蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄງ​ການ​ຊາງ​ເອີ

2019-09-11 15:40:56 CRI

图片默认标题_fororder___172.100.100.3_temp_9500049_1_9500049_1_1_0cbdb736-944b-4429-b528-4e41f6d002d8

​ແນະ​ນຳ​ສິ່ງ​ທຳ​ອິດ​ຂອງ​ຈີນ​ໃນ​ມື້​ນີ້​ພາ​ທ່ານ​ໄປ​ຮູ້​ຈັກ​ກັບ​ຜົນ​ສຳ​ເລັດ​ການ​ພັດ​ທະ​ນາ​ຂອງ​ ສ​ປ ຈີນ​ໃນ​ຮອບ 70 ປີ, ​ຄຳ​ສັບ​ສຳ​ຄັນ​ຂອງ​ມື້​ນີ້​ແມ່ນ “ໂຄງ​ການ​ຊາງ​ເອີ”

ນາງ​ຊາງ​ເອີ​ແມ່ນ​ເທວະ​ດາ​ໃນ​ວັງ​ດວງ​ຈັນ​ໃນ​ເທບ​ນິ​ຍາຍ​ໃນ​ສະ​ໄໝ​ບູ​ຮານ​ຂອງ​ຈີນ. ປີ 2004, ຈີນ​ໄດ້​ສ້າງ​ຕັ້ງ​ໂຄງ​ການ​ສຳຫຼວດດວງ​ຈັນ​ຢ່າງ​ເປັນ​ທາງ​ການ ແລະ ຕັ້ງ​ຊື່​ໂຄງ​ການ​ດັ່ງ​ກ່າວ​ວ່າ “ໂຄງ​ການ​ຊາງ​ເອີ”. 18 ໂມງ​ຂອງວັນ​ທີ 24 ຕຸ​ລາ​ປີ 2007, ຈີນ​ໄດ້​​ສົ່ງດາວ​ທຽມ​ຊາງ​ເອີ​ 1 ​ຂຶ້ນ​ສູ່​ວົງ​ໂຄ​ຈອນ​ຢ່າງ​ສຳ​ເລັດ​ຜົນ ເຊິ່ງ​ແມ່ນ​ດາວ​ທຽມ​​ໂຄ​ຈອນອ້ອມດວງ​ຈັນ​​ດວງ​ທຳ​ອິດ​ຂອງ​ຈີນ.

图片默认标题_fororder___172.100.100.3_temp_9500049_1_9500049_1_6012_a984956c-9e50-4c6e-a25f-607310120cab

ປີ 2010, ຈີນ​ໄດ້​​ສົ່ງດາວ​ທຽມ​ຊາງ​ເອີ​ 2 ​ຂຶ້ນ​ສູ່​ອະ​ວະ​ກາດຢ່າງ​ສຳ​ເລັດ​ຜົນ ແລະ ໄດ້​ຖ່າຍ​ຮູບດວງ​ຈັນ​​ຢ່າງ​ຄົບ​ຖ້ວນ​ແລະ​ຊັດ​ເຈນ​ທີ່​ສຸດ​​ຂອງມວນ​ມະ​ນຸດດ້ວຍ​ຂະ​ໜາດ​ຄວາມ​ຄົມ​ຊັດ 7M. ປີ 2013, ຈີນ​ໄດ້​​ສົ່ງ​​ຍານ​ສຳຫຼວດດວງ​ຈັນ​ຊາງ​ເອີ​ 3 ພ້ອມ​ທັງ​​ປະ​ສົບ​ຜົນ​ສຳ​ເລັດ​ໃນການ​ຫຼີກ​ລຽງ​ສິ່ງ​ກີດ​ຂວາງ​ດ້ວຍ​​ໂຕ​ມັນ​ເອງ ແລະ ລົງ​ຈອດ​ຢູ່ດວງ​ຈັນ​ຢ່າງ​ຖືກ​ຕ້ອງ​ແໝ່ນ​ຢຳ​​ຕາມ​ເປົ້າ​ໝາຍ​ ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​​ຂອງ​ໂລກ. ປີ 2019, ຍານ​​ສຳຫຼວດດວງ​ຈັນຊາງ​ເອີ​ 4 ຂອງ​ຈີນ​ໄດ້​ລົງ​ຈອດ​​ຢູ່​ດ້ານ​ໄກຂອງດວງ​ຈັນ​ຢ່າງ​ສຳ​ເລັດ​ຜົນ ເຊິ່ງ​ແມ່ນ​ຍານ​ອະ​ວະ​ກາດ​ທີ່ມວນ​ມະ​ນຸດ​ໄດ້​ລົງ​ຈອດ​ ແລະ ລາດ​ຕະ​ເວນ​ສຳ​ຫຼວດ​ເບິ່ງ​ດ້ານ​ໄກຂອງດວງ​ຈັນ​ເປັນ​ຄັ້ງ​ທຳ​ອິດ.

图片默认标题_fororder___172.100.100.3_temp_9500049_1_9500049_1_6012_48554181-e67f-4a58-9fa0-b9f117171d9e

ຄຳ​ເຫັນ

0