ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ທ່ານສາສະດາຈານຈ່າງກົວຢົງເປັນໜຶ່ງໃນຜູ້ບັນຊາໃນວົງດົນຕີຊິມໂຟນີພັນຄົນໃນງານສະເຫຼີມສະຫຼອງວັນຊາດຈີນປີນີ້. ທ່ານກ່າວວ່າ, ດົນຕີທີ່ວົງດົນຕີຊິມໂຟນີພັນຄົນບັນເລງໃນຄັ້ງນີ້ລ້ວນແຕ່ເປັນດົນຕີທີ່ຄຸ້ນຫູສຳລັບຄົນທັງຫຼາຍ, ເປັນດົນຕີທີ່ສັນລະເສີນປະເທດຊາດ ແລະ ສັນລະເສີນຍຸກໃໝ່ ເພື່ອກະຕຸກຊຸກຍູ້ໃຫ້ພວກເຮົາບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ. ທ່ານກ່າວຕື່ມວ່າ, ມີໂອກາດບັນຊາວົງດົນຕີຊິມໂຟນີມີຂະໜາດໃຫຍ່ປານນີ້, ຕົນເອງຮູ້ສຶກພາກພູມໃຈຫຼາຍ.
ວົງດົນຕີຊິມໂຟນີພັນຄົນ ແລະ ຄະນະຮ້ອງຮວມໝູ່ພັນຄົນເປັນພາກສ່ວນທີ່ສຳຄັນໃນງານສະຫຼອງປີນີ້ ແລະ ກໍເປັນຄັ້ງທຳອິດໃນໂລກ ທີ່ມີວົງດົນຕີພັນຄົນ ແລະ ຄະນະຮ້ອງຮວມໝູ່ພັນຄົນມາສະແດງຮ່ວມກັນຢູ່ສະໜາມຫຼວງ.
ຄຳເຫັນ
0