莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ສະ​ແດງ​ສິ​ລະ​ປະ​ເທິງຖະ​ໜົນ​ແມັກ​ຊິກ​ໄດ້​ສ້າງ​ສະ​ຖິ​ຕິ​ໂລກ​​ກິ​ເນ​ສ​ບຸກ

2019-08-26 15:02:28 cri

图片默认标题_fororder_1124918826_15667234318781n

 

ວັນ​ທີ 24 ສິງ​ຫານີ້, ໃນ​ໄລ​ຍະ​ຈັດ​ງານ​ສິ​ລະ​ປະ​​ເທິງຖະ​ໜົນ​ສາ​ກົນ​ຄັ້ງ​ທີ 26 ທີ່​ເມືອງ​ກົວ​ດາ​​ຣາ​ຈາ​ຣາ ຕົວ​ເມືອງ​ພາກ​ຕາ​ເວັນ​ຕົກ​ຂອງ​ແມັກ​ຊິກນັ້ນ, ນັກ​ຟ້ອນ 882 ຄົນ​ນຸ່ງ​ຊຸດ​ສະ​ແດງ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ດ້ານ​ການ​ສະ​ແດງ​​ເທິງ​ຖະ​ໜົນ​​ຂອງແມັກ​ຊິກ​ໄດ້​​ສະ​ແດງ​ຮ່ວມ​​ກັນ, ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ໂລກກິ​ເນ​ສ​ບຸກ​ ເຊິ່ງເປັນ​ການ​ສະ​ແດງ​​ຟ້ອນ​ແບບ​ພື້ນ​ເມືອ​ງ​ຂະ​ໜາດ​ໃຫຍ່ກວ່າ​ໝູ່​ໃນ​ໂລກ. ກອງ​ສິ​ລະ​ປະເທິງ​ຖະ​ໜົນ​​ຍັງ​ຖືກ​ຂະ​ໜານ​ນາມ​ວ່າ “ກອງ​ສິ​ລະ​ປະ​ພະ​ເນ​ຈອນ”, ເຊິ່ງແມ່ນ​ຮູບ​ແບບ​ການ​ສະ​ແດງ​ດົນ​ຕີ​ດັ້ງ​ເດີມ​ຊະ​ນິດ​ໜຶ່ງ​ຂອງ​ແມັກ​ຊິກ, ໄດ້​ຖືກອົງ​ການ​ອຸຍ​ເນັ​ສ​ໂກ​ສະ​ຫະ​ປະຊາ​ຊາດຈັດ​​ເຂົ້າ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ.

ຄຳ​ເຫັນ

0