ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເດືອນມັງກອນປີ 1974 ພູພຽງດິນເຫຼືອງຢູ່ໃນລະດູໜາວ, ໃກ້ຊິຮອດບຸນກຸດຈີນແລ້ວ, ພໍ່ແມ່ຊາວບ້ານຫຼຽງເຈ່ຍເຫີ ກຳລັງຂຸ້ນຂ້ຽວກະກຽມຕ້ອນຮັບປີໃໝ໋.
ເວລານັ້ນ ທ່ານສີຈິ້ນຜິງຫາກໍ່ໄດ້ຮັບເລືອກເປັນເລຂາຄະນະພັກກອງຜະລິດ, ທ່ານໄດ້ພິຈາລະນາຕະຫຼອດວ່າຈະເຮັດແນວໃດໃຫ້ບ້ານຫຼຽງເຈ່ຍເຫີພັດທະນາຂຶ້ນ.
ມື້ໜຶ່ງ ທ່ານກຳລັງອ່ານໜັງສືພິມປະຊາຊົນລາຍວັນ ພົບເຫັນການແຈ້ງຂ່າວສອງບົດກ່ຽວກັບແຂວງເສສວນສົ່ງເສີມການໃຊ້ແກສຊີວະພາບ, ເພິ່ນກໍ່ຄິດວ່າ ຖ້າບ້ານເຮົາມີແກສຊີວະພາບໃນການແຕ່ງກິນແລະມີແສງຮຸ່ງ ກໍ່ຈະເປັນການດີ!
ບ້ານຫຼຽງເຈ່ຍເຫີຕັ້ງຢູ່ບ່ອນຫ່າງໄກສອກຫຼີກ, ຖ້າວ່າໃຊ້ຖ່ານຫີນເປັນເຊື້ອໄຟ ກໍ່ຕ້ອງອອກໄປຂົນເອົາຢູ່ບໍ່ຖ່ານຫີນທີ່ໄກຈາກບ້ານປະມານ 50 ກວ່າຫຼັກ. ແຕ່ໃດມາ ປະຊາຊົນລ້ວນແຕ່ຕັດໄມ້ເພື່ອເຮັດເປັນຟືນ, ເຮັດແນວນີ້ ເຮັດໃຫ້ນ້ຳເຊາະດິນເຈື່ອນ, ກະທົບເຖິງການພັດທນະດ້ານກະສິກຳ, ຖ້າວ່າມີແກສຊີວະພາບ, ພໍ່ພຽງແຕ່ສາມາດແກ້ໄຂບັນຫາພະລັງງານຂອງຊົນນະບົດ, ປົດປ່ອຍກຳລັງການຜະລິດໄດ້ທໍ່ນັ້ນ, ຍັງສາມາດເຮັດໃຫ້ສະພາບ ຫ້ອງນ້ຳຢູ່ໃນບ້ານດີຂຶ້ນ, ແລະເຮັດໃຫ້ສະພາບແວດລ້ອມຂອງລ້ານມີຄວາມສະອາດດີຂຶ້ນ, ທັງແກ້ໄຂບັນຫາຝຸ່ນກະສິກກຳ, ແລະສາມາດເພີ່ມປະລິມານການຜະລິດທັນຍາຫານໄດ້ອີກ. ດັ່ງນັ້ນ, ແກສຊີວະພາບ ກໍ່ຄື ກະແຈດວງໜຶ່ງທີ່ແກ້ໄຂບັນຫາຊີວິດການເປັນຢູ່ແລະການຜະລິດໃນຊົນນະບົດ!
ເຖິງວ່າມີຄວາມມຸ້ງຫວັງທີ່ດີຕໍ່ການນຳໃຊ້ແກສຊີວະພາບກໍ່ຕາມ, ແຕ່ທ່ານສີຈິ້ນຜິງກໍ່ໄດ້ພິຈາລະນາບັນຫານີ້ດ້ວຍຄວາມໃຈເຢັນ: ອາກາດຢູ່ແຂວງເສສວນຕ່າງກັບອາກາດຂອງພາກເໜືອສ້ານຊີຫຼາຍ, ກະແຈດວງນີ້ທີ່ມາຈາກແຂວງເສສວນຈະໄຂລູກກະແຈຂອງແຂວງສ້ານຊີນີ້ໄດ້ແທ້ຫຼືບໍ?
ທ່ານສີຈິ້ນຜິງແມ່ນຄົນທີ່ມັກປະຕິບັດຕົວຈິງ, ເພິ່ນຕັດສິນໃຈໄປຊອກຫາຄຳຕອບຢູ່ແຂວງເສສວນດ້ວຍຕົນເອງ.
ທ່ານໄດ້ຍ່າງໄປຕາມທາງ 20 ກວ່າຫຼັກໄປຮອດໃນເມືອງ, ແລ້ວລາຍງານຂໍ້ສະເໜີກ່ຽວກັບການພັດທະນາແກສຊີວະພາບ ແລະຄວາມຄິດທີ່ຢາກໄປຖອດຖອນບົດຮຽນຢູ່ແຂວງເສສວນ, ແລະໄດ້ຮັບການອະນຸມັດຈາກຄະນະພັກເມືອງ. ຫຼັງບຸນກຸດຈີນປີນັ້ນ, ທ່ານສີຈິ້ນຜິງກໍ່ໄດ້ຢືມຄ່າເດີນທາງຈາກໝູ່, ແລະພາໝູ່ສາມຄົນເດີນທາງໄປແຂວງເສສວນ.
ທ່ານຢາງຊາວ ຮອງຫົວໜ້າໜ່ວຍນຳພາການເຜີຍແຜ່ວຽກງານການພັດທະນາແກສຊີວະພາບຢູ່ແຂວງເສສວນເຄີຍເຮັດວຽກຢູ່ເມືອງຢຽນອ່ານເປັນເວລາ 8 ປີກ່ອນສ້າງຕັ້ງປະເທດຈີນໃໝ່, ດ້ວຍຄວາມຮັກແພງດ້ານການປະຕິວັດອັນພິເສດ, ທ່ານໄດ້ຕ້ອນຮັບທ່ານສີຈິ້ນຜິງພ້ອມໝູ່ຢ່າງອົບອຸ່ນ, ແລະໄດ້ແນະນຳສະພາບການພັດທະນາແກສຊີວະພາບຢູ່ເສສວນຢ່າງລະອຽດ, ແລະສົ່ງເຂົາເຈົ້າໄປທັດສະນະສຶກສາຢູ່ຊານເມືອງເສິງຕູ ແລະໜ່ວຍງານຄົ້ນຄວ້າວິທະຍາສາດ ແກສຊີວະພາບ.
ການທັດສະນະສຶກສາໄດ້ກາຍເປັນຂະບວນການທີ່ສ້າງຄວາມໝັ້ນໃຈອັນເຂັ້ມແຂງ, ເມື່ອກັບຈາກແຂວງເສສວນແລ້ວ, ທ່ານສີຈິ້ນຜິງຕົກລົງພັດທະນາແກສຊີວະພາບຢູ່ບ້ານຫຼຽງເຈ່ຍເຫີ.
ແຕ່ວ່າ ບັນຫາຫຍຸ້ງຍາກເກີດຂຶ້ນຢ່າງຕໍ່ເນື່ອງທີ່ຫຼາຍກວ່າການຄາດໄວ້.
ກ່ອນອື່ນ ຈະສ້າງອ່າງແກສຢູ່ບ່ອນໃດ? ເດີນບ້ານຂອງຊາວບ້ານສ່ວນຫຼາຍແມ່ນສ້າງດ້ວຍດິນທີ່ຖືກຂຸດອອກໃນເວລາສ້າງເຮືອນຖ້ຳ, ແຕ່ດິນຊະນິດນີ້ຜຸຜ່ອຍຫຼາຍ, ບໍ່ເໝາະໃນການຂຸດເປັນອ່າງ. ເສັ້ນທາງຢູ່ນອກແລະໃນບ້ານມີຄົນຍ່າງໄປຍ່າງມາຕະຫຼອດ ແລະເປັນທາງແຄບຄົດລ້ຽວຫຼາຍ, ສະນັ້ນ ຈິ່ງບໍ່ເໝາະກັບການຂົນສົ່ງດິນຊາຍແລະຊີມັງ, ຈະຂົນໄດ້ແນວໃດ? ບັນຫາທີ່ຍາກທີ່ສຸດກໍ່ຄື: ຝາອັດອ່າງແກສຊີວະພາບຕ້ອງເຮັດດ້ວຍແຜ່ນຫີນທີ່ມີຄວາມໜາແລະໃຫຍ່ສົມຄວນ, ສ່ວນຫີນແບບນີ້ແມ່ນບໍ່ມີຢູ່ບ້ານຫຼຽງເຈ່ຍເຫີ……
ແຕ່ບັນຫາຍາກຕ່າງໆໄດ້ຮັບການແກ້ໄຂໄປແຕ່ລະຂໍ້, ການເຮັດແທ້ທຳຈິງກໍ່ຄືວິທີແກ້ໄຂທີ່ດີທີ່ສຸດ.
ບໍ່ມີກ້ອນຫີນ, ທ່ານສີຈິ້ນຜິງກໍ່ນຳພາຊາວບ້ານຂຸດດິນຢູ່ແຄມນ້ຳເລິກ 1 ແມັດປາຍ ຈິ່ງຊອກເຫັນກ້ອນຫີນ; ບໍ່ມີດິນຊາຍ, ທ່ານສີຈິ້ນຜິງໄດ້ນຳພາຊາວໜຸ່ມຫຼາຍຄົນເດີນທາງໄປຄອງນ້ຳຊຽນມາທີ່ໄກຈາກບ້ານປະມານ 8 ຫຼັກນັ້ນຂຸດດິນຊາຍໃສ່ຖົງແລ້ວ,ຫາບກັບມາ, ມື້ໜຶ່ງໄປກັບສອງເທື່ອ, ຈົນຜິວຫຼັງແຕກ, ແຕ່ບໍ່ມີໃຜຈົ່ມວ່າຫຍັງ; ບໍ່ມີປູນຂາວ,ທ່ານສີຈິ້ນຜິງກໍ່ຖາມຊ່າງປຸກເຮືອນທີ່ມີປະສົບການ ແລ້ວໄປຊອກຫິນປູນຂາວຈາກຫຼາຍບ່ອນ, ແລະສ້າງເປັນໂຮງງານນ້ອຍໆເພື່ອເຮັດປຸນຂາວເອົາເອງ……
ດ້ວຍຄວາມເຊື່ອໝັ້ນທີ່ເດັດດ່ຽວໜຽວແໜ້ນທີ່ຕ້ອງຜະລິດແກສຊີວະພາບໃຫ້ໄດ້, ທ່ານສີຈິ້ນຜິງໄດ້ສຸມໃສ່ວຽກງານຕະຫຼອດເໝືອນດັ່ງໝາກຄ່າງທີ່ໝູນຢູ່ບໍ່ເຊົາ.
ແຕ່ສຽງທີ່ແຕກຕ່າງກັນກໍ່ຍັງເກີດຂຶ້ນມາ.
ບາງຄົນເວົ້າຕໍ່ໜ້າທ່ານສີຈິ້ນຜິງທີ່ຂຸ້ນຂ້ຽວນຳການຂຸດອ່າງນັ້ນວ່າ: ບໍ່ຕ້ອງອວດເກັ່ງດອກ, ເສສວນອາກາດອຸ່ນ, ຢຽນຊວນເຮົານີ້ອາກາດໜາວ, ບ່ອນນີ້ເຮັດແກສຊີວະພາບບໍ່ໄດ້ດອກ, ຢູ່ເບື້ອງພູຊິນຫຼິນເຮົານີ້ບໍ່ເຄີຍເຮັດເປັນແກສຊີວະພາບໄດ້ຈັກເທື່ອເລີຍ.
ແຕ່ທ່ານສີຈິ້ນຜິງພັດເຊື່ອວ່າ ຄວາມຈິງກໍ່ຄືການຕອບໂຕ້ທີ່ດີທີ່ສຸດ, ອ່າງແກສຊີວະພາບທີ່ສ້າງສຳເລັດນັ້ນກໍ່ຈະບອກໃຫ້ຄົນທັງຫຼາຍຮູ້ໄດ້.
ດ້ວຍຄວາມຍຶດໝັ້ນແລະພະຍາຍາມຢ່າງລຳບາກ, ກາງເດືອນກໍລະກົດປີ 1974, ອ່າງແກສຊີວະພາບທີ່ໃຫຍ່ປະມານ 8 ແມັດກ້ອນໄດ້ສ້າງສຳເລັດແລ້ວ, ເມື່ອເປີດເຕົາແກສຊີວະພາບ, ພໍຂີດໄຟໃຕ້ໃສ່ເຕົາແກສ, ພາບທີ່ຄອງຄອຍແຕ່ດົນນັ້ນໄດ້ເກີດຂຶ້ນ: ແປວໄຟສູງຂຶ້ນເກືອບເຄິ່ງແມັດຮຸ່ງສະຫງ່າງສະໄຫວ, ແລະແກວ່ງໄປແກວ່ງມາຢ່າງຄຶກຄັກຢູ່ເທິງເຕົາ.
ສຳເລັດຜົນແລ້ວ! ຂ່າວນີ້ໄດ້ເຜີຍແຜ່ໄປທົ່ວບ້ານ, ໄປຮອດສະຫະກອນ, ໄປໃນເມືອງ, ຄົນທັງຫຼາຍຈາກທຸກສາລະທິດພາກັນມາຍາດເບິ່ງໄຟທີ່ອັດສະຈັນ ແລະໄຟສະອາດນີ້……
ເມື່ອໄດ້ເຫັນວ່າການນຳໃຊ້ແກສຊີວະພາບໃນການໃຕ້ໄຟ ແລະແຕ່ງກິນມີຄຸນນະພາບທີ່ດີຢ່າງຫຼວງຫຼາຍ, ປະຊາຊົນກໍ່ມີຄວາມຫ້າວຫັນໃນການຜະລິດແລະນຳໃຊ້ແກສຊີວະພາບ.
ສ່ວນການຜະລິດແກສຊີວະພາບຢ່າງສຳເລັດຜົນກໍ່ເຮັດໃຫ້ອົງການປົກຄອງທ້ອງຖີ່ນນັ້ນໃຫ້ຄວາມສຳຄັນ, ຄະນະພັກເມືອງຢຽນຊວນໄດ້ຕັ້ງເປົ້າໝາຍໃຫ້ທົ່ວເມືອງຈະໄດ້ໃຊ້ແກສຊີວະພາບຮອດປີ 1977, ແລະໄດ້ສົ່ງໜ່ວຍງານສະເພາະໄປຖອດຖອນບົດຮຽນຢູ່ເສສວນ.
“ຮຽນຫຼາຍທເດຍິ່ງຮູ້ຫຼາຍເທົ່ານັ້ນ”, ຮີດຄອງປະເພນີຂອງເສສວນເຮັດໃຫ້ທ່ານສີຈິ້ນຜິງມີຄວາມປະທັບໃຈຫຼາຍ, ໃນໄລຍະເດີນທາງ, ຂໍແຕ່ມີໂອກາດ ທ່ານກໍ່ໄປຊອກຮູ້ກ່ຽວກັບສະພາບການດຳລົງຊີວິດຂອງປະຊາຊົນຢູ່ທ້ອງຖິ່ນນັ້ນ, ເມື່ອພົບພໍ້ສິ່ງໃໝ່ໆ ທ່ານກໍ່ຖາມທັນທີເລີຍເພື່ອໃຫ້ໄດ້ຄຳຕອບ.
ທ່ານເຮີ້ອິ່ນກຸ້ຍ ໄວໜຸ່ມປັນຍາຊົນປັກກິ່ງທີ່ໄປນຳທ່ານສີຈິ້ນຜິງ ອຸທານວ່າ, ຈິ້ນຜິງເປັນຄົນທີ່ມັກຮຽນ ມັກຄິດ ແລະເນັ້ນການຄິດກັບການປະຕິບັດຕົວຈິງໃຫ້ເປັນເອກະພາບກັນ.
ເມື່ອກັບຮອດເມືອງຢຽນຊວນແລ້ວ, ຄະນະພັກເມືອງໄດ້ຮັບຟັງການລາຍງານຂອງໜ່ວຍງານ ແລະຕົກລົງດຳເນີນການກໍ່ສ້າງອ່າງແກສຊີວະພາບໃນທົ່ວເມືອງ. ໄດ້ຈັດຊຸດຝຶກອົບຮົມຂຶ້ນ, ໃຫ້ທ່ານສີຈິ້ນຜິງເປັນຜູ້ ຮັບຜິດຊອບສອນເຕັກນິກທີ່ກ່ຽວຂ້ອງ.
ຫຼັງຈາກນັ້ນ 15 ປີ ທ່ານສີຈິ້ນຜິງດຳລົງຕຳແໜ່ງເລຂາຄະນະພັກເມືອງນິງເຕີແຂວງຝູຈ້ຽນ ຍັງຫວນຄືນວ່າ: “ໃນເວລາອອກແຮງງານຢູ່ບ້ານຫຼຽງເຈ່ຍເຫີເມືອງຢຽນຊວນແຂວງສ້ານຊີ, ຂ້າພະເຈົ້າພຽງແຕ່ໄດ້ດຳເນີນການເຄື່ອນໄຫວວິທະຍາສາດເຕັກນິກໃນການຜະລິດແກສຊີວະພາບໃນທົ່ວບ້ານເທົ່ານັ້ນ, ແຕ່ພັດໄດ້ຮັບຜົນປະໂຫຍດຈາກການຖ່າຍທອດຄວາມກ້າວໜ໊າດ້ານວິທະຍາສາດເຕັກນິກ. ໃນເວລານັ້ນ ທຸກໆຄອບຄົວບໍ່ຈຳເປັນໃຊ້ຟືນໃນການແຕ່ງກິນ, ບໍ່ຈຳເປັນໃຊ້ນ້ຳມັນເພື່ອໃຕ້ໄຟອີກ, ໃບໜ້າຍິ້ມແຍ້ມແຈ່ມໃສຂອງພໍ່ແມ່ພີ່ນ້ອງປະຊາຊົນຈົນຮອດດຽວນີ້ຍັງຕິດຕາຂ້າພະເຈົ້າຕະຫຼອດເວລາ. ພຶດຕິກຳຢັ້ງຢືນໃຫ້ເຫັນວ່າ, ວິທະຍາສາດເຕັກນິກພັດທະນາສາມາດແກໄຂບັນຫາຊີວິດການເປັນຢູ່ແລະການຜະລິດ, ແລະກໍ່ໄດ້ຮັບການສະໜັບສະໜູນຈາກປະຊາຊົນທັງຫຼາຍ.”
ຊູ່ມື້ນີ້ ບ້ານຫຼຽງເຈ່ຍເຫີໄດ້ໃຊ້ໄຟຟ້າໝົດແລ້ວ, ແຕ່ອ່າງແກສຊີວະພາບແຫ່ງທຳອິດທີ່ທ່ານສີຈິ້ນຜິງນຳພາປະຊາຊົນຊາວບ້ານສ້າງຂຶ້ນນັ້ນຍັງຮັກສາໄວ້ຢູ່ໃນບ້ານໂດຍເປັນສັນຍາລັກແລະປະຫວັດສາດຕອນໜຶ່ງທີ່ໜ້າຈາລຶກໄວ້, ຢູ່ຂ້າງອ່າງ, ໄດ້ຕັ້ງສີລາຈາລຶກຫີນທີ່ຄວັດມີໂຕໜັງສືວ່າ:ອ່າງແກສຊີວະພາບແຫ່ງທຳອິດຂອງແຂວງສ້ານຊີ. ເສັ້ນທາງທີ່ຂະຫຍາຍກວ້າງອອກເພື່ອສ້າງອ່າງແກສຊີວະພາບໃນເວລານັ້ນ, ຈົນຮອດດຽວນີ້ກໍ່ຍັງສ້າງຄວາມສະດວກສະບາຍໃນການເດີນທາງໃຫ້ຊາວບ້ານຢູ່.
ຄຳເຫັນ
0