黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງ​ລົດ​ໄຟ​ທີ່​ນຳ​ໃຊ້​ເທັກ​ໂນ​ໂລ​ຊີ​ການ​ລຳ​ລຽງ​ວັດ​ຖຸ​ໜັກ​ແບບ​ພິ​ເສດຍາວ​ທີ່​ສຸດ​ໃນ​ໂລກ​ໄດ້​ເປີດ​ບໍ​ລິ​ການ​ໃນ​ວັນ​ທີ 28 ກັນ​ຍາ​ນີ້

2019-09-29 11:52:35 cri

​ໃນເວ​ລາ 6 ໂມງ 30 ນາ​ທີ​ຂອງຕອນ​ເຊົ້າ​ວັນ​ທີ 28 ກັນ​ຍາ​ນີ້​, ທາງ​ລົດ​ໄຟ​ມົງ​ໂກ​ໄນ-ພາກ​ກາງ​ຂອງ​ຈີນ​ເຊິ່ງ​ເປັນ​ທາງລົດ​ໄຟ​ຂົນ​ສົ່ງ​ຖ່ານ​ຫີນ​ສາຍ​ສຳ​ຄັນ​ທີ່​ສ້າງ​ສຳ​ເລັດ​​​ໃນ​ລວດ​ດຽວ​ໄດ້​ເລີ່ມ​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ. ທາງ​ລົດ​ໄຟ​ດັ່ງ​ກ່າວ​ຍາວ 1.813,5 ກິ​ໂລ​ແມັດ, ແມ່ນ​ທາງ​ລົດ​ໄຟ​ທີ່​ນຳ​ໃຊ້​ເທັກ​ໂນ​ໂລ​ຊີ​ລຳ​ລຽງ​ວັດ​ຖຸ​ໜັກ​ແບບ​ພິ​ເສດຍາວ​ທີ່​ສຸດ​ໃນ​ໂລກ​ທີ່​ສ້າງ​ສຳ​ເລັດ​​ໃນ​ລວດດຽວ, ​ເຊິ່ງມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ຈີນ​​ໃນ​ການ​ແກ້​ໄຂສະ​ພາບ​ການ​ຂົນ​ສົ່ງ​ຖ່ານ​ຫີນ​ຈາກ​ພາກ​ເໜືອ​​ສູ່​ພາກ​ໃຕ້, ແລະ​ຮັບ​ປະ​ກັນ​ຄວາມ​​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ.

ຄຳ​ເຫັນ

0