ເມື່ອຫາກໍ່ໄປຮອດບ້ານຫຼຽງເຈ່ຍເຫີ, ທ່ານສີຈິ້ນຜິງພ້ອມກັບໝູ່ແມ່ນໄດ້ກິນເຂົ້າກັບປະຊາຊົນພາຍໃນບ້ານ, ເຂົາເຈົ້າໄດ້ເລືອກເອົາແນວກິນທີ່ດີ ທີ່ຕົນເອງເສຍດາຍກິນມາແຕ່ງ ໃຫ້ເພິ່ນແລະໝູ່ກິນ, ເວລາເຂົາເຈົ້າກິນ ເດັກນ້ອຍໃນເຮືອນນັ້ນກໍ່ຢືນເບິ່ງດ້ວຍຄວາມ ຢາກກິນນຳ.
ຊີວິດຢູ່ຊົນນະບົດເຖິງວ່າແຕກໂຕນກັບຊີວິດຢູ່ປັກກິ່ງຢ່າງຫຼວງຫຼາຍກໍ່ຕາມ, ແຕ່ຢູ່ຊົນນະບົດ ຊີວິດ ຂອງເຂົາເຈົ້າແມ່ນດີກວ່າຊາວບ້ານທ້ອງຖີ່ນ. ຢູ່ບ້ານຫຼຽງເຈ່ຍເຫີ, ຊາວບ້ານໄດ້ມີທັນຍາຫານ 10 ໂລຕໍ່ຄົນຕໍ່ເດືອນເທົ່ານັ້ນ, ຍັງບໍ່ເຖິງເຄິ່ງໜຶ່ງຂອງພວກໄວ ໜຸ່ມປັນຍາຊົນທີ່ລົງໄປຊົນນະບົດ. ເພື່ອກິນອີ່ມ, ຊາວບ້ານຈຳເປັນຕ້ອງເອົາເປືອກເຂົ້າ, ຜັກປ່າ ແລະໃບເຂົ້າເບຼມາແຕ່ງກິນ.
ຕໍ່ມາ ພວກໄວໜຸ່ມປັນຍາຊົນຈຳເປັນຕ້ອງແຕ່ງກິນເອົາເອງ. ເມື່ອແຕ່ງກິນເອງແລ້ວ, ພວກໄວໜຸ່ມປັນຍາຊົນຈິ່ງຮູ້ວ່າ ການແຕ່ງກິນຄາບໜຶ່ງບໍ່ແມ່ນເລື່ອງງ່າຍ ເຊິ່ງບໍ່ງ່າຍນັ້ນສະແດງເຖິງການຊອກຫາຟືນ ເພາະ ວ່າຢູ່ເທິງພູ ມີແຕ່ດິນເຮື້ອ, ບໍ່ມີທັງຕົ້ນໄມ້ ແລະພູມໄມ້, ສະນັ້ນ ເລື່ອງຟືນຈິ່ງບໍ່ຕ້ອງເວົ້າເຖິງເລີຍ.
ປະຊາຊົນທ້ອງຖີ່ນນັ້ນ ໄດ້ເອົາໃຈໃສ່ໃນການເກັບໂຮມຟືນທີ່ສຸດ, ເວລາງົວຂີ້ ກໍ່ເອົາມືໂຕ່ງໄວ້ແລ້ວຖີ້ມໃສ່ຝາເຮືອນທີ່ກໍ່ດ້ວຍດິນ ຕາກແຫ້ງແລ້ວ ກໍ່ເອົາໄປຈູດໄຟໄດ້. ເວລາຝົນຕົກໜັກ ມີນ້ຳປ່ໄຫຼທັ່ງລົງມາ, ຫຼັງຈາກນັ້ນ ຊາວບ້ານກໍ່ສ່ຽງໄພໄປທາວເອົາກິ່ງໄມ້ທີ່ຖືກນ້ຳທັ່ງລົງມາຈາກພູ ແລະຊາວ ບ້ານຍັງໄຕ່ຂຶ້ນໜ້າຜາ ເພື່ອຕັດເອົາພູມໄມ້ ທີ່ມີໜາມ ໄມ້ໜາມແບບນີ້ນານໄຫມ້ຫຼາຍ ເຊິ່ງເຮັດໃຫ້ຫຼາຍຄົນຕົກເຫວຕາຍ ຫຼືເສຍອົງຄະກໍ່ມີຫຼາຍເຊັ່ນກັນ.
ພວກໄວໜຸ່ມປັນຍາຊົນທີ່ມາຈາກຕົວເມືອງນັ້ນ ປິນຂຶ້ນໜ້າຜາບໍ່ໄດ້ ແລະບໍ່ສາມາດຕັດໄມ້ໜາມໄດ້, ກໍ່ໄປຕັດຫຍ້າຄາຢູ່ເທິງພູ, ແຕ່ຫຍ້າຄານັ້ນ ເບິ່ງໄປຄືຊິຫຼາຍ ແຕ່ຍັດເຂົ້າເຕົາໄຟແລ້ວ ພັດໄໝ້ງ່າຍ, ຫຍ້າຄາທີ່ໄວໜຸ່ມປັນຍາຊົນ 6 ຄົນຕັດເອົາມານັ້ນ ແຕ່ງກິນຄາບໜຶ່ງກໍ່ບໍພໍ. ຫຼັງຈາກນັ້ນ ເມື່ອໄດ້ຮັບ ການອະນຸມັດຈາກກອງຜະລິດຂອງບ້ານ ເຂົາເຈົ້າຈິ່ງໄດ້ເອົາຕົ້ນສາລີເປັນຟືນແທນ, ຈິ່ງສາມາດແກ້ໄຂບັນຫາເລື່ອງ ຟືນນີ້ໄດ້.
ການກິນບໍ່ອີ່ມ ຫິວເຂົ້າແມ່ນເລື່ອງທຳມະດາທີ່ເກີດຂຶ້ນເລື້ອຍໆ. ບາງເທື່ອກອງຜະລິດ ຂອງບ້ານກໍ່ໄດ້ບົດເຂົ້າເບຼໃຫ້ເປັນແຫ້ງແລ້ວໃຫ້ພວກໄວໜຸ່ມປັນຍາຊົນ, ເພື່ອໃຫ້ເຂົາເຈົ້າມີຊີ ວິດທີ່ດີຂຶ້ນກວ່າເກົ່າ. ເວລາໄປອອກ ແຮງງານເທື່ອໜຶ່ງ, ທ່ານສີຈິ້ນຜິງໄດ້ເອົາຂະໜົມທີ່ເຮັດ ດ້ວຍແປ້ງເຂົ້າເບຼນັ້ນເປັນອາຫານທ່ຽງ, ຮອດເວລາກິນອາຫານທ່ຽງ ເພິ່ນສັງເກດເຫັນວ່າ ຊາວ ບ້ານແມ່ນກິນແຕ່ອາຫານ ທີ່ເຮັດດ້ວຍເປືອກເຂົ້າທໍ່ນັ້ນ ເພິ່ນກໍ່ໜ້າອາຍທີ່ກິນເຂົ້າໜົມຂອງຕົນ ເອງ, ກໍ່ເລີຍເອົາໃຫ້ແມ່ ຍິງຢູ່ບ່ອນນັ້ນແບ່ງກັນກິນ, ສ່ວນເພິ່ນເອງແມ່ນບໍ່ໄດ້ກິນຫຍັງເລີຍ.
ທ່ານສີຈິ້ນຜິງເຄີຍໄດ້ກິນເຂົ້າຈ້າວຄາບໜຶ່ງ ເຊິ່ງເປັນພຽງຄັ້ງດຽວທໍ່ນັ້ນໃນຕະຫຼອດໄລຍະ 7 ປີທີ່ອອກແຮງງານຢູ່ບ້ານຫຼຽງເຈ່ຍເຫີ. ໃນຍາມນັ້ນ ເຂົ້າຈ້າວຫາຍາກທີ່ສຸດ ຢູ່ພາກເໜືອ ຂອງແຂວງ ສ້ານຊີຈີນ, ຈົນຮອດມືບຸນ ຫຼືປີໃໝ່ ກໍ່ບໍ່ໄດ້ກິນເລີຍ.
ທ່ານສີຈິ້ນຜິງໄດ້ຮັບຄວາມອົບອຸ່ນຈາກ ຊາວບ້ານຂອງຫຼຽງເຈ່ຍເຫີ. ທ່ານເວົ້າວ່າ :“ເວລາຂ້ອຍຫິວເຂົ້າ ຊາວບ້ານໄດ້ແຕ່ງກິນໃຫ້, ເວລາເສື້ອຂ້ອຍເປື້ອນແລ້ວ, ແມ່ນພວກເພິ່ນ ຊັກໃຫ້ສະອາດ, ໂສ້ງຂາດ ພວກເພິ່ນຫຍິບໃຫ້......”
ບ້ານຊົນນະບົດມີບັນຍາກາດລຽບງ່າຍ, ມາດຖານຕີລາຄາຄຸນສົມບັດຂອງຊົນນະບົດ ກໍ່ງ່າຍ ດາຍແລະຈະແຈ້ງຄື: ມີຄວາມອົດທົນ, ເປັນຄົນຈິງໃຈ, ກໍ່ຈະໄດ້ຮັບຄວາມເຄົາລົບນັບຖືຈາກຄົນທັງຫຼາຍ.
ຢູ່ບ້ານຫຼຽງເຈ່ຍເຫີ, ວຽກທີ່ທ່ານສີຈິ້ນຜິງເຮັດຫຼາຍທີ່ສຸດກໍ່ຄື ສ້າງເຂື່ອນ.
ໃນເວລານັ້ນ ຢູ່ຊົນນະບົດບໍ່ມີເຄື່ອງຈັກຂະໜາດໃຫຍ່, ການສ້າງເຂື່ອນລ້ວນແຕ່ແມ່ນໃຊ້ແຮງງານຄົນແລະສ້າງດ້ວຍດິນ, ແລ້ວທຸບໃຫ້ໜາແໜ້ນ, ຕ້ອງໃຊ້ແຮງຫຼາຍ, ແລະເປັນວຽກ ທີ່ໜັກທີ່ສຸດ.
ເວລານັ້ນ ບໍ່ມີການປ້ອງກັນໃນການອອກແຮງງານ, ບໍ່ມີຊົບມືໃສ່, ທ່ານສີຈິ້ນຜິງ ໄດ້ກຳເອົາໄມ້ ຄ້ອນທັບດິນຢ່າງແຮງ, ເມື່ອເຮັດແນວນີ້ໝົດມື້ແລ້ວ, ມືໂພງຂຶ້ນ. ມື້ຕໍ່ມາເຮັດຕໍ່, ບ່ອນໂພງນັ້ນແຕກແລະເລືອດໄຫຼອອກມາ, ບໍ່ວ່າຈະອິດເມື່ອຍຫຼືລຳບາກແນວໃດກໍ່ຕາມ, “ຈິ້ນຜິງເປັນຄົນເອົາການເອົາງານມາຕະຫຼອດ” ນີ້ຄືການຕີລາຄາຂອງຊາວບ້ານ.
ການສ້າງເຂື່ອນ ສ່ວນຫຼາຍແມ່ນສ້າງໃນລະດູໜາວ ທີ່ເປັນໄລຍະຫວ່າງການເຮັດໄຮ່ ເຮັດນາ, ແຕ່ກໍ່ເປັນໄລຍະທີ່ລຳບາກທີ່ສຸດ. ຫຼຽງໂຢຊ່າງ ຊາວບ້ານແຫ່ງນັ້ນຍັງຈື່ວ່າ, ໃນໄລຍະ ເດືອນສອງ ເດືອນສາມຕາມຈັນທະຄະຕິຈີນ, ຢູ່ພາກເໜືອແຂວງສ້ານຊີ ຫິມະຫາກໍ່ລະລາຍ, ທ່ານສີຈິ້ນຜິງກໍໄດ້ກໍ້ຂາໂສ້ງຂຶ້ນ ແລະຢືນຢູ່ໃນນ້ຳເຢັນດ້ວຍຕີນເປົ່າ ເພື່ອສ້າງ ເຂື່ອນ......
ຈົນເຮັດໃຫ້ຄົນທັງຫຼາຍຍົກໂປ້ໃຫ້ຕໍ່ທ່ານສີຈິ້ນຜິງທີ່ບໍ່ເສຍດາຍກຳລັງແຮງຂອງຕົນ ເອງນັ້ນວ່າ “ໄວໜຸ່ມທີ່ດີ!”
ໃນຂະນະທີ່ຮຽນການອອກແຮງງານນຳຊາວກະສິກອນ, ທ່ານສີຈິນຜິງກໍ່ຍາດເວລາອ່ານ ໜັງສືເພື່ອ ໃຫ້ຈິດໃຈຂອງຕົນເອງມີຄວາມອຸດົມສົມບູນຂຶ້ນຕື່ມ.
ຊາວບ້ານຫຼຽງເຈ່ຍເຫີ ມັກຈະເຫັນທ່ານສີຈິ້ນຜິງອ່ານປື້ມໜາທໍ່ດິນຈີ່ໃນເວລາກິນເຂົ້າ ຫຼືໃນເວລາລ້ຽງແກະ.
ໃນເວລານັ້ນ ບໍ່ມີໄຟຟ້າ, ຫຼັງຟ້າມືດແລ້ວ ທົ່ວບ້ານຫຼຽງເຈ່ຍເຫີກໍ່ງຽບລົງ. ມີແຕ່ບ່ອນຢູ່ ຂອງທ່ານສີຈິ້ນຜິງຍັງເຫັນມີແສງຮຸ່ງໜ້ອຍໜຶ່ງສ່ອງອອກມາ, ບໍ່ມີໃຜຮູ້ວ່າ, ແສງທຽນທີ່ອ່ອນໆ ນີ້ ໄດ້ນຳເອົາຄວາມຮຸ່ງເຮືອງແນວໃດມາໃຫ້ທ່ານສີຈິ້ນຜິງ.
ເມື່ອໄປຮອດບ້ານຫຼຽງເຈ່ຍເຫີສອງສາມປີແລ້ວ, ທ່ານສີຈິ້ນຜິງກໍເວົ້າພາສາທ້ອງຖີ່ນນັ້ນໄດ້ ຢ່າງລ່ຽນໄຫຼຄ່ອງແຄ້ວດີ.
ກ່ຽວກັບວຽກງານຕ່າງໆຄື: ການກຽມດິນ, ການຫາບຝຸ່ນຄອກ, ໄຖນາ, ຂຸດດິນ, ເກັບກ່ຽວ, ຫາບເຂົ້າ ຄົນອື່ນເຮັດແນວໃດ, ທ່ານສີຈິ້ນຜິງກໍ່ຮຽນໄປນຳ, ເມື່ອພົບພໍ້ກັບບັນຫາທີ່ບໍ່ຮູ້, ເພິ່ນກໍ່ຖາມໂລດ, ຈິ່ງຄ່ອຍໆກາຍເປັນມືເກັ່ງໃນດ້ານການເຮັດໄຮ່ເຮັດນາ ແລະຮູ້ດີກ່ຽວກັບ ວຽກງານຢູ່ຊົນນະບົດທຸກຢ່າງ.
ບ້ານຫຼຽງເຈ່ຍເຫີ ໄດ້ສອນໃຫ້ທ່ານສີຈິ້ນຜິງຮູ້ ກ່ຽວກັບບ້ານຊົນນະບົດ, ສ່ວນເພິ່ນ ເອງກໍ ໄດ້ນຳເອົາຄວາມຮູ້ທີ່ກ້າວໜ້າໄປສອນໃຫ້ຊາວບ້ານບ້ານຫຼຽງເຈ່ຍເຫີເຊັ່ນກັນ.
ຢູ່ບ້ານຫຼຽງເຈ່ຍເຫີ ເຄີຍມີຄົນໜຶ່ງເປັນຄົນຂີ້ຄ້ານມັກງ່າຍ, ຕີນສັ້ນມືຍາວ. ມີເທື່ອໜຶ່ງ ລາວລັກເອົາຜັກບົ່ວໃນບ້ານ ແຕ່ຖືກຈັບໄດ້, ຖ້າອີງຕາມປະເພນີໃນບ້ານແລ້ວ ແມ່ນຕ້ອງໄຂ ກອງປະຊຸມທົ່ວບ້ານ ເພື່ອໃຫ້ໝົດທຸກຄົນໃນບ້ານປ່ຽນກັນມາຕຳນິລາວ. ແຕ່ທ່ານສີຈິ້ນຜິງບໍ່ໄດ້ ຕຳນິ, ຫາກແມ່ນເວົ້າຢ່າງມີເຫດມີຜົນ, ໃຫ້ລາວຕ້ອງແກ້ໄຂຂໍ້ຜິດພາດຂອງຕົນເອງ, ລາວຟັງແລ້ວ ກໍ່ຍອມຮັບເປັນຢ່າງດີ.
ວິທີແກ້ໄຂບັນຫາທີ່ມີເຫດມີຜົນຂອງທ່ານສີຈິ້ນຜິງຄືແນວນີ້ ເຮັດໃຫ້ຊາວບ້ານຫຼຽງເຈ່ຍເຫີ ເຄົາລົບນັບຖື ແລະຍ້ອງວ່າ: “ຍັງແມ່ນເດັກຈາກປັກກິ່ງທີ່ມີຄວາມສາມາດກວ່າ”. ໃນທີ່ສຸດ, ນັກເລງໃນ ສາຍຕາຂອງຄົນທັງຫຼາຍຄົນນີ້ເລີ່ມມີການປ່ຽນແປງ, ຕັ້ງໜ້າເຂົ້າຮ່ວມການອອກ ແຮງງານໃນບ້ານ, ກາຍເປັນຄົນດີ. ແລະທ່ານສີຈິ້ນຜິງ ກໍ່ເວົ້າຕໍ່ຊາວບ້ານວ່າ: “ລາວພຽງແຕ່ກະ ທຳຜິດນ້ອຍດຽວທໍ່ນັ້ນ, ປ່ຽນໄດ້, ແມ່ນຄົນທີ່ພວກເຮົາຍັງສາມັກຄີນຳລາວໄດ້, ສະນັ້ນ ສຳຄັນແມ່ນຕ້ອງ ສຶກສາໃຫ້ລາວຮູ້.
ເຄົາລົບຄົນອື່ນ, ຊ່ວຍເຫຼືອຄົນອື່ນ, ແລະສາມັກຄີຄົນອື່ນ, ຄົນທັງຫຼາຍກໍ່ຄິດວ່າ ໄວໜຸ່ມປັນຍາຊົນທີ່ບໍ່ມັກປາກມັກເວົ້າປານໃດຄົນນີ້ ບໍ່ແມ່ນທຳມະດາ. ຫຼັງຈາກນັ້ນແລ້ວ ເມື່ອພົບພໍ້ກັບ ບັນຫາຫຍັງ, ເຂົາເຈົ້າກໍ່ມັກໄປປຶກສາກັບທ່ານສີຈິ້ນຜິງ.
ຄຽງຄູ່ກັບການເວລາຜ່ານໄປ, ທ່ານສີຈິ້ນຜິງກໍ່ໄດ້ກາຍເປັນບຸກຄົນໃຈກາງຢູ່ບ້ານຫຼຽງ ເຈ່ຍເຫີໄປແລ້ວ. ຊາວບ້ານມັກໄປຢາມເຮືອນເພິ່ນ, ລົມເລື່ອງຕ່າງໆກັບເພິ່ນ, ຟັງການເລົ່າ ເລື່ອງປະຫວັດສາດ ແລະເລື່ອງໃໝ່ໆຢູ່ພາຍນອກຂອງເພິ່ນ. ທ່ານສີຈິ້ນຜິງໄດ້ກາຍເປັນ ສ່ວນໜຶ່ງຂອງບ້ານຫຼຽງເຈ່ຍເຫີຢ່າງແທ້ຈິງແລ້ວ.
ຄຳເຫັນ
0