尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ຜ້າ​ໄໝ​ໄທປີ 2019 ຈັດ​ຂຶ້ນ​ຢູ່​​ບາງກອກ

2019-11-20 17:25:28 cri

图片默认标题_fororder_各国时装设计师携泰丝设计作品亮相国际泰丝时装周

ງານ​ວາງ​ສະ​ແດງ​ຜ້າ​ໄໝ​ໄທປີ 2019 ແລະ ງານ​ວາງ​ສະ​ແດງວັດ​ທະ​ນະ​ທຳ​ເຄື່ອງ​ນຸ່ງ “ຜ້າ​ໄໝ​​ໄທກ້າວ​ສູ່ໂລກ” ຄັ້ງ​ທີ 9 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 18 ຫາ​ວັນ​ທີ 23 ພະ​ຈິ​ກ​ນີ້, ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ຜ້າ​ໄໝ​ຂອງ​ໄທ​ຕໍ່​ໂລກ. ງານ​ວາງ​ສະ​ແດງ​ຜ້າ​ໄໝ​​ໄທຄັ້ງ​ນີ້​ເປັນ​ງານທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ອີກ​ຄັ້ງ​ໜຶ່ງ​ເມື່ອ​ທຽບ​ກັບ​ງານ​ວາງ​ສະ​ແດງ​ທຸກ​ຄັ້ງ​ທີ່​ຜ່ານ​ມາ,​ໂດຍໄດ້​ເຊື້ອ​ເຊີນ​ນັກ​ອອກ​ແບບ​ເຄື່ອງ​ນຸ່ງ​​ແຟ​ຊັນຈາກ 45 ປະ​ເທດ​ໃນ​ໂລກ​​ກໍ​ຄື​ຂອ​ງ​ໄທ,ໃຊ້​ຜ້າ​ໄໝ​ໄທ​ທີ່​ມີ​ຄວາມ​ຍາວ​ເຖິງ 3 ພັນ​ແມັດ​ທີ່​ຝ່າຍ​ເຈົ້າ​ພາບ​ສະ​ໜອງ​ໃຫ້,​ເພື່ອອອກ​ແບບແລະ​ຜະ​ລິດ​ເຄື່ອງ​ນຸ່ງ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ຊົນ​ເຜົ່າ​​ຂອງ​ປະ​ເທດຕ່າງໆ,​ແລະ​ວາງ​ສະ​ແດງ​ໃນ​ງານ​ສັບ​ປະ​ດາ​ເຄື່ອງ​ນຸ່ງ​ແຟ​ຊັນ​ຜ້າ​ໄໝ​ໄທ​ສາ​ກົນ​​ພາຍ​ໃນ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ.

图片默认标题_fororder_来自世界各地的模特展示泰丝时装设计作品

图片默认标题_fororder_中国设计师作品亮相泰丝博览会.JPG

 

 

ຄຳ​ເຫັນ

0