覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖານ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ຈັດ​ງານ​ລ້ຽງ​ຮັບ​ຮອງ​ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ສ​ປ​ຈີນ​ຄົບ​ຮອບ 70 ປີ​ຢ່າງ​ຍິ່ງ​ໃຫຍ່

2019-09-26 17:32:18 cri

图片默认标题_fororder_wanghlsfjlsfjlsfitse3
 

 CRI ລາຍງານ​ວ່າ: ສະຖານທູດຈີນປະຈຳກຳປູເຈຍໄດ້ຈັດງານລ້ຽງຮັບຮອງເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປ ຈີນຄົບຮອບ 70 ປີ​ຂຶ້ນຢ່າງ​ຍິ່ງ​ໃຫຍ່​ຢູ່ນະຄອນຫຼວງພະນົມເປັນໃນວັນ​ທີ 25 ກັນ​ຍານີ້​. ທ່ານຮຸນແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີກຳປູເຈຍ ພ້ອມພັນລະຍາ ແລະຮອງ​ນາຍົກລັດຖະມົນຕີ 6 ທ່ານ, ເຈົ້າ​ຍິງອົງໃຫຍ່  ໂນ​ໂລດົມ ບຸບຜາ ເດ​ວີ ພ້ອມດ້ວຍບຸກຄົນໃນວົງການຕ່າງໆ 500 ກວ່າທ່ານໄດ້ເຂົ້າຮ່ວມ​ງານ.


图片默认标题_fororder_wanghlsfjlsfjlsfitse1
 

 ໃນໂອກາດກ່າວປາໄສໃນພິທີງານ​ລ້ຽງດັ່ງກ່າວ, ທ່ານວາງເວີນທ່ຽນ ເອກ​ອັກ​ຄະ​ລັດ​ຖະທູດຈີນປະຈຳກຳ​ປູ​ເຈຍກ່າວ​ວ່າ: ນັບ​ແຕ່ ສ​ປ ຈີນ​ສະ​ຖາ​ປະ​ນາ ເປັເວລາ 70 ປີຜ່ານ​ມາ, ຈີນ​ໄດ້​ຍຶດ​ໝັ້ນ​ການນຳພາຂອງພັກ​ກອມມູ​ນິດ​, ຍຶດໝັ້ນເສັ້ນທາງສັງຄົມນິ​ຍົມ​ທີ່ມີສີສັນພິເສດຂອງຈີນ, ໃຊ້ເວລາພຽງຫຼາຍສິບປີ​ກໍ​ສາມາດປະສົບຜົນສຳເລັດໃນການສ້າງສາປະເທດໃຫ້ຫັນເປັນອຸດສາຫະກຳ ເຊິ່ງ​ປະ​ເທດ​ທີ່ພັດທະນາແລ້ວຕ້ອງໃຊ້ເວລາຫຼາຍຮ້ອຍປີຈິ່ງຈະສຳເລັດ​ຂະ​ບວນການດັ່ງກ່າວໄດ້, ຈີນສາມາດ​ບຸກ​ເບີກ​ເສັ້ນ​ທາງ​ຫັນ​ເປັນ​ທັນ​ສະ​ໄໝ​ທີ່ມີ​ເອກະລັກ​ສະ​ເພາະ​ຂອງ​ຕົນ.  ສອງ​ຝ່າຍ​ຈີນ-ກຳ​ປູ​ເຈຍ​ໄດ້​ເຄົາ​ລົບ​ນັບ​ຖື​ເຊິ່ງກັນແລະກັນ,ປະຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບກັນ,ສະ​ໜັບ​ສະ​ໜູນ​ເຊິ່ງກັນແລະກັນໃນບັນຫາທີ່ພົວພັນເຖິງຜົນປະໂຫຍດຕົ້ນຕໍແລະ​ບັນ​ຫາສຳຄັນທີ່ແຕ່ລະຝ່າຍ​ມີຄວາມ​ສົນໃຈ​ຢ່າງ​ສູງ  ເຊິ່ງ​ໄດ້​ກາຍເປັນແບບ​ຢ່າງ​ທີ່ດີທີ່ສອງປະເທດນ້ອຍໃຫຍ່ທີ່ມີເງື່ອນໄຂຕາມຄວາມເປັນຈິງ​ແຫ່ງ​ຊາດຂອງຕົນ​ແລະ​ລະ​ບອບ​ສັງ​ຄົມ​ທີ່​ແຕກ​ຕ່າງກັນ ແຕ່​ຍັງ​ສາມາດ​ຢູ່​ຮ່ວມກັນດ້ວຍຄວາມປອງດອງບົນຈິດໃຈມິດຕະພາບແລະ​ການພັດ​ທະ​ນາ​ຮ່ວມກັນ.
 

图片默认标题_fororder_wanghlsfjlsfjlsfitse2
 

 ທ່ານຮຸນແຊນໄດ້ຕາງໜ້າ​​ລັດຖະບານ​ກຳ​ປູເຈຍສະ​ແດງ​ຄວາມ​ຊົມ​ເຊີຍຢ່າງສຸດໃຈຕໍ່ການສະ​ຖາ​ປະ​ນາ ສປ ຈີນ​​ຄົບຮອບ 70 ປີ. ທ່ານກ່າວ​ວ່າ: ການ​ພັດ​ທະ​ນາ​ຂອງ​ຈີ​ນບໍ່ພຽງແຕ່ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຈີນເທົ່ານັ້ນ ຍັງໄດ້ສ້າງຜົນປະໂຫຍດໃຫ້ແກ່ມວນມະນຸດ​ອີກດ້ວຍ. ກຳປູເຈຍເປັນປະເທດ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ທີ່​ສຸດ​ຈາກການຮ່ວມ​ມືໃນຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ກຳ​ປູ​ເຈຍ-ຈີນ​ລົງ​ເລິກ​ສາຍພົວພັນມິດ​ຕະ​ພາບ​ແລະ​ການ​ຮ່ວມມືແບບຕ່າງຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍດຢ່າງ​ບໍ່​ຢຸດຢັ້ງ​ ບໍ່​ພຽງ​ແຕ່​ຈະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາຊົນສອງຊາດເທົ່ານັ້ນ, ຍັງຈະປະກອບສ່ວນເຂົ້າໃນ​ການ​ປົກ​ປັກ​ຮັກສາສັນຕິພາບ, ສະຖຽນລະພາບແລະຄວາມຈະ​ເລີນຮຸ່ງເຮືອງຂອງ​ພາກພື້ນກໍ​ຄື​ຂອງ​ໂລກອີກ​ດ້ວຍ. ກຳປູເຈຍ​ຍິນດີຮ່ວມ​ກັບ​ຈີນ​ຊຸກຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍໃຫ້​ຂະ​ຫຍາຍ​ຕົວ​ກ້າວ​ເຂົ້າ​ສູ່​ລ່ວງເລິກ​ແລະໃຫ້ແຕກດອກອອກຜົນຢ່າງບໍ່​ຢຸດຢັ້ງ ກໍຄື ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຮ່ວມກັນຂອງສອງຝ່າຍ.

 

 

 

 

ຄຳ​ເຫັນ

0