ເນື່ອງໃນໂອກາດວັນຊາດຈີນໃກ້ຈະໝູນວຽນມາເຖິງນີ້, ສະຖານີວິທະຍຸໂທລະພາບສູນກາງຈີນໄດ້ໃຊ້ຍົນເຮຣີກົບແຕສອງລຳຖ່າຍທຳສາລະຄະດີຈາກມູມສູງກ່ຽວກັບຄະຄອນຫຼວງປັກກິ່ງ, ແລະຈະອອກອາກາດກ່ຽວກັບສະພາບການກະກຽມກິດຈະກຳສະເຫຼີມສະຫຼອງວັນສະຖາປະນາ ສປ ຈີນຄົບຮອບ 70 ປີ. ຍົນເຮຣີກົບແຕດັ່ງກ່າວໄດ້ບິນຜ່ານສະໜາມຫຼວງທຽນອ່ານເໝີນ, ຫໍພິພິດທະພັນວັງກູ້ກົ່ງ, ຖະໜົນສາງອ່ານແລະອື່ນໆ. ເມື່ອເບິ່ງນະຄອນຫຼວງປັກກິ່ງຈາກມູມສູງ, ແມ່ນເຕັມໄປດ້ວຍບັນຍາກາດວັນບຸນທີ່ຄຶກຄື້ນມ່ວນຊື່ນ.
ຄຳເຫັນ
0