈີນ. ຕາມຄວາມເລົ່າລືກັນວ່າ: ໃນວັນທີ 7 ເດືອນ 7 ຂອງທຸກປີ, ນາງຈື່ໜູແລະທ້າວນິວຫຼາງທີ່ຢູ່ສະຫວັນຊັ້ນຟ້າ ຈະໄດ້ພົບກັນຢູ່ຂົວນົກແຊວ. ໃນວັນທີ 7 ສິງຫານີ້, ຢູ່ວັງຫົວຊີ່ງຂອງນະຄອນຊີ່ອ່ານແຂວງສ້ານຊີ່ຈີນໄດ້ຈັດກິດຈະກຳ “ສະຫຼອງວັນຄູ່ຮັກຊີ່ຊີ່ຂອງຈີນ”. ຄູ່ຮັກ 77 ຄູ່ທີ່ມາຈາກຂະແໜງການແລະຂົງເຂດຕ່າງໆໄດ້ຈັບມືສາບານຕົວຢູ່ແຄມໜອງຫົວຊີ່ງທີ່ສວຍງາມ, ຮ່ວມກັນສະຫຼອງວັນຄູ່ຮັກຢ່າງໂລມັນຕິກ.
ຄຳເຫັນ
0