ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຈີນເປັນປະເທດເກົ່າແກ່ທັງໜຸ່ມນ້ອຍ. ຈີນແມ່ນປະເທດທຳອິດໃນບັນດາປະເທດພວມພັດທະນາທີ່ບັນລຸເປົ້າໝາຍຫຼຸດພົ້ນອອກຈາກຄວາມທຸກຍາກຕາມເປົ້າໝາຍສະຫັດສະວັດຂອງອົງການສະຫະປະຊາຊາດ. ຈີນໄດ້ຮັກສາຄວາມຝັນສີຂຽວ, ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກຂອງຈີນເຊິ່ງເປັນການເພີ່ມພະລັງແຮງໃໝ່ໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກຢ່າງບໍ່ຢຸດຢັ້ງ; ຈີນຍຶດໝັ້ນການເປີດກວ້າງການເປີດປະຕູສູ່ພາຍນອກ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບປະເທດຕ່າງໆໃນໂລກ, ເຊິ່ງເຮັດໃຫ້ໝາກຜົນການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຂອງປະເທດຕ່າງໆໃນໂລກໄດ້ດີກວ່າເກົ່າ. ຈີນເຄີຍປະສົບພົບພໍ້ສົງຄາມແລະຄວາມຫຍຸ້ງຍາກລຳບາກ, ສະນັ້ນຈີນຈະທະນຸຖະໜອມສັນຕິພາບຫຼາຍຂຶ້ນ. ໃນໄລຍະ 70 ປີຜ່ານມາ, ຈີນໄດ້ຕິດຕໍ່ພົວພັນກັບທົ່ວໂລກຢ່າງແໜ້ນແຟ້ນ, ແລະໄດ້ປະກອບສ່ວນທາງດ້ານສະຕິປັນຍາ, ວິທີແລະກຳລັງຂອງຈີນເພື່ອບູລະນະການປົກຄອງທົ່ວໂລກໃຫ້ສົມບູນຂຶ້ນກວ່າເກົ່າ.
ທີ່ນີ້ເປັນພາກຕາເວັນອອກຂອງໂລກ. ທີ່ນີ້ເປັນປະເທດທີ່ໜ້າຮັກຫອມແລະໄວ້ເນື້ອເຊື່ອໃຈໄດ້! ຢູ່ທີ່ນີ້ມີສິ່ງມະຫັດສະຈັນແລະຄວາມໂດດເດັ່ນທີ່ນັບບໍ່ຖ້ວນ, ທັງມີປະຊາຊົນ 1,4 ຕື້ຄົນພວມອ້າແຂນຕ້ອນຮັບການຢ້ຽມຢາມຂອງທ່ານ!
ສະບາຍດີໂລກ, ທີ່ນີ້ປະເທດຈີນ!
ຄຳເຫັນ
0