ໃນໄລຍະທ້າຍລະດູຮ້ອນ, ຕົ້ນລະດູໃບໄມ້ຫຼົ່ນ, ພໍດີແມ່ນໄລຍະທີ່ໝາກໄມ້ຊະນິດຕ່າງໆກຳລັງສຸກຢູ່ເຂດຊິ່ນຈ່ຽງ. ຢູ່ເມືອງກາຊີເຂດຊິ່ນຈ່ຽງ, ໝາກແຕງກາຊີໃນເນື້ອທີ່ 13.000 ກວ່າເຮັກຕາ ພວມສຸກ ແລະມີຂາຍຢູ່ຕະຫຼາດຢ່າງຫຼວງຫຼາຍ. ຢູ່ໃນສວນໝາກແຕງ, ບັນດາຊາວກະສິກອນກຳລັງເກັບໝາກແຕງກາຊີ; ຢູ່ຕະຫຼາດຂາຍຍົກ, ຈະເຫັນຊາວກະສິກອນແລະພໍ່ຄ້າກຳລັງຂຸ້ນກ້ຽວຫຸ້ມຫໍ່ແລະຂົນສົ່ງໝາກແຕງກາຊີຢູ່ຫຼາຍແຫ່ງ.
ຄຳເຫັນ
0