吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວ​ໜຸ່ມ​ກວາງ​ຕຸ້ງ ຮົງ​ກົງ ​ແລະມາ​ກາວ 3000 ຄົນ​ຊັກ​ທຸງຊາດ​ຂຶ້ນ​ສູ່​ຍອດ​ເສົາຮ່ວມ​ກັນ

2019-09-23 17:28:26 cri

ວັນ​ທີ 22 ກັນຍາ​ນີ້, ຊາວ​ໜຸ່ມ​ຫຼາຍ​ກວ່າ 3000 ຄົນ​ທີ່​ມາ​ຈາກ​​​ແຂວງ​ກວາງ​ຕຸ້ງ, ຮົງ​ກົງ ​ແລະ​ມາ​ກາວ​​ໄດ້​ເຕົ້າ​ໂຮມກັນ​ຢູ່​ນະຄອນ​ກວາງ​ໂຈ່​ວ​ແຂວງ​ກວາງຕຸ້ງ ​ເພື່ອ​ຮ່ວມ​ກັນຊັກ​ທຸງຊາດຂຶ້ນ​ສູ່​ຍອດ​ເສົາ, ຮ້ອງ​ເພງ​ຊາດ, ​ເພື່ອ​ສະ​ແດງ​ຄວາມ​ອອກ​ເຖິງຄວາມ​ເຄົາລົບ ​ແລະ​ອວຍພອນຢ່າງ​ເລິກ​ເຊິ່ງຕໍ່​ປະ​ເທດ​ຊາດ ​ເນື່ອງ​ໃນ​ໂອກາດ​ສະ​​ເຫຼີ​ມສະຫຼອງ​ສປ ຈີນ​ສະຖາປະນາ​ຂຶ້ນ​ຄົບຮອບ 70 ປີ.

​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ, ຢູ່ສະໜາມຫຼວງພາກຕາເວັນຕົກຂອງສູນປະຊຸມ​ປາຍ​ຢຸນນະຄອນ​ກວາງ​ໂຈ່ວ, ມີ​ຊາວ​ໜຸ່ມ​ຫຼາຍ​ກວ່າ 3000 ຄົນ​ທີ່​ມາ​ຈາກ​​ແຂວງ​ກວາງ​ຕຸ້ງ, ​ເຂດບໍລິຫານ​ພິ​ເສດ​ຮົງ​ກົງ, ມາ​ກາວ​ໄດ້​ປະກອບ​ເປັນ​ໂຕ​ອັກສອນ​ມະນຸດ​ດ້ວຍ​ຄຳ​ວ່າ “ສະບາຍດີ​ປະ​ເທດຊາດ” ​ແລະ​ຢືນ​​ກົງ​​ເຄົາ​ລົບ​ທຸງຊາດດ້ວຍ​ສາຍ​ຕາຈ້ອງ​ເບິ່ງ​​​​ຜືນ​ທຸງ. ທຸກ​ຄົນ​ຮ່ວມ​ກັນແກວ່ງ​ທຸງຊາດ​ ​ແລະຮ້ອງ​ເພງ “ຂ້ອຍ ​ແລະ​ປະ​ເທດ​ຊາດຂອງ​ຂ້ອຍ” ຢ່າງຄຶກຄື້ນ​ມ່ວນ​ຊື່ນ.

​ເຂດ​ອ່າວ​ໃຫຍ່​ກວາງຕຸ້ງ-ຮົງ​ກົງ-ມາ​ກາວ​ພວມສ້າງສາ​ພັດທະນາ​ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ, ຊາວ​ໜຸ່ມ​ຮົງ​ກົງ ​ແລະ​ມາ​ກາວ​ກ່າວ​ວ່າ: ຊາວ​ໜຸ່ມ​ຈາກ 3 ​ເຂດຖື​​ເອົາໂອກາດ​ນີ້​​ເປັນ​ເວທີແລ​ກປ່ຽນ, ​ພັດທະນາ​ຮ່ວມ​ກັບ​ເຂດ​ອ່າວ​ໃຫຍ່ ​ແລະ​ກ້າວໜ້າ​​ເດີນ​ໄປ​ໜ້າ​ພ້ອມ​ກັບປະ​ເທດ​ຊາດ.

 

图片默认标题_fororder_%5c%5c172.100.100.3%5ctemp%5c9500049%5c1%5c9500049_1_1_53050ce5-6707-402d-ba21-25a06efe0193

ຄຳ​ເຫັນ

0