ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ບ້ານບໍ່ນ້ຳຮ້ອນຕາແສງນິງເອີເມືອງພູເອີຂອງແຂວງຢຸນນານໄດ້ປັບປຸງອຸດສາຫະກຳນຳໜ້າດັ້ງເດີມ ຄືໃບຊາດ້ວຍແນວຄິດພັດທະນານິເວດ, ສີຂຽວແລະປອດສານພິດດ້ວຍການເພີ່ມທະວີການຝຶກອົບຮົມເຕັກນິກດ້ານອຸດສາຫະກຳຢ່າງຮອບດ້ານ, ຍົກສູງຄຸນນະພາບແລະປະສິດທິຜົນຂອງອຸດສາຫະກຳໃບຊາ ເຊິ່ງໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການຊຸກຍູ້ການພັດທະນາອຸດສາຫະກຳໃບຊາແລະຫຼຸດຜ່ອນຄວາມທຸກຍາກ. ພ້ອມກັນນັ້ນ, ບ້ານບໍ່ນ້ຳຮ້ອນໜິງເອີໄດ້ຍຶດໝັ້ນແນວຄິດການພັດທະນາແບບສີຂຽວ, ຖືອຸດສາຫະກຳນຳໜ້າດັ້ງເດີມ ເປັນຕົ້ນແມ່ນອຸດສາຫະກຳໃບຊາ ແລະອຸດສາຫະກຳການລ້ຽງສັດເປັນຈຸດສຳຄັນ, ພະຍາຍາມສ້າງລະບົບອຸດສາຫະກຳສີຂຽວ ເພື່ອພັດທະນາອຸດສາຫະກຳທີສາມໃຫ້ເຕີບໃຫຍ່ແລະເຂັ້ມແຂງຂຶ້ນ, ຕັ້ງໜ້າສ້າງຮູບແບບການພັດທະນາອຸດສາຫະກຳທີ່ຈະເລີນໃໝ່ ເຊັ່ນ ອຸດສາຫະກຳສີຂຽວ, ສຸຂະພາບສີຂຽວ, ການທ່ອງທ່ຽວທຳມະຊາດ ແລະອື່ນໆ.
ຄຳເຫັນ
0