赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກສຶກສາລາວທີ່ປັກກິ່ງຈັດການແຂ່ງຂັນກິລາເພື່ອຂ່ຳນັບຮັບຕອ້ນວັນຊາດ ຄົບຮອບ 44 ປີ

2019-11-04 16:51:08 cri

图片默认标题_fororder_2089299749

   ສະຖານທູດ ສປປລາວ ປະຈຳປັກກິ່ງສປ ຈີນຮ່ວມກັບນັກສຶກສາລາວທີ່ປັກກິ່ງໄດ້ຈັດ ການແຂ່ງຂັນກິລາເພື່ອ​ຂ່ຳນັບຮັບຕ້ອນວັນຊາດ ສປປລາວຄົບຮອບ 44ປີ ໃນ 4 ປະເພດເຊັ່ນ: ການແຂ່ງຂັນ ບານເຕະຍິງ - ຊາຍ,ກິລາບານສົ່ງຍິງ - ຊາຍ,ກິລາດອກປີກໄກ່ ແລະ ດຶງເຊືອກຊີງຂັນລາງວັນຂອງສະຖານທູດ ສປປລາວ ປະຈຳ ສປ ຈີນ.

   ພິທີແຂ່ງຂັນດັ່ງກ່າວໄດ້ຈັດຂື້ນເມື່ອວັນທີ 2 ພະຈິກ 2019.ໂດຍການໃຫ້ກຽດເຂົ້້າຮ່ວມ ຂອງທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ສປ ຈີນ ແລະ ທ່ານໄດ້ໃຫ້ກຽດມີຄຳເຫັນຕໍ່ງານດັ່ງກ່າວວ່າ: ການຈັດບານຄັ້ງນີ້ກໍເປັນການສ້າງຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ,  ຖອດຖອນບົດຮຽນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນເພື່ອປະສົບຜົນສຳເລັດໃນການ ຮຳຮຽນທັງເປັນການຍົກບົດບາດຂອງນັກສຶກສາລາວຢູ່ໃນເວທີສາກົນ.

   ສຳລັບການແຂ່ງຂັນກິລາຂອງນັກສຶກສາລາວທີ່ປັກກິ່ງໄດ້ຈັດຂື້ນມາແຕ່ປີ 1993 ຈົນກາຍເປັນກິດຈະກຳມູນເຊື້ອ, ນອກນີ້ນັກສຶກສາຍັງໄດ້ເຂົ້າຮ່ວມເຄື່ອນໄຫວໃນກິດຈະກຳຂອງນັກສຶກສາອາຊຽນເກືອບທຸກລາຍການ ແລະ ສາມາດຍາດໄດ້ລາງວັນຕ່າງໆ.
 

ຄຳ​ເຫັນ

0