ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເມື່ອບໍ່ດົນມານີ້, ຢູ່ທາງສີ່ແຍກຂອງຖະໜົນນານກິ່ງແລະຖະໜົນຢິງໂຂວເມືອງເຮີຜີງກຳແພງນະຄອນທ່ຽນສິນໄດ້ສ້າງທາງມ້າລາຍອັດສະລີຍະແບບໃໝ່, ເມື່ອສັນຍານໄຟຈະລາຈອນອະນຸຍາດໃຫ້ຄົນຍ່າງຜ່ານທາງມ້າລາຍດັ່ງກ່າວ, ສອງສັ້ນຂອງທາງມ້າລາຍໃນຖະໜົນຈະກາຍເປັນສີແດງໃນຮູບຊົງດິນຈີ່ເພື່ອບອກໃຫ້ລົດຢຸດ, ໃນຂະນະດຽວກັນອີກສອງເບື້ອງຂອງຂ້າງຖະນົນຫົວແຕ່ລະນຂອງທາງມ້າລາຍຈະກາຍເປັນສີຂຽວໃນຮູບຊົງດິນຈື່ເພື່ອໃຫ້ຄົນຍ່າງຜ່ານທາງທ້າລາຍໄດ້ຢ່າງສະດວກ, ທັງເຕືອນໃຫ້ຜູ້ໃຊ້ໂທລະສັບມືຖືຍ່າງຜ່ານທາງມ້າລາຍຢ່າງວ່ອງໄວແລະປອດໄພ. ສັນຍານໄຟໃນຮູບຊົງດິນຈື່ໃຊ້ພະລັງງານແນງຕາເວັນ, ຈະເປີດຂຶ້ນຢ່າງອັດຕະໂນມັດໃນຍາມຄ່ຳຄືນ, ແສງສີໃນຮູບຊົງດິນຈື່ຈະປ່ຽນແປງສີຕາມສັນຍານໄຟຈະລາຈອນ.
ຄຳເຫັນ
0