ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ໃນງານວາງສະແດງຫຸ່ນຍົນໂລກທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ໄດ້ວາງສະແດງຫຸ່ນຍົນຫຼາຍປະເພດ, ທັງສະແດງຄວາມສາມາດຂອງໃຜລາວ. ງານວາງສະແດງຫຸ່ນຍົນໂລກຄັ້ງນີ້ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງກອງປະຊຸມຫຸ່ນຍົນໂລກປີ 2019, ເຊິ່ງປະກອບໂດຍຫ້ອງວາງສະແດງຕ່າງໆເຊັ່ນ: ຫຸ່ນຍົນອຸດສາຫະກຳ, ຫຸ່ນຍົນໃຫ້ບໍລິການ, ຫຸ່ນຍົນປະເພດພິເສດ, ຫຸ່ນຍົນການຈໍລະຈອນສິນຄ້າ. ໂດຍມີຜົນງານດ້ານເຕັກນິກແລະຜະລິດຕະພັນປະຍຸກຂອງວິສາຫະກິດແລະອົງການຄົ້ນຄວ້າວິທະຍາສາດທີ່ມີຊື່ສຽງທັງພາຍໃນແລະຕ່າງປະເທດໃນຂະແໜງການຫຸ່ນຍົນ 180 ກວ່າແຫ່ງເຂົ້າຮ່ວມ.
ຄຳເຫັນ
0