黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິມ​ສາ​ລະ​ຄະ​ດີ 8K “ເມືອງດອກຈຳ​ປີ​ໃຫຍ່” ທີ່​ສ້າງໂດຍ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ເລີ່ມ​ສາຍ​ຢ່າງ​ເ​ປັນ​ທາງ​ການ​ແລ້ວ

2019-11-04 16:36:25 cri

    ຕອນ​ຄ່ຳ​ວັນ​ທີ 3 ພະ​ຈິກ​ນີ້, ຟິມ​ສາ​ລະ​ຄະ​ດີ 8K “ເມືອງດອກຈຳ​ປີ​ໃຫຍ່” ທີ່​ສ້າງ​ໂດຍ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຫຼື CMG ເລີ່ມ​ສາຍ​ຢູ່​ສຳ​ນັກ​ງານ​ໃຫຍ່ CMG ປ​ະ​ຈຳ​ສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ຢາງ​​ຊີ​ກຽງ​ແລະ​ສູນ​ສື່​​ມວນ​ຊົນ​ສາ​ກົນ​ຊຽງ​ໄຮ້. ຟິມ​ສາ​ລະ​ຄະ​ດີ​ດັ່ງ​ກ່າວ​ໃຊ້​ດອກ​ຈຳ​ປີ​ໃຫຍ່​ເຊິ່ງ​ເປັນ​ດອກ​ໄມ້​ສັນ​ຍາ​ລັກ​ຂອງ​ນະ​ຄອນ​ຊຽງ​ໄ​ຮ້​ສື່​ທີ່ໄດ້​ບັນ​ລະ​ຍາຍເຖິງລັກສະນະ​ການ “ເປີດ​ປະ​ຕູ​ສູ່​ພາຍນອກ, ການ​ປະ​ດິດ​ສ້າງ​ໃໝ່ແລະ​ກວມ​ລວມ” ຂອງ​ນະ​ຄອນ​ຊຽງ​ໄ​ຮ້ຢ່າງ​​ຈະ​ແຈ້ງ, ແລະ​ໄດ້​ສະ​ແດງ​ພາ​ບ​ພົດ​ຂອງຕົວ​ເມືອງ​ແບບ “ກວມ​ລວມ, ສະ​ແຫວງ​ຫາ​ຄວາມຍອດ​ຍິ່ງ, ​ເປີດ​ໃຈ​ຮັບ​ສິ່ງ​ໃໝ່​ແລະ​ມີ​ວິ​ໄສ​ທັດ​ຍາວ​ໄກ, ມີ​ຈິດ​ໃຈ​ໂອບ​ເອື້ອ​ອາ​ລີ​ແລະ​ຖະ​ໜອມ​ຖ່ອມ​​ຕົວ” ຂອງ​ນະ​ຄອນ​ຊຽງ​ໄຮ້. ຟິມ​ສາ​ລະ​ຄະ​ດີ​ຈະ​ສາຍ​ຢູ່​ໂທ​ລະ​ພາບ​ແລະAPP ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ, ເພື່ອ​ສ້າງ​ບັນ​ຍາ​ກາດ​ອັນ​ຄຶກ​ຄື້ນ​ໃຫ້​ແກ່​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2.

ຄຳ​ເຫັນ

0