赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຫລອງວັນຊາດ ແລະ ວັນເກີດປະທານໄກສອນ ພົມວິຫານ ຢູ່ປັກກິ່ງ

2019-12-02 10:48:18 cri

图片默认标题_fororder_1297504399
(ວັນ​ທີ 30 ​ພະ​ຈິກ ສະ​ຖານ​ທູດ ສ​ປ​ປ ລາວ​ປະ​ຈຳ ສ​ປ ຈີນ​ໄດ້​ຈັດ​ພິ​ທີ​ສະ​ຫຼອງວັນ​ຊາດຄົບ​ຮອບ 44 ປີ ແລະ​ວັນ​ເກີດ​ທ່ານ​ປະ​ທານ​ໄກ​ສອນ ພົມ​ວິ​ຫານ​ຄົບ​ຮອບ 99 ປີ ໂດຍ​ທ່ານ​ນາງ​ຄຳ​ເພົາ ເອີນ​ທະ​ວັນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳຈີນ​ໄດ້​ປະ​ກອບ​ຄຳ​ເຫັນ​ທີ່​ສຳ​ຄັນ)

   ສະຖານເອກອັກຄະລັດຖະທູດ ສປປລາວ ປະຈຳນະຄອນຫລວງປັກກິ່ງ ສປ ຈີນໄດ້ຈັດພິທີສະຫລອງວັນຊາດ 2 ທັນວາຄົບຮອບ 44 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານຄົບຮອບ 99 ປີ ຂື້ນຢູ່ສະໂມສອນຂອງຕົນໃນວັນທີ 30 ​ພະ​ຈິກ 2019 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດ ເຕັມແຫ່ງ ສປປ ລາວ ປະຈຳ ສປ ຈີນ,ນອກນີ້ຍັງມີພະນັກງານສະຖານທູດ,ແຂກຖືກເຊີນ ແລະ ນັກສຶກສາທຸກລະດັບເຂົ້່າຮ່ວມຢ່າງພ້ອມພຽງ.

   ໃນພິທີທີ່ມີຄວາມໝາຍສຳຄັນນີ້, ທ່ານ ນາງຄຳເພົາ ເອີນທະວັນໄດ້ ຂື້ນເລົ່າມູນເຊື້ອວັນສຳຄັນຂອງຊາດວ່າ: ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ຄົບເລົາຮັກຍ່ິງ,ເປັນວິລະບຸລຸດຂອງຊາດເຮົາ,ຊີວິດການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຕິດພັນກັບການປະຕິວັດຊາດ,ນຳພາພາລະກິດປົດປ່ອຍຊາດຢ່າງສຳເລັດຜົນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂື້ນໃນວັນທີ 2 ທັນວາ 1975 ເຊິ່ງແມ່ນໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີຂອງຊາດລາວເຮົາ. ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫລະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ.ແມ່ນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ,ມີອະທິປະໄຕຢ່າງຄົບຖ້ວນ,ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ.

   ປະທານ ໄກສອນ ພົມວິຫານ ໄດ້ຕີລາຄາ ວັນຊາດທີ 2 ທັນວາ 1975 ດັ່ງນີ້: ບໍທັນມີເວລາໃດທີ່ປະຊາຊົນເຮົາ ເຊິ່ງເປັນຜູ້ສ້າງປະຫວັດສາດຂອງຊາດນັ້ນ ໄດ້ຍາດເອົາໄຊຊະນະສົມບູນ, ເຖິງຖອງ ແລະ ບໍລິບູນ ໄດ້ຢ່າງສະຫງ່າລາສີຄືແນວນີ້ຈັກເທື່ອ. ໄຊຊະນະນັ້ນ ບໍ່ສະເພາະແຕ່ໄດ້ຟື້ນຟູຄວາມເປັນເອກະລາດຂອງປະເທດເຮົາ, ຫາກຍັງເປັນຄັ້ງທຳອິດທີ່ປະຊາຊົນບັນດາເຜົ່າ ຜູ້ເຄີຍດຳລົງຊີວິດເປັນທາດ ໄດ້ກາຍມາເປັນເຈົ້າຂອງທີ່ແທ້ຈິງຂອງຊາດໜ່ຶງທີ່ມີເອກະລາດ,ມີອິດສະຫລະພາບຢ່າງສົມບູນ ແລະ ພວມກ້າວຂື້ນສັງຄົມນິຍົມ,ເຮັດໃຫ້ຄວາມມຸ້ງຫວັງອັນແຮງກ້າຂອງປວງຊົນລາວກໍຄືຂອງມວນມະນຸດປະກົດເປັນຈິງຢູ່ບົນຜືນແຜ່ນດິນອັນແສນຮັກຂອງພວກເຮົາ.

   ທ່ານ ເອກອັກຄະລັດຖະທູດຍັງໄດ້ກ່າວເຖິງຜົນສຳເລັດໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດວ່າ: ນັບຈາກປະເທດຊາດໄດ້ຮັບການປົດປ່ອຍໃໝ່ ປະເທດເຮົາເກືອບວ່າເລີ່ມຈາກສູນໃນຫລາຍດ້ານເຊັ່ນ: ໃນປີ 1975 ຢູ່ ສປປລາວ ມີຄົນກືກໜັງສືກວມເອົາ 90% ຂອງພົນລະເມືອງ.ມາເຖິງປະຈຸບັນນີ້ພວກເຮົາມີມະຫາວິທະຍາໄລເຖິງ 5 ແຫ່ງ.

ໃນປີ 1976 ຜະລິດເຂົ້າໄດ້ທັງໝົດພຽງ 660 ພັນກວ່າໂຕນ,ສະມັດຕະພາບການຜະລິດມີພຽງ 1,26 ໂຕນຕໍ່ເຮັກຕາ,ໃນປີ 2014 ຜະລິດເຂົ້າໄດ້ 4 ລ້ານກວ່າໂຕນ,ສະມັດຕະພາບການຜະລິດ 4,18 ໂຕນຕໍ່ເຮັກຕາ.ປີ 2017 ຜະລິດເຂົ້າໄດ້ 4,27 ລ້ານໂຕນ.

ດ້ານພະລັງງານ: ພາຍຫລັງປົດປ່ອຍມີເຂື່ອນໄຟຟ້າພຽງ 1 ແຫ່ງ,ມາຮອດປີ 2017 ມີເຂື່ອນໄຟຟ້າທັງໝົດ 50 ກວ່າເຂື່ອນ.ຈຳນວນຄອບຄົວທີ່ໄດ້ໃຊ້ໄຟຟ້າແລ້ວກວມ 92,05% ຂອງຄອບຄົວທັງໝົດພາຍໃນປະເທດ. ນອກນີ້ທ່ານຍັງໄດ້ຍົກໃຫ້ເຫັນຜົນສຳເລັດດ້ານວຽກງານຄົມມະນາຄົມ, ດ້ານຖະແຫລງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ ແລະ ດ້ານອື່ນໆກໍໄດ້ຮັບການພັດທະນາເປັນກ້າວໆ.

ພິທີສະເຫລີມສະຫລອງວັນສຳຄັນດັ່ງກ່າວໄດ້ສິ້ນສຸດລົງດ້ວຍການມອບຂັນລາງວັນປະເພດຕ່າງໆໃນການແຂ່ງຂັນກິລາເພື່ອຕ້ອນຮັບວັນຊາດທີ່ 2 ທັນວາຂອງນັກສຶກສານະຄອນຫລວງປັກກິ່ງ ແລະ ຊົມການສະແດງສິລະປະວັນນະຄະດີ ແລະ ອ່ານກາບກອນຂອງນັກສຶກສາຢ່າງເບີກບານມ່ວນຊື່ນ .

ຄຳ​ເຫັນ

0