ໃນຊຸມປີມໍ່ໆມານີ້, ນະຄອນນິງຈີເຂດປົກຄອງຕົນເອງຕິເບດ ໄດ້ພັດທະນາສີມືຫັດຖະກຳອັນເປັນມູນເຊື້ອຕ່າງໆ ເຊັ່ນ: ຜ້າພູລູ, ທູບຕິເບດ ແລະອື່ນໆ ເພື່ອຊ່ວຍປະຊາຊົນທ້ອງຖິ່ນໃຫ້ສາມາດສ້າງລາຍຮັບເພີ່ມຂຶ້ນແລະຫຼຸດພົ້ນອອກຈາກຄວາມທຸກຍາກ.
ຜ້າພູລູ ແມ່ນຜ້າຂົນແລະຕ່ຳດ້ວຍມືທີ່ເປັນມູນເຊື້ອຂອງເຜົ່າຕິເບດ ເຊິ່ງຈະນຳມາໃຊ້ໃນການຫຍິບເຄື່ອງນຸ່ງແບບຊົນເຜົ່າທີ່ໃຊ້ກັນໃນຊີວິດປະຈຳວັນຂອງເຜົ່າຕິເບດ. ປັດຈຸບັນ, ເຄື່ອງນຸ່ງແລະກະເປົາທີ່ເຮັດດ້ວຍຜ້າພູລູໄດ້ນຳໄປຈຳໜ່າຍຢູ່ເຂດແຂວງອື່ນໆໃນທົ່ວປະເທດ. ໃນໄລຍະເວລາເຮັດໄຮ່ໄຖນາ, ປະຊາຊົນທັງຫຼາຍຈະໄປເຮັດໄຮ່ໄຖນາ, ໃນໄລຍະວ່າງຈາກການເຮັດໄຮ່ໄຖນາ, ເຂົາເຈົ້າຈະໄປຕ່ຳຜ້າພູລູ, ຈຶ່ງເຮັດໃຫ້ທຸກຄົນມີລາຍໄດ້ເພີ່ມຂຶ້ນປະມານ 3 ພັນຢວນຕໍ່ເດືອນ.
ທູບຕິເບດແມ່ນເຄື່ອງຫັດຖະກຳດັ້ງເດີມຂອງເຜົ່າຕິເບດ, ທ້າວ ຊາງໂຈ ຊາວບ້ານຈິວໄມຕາແສງບູຈິວເມືອງປາຢີນະຄອນນິງຈີ ມີສີມືປານີດໃນການຜະລິດທູບຕິເບດ ແລະຜະລິດມາແລ້ວ 10 ກວ່າປີ. ທ້າວ ຊາງໂຈ ຈັດຢູ່ໃນຄອບຄົວທີ່ທຸກຍາກ, ຫຼັງຈາກລັດຖະບານໄດ້ປະຕິບັດນະໂຍບາຍຫຼຸດຜ່ອນຄວາມທຸກຍາກຕາມເປົ້າໝາຍຢ່າງຖືກຕ້ອງໃນປີ 2016 ແລ້ວ, ໂຄງການຜະລິດທູບຕິເບດ ໄດ້ຮັບການສະໜັບສະໜູນ, ຈຶ່ງເຮັດໃຫ້ທ້າວ ຊາງໂຈ ມີລາຍໄດ້ສຸດທິ 7-8 ໝື່ນຢວນຕໍ່ປີ, ເຊິ່ງບໍ່ພຽງແຕ່ລາວເອງທີ່ໄດ້ບັນລຸເປົ້າໝາຍຫຼຸດພົ້ນອອກຈາກຄວາມທຸກຍາກເທົ່ານັ້ນ, ລາວຍັງໄດ້ນຳພາຄອບຄົວຜູ້ທຸກຍາກອື່ນໆຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເຊັ່ນດຽວກັນ.
ຄຳເຫັນ
0