ທ່ານສີຈິ້ນຜິງຄິດໃນໃຈຕະຫຼອດວ່າຖືຕົນເອງແມ່ນຄົນຢຽນອ່ານ.
ວັນທີ 14 ສິງຫາ 2004, ທ່ານສີຈິ້ນຜິງ ທີ່ເປັນເລຂາຄະນະພັກແຂວງ ເຈີ້ຈ່ຽງໄດ້ໃຫ້ສຳພາດຕໍ່ສະຖາ ນີວິທະຍຸໂທລະພາບຢຽນອ່ານ, ໃນເວລາ ຕອບຄຳຖາມກ່ຽວກັບວ່າ: ໄດ້ຖືຕົນເອງເປັນຄົນຢຽນອ່ານແທ້ບໍ່? ທ່ານສີ ຈິ້ນຜິງຕອບທັນທີວ່າ: ຂ້າພະເຈົ້າຖືຕົນເອງເປັນຄົນຢຽນອ່ານແທ້ໆ ເພາະວ່ານີ້ເປັນຈຸດໜຶ່ງທີ່ເປັນຫົວລ້ຽວຫົວຕໍ່ໃນຊີວິດຂອງຂ້າພະເຈົ້າແລະຈຸດພິເສດພື້ນຖານຂອງຂ້າພະເຈົ້າໃນປັດຈຸບັນລ້ວນແຕ່ແມ່ນຈໍ່ຕົວຂຶ້ນໃນໄລຍະຢູ່ຢຽນ ອ່ານ, ສະນັ້ນ ຂ້າພະເຈົ້າຈິ່ງ ຖືຕົນເອງເປັນຄົນຢຽນອ່ານຢ່າງແນ່ນອນ.
ວັນທີ 22 ທັນວາ 1968 ທ່ານປະທານເໝົາເຈີຕົງໄດ້ຮຽກຮ້ອງວ່າ :“ໄວໜຸ່ມທີ່ເປັນປັນຍາຊົນ ຕ້ອງໄປດຳລົງຊີວິດຢູ່ຊົນນະບົດ ເພື່ອຮັບການສຶກ ສາຈາກຊາວ ນາອີກຄັ້ງ, ນີ້ແມ່ນຄວາມຈຳເປັນທີ່ສຸດ. ” ສະນັ້ນ ນັກຮຽນໜຸ່ມ 17 ລ້ານຄົນໄດ້ຕອບສະໜອງຄຳຮຽກຮ້ອງດັ່ງກ່າວ, ລາຈາກຕົວເມືອງ ແລະ ລົງ ໄປຮອດຊົນນະບົດ ເຊິ່ງເປັນການເລີ່ມຕົ້ນປະສົບການຕອນໜຶ່ງທີ່ບໍ່ສາມາດລືມໄດ້ໃນຊີວິດຂອງຕົນ.
ໃນໄລຍະນັ້ນ ທ່ານສີຈິ້ນຜິງທີ່ເປັນຊາວໜຸ່ມຄົນໜຶ່ງໃນກຸ່ມໄວໜຸ່ມດັ່ງ ກ່າວ ເຊິ່ງເພິ່ນໄດ້ລາຈາກນະຄອນຫຼວງປັກກິ່ງ ໄປຮອດເມືອງຢຽນອ່ານ ທີ່ເປັນບ່ອນສັກສິດແຫ່ງການປະຕິວັດຂອງຈີນ.
ໄວໜຸ່ມທີ່ເປັນປັນຍາຊົນ 15 ຄົນຖືກແບ່ງໄປຮອດບ້ານຫຼຽງເຈ່ຍເຫີ. ທ່ານສີຈິ້ນຜິງ ແມ່ນຜູ້ທີ່ມີອາຍຸໜ້ອຍທີ່ສຸດ, ໃນມື້ທີ່ເຂົາເຈົ້າໄປຮອດບ້ານ,ໃນເວລາໄດ້ຊ່ວຍຂົນເຄື່ອງໃຫ້ພວກໄວໜຸ່ມປັນຍາຊົນ ຊາວບ້ານໜຸ່ມຄົນ ໜຶ່ງໄປຊ່ວຍຫາບຫີບສີນ້ຳຕານທີ່ເບິ່ງໄປຄືຊິນ້ອຍກວ່າ ຫີບໜ່ວຍອື່ນໆ, ແຕ່ລາວພັດຍ່າງຊ້າກວ່າໝູ່. ເມື່ອນັ່ງພັກຜ່ອນ, ຊາວບ້ານຄົນນີ້ໄດ້ລອງ ຫິ້ວຫີບ ໃຫຍ່ຂອງຄົນອື່ນແລ້ວຈິ່ງເຫັນວ່າ, ຫີບນ້ອຍທີ່ຕົນເອງຫາບນັ້ນ ແມ່ນໜັກກວ່າຫີບໃຫຍ່ໜ່ວຍອື່ນ. ເມື່ອໄປຮອດບ່ອນ, ຄົນທັງຫຼາຍຈິ່ງຮູ້ວ່າ, ທ່ານສີຈິ້ນຜິງມີຫີບສອງໜ່ວຍ, ນອກຈາກຫີບນ້ອຍສີນ້ຳຕານແລ້ວ, ຍັງມີຫີບໜ່ວຍໜຶ່ງ, ສ່ວນຫີບສອງໜ່ວຍນີ້ລ້ວນແຕ່ເຕັມໄປດ້ວຍປື້ມຕ່າງໆ.
ບ້ານຫຼຽງເຈ່ຍເຫີມີ 60 ກວ່າຄອບຄົວ ແລະມີສະມາຊິກທັງໝົດ 200 ກວ່າຄົນ,ສາຍນ້ຳນ້ອຍສາຍໜຶ່ງໄຫຼຜ່ານບ້ານ,ຊາວບ້ານພັກເຊົາຢູ່ໃນຖ້ຳ ທີ່ຂຸດຢູ່ຕາມພູທີ່ຕັ້ງຢູ່ທັງສອງຟັ່ງແຄມນ້ຳ,ເມື່ອຍ່າງອອກຈາກເຮືອນຖ້ຳແລ້ວຈະເຫັນແຕ່ພູດິນ ເຫຼືອງທີ່ສູງຊັນ.
ນີ້ຄືຊີວິດທີ່ອອກແຮງງານຢູ່ຊົນນະບົດ......
ພວກຊາວບ້ານສັງເກດເບິ່ງໄວໜຸ່ມປັນຍາຊົນທີ່ມາຈາກນະຄອນຫຼວງ ປັກກິ່ງເຫຼົ່ານີ້ ແລະເຂົາເຈົ້າກໍ່ພວມ ສັງເກດເບິ່ງຊາວບ້ານເຊັ່ນກັນ.
ການສັງເກດເບິ່ງແບບນີ້ກໍ່ຄືການເບິ່ງເຫັນເຊິ່ງກັນແລະກັນລະຫວ່າງ ຕົວເມືອງກັບຊົນນະບົດ,ແລະກໍ່ເປັນການເບິ່ງເຫັນກັນລະຫວ່າງໄວໜຸ່ມທີ່ມີອຸດົມການກັບຊາວນາທີ່ຢູ່ຊົນນະບົດ.
ບຸນກຸດຈີນປີ 1969 ໃກ້ຊິວຽນມາເຖິງ, ພວກໄວໜຸ່ມປັນຍາຊົນໄດ້ກິນ ອາຫານ ແຊບຊ້ອຍຈາກຄົນຢຽນອ່ານ ທີ່ກະກຽມໄວ້ເພື່ອຕ້ອນຮັບແຂກຜູ້ມີ ກຽດ ນັ້ນຄືອາຫານສີ່ເຍື່ອງຢູ່ໃນຖ້ວຍນ້ອຍ, ມີຊີ້ນອົບ, ຈືນໄກ່, ລູກຊີ້ນ ແລະ ກະດູກຂ້າງ, ວາງໄວ້ຢູ່ເທິງໂຕະ ແລະມີທັງເຫຼົ້າພ້ອມ. ໃນສະໄໝທີ່ຂາດເຂີນ ອາຫານການກິນ, ອາຫານສີ່ເຍື່ອງແບບນີ້ກໍຖືເປັນງານລ້ຽງທີ່ດີທີ່ສຸດແລ້ວ, ຈົນເຮັດໃຫ້ພວກໄວໜຸ່ມປັນຍາຊົນອຸທານວ່າ: ພາກເໜືອສ້ານຊີກໍ່ມີອາຫານ ແຊບຄືແນວນີ້ຫວະ?
ແຕ່ພາຍຫລັງຄວາມມ່ວນຊື່ນທີ່ສັ້ນໆຜ່ານພົ້ນໄປ, ບ້ານຫຼຽງເຈ່ຍເຫີ ໄດ້ສະແດງໃຫ້ເຫັນພາບຄວາມເປັນຈິງອອກມາ.
ຫຼັງຈາກມື້ຂຶ້ນ 15 ຄ່ຳເດືອນຈຽງຕາມຈັນທະຄະຕິຈີນແລ້ວ, ປະຊາຊົນ ທຸກຄອບຄົວໃນບ້ານໄດ້ອັດປະຕູເຮືອນ, ແລະອອກໄປທາງ ນອກໝົດ.
ຍາມນີ້ໃນແຕ່ລະປີ, ຊາວບ້ານກໍ່ໄດ້ພາກັນອອກຈາກບ້ານຄືກັນກັບວ່າໄດ້ນັດໝາຍກັນໄວ້ກ່ອນແລ້ວ ເພື່ອເຂົ້າຮ່ວມຂະບວນການຂໍທານຢູ່ຕ່າງຖີ່ນ. ຢູ່ເມືອງຢຽນຊວນຊາວນາຂອງບ້ານຕ່າງໆຫຼາຍກວ່າເຄິ່ງໜຶ່ງມັກຈະອອກໄປຂໍທານໃນ ຍາມນີ້, ລວມທັງຫົວໜ້າກອງຜະລິດຈຳນວນໜຶ່ງກໍ່ເຊັ່ນກັນ.
ປີ 2004 ໃນເວລາໃຫ້ສຳພາດຕໍ່ສະຖານີວິທະຍຸໂທລະພາບຢຽນອ່ານ, ທ່ານສີຈິ້ນຜິງຫວນຄືນວ່າ, ເວລານັ້ນ ຄົນທັງຫຼາຍມັກເວົ້າເຖິງເພິ່ນກ່ຽວກັບ ເລື່ອງໜຶ່ງກໍ່ຄື ເພິ່ນເອົາເຂົ້າຈີ່ໃຫ້ໝາ. ເພິ່ນວ່າ, ໃນເວລາມຽນຖົງພາຍ, ເພິ່ນ ເຫັນວ່າ ມີເຂົ້າຈີ່ເຄິ່ງກ້ອນທີ່ເອົາມາຈາກປັກກິ່ງນັ້ນບູດແລ້ວ, ເພິ່ນກໍ່ຖິ້ມໃຫ້ ໝາກິນ. ຊາວບ້ານບໍ່ເຄີຍເຫັນເຂົ້າຈີ່ມາກ່ອນ ແລະບໍ່ ເຄີຍຊິມຈັກເທື່ອ, ເມື່ອໄດ້ຍິນທ່ານສີຈິ້ນຜິງບອກວ່າແມ່ນເຂົ້າຈີ່, ເຂົາເຈົ້າບໍ່ເຂົ້າໃຈວ່າເປັນ ຫຍັງເອົາສິ່ງດີໆແບບນີ້ໃຫ້ໝາກິນ, ຈິ່ງພາກັນເວົ້າວ່າພວກໄວໜຸ່ມປັນຍາຊົນຈາກຕົວເມືອງນັ້ນບໍ່ເຫັນຄຸນຄ່າອາຫານ, ແລະບອກໃຫ້ທຸກຄົນທົ່ວເມືອງຮູ້ເລື່ອງນີ້ໝົດ.
ໃນບົດຄວາມເລື່ອງ “ຂ້ອຍແມ່ນລູກຊາຍຂອງທີ່ດິນເຫຼືອງ” ທີ່ທ່ານສີຈິ້ນ ຜິງຂຽນນັ້ນ,ທ່ານໄດ້ສຳ ຫຼວດຕົນເອງຄືນຄືແນວນີ້ວ່າ: “ໃນເວລາດຳລົງຊີວິດຢູ່ຊົນນະບົດ ເພື່ອຮຽນຮູ້ໃນການອອກແຮງງານ, ຂ້ອຍອາຍຸຍັງນ້ອຍ, ບໍ່ມີຄວາມອົດທົນ, ແລະບໍ່ໄດ້ໃສ່ໃຈກັບຄວາມສາມັກຄີປານໃດ, ຄົນອື່ນໄປຊົນ ນະບົດແມ່ນເພື່ອ ຂຶ້ນພູລົງຫ້ວຍ ອອກແຮງງານແທ້ໆ, ແຕ່ຂ້ອຍພັດເຮັດ ຕາມໃຈຕົນເອງຫຼາຍ, ສະນັ້ນ ພໍ່ແມ່ຊາວບ້ານຈິ່ງບໍ່ມັກຂ້ອຍປານໃດ.”
ຄຳວ່າ ສາມັກຄີ ທີ່ທ່ານສີຈິ້ນຜິງກ່າວເຖິງນັ້ນແມ່ນມາຈາກການສັ່ງສອນ ຂອງທ່ານສີຈົ້ງຊຸນ ພໍ່ຂອງເພິ່ນເອງ. ທ່ານສີຈິ້ນຜິງມັກເວົ້າວ່າ :“ພໍ່ຂ້ອຍມັກ ເວົ້າກ່ຽວກັບຄວາມສາມັກຄີກັບຂ້ອຍຕະຫຼອດ, ແລະສັ່ງສອນໃຫ້ພວກເຮົາຕັ້ງແຕ່ນ້ອຍວ່າ ຕ້ອງກາຍເປັນຄົນທີ່ມີສາມັກຄີກັບຄົນອື່ນ,ເຈົ້າຢູ່ກັບຄົນອື່ນ ເຮັດຫຍັງກໍ່ຕາມ ຈະເອົາແຕ່ໃຈຕົນເອງ ແມ່ນບໍ່ໄດ້ຢ່າງເດັດຂາດ.”
ດ້ວຍທັດສະນະກ່ຽວກັບຄວາມສາມັກຄີແບບນີ້, ທ່ານສີຈິ້ນຜິງ ເລີ່ມປັບ ຕົນເອງໃຫ້ເຂົ້າກັບໝູ່ເພື່ອນແລະປະຊາຊົນ, ແລະເຂົ້າກັບຊົນນະບົດ. ຍ້ອນ ມີທັດສະນະຄວາມສາມັກຄີກັບຄົນອື່ນ, ຈິ່ງເຮັດໃຫ້ທ່ານມີພື້ນຖານ ຢູ່ກັບປະ ຊາຊົນ, ແລະມີຄວາມສາມັກຄີກັບປະຊາຊົນ, ການທີ່ເຮັດໄດ້ດີໃນດ້ານຄວາມ ສາມັກຄີກັບຄົນອື່ນໄດ້, ໄດ້ກາຍເປັນຈຸດເດັ່ນອັນໜຶ່ງຂອງພິ່ນໃນຮູບແບບ ການເປັນຜູ້ນຳ.
ເໝືອນກັບໄດ້ປ່ຽນເປັນຄົນໃໝ່, ທ່ານສີຈິ້ນຜິງພະຍາຍາມຫຼຸດຄວາມ ແຕກໂຕນກັນລະຫວ່າງ ການເປັນເດັກປັກກິ່ງກັບເດັກຊົນນະບົດ.
ສຳລັບທ່ານສີຈິ້ນຜິງແລ້ວ, ສິ່ງທີ່ຢູ່ຍາກ ແລະລຳຄານໃຈເພິ່ນ ທີ່ສຸດນັ້ນກໍ່ຄື ໝັດ. ເພິ່ນມັກແພ້ຜິວໜັງ, ເມື່ອຖືກໝັດກັດ ແລະເກົາແລ້ວ, ກໍ່ຈະບວມຂຶ້ນເປັນຕຸ່ມແດງ, ແຮງເກົາກໍ່ແຮງຄັນ, ທໍລະມານທີ່ສຸດ.
ສະນັ້ນ ທ່ານສີຈິ້ນຜິງກັບໝູ່ໄດ້ຊອກຫາທຸກວິທີທາງເພື່ອຕ້ານກັບໝັດ. ຫຼັງຈາກນັ້ນສອງປີ, ເພິ່ນກໍ່ລຶ້ງ, ເຖິງວ່າໝັດຈະກັດແນວໃດກໍ່ຕາມ, ກໍ່ສາມາດນອນຫຼັບຝັນດີໄດ້.
ຕາມຊາວບ້ານເຫັນວ່າ, ທ່ານສີຈິ້ນຜິງເປັນຄົນທີ່ມີຄວາມຮູ້ຫຼວງຫຼາຍ, ນິດໃສກໍ່ເຂົ້າກັບຄົນງ່າຍ, ບໍ່ມັກເວົ້າຮຸນແຮງ ແຕ່ກໍ່ບໍ່ຕາຍຕົວ, ເປັນຄົນເຮັດ ແທ້ທຳຈິງ.
ທ່ານສີຈິ້ນຜິງທີ່ພົ້ນອອກຈາກສີສັນຕົວເມືອງນັ້ນ ໄດ້ກາຍເປັນໝູ່ເພື່ອນ ຂອງໄວໜຸ່ມຢູ່ຊົນນະບົດ, ເພິ່ນໄດ້ເອົາເກີບຂອງຕົນເອງໃຫ້ໝູ່ທີ່ທຸກຍາກ, ແລະຕັດຜົມໃຫ້ໝູ່, ມີໄລຍະໜຶ່ງ ເພິ່ນຍັງເປັນຄູຝຶກການລອຍນ້ຳ ໃຫ້ໄວໜຸ່ມໃນບ້ານໂດຍສອນວິທີລອຍນ້ຳແບບກົບໃຫ້ເຂົາເຈົ້າ.
ຫຼັງຈາກນັ້ນ, ພໍ່ແມ່ປະຊາຊົນພາຍໃນໄດ້ຍອມຮັບຕໍ່ເດັກນ້ອຍປັກກິ່ງຄົນ ນີ້ດ້ວຍຄວາມຈິງໃຈ, ແລະທ່ານສີຈິ້ນຜິງກໍ່ໄດ້ກາຍເປັນ ຊ່ອງທາງ ແລະດວງ ຕາທີ່ໃຫ້ຊາວບ້ານຊອກຮູ້ກັບໂລກພາຍນອກ.
ຄຳເຫັນ
0