ວັນທີ 8 ສິງຫານີ້ ເປັນມື້ “ລະດູໃບໄມ້ຫຼົ່ນເລີ່ມຕົ້ນ” ເຊິ່ງເປັນໜຶ່ງໃນ 24 ຈຸດແບ່ງລະດູການຕາມຈັນທະຄະຕິຈີນ ເມື່ອມື້ດັ່ງກ່າວມາເຖິງ, ຊາວກະສິກອນກໍຈະພາກັນຂຸ້ນຂ້ຽວຕາກຜົນເກັບກ່ຽວ。 ຊາວບ້ານຮວງຫຼິງ ເມືອງອູ້ຢວນ ແຂວງຈ່ຽງຊີ່ ໄດ້ເຂົ້າສູ່ໄລຍະຕາກຜົນເກັບກ່ຽວພືດພັນທັນຍາຫານ。 ຊາວບ້ານພາກັນຕາກພືດພັນທັນຍາຫານຢູ່ເທິງຫຼັງຄາເຮືອນເຊັ່ນ: ໝາກເຜັດສີແດງ, ສາລີສີເຫຼືອງ, ຖົ່ວຍາວສີຂຽວແລະອື່ນໆ ເຊິ່ງເຮັດໃຫ້ເຮືອນຊານແບບບູຮານຂອງຮຸ່ຍໂຈ່ວຖືກແຕ້ມແຕ່ງດ້ວຍຫຼາກຫຼາຍສີສັນເຊິ່ງກາຍເປັນພາບແຫ່ງຄວາມອຸດົມສົມບູນແລະສວຍງາມ. ເລີ່ມແຕ່ມື້ນີ້ເປັນຕົ້ນໄປ, ບ້ານບູຮານຂອງຮວງຫຼິງເລີ່ມເຂົ້າສູ່ລະດູການຕາກຜົນເກັບກ່ຽວພືດພັນທັນຍາຫານຢ່າງເປັນຂະບວນຟົດຟື້ນ, ໄປຄຽງຄູ່ກັບເຄື່ອງປູກຂອງຝັງຄ່ອຍໆສຸກເຫຼືອງ, ສະພາບການຕາກພືດພັນທັນຍາຫານກໍນັບມື້ຂະຫຍາຍກວ້າງອອກແລະມີສີສັນຫຼາຍຂຶ້ນ ເຊິ່ງຈະແກ່ຍາວໄປຈົນຮອດວັນເຫມາຢັນທີ່ເປັນການເລີ່ມຕົ້ນຂອງລະດູໜາວ.
ຄຳເຫັນ
0