黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕຶກສຳ​ນັກ​ງານ​ໃຫຍ່​​ທະ​ນາ​ຄານ​ AIIB ​ສຳ​ເລັດ​ແລ້ວ

2019-10-25 17:05:44 cri

图片默认标题_fororder_111
 

ເວ​ລາ 10 ໂມງຂອງວັນ​ທີ 24 ຕຸ​ລາ​ນີ້​, ພິ​ທີ​ສ້າງ​ສຳ​ເລັດ​​ອາ​ຄານ​ການ​​ເງິນອາ​ຊີ​ເຊິ່ງ​ເປັນ​ສຳ​ນັກ​ງານ​ໃຫຍ່​ຂອງ​ທະ​ນາ​ຄານລົງ​ທຶນພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​ໄດ້​ຈັດ​ຂຶ້ນ​ຢູ່​ເຂດ​ໃຈ​ກາງ​ສວນ​ໂອ​ລິມ​ປິກ​ປັກ​ກິ່ງ. ​ອາ​ຄານດັ່ງ​ກ່າວ​ຈະ​ໃຊ້​ເປັນ​ສະ​ຖານ​ທີ່​ເຮັດ​ວຽກ​ຂອງ​ສຳ​ນັກ​ງານ​ໃຫຍ່​ທະ​ນາ​ຄານ​​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງອາ​ຊີ, ​ຖື​ວ່າ​ເປັນ​ອົງ​ການ​ການ​ເງິນ​ຫຼາຍ​ຝ່າຍ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ທີ່​ຈະ​ເຂົ້າປະ​ຈຳການ​ຢູ່​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ.

ຕຶກ​ດັ່ງ​ກ່າວ​ຕັ້ງ​ຢູ່​ເຂດ​ໃຈ​ກາງ​ຂອງ​ສວນ​ໂອ​ລິ​ມ​ປິກ​ປັກ​ກິ່ງ, ຢູ່​​ທາງ​ທິດ​ເໜືອ​ແມ່ນ​ສວນ​ປ່າ​​ສາ​ທາ​ລະ​ນະໂອ​ລິມ​ປິກ​ທີ່​​ມີ​ເນື້ອ​ທີ 680 ເຮັກ​ຕາ, ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ໃຕ້​ແມ່ນ​ໜອງ​ນ້ຳຮູບ​ຊົງ​​ມັງ​ກອນ, ຕັ້ງ​ຢູ່​ຮ່ວມ​ກັນ​ກັບ​ສູນ​ລອຍ​ນ້ຳ​ຈະ​ຕຸ​ລັດ, ​ສະ​ໜາມ​ກິ​ລາຮັ່ງ​ນົກ​ແລະ​ສິ່ງ​ກໍ່​ສ້າງ​ອື່ນໆ, ກາຍ​ເປັນ​ສິ່ງ​ກໍ່​ສ້າງ​ທີ່​​ເປັນສັນ​ຍາ​ລັກ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ.

ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​ໄດ້ສ້າງ​ຕັ້ງ​ຂຶ້ນ​ຢູ່​ປັກ​ກິ່ງ​ເມື່ອ​ວັນ​ທີ 24 ຕຸ​ລາ​ປີ 2014, ແມ່ນ​ທະ​ນາ​ຄານ​ພັດ​ທະ​ນາ​ຫຼາຍ​ຝ່າຍ​ຂອງ​ເຂດ​ອາ​ຊີ​ລະ​ຫວ່າງ​ລັດ​ຖະ​ບານ, ​ມີ​ຈຸດ​ປະ​ສົງເພື່ອ​ສະ​ໜັບ​ສະ​ໜູນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ນະ​ຄອນ​ຫຼວງ​ປັກກິ່ງ ສ​ປ ຈີນ.

ຄຳ​ເຫັນ

0