赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງສົ່ງສານຊົມ​ເຊີຍໄປຍັງທິມບານສົ່ງເພດຍິງຈີນທີ່ຍາດໄດ້ແຊມໂລກ 2019

2019-09-30 09:07:22 cri

图片默认标题_fororder_mmexport1569805169561
ທິມ​ບານ​ສົ່ງ​ເພດ​ຍິງ​ຈີນ​ຄອງ​ແຊມ​ໂລກ​ໃນ​ການ​ແຂ່ງ​ຂັນ​ບານ​ສົ່ງ​ເພດ​ຍິງ​ຊິງ​ຂັນ​ໂລກ 2019 ທີ່​ຍີ່​ປຸ່ນ

ວັນທີ 29 ກັນຍານີ້ ທິມບານສົ່ງເພດຍິງຈີນໄດ້ເອົາຊະນະທິມບານສົ່ງເພດຍິງອັກຊັງຕິນດ້ວຍ 3 ຕໍ່ 0 ​ເຊີ ໄດ້ຄອງແຊມໂລກໃນການແຂ່ງຂັນບານສົ່ງ​ຍິງຊິງຂັນໂລກ 2019 ດ້ວຍການ​ເອາຊະນະໃນການແຂ່ງຂັນທັງໝົດ 11 ຮອບ ເຊິ່ງຖືເປັນຂອງຂວັນທີ່ດີທີ່ສຸດ​ເພື່ອມອບໃຫ້ວັນສະຖາປະນາ ສປ ຈີນຄົບຮອບ 70 ປີ. ໃນໂອກາດນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່​ສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ສົ່ງສານຊົມ​ເຊີຍໄປຍັງທິມບານສົ່ງເພດຍິງຈີນພ້ອມດ້ວຍຄູຝຶກທັງຫຼາຍ ໂດຍ​ກ່າວວ່າ, ທິມບານສົ່ງຍິງຈີນເອົາຊະນະໃນການແຂ່ງຂັນ 11 ຮອບ ແລ້ວຊິງໄດ້ແຊມໂລກໃນການແຂ່ງຂັນບານສົ່ງຊິງຂັນໂລກປີ 2019 ຖື​ວ່າ​ເປັນ​ການຍາດເອົາກຽດ​ສັກ​ສີອັນສູງສົ່ງ ມາ​ສູ່ປະເທດຊາດແລະປະຊາຊົນຈີນ. ໃນການແຂ່ງຂັນ, ພວກ​ທ່ານບໍ່ຢ້ານຄູ່ແຂ່ງຂັນທີ່ເຂັ້ມແຂງ, ສູ້ດ້ວຍ​ຄວາມກ້າຫານ, ອັນໄດ້ສະແດງໃຫ້ເຫັນນ້ຳໃຈທິມບານສົ່ງເພດຍິງທີ່ສາມັກຄີຮ່ວມມືກັນ ແລະສູ້ຊົນຜ່ານ​ຜ່າຢ່າງກ້າຫານ. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງສຸດໃຈມາຍັງບັນດາທ່ານ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ປີນີ້ ແມ່ນ​ປີ​ແຫ່ງການຄົບຮອບ 70 ປີແຫ່ງການສະຖາປະນາ ສປ ຈີນ, ຜົນສຳເລັດອັນຍິ່ງໃຫຍ່ທີ່ປະຈັກຕາຊາວໂລກທີ່ປະເທດຈີນໃຫມ່ຍາດມາ​ໄດ້ນັ້ນແມ່ນມາຈາກຄວາມເປັນຈິດໜຶ່ງໃຈດຽວກັນແລະໄດ້​ມາ​ຈາກການ​ສູ້​ຊົນ​ຜ່ານ​ຜ່າຂອງປະຊາຊົນບັນດາເຜົ່າໃນທົ່ວພັກແລະທົ່ວປະເທດຈີນ. ຫວັງວ່າພວກ​ທ່ານຈະສືບຕໍ່ຮັກສາຄວາມກະຕືລືລົ້ນ, ບໍ່​ຖື​ໂຕອວດອົ່ງທະນົງຕົວ, ແລະສ້າງຜົນງານທີ່ດີກວ່ານີ້ອີກ.

ງານແຂ່ງຂັນບານສົ່ງເພດຍິງຊິງຂັນໂລກ 2019 ຈັດຂຶ້ນຢູ່ຍີ່ປຸ່ນແຕ່ວັນທີ 14 ຫາ 29 ກັນຍານີ້ ໂດຍທິມບານສົ່ງເພດຍິງຈີນໄດ້ເອົາຊະນະຄູ່ແຂ່ງທີ່ເຂັ້ມແຂງຕ່າງໆ ແລ້ວຍາດໄດ້ຊະນ​ລວດທັງໝົດ 11 ຮອບລຽນຕິດກັນ ໃນທີ່ສຸດກໍ່​ສາ​ມາດຄອງແຊມໂລກໄດ້ໃນການແຂ່ງຂັນຄັ້ງນີ້. ປີ 1981 ທິມບານສົ່ງເພດຍິງຈີນຊິງໄດ້ແຊມໂລກຄັ້ງທຳອິດໃນການແຂ່ງຂັນບານສົ່ງເພດຍິງຊິງຂັນໂລກຄັ້ງທີ 3, ຫຼັງຈາກນັ້ນໄດ້ສ້າງຜົນ​ງານ​ເຂົ້າທີ່ໄດ້ແຊມ 5 ຄັ້ງລຽນຕິດກັນ. ຕະຫຼອດໄລຍະ 38 ປີ​ທີ່ທິມບານສົ່ງເພດຍິງຈີນໄດ້ສ້າງຜົນສຳເລັດຢ່າງງົດງາມໃນການແຂ່ງຂັນຊິງຂັນໂລກ, ງານແຂ່ງຂັນບານສົ່ງຊິງແຊມໂລກ, ແລະງານໂອລິມປິກ ໄດ້ສະແດງໃຫ້ເຫັນນ້ຳໃຈທິມບານສົ່ງເພດຍິງຈີນທີ່ສາມັກຄີຮ່ວມມືກັນ ແລະສູ້ຊົນຜ່ານ​ຜ່າຢ່າງກ້າຫານ.

ຄຳ​ເຫັນ

0