ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 26 ສິງຫານີ້,ຢູ່ໂຮງງານຫັດຖະກຳເພື່ອຫຼຸດຜ່ອນຄວາມທຸກຍາກດ້ວຍການແສ່ວແບບເຜົ່າມົ້ງທີ່ເປັນມໍລະດົກທາງດ້ານວັດທະນະທຳນາມມະທຳພວມຜະລິດເຄື່ອງຫັດຖະກຳປັກແສ່ວ.ໂຮງງານດັ່ງກ່າວຕັ້ງຢູ່ບ້ານສືປ່າຕົ້ງເມືອງຮວ່າຢວນກິ່ງແຂວງປົກຄອງຕົນເອງເຜົ່າມົ້ງເຜົ່າຖູ້ເຈ່ຍຊ່ຽງຊີ່ແຂວງຫູໜານທີ່ສວຍງາມເຊິ່ງເປັນສະຖານທຳອິດທີ່ລິເລີ່ມ “ການຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງຕາມເປົ້າໝາຍ” ໂດຍມີຈຸດປະສົງເພື່ອເຮັດໃຫ້ແມ່ຍິງຢູ່ໃນບ້ານສາມາດປະກອບອາຊີບຢູ່ບ່ອນໃກ້ກັບບ້ານ,ຫາຫົນທາງຫຼຸດຜ່ອນຄວາມທຸກຍາກດ້ວຍຫັດຖະກຳປັກແສ່ວເພື່ອສ້າງຄວາມຮັ່ງມີຂຶ້ນ,ຊຸກຍູ້ການແສ່ວແບບເຜົ່າມົ້ງໃຫ້ເຂົ້າສູ່ຕະຫຼາດ,ເຮັດໃຫ້ມໍລະດົກທາງດ້ານວັດທະນະທຳນາມມະທຳກ້າວສູ່ໂລກ.
ຄຳເຫັນ
0