李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດງານ​ວາງ​ສະ​ແດງ​ໝາກ​ເຜັດ​ສາ​ກົນ​ຈູ່ນຢີ້​ກຸ້ຍ​ໂຈ່ວ​ຄັ້ງ​ທີ 4

2019-08-19 14:41:29 cri

图片默认标题_fororder_1

ງານ​ວາງ​ສະ​ແດງ​ໝາກ​ເຜັດ​ສາ​ກົນ​ຈູ່ນຢີ້​ກຸ້ຍ​ໂຈ່ວ​ຄັ້ງ​ທີ 4 ພາຍ​ໃຕ້​ຫົວ​ຂໍ້ “ໝາກ​ເຜັດ​ນິ​ເວດ​ວິ​ທະ​ຍາ, ແຊບ​ແລະ​ເຜັດ​ທີ່​ສຸດ​ຂອງ​ຈີນ” ໄດ້ເປີດ​ຂຶ້ນຢູ່​ນະ​ຄອນ​ຈູ່ນຢີ້​ແຂວ​ງ​ກຸ້ຍ​ໂຈ່ວ​ໃນ​ວັນ​ທີ 17 ສິງ​ຫາ​ຜ່ານ​ມາ.

ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ຕົ້​ນ​ຕໍ​ຈະ​ໂຄ​ສະ​ນາ​ເຜີຍ​ແຜ່​​ແບບ​ລວມ​ສູນ​ນັບ​ແຕ່ການ​ເພາະ​ພັນ​ຢູ່​ສູນ, ​ວິ​ທີການ​ປຸງ​ແຕ່ງ​ລະ​ອຽດ, ການ​ສ້າງ​ຕະຫຼາດ, ການ​ສ້າງ​ຍີ່​ຫໍ້​ດັງ ແລະ​ການ​ຫັນ​ກະ​ສິ​ກຳ​ກັບ​ການ​ທ່ອງ​ທ່ຽວ​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັນຢ່າງ​ກົມ​ກຽວ, ເພື່ອ​ຊຸກ​ຍູ້​ຂະ​ແໜງ​ການ​ໝາກ​ເຜັດ​ຂອງ​ແຂວງ​ກຸ້ຍ​ໂຈ່ວ​ໃຫ້​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ.

ຂ່າວ​ແຈ້ງວ່າ: ຕາມ​ການ​ບັນ​ທຶກ​ໃນ​ປຶ້ມ​ປະ​ຫວັດ​ສາດ, ການ​ປູກ​ແລະ​ກິນ​ໝາກ​ເຜັດ​ຢູ່​ແຂວງ​ກຸ້ຍ​ໂຈ່ວ​ໄດ້​ດຳ​ເນີນ​ມາ​ເວ​ລາຫຼາຍກວ່າ 400 ປີ​ແລ້ວ, ປັດ​ຈຸ​ບັນ ແຂວງ​ດັ່ງ​ກ່າວ​ມີ​ເນື້ອ​ທີ່​ປູກ​ໝາກ​ເຜັດຫຼາຍກວ່າ 3 ແສນ​ເຮັກ​ຕາ, ກວມ​ປະ​ມານ 1/6 ຂອງຈີນ​ແລະ 1/10 ຂອງ​ໂລກ, ໝາກ​ເຜັດ​ໄດ້​ກາຍ​ເປັນ​​ພືດຜັກ​ຊະ​ນິດ​ດ່ຽວ​ທີ່​ມີ​ຂະ​ໜາດ​ແລະ​ລະ​ດັບ​​ລວມສູນ​ຫຼາຍ​ທີ່​ສຸດ​​ຢູ່ແຂວງ​ກຸ້ຍ​ໂຈ່ວ.

ຄຳ​ເຫັນ

0