吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນ​ຝຶກ​ອົບຮົມ​ຮູບ​ພິມ ​ແລະ​ແມ່​ແບບ​ພິມ​ດ້ວຍ​ໄມ້​ຂອງ​ຊາວນາ​ເມືອງ​ພູ​ເອີ

2019-09-25 17:37:36 CRI

ການ​ຄວັດ​ແມ່​ແບບ​ພິມ ​ແລະ​ຮູບພິມ​ດ້ວຍ​ໄມ້​ແມ່ນ​ສີມື​ໃໝ່​ທີ່​ເກີດ​ຂຶ້ນ​ໃນ​ຊຸມ​ປີ​ 1980 ຢູ່​ເມືອງ​ພູ​ເອີ ​ເຊິ່ງຜ່ານ​ມາ​ເອີ້ນວ່າ​​ເຂດ​ຊື່​ມາວ​ແຂວງ​ຢຸນນານ ​ເຊິ່ງ​ໄດ້​ບຸກທະລຸ​ຂັ້ນ​ຕອນ​ການ​ຜະລິດ ​ແລະ​ຄວາມວິຈິດ​ງົດ​ງາມ​ຂອງ​ໄມ້​ຄວັດ​ທີ່​ມີ​ມູນ​ເຊື້ອ ​ແລະ​ໄດ້​ນຳ​ໄປ​ວາງສະ​ແດງ​ຢູ່​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ໃນ​ຊຸມ​ປີຜ່ານມາ ​ເຊິ່ງ​ໄດ້​ດຶງ​ດູດຄວາມ​ສົນ​ໃຈ​ຈາກ​ສັງຄົມ. ການ​ສ້ງ​ຝຶກ​ອົບຮົມ​ຮູບ​ພິມ ​ແລະ​ແມ່​ແບບ​ພິມ​ດ້ວຍ​ໄມ້​ພູ​ເອີ​ຢູ່​ເມືອງ​ບູຮານ​ນາ​ເຄີ່ຫຼີພູ​ເອີ​ແມ່ນ​ມາດ​ຕະການ​ທີ່​ສຳຄັນ​ໃນ​ການ​ສ້າງ​ວັດທະນະທຳ​ພູ​ເອີຍຸກ​ໃໝ່ ​ເຊິ່ງ​ໄດ້​ສ້າງ​ເວທີ​ໃໝ່​ໃຫ້​ຊາວ​ກະສິກອນ​ພູ​ເອີ​ຮຽນ​ຮູ້​ສີ​ລະ​ປະ​ດັ່ງກ່າວ ​ແລະ​ຄວາມ​ສາມາດ​ໃນ​ການ​ປະດິດ​ສ້າງ​ໃໝ່​ດ້ານ​ສິນລະປະ​ຂອງ​ປະຊາຊົນ. ຜົນງານ​ຮູບ​ພິມ​ດ້ວຍ​ໄມ້​ຂອງ​ຊາວ​ກະສິກອນ​ທ້ອງ​ຖິ່ນ​ຫຼັງ​ຈາກ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ແລ້ວ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ນັກ​ວິຊາ​ການ​ວ່າ​ດີ​ເລີດ, ບາງ​ຜົນງານ​ຮູບ​ພິມ​ໄດ້​ຈຳໜ່າຍ​ສູ່​ພາຍ​ນອກ ​ເຊິ່ງ​ໄດ້​ສ້າງ​ລາຍ​ຮັບ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ.

 

图片默认标题_fororder_526453626

ຄຳ​ເຫັນ

0