黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແນະ​ນຳ​ວິ​ດີ​ໂອ​ໂຄ​ສະ​ນາງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ​ຢ່າງ​ເປັນ​ທາງ​ການ

2019-10-28 14:21:19 cri

ວັນ​ທີ 5 ພະ​ຈິກ​ໜ້າ​ນີ້, ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ຈະ​ຈັດ​ຂຶ້ນ​ຢູ່​ສູນ​ວາງ​ສະ​ແດງ​ແຫ່ງ​ຊາດ(ຊຽງ​ໄ​ຮ້). ເນື່ອງ​ໃນ​ໂອ​ກາດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າດັ່ງ​ກ່າວໃກ້​ຈະ​ເປີດ​ຂຶ້ນ, ພາກ​ລັດ​ໄດ້​ແນະ​ນຳ​ວິ​ດີ​ໂອ​ໂຄ​ສະ​ນາ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ຢ່າງ​ເປັນ​ທາງ​ການ.

​ເນື້ອ​ໃນ​ວິ​ດີ​ໂອ​ດັ່ງ​ກ່າວ​ທີ່​ກິນ​ເວ​ລາ 1 ນາ​ທີ, ໄດ້​ແນະ​ນຳ​ຄວາມ​ໝາຍ​ແລະ​ຜົນ​ສະ​ທ້ອນ​ທາງບວກ​ທີ່ສຳ​ຄັນ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​​ທີ່​ມີຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ການ​ຄ້າ​ແລະ​ຍຸດ​ທະ​ສາດ​ຂອງ​ລັດ, ​ເຊິ່ງ​ເປັນ​ການ​ສົ່ງ​ສັນ​ຍານ​ວ່າ​ຈີນ​ຈະ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃຫ້​ນັບ​ມື້​ນັບ​ກວ້າງ​ຂວາງກວ່າ​ເກົ່າ, ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ທ່າ​ທີ​ຢ່າງ​​ຈະ​ແຈ້ງ​ແລະ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​​ເດັດ​ດ່ຽວ​ຂອງ​ຈີນ​ທີ່​ຈະ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງ​ກວ່າ​ເກົ່າ​ຕໍ່​ທົ່ວ​ໂລກ. ພ້ອມ​ກັນ​​ນີ້​ຍັງ​ໄດ້​ສົ່ງ​ຄວາມ​ປາດ​ຖະ​ໜາ​​ດີແລະ​​ຄຳອວຍ​ພອນ​ອັນ​ດີ​ງາມ​ຕໍ່​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​​ຄັ້ງໃໝ່​ຕໍ່​​ປວງ​ຊົນທກ​ຖ້ວນ​ໜ້າ.

ຄຳ​ເຫັນ

0