ວັນທີ 13 ກຸມພາ 2015 ກົງກັບມື້ວັນທີ 25 ເດືອນຈຽງຕາມຈັນທະຄະຕິຈີນ, ເວລາ 11 ໂມງປາຍ, ລົດເມ 3 ຄັນ ໄດ້ແລ່ນໄປຈອດຢູ່ປາກປະຕູບ້ານຫຼຽງເຈ່ຍເຫີ. ມີຄົນຈຳນວນໜຶ່ງໄດ້ລົງລົດ ແລ້ວຍ່າງເຂົ້າບ້ານ.
“ແມ່ນຈິ້ນຜິງ ກັບມາແລ້ວ!”
ເມື່ອໄດ້ຍິນສຽງເວົ້າຄືແນວນັ້ນ ຊາວບ້ານໄດ້ພາກັນແລ່ນໄປຫາ.
ທ່ານສີຈິ້ນຜິງໄດ້ກັບເມືອຢາມບ້ານຫຼຽງເຈ່ຍເຫີ ເຊິ່ງເປັນບ້ານຊົນນະບົດທີ່ຕັ້ງຢູ່ເຂດໃຈກາງຂອງພູພຽງດິນເຫຼືອງ ເປັນບ່ອນທີ່ທ່ານອາໄລອາວອນ ແລະຄິດເຖິງເລື້ອຍໆ. ເມື່ອຄິດເບິ່ງແລ້ວເຫັນວ່າ, ທ່ານໄດ້ລາຈາກບ້ານຫຼຽງເຈ່ຍເຫີໄປຄົບ 40 ປີແລ້ວ.
ເມື່ອໄດ້ກັບມາຢຽບເຖິງດິນແດນທີ່ຕົນເອງເຄີຍອອກແຮງງານແລະດຳລົງຊີວິດຢູ່ແຫ່ງນີ້, ໄດ້ເຫັນພໍ່ແມ່ປະຊາຊົນທີ່ເຄີຍຢູ່ຮ່ວມກັນຕະຫຼອດ ແລະບໍ່ເຄີຍຫຼົງລືມຈັກເທື່ອນັ້ນ, ທ່ານສີຈິ້ນຜິງຮູ້ສຶກຕື້ນຕັນໃຈທີ່ສຸດ.
ພໍ່ແມ່ປະຊາຊົນກໍ່ເຕົ້າໂຮມກັນເຂົ້າ, ທັງຍ່າງທັງລົມກັບເພິ່ນ.
ເມື່ອໄປຮອດປະຕູຫ້ອງການຄະນະບ້ານ, ໄດ້ມີຄົນຢ່າງຫຼວງຫລາຍມາຢືນອ້ອມຂ້າງທ່ານສີຈິ້ນຜິງຢ່າງໜາແໜ້ນ.
ພໍ່ເຖົ້າຫຼຽງອີ້ໝິງ ເລຂາພັກເກົ່າໃນເມື່ອກ່ອນມາຊ້າ, ແຫຍ້ເຂົ້າຝຸງຄົນໄປຮອດຕໍ່ໜ້າທ່ານສີຈິ້ນຜິງ, ທ່ານກໍ່ຈັບມືລົມກັບພໍ່ເຖົ້າຢ່າງສະໜິດສະໜົມ, ພໍ່ເຖົ້າເວົ້າດ້ວຍຄວາມດີໃຈວ່າ: ນ້ອງນັ່ງລົມກັນກ່ອນ, ອ້າຍເມືອແຕ່ງອາຫານກ່ອນ, ຈັກໜ້ອຍມາກິນເຂົ້າຢູ່ເຮືອນອ້າຍເດີ້!
ທ່ານສີຈິ້ນຜິງໄດ້ນັ່ງລົມກັບໝູ່ເກົ່າກ່ຽວກັບລາຍຮັບ, ກ່ຽວກັບອາຫານການກິນ, ຖາມຂ່າວຜູ້ເຖົ້າກ່ຽວກັບສຸກຂະພາບ, ການຮຽນຂອງເດັກນ້ອຍ, ຊີວິດການເປັນຢູ່ເປັນແນວໃດ? ມີເຂົ້າ, ຊິ້ນອາຫານກິນຢ່າງພຽງພໍ່ຫຼືບໍ?...
ໝູ່ທັງຫຼາຍໄດ້ບອກເພິ່ນວ່າ: ດຽວນີ້ຊີວິດການເປັນຢູ່ດີຂຶ້ນແລ້ວ, ໄດ້ມີແປ້ງເບຼແລະເຂົ້າຈ້າວກິນຢ່າງພຽງພໍ່, ຊິ້ນແລະອາຫານຕ່າງໆກໍ່ມີໃຫ້ກິນຢ່າງຄົບຖ້ວນ.
ເມື່ອໄດ້ຟັງການເວົ້າຂອງໝູ່ທັງຫຼາຍ, ທ່ານສີຈິ້ນຜິງກໍ່ດີໃຈ ແລະທັງຍິ້ມຂຶ້ນທັງເວົ້າວ່າ: ຊັ້ນກະດີແຫຼະ, ພໍ່ແມ່ພີ່ນ້ອງປະຊົນມີຊີວິດດີຂຶ້ນ, ຂ້ອຍກໍ່ໄວ້ວາງໃຈໄດ້ແລ້ວ.
ປີ 1975 ທ່ານສີຈິ້ນຜິງໄດ້ລາຈາກບ້ານຫຼຽງເຈ່ຍເຫີໄປ, ເທື່ອນີ້ແມ່ນທ່ານກັບໄປຢາມເປັນຄັ້ງທີສອງແລ້ວ.
ວັນທີ 27 ກັນຍາ 1993, ທ່ານສີຈິ້ນຜິງໄດ້ກັບໄປຢາມບ້ານຫຼຽງເຈ່ຍເຫີ, ໃນໄລຍະນັ້ນທ່ານແມ່ນດຳລົງຕຳແໜ່ງເປັນກຳມະການປະຈຳຄະນະພັກແຂວງຝູຈ້ຽນ ທັງເປັນເລຂາຄະນະພັກເມືອງຝູໂຈ່ວ. ເວລາໄປຮອດບ້ານຫຼຽງເຈ່ຍເຫີ, ທ່ານໄດ້ໄປຢາມພໍ່ແມ່ຊາວບ້ານຕາມແຕ່ລະຄອບຄົວ, ແລະບອກວ່າ: ຕ້ອງແກ້ໄຂບັນຫາກິນອີ່ມນຸ່ງອຸ່ນ, ຍັງຕ້ອງແກ້ໄຂບັນຫາດ້ານຄວາມຮູ້ຄວາມສາມາດ. ທ່ານໄດ້ມອບໂມງໃຫ້ຄອບຄົວລະໜຶ່ງໜ່ວຍ, ເພື່ອໃຫ້ເດັກນ້ອຍໃຊ້ໃນການຮຽນ, ແລະຫວັງວ່າເດັກນ້ອຍທຸກຄົນຈະໄດ້ຮັບການສຶກສາທີ່ດີ.
ການກັບໄປຢາມບ້ານຫລຽງເຈ່ຍເຫີກ່ອນບຸນກຸດຈີນປີ 2015 ເທື່ອນີ້, ທ່ານໄດ້ໃຊ້ເງິນຕົນເອງເພື່ອຊື້ເຂົ້າ, ແປ້ງເບຼ, ນ້ຳມັນແຕ່ງກິນ, ປະເພດຊິ້ນຕ່າງໆ, ຄະຕິຄູ່ ແລະຮູບແຕ້ມສະຫຼອງປີໃໝ່ໃຫ້ໝົດທຸກຄອບຄົວໃນບ້ານ.
ຍ່າງເລາະຢູ່ຕາມບ້ານ, ໂອ້ລົມກັນດ້ວຍຄວາມຮັກແພງ.ທຸກສາຍພູແມ່ນ້ຳທຸກຄົນແລະທຸກເລື່ອງລາວຂອງບ້ານຫຼຽງເຈ່ຍເຫີລ້ວນແຕ່ເຮັດໃຫ້ທ່ານສີຈິ້ນຜິງອາໄລອາວອນ.
ເມື່ອໄດ້ເຫັນວ່າ ດິນນາທີ່ພໍ່ແມ່ຊາວບ້ານສ້າງຂຶ້ນພາຍໃຕ້ການນຳພາຂອງທ່ານສີຈິ້ນຜິງ ທີ່ເປັນເລຂາຄະນະພັກກອງໃຫຍ່ບ້ານໃນເວລານັ້ນ ຍັງຄົງປູກຝັງ, ສ້າງຜົນເກັບກ່ຽວໃຫ້ແກ່ຊາວບ້ານຫຼຽງເຈ່ຍເຫີໃນສູ່ມື້ນີ້ ທ່ານສີຈິ້ນຜິງເວົ້າດ້ວຍຄວາມຕື່ນເຕັ້ນວ່າ: “ໃນເວລານັ້ນ, ພວກເຮົາກໍ່ເຄີຍຄິດວ່າຈະກະທົບເຖິງສຸກຂະພາບຫຼືບໍ່, ມີບາງຄົນໂດດລົງນ້ຳເຢັນທີ່ຍັງມີນ້ຳກ້ອນຢູ່ໃນຫັ້ນ ເພື່ອສ້າງນາໃຫ້ດີ。” ຫຼັງຈາກນັ້ນເປັນເວລາດົນນານ, ເມື່ອອາກາດໜາວລົງ ກໍ່ເຮັດໃຫ້ທ່ານສີຈິ້ນຜິງເຈັບຂາ, ນັ້ນກໍ່ແມ່ນຍ້ອນການເຮັດນາໃນໄວໜຸ່ມ.
ໃນສາຍຕາຂອງພໍ່ແມ່ຊາວບ້ານ, ທ່ານສີຈິ້ນຜິງທີ່ເປັນເລຂາທິການໃຫຍ່ສູນກາງພັກນັ້ນຍັງແມ່ນໄວໜຸ່ມທີ່ພະຍາຍາມອົດທົນ, ເຮັດແທ້ທຳຈິງແລະດຸໝັ່ນຮ່ຳຮຽນໃນເມື່ອກ່ອນ. ຄວາມຮັກແພງແບບນີ້ໄດ້ເຂັ້ມຂຸ້ນຂຶ້ນເມື່ອຜ່ານໄປເປັນເວລາ 40 ປີ.
ທ່ານສີຈິ້ນຜິງເຄີຍເວົ້າວ່າ, “ແຕ່ກ່ອນ ພໍ່ແມ່ຊາວບ້ານໄດ້ສອນໃຫ້ຂ້ອຍດຳລົງຊີວິດແນວໃດ, ອອກແຮງງານແນວໃດ, ເຮັດໃຫ້ຂ້ອຍໄດ້ຮັບຜົນດີບໍ່ໜ້ອຍ, ເວລານັ້ນ ຂ້ອຍອາຍຸພຽງແຕ່ 15-16 ປີທໍ່ນັ້ນ ເຮັດຫຍັງບໍ່ເປັນເທື່ອ. ແຕ່ຫຼັງຈາກນັ້ນ ກໍ່ເຮັດເປັນທຸກຢ່າງ ບໍ່ວ່າຈະເຮັດໝີ່, ຫໍ່ສາລະເປົາ, ເຮັດສົ້ມ ຜັກ,ໄດ້ທຸກຢ່າງເລີຍ. ສົ້ມຜັກນັ້ນດົນແລ້ວບໍ່ໄດ້ກິນ, ຄິດຮອດຫຼາຍ.”
ທ່ານສີຈິ້ນຜິງຄິດຮອດສົ້ມຜັກຂອງບ້ານຫຼຽງເຈ່ຍເຫີຕະຫຼອດ.ໃນໄລຍະໄຂກອງປະຊຸມສອງສະພາເມື່ອວັນທີ 7 ມີນາ 2014, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການປະຊຸມນຳຄະນະຜູ້ແທນແຂວງກຸ້ຍໂຈວ, ທ່ານບອກວ່າ, “ເວລາລົງໄປຊົນນະບົດອອກແຮງງານໃນເດືອນມັງກອນປີ 1969, ພໍ່ແມ່ພີ່ນ້ອງປະຊາຊົນໄດ້ຊ່ວຍເຫຼືອຂ້ອຍຫຼາຍ, ເຂົາເຈົ້າໄດ້ກິນອີຫຍັງກໍ່ແບ່ງໃຫ້ຂ້ອຍໜ້ອຍໜຶ່ງ, ຄັນຜູ້ໃດເອົາສົ້ມຜັກຖ້ວຍໜຶ່ງໃຫ້ຂ້ອຍ, ຂ້ອຍກະຮູ້ສຶກວ່າຊີວິດມື້ນັ້ນດີຂຶ້ນ.ດຽວນີ້ ເມື່ອໄດ້ເຫັນປະຊາຊົນຢູ່ເຂດທຸກຍາກ ຂ້ອຍຮູ້ສຶກອີຕົນເຂົາເຈົ້າຫຼາຍ, ພວກເຮົາແມ່ນສະມາຊິກພັກ, ພວກເຮົາຄວນໃຫ້ຄວາມສຳຄັນຕໍ່ເຂົາເຈົ້າ, ເຮັດວຽກຢ່າງຈິງຈັງເພື່ອເຂົາເຈົ້າ, ຖ້າບໍ່ດັ່ງນັ້ນ ກໍ່ຖືວ່າບໍ່ມີຄຸນສົມບັດ!”
ໃນ 40 ປີທີ່ລາຈາກບ້ານຫຼຽງເຈ່ຍເຫີໄປ ທ່ານສີຈິ້ນຜິງຍັງສົນໃຈ ແລະໃຫ້ຄວາມສຳຄັນຕໍ່ພໍ່ແມ່ປະຊາຊົນບ້ານຫຼຽງເຈ່ຍເຫີຢູ່.
ປີ 1994 ລິໂຮເສິ່ງເຈັບຂາ ໄປປົວຢູ່ໂຮງໝໍສອງເດືອນກວ່າ ເສຍເງິນໄປ 6000 ກວ່າຢວນແລ້ວພັດບໍ່ເຊົາ, ລາວເປັນຄົນທຸກຫຼາຍ ຈິ່ງຄິດເຫັນທ່ານສີຈິ້ນຜິງ ແລະໄດ້ຂຽນຈົດໝາຍໄປໃຫ້ເພິ່ນ, ບໍ່ຮອດເຄິ່ງເດືອນ, ທ່ານສີຈິ້ນຜິງກໍ່ຝາກເງິນ 500 ຢວນໃຫ້ລາວເພື່ອໃຫ້ລາວເດີນທາງໄປປົວພະຍາດຢູ່ເມືອງຝູໂຈວ, ໃນໄລຍະປົວພະຍາດຢູ່ຝູໂຈວ, ມື້ໃດທີ່ທ່ານສີຈິ້ນຜິງຫວ່າງວຽກ ກໍ່ຈະໄປຢາມລາວຢູ່ໂຮງຫມໍ, ແລະບອກພໍ່ວ່າ:ໂຮເສິ່ງ ປົວພະຍາດໃຫ້ເຈົ້າ ເຖິງຈະໃຊ້ເງິນຫຼາຍທໍ່ໃດ ຂ້ອຍກໍ່ບໍ່ເສຍດາຍດອກ.
ເມື່ອປົວພະຍາດໃຫ້ເຊົາ, ລິວໂຮເສິ່ງກໍ່ຊິເມືອບ້ານ, ທ່ານສີຈິ້ນຜິງໄດ້ຊື້ປີ້ຍົນໃຫ້ ແລະເອົາເງິນຈຳນວນ 2000 ຢວນໃຫ້ລາວ. ລາວເວົ້າດ້ວຍຄວາມ ຮູ້ສຶກຜິດໃນໃຈວ່າ: “ຈິ້ນຜິງ, ຂໍໂທດເດີ້ ທີ່ເຈົ້າໄດ້ໃຊ້ຈ່າຍຫຼາຍໝື່ນຢວນເພື່ອຂ້ອຍ.”ທ່ານສີຈິ້ນຜິງຕອບວ່າ: “ພວກເຮົາເປັນເພື່ອນກັນເດ້!”
ທ່ານສີຈິ້ນຜິງໄດ້ຊ່ວຍບ້ານຫຼຽງເຈ່ຍເຫີສ້າງຕາໜ່າງໄຟຟ້າ, ສ້າງໂຮງຮຽນ ສ້າງຂົວ ແລະ ສິ່ງອື່ນໆ, ຄວາມດີຂອງທ່ານສີຈິ້ນຜິງ ຊາວບ້ານແມ່ນບໍ່ເຄີຍຫຼົງລືມຈັກເທື່ອ. ເຂົາເຈົ້າບອກດ້ວຍຄວາມຕື່ນເຕັ້ນວ່າ: “ຈິດໃຈຂອງທ່ານສີຈິ້ນຜິນຢູ່ນຳບ້ານຫຼຽງເຈ່ຍເຫີຕະຫຼອດ.”
ຄຳເຫັນ
0