徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຈີນ​ພົບ​ກັບປະ​ນາ​ຍົກ​ລາວເພື່ອ​ສືບ​ຕໍ່​ການ​ຮ່ວມ​ມື​ສອງ​ຝ່າຍ

2019-11-04 14:45:36 CRI

 

图片默认标题_fororder_1125187382_15727798379321n

ຕາມ​ຂ່າວCRI:ວັນ​ທີ 3 ກັນ​ຍາ​ນີ້, ທ່ານ​ຫຼີ​ເຄີ້​ສຽງ, ນາ​ຍົກັ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ທອງ​ລຸນ ສີ​ສຸ​ລິດ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ຢູ່​ນະ​ຄອນ​ຫຼວງ​ບາງກ​ອກ​ຂອງ​ປະ​ເທດ​ໄທ.

 

ທ່ານ​ຫຼີ​ເຄີ້​ສຽງ​ກ່າວ​ວ່າ, ຈີນ​ແລະ​ລາວ​ແມ່ນ​ປະ​ເທດບ້ານ​ໃກ້​ເຮືອນ​ຄຽງ​​ທີ່​ມີ​ມິດ​ຕະ​ພາບ​ຕໍ່​ກັນ​ແລະ​ມີ​ພູ​ຜາ​ແມ່​ນ້ຳ​ຕິດ​ຈອດ​ກັນ. ຈີນ​ຍິນ​ດີ​ຮັກ​ສາ​​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຜູ້​ນຳ​ຂັ້ນ​ສູງ​ກັບ​ຝ່າຍ​ລາວ, ຮ່ວມ​ກັນຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ປະ​ຕິ​ບັດ​ງານໃນ​ການ​ສ້າງ​ຄູ່​ຮ່ວມ​ຊ​າ​ຕາ​ກຳ​​ຈີນ-ລາວໃຫ້​ດີ. ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ, ແບ່ງ​ປັນ​ບົດ​ຮຽນ​ການ​ພັດ​ທະ​ນາ​ຮ່ວມ​ກັນ, ສ້າງ​ໂຄງ​ການ​ທາງ​ລົດ​ໄຟ​ຈີນ-​ລາວ​ແລະ​ໂຄງ​ການ​ໃຫຍ່​ອື່ນໆ​ໃຫ້​ດີ. ຈີນ​ຈະອອກ​ແຮງ​ສະ​ໜັບະ​ສ​ະ​ໜູນ​​ລາວໃນ​ການ​ເປັນ​ເຈົ້າ​ພາບຈັດ​ກອງ​ປະ​ຊຸມ​ຜູ້​ນຳ​ຄັ້ງ​ທີ 3 ໃນ​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໃຫ້​ດີ, ຊຸກ​ຍູ້​ໃຫ້​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ໄດ້​ຮັບ​ການ​ຍົກລະ​ດັບ​ໃຫ້​ສູງ​ຂຶ້ນ​ແລະ​ມີ​ຄຸນ​ນະ​ພາບ​ສູງ.

 

ທ່ານ​ທອງ​ລຸນ ສີ​ສຸ​ລິດ​ສະ​​ໄດ້ແດງ​ຄວາມ​ຊົມ​ເຊີຍທີ່​ປະ​ເທດ​ຈີນ​ໃໝ່​ໄດ້​ຮັບ​ການ​ສະ​ຖາ​ປະ​ນາ​ຂຶ້ນ​ຄົບ​ຮອບ 70 ປີ, ແລະ​ກ່າ​ວ​ວ່າ, ການ​ສ້າງ​ຄູ່​ຮ່ວມຊາ​ຕາ​ກຳ​ລະ​ຫວ່າງ​ລາວ-ຈີນ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຮອບ​ດ້ານ.ລາວ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ການ​ພັດ​ທະ​ນາ​ກັບ​ຈີນ, ຊຸກ​ຍູ້​ໃຫ້ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-​ຈີນ​ກ້າວ​ໄປ​ໜ້າ​ຢ່າງ​ໝັ້ນ​ທ່ຽງ. ໃນ​ຖາ​ນະ​ເປັນ​ປະ​ເທດ​ເຈົ້າ​ພາບ​ຮ່ວມ​ໃນ​ຂອບ​​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ, ລາວ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ກັນ​ກັບ​ຈີນ, ຈັດ​ກອງ​ປະ​ຊຸມ​ຜູ້​ນຳ​ຄັ້ງ​ທີ 3 ໃຫ້​ດີ, ຮ່ວມ​ກັນຊຸກ​ຍູ້ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.

ຄຳ​ເຫັນ

0