ທ່ານສີຈິ້ນຜິງ ດ້ານໜຶ່ງລົງພາກປະຕິບັດຕົວຈິງຢູ່ຊົນນະບົດ, ດ້ານໜຶ່ງອົບຮົມຫຼໍ່ຫຼອມແນວຄິດແລະຈິດໃຈຈາກປື້ມ. ທ່ານສີຈິ້ນຜິງເວົ້າວ່າ: “ໃນເວລານັ້ນ, ນອກຈາກໄປອອກແຮງງານແລ້ວ, ດ້ານໜຶ່ງ ຂ້າພະເຈົ້າໄດ້ເຊື່ອມໂຍງເຂົ້າຫາປະຊາຊົນ, ອີກດ້ານໜຶ່ງກໍ່ແມ່ນຊອກຫາປື້ມມາອ່ານ. ການທີ່ສ້າງຄຸນສົມບັດໃຫ້ກັບຕົນເອງ, ຄຸ້ມຄອງຄອບຄົວຕົນເອງໃຫ້ດີ, ບໍລິຫານປະເທດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ແລະເຮັດໃຫ້ປະຊາຊົນຢູ່ເຢັນເປັນສຸກ, ນີ້ກໍ່ແມ່ນແນວຄິດທີ່ມີອິດທິພົນຕໍ່ພວກຂ້າພະເຈົ້າມາຕັ້ງແຕ່ຍັງນ້ອຍ. ໃນເວລາລົງພື້ນຖານຢູ່ຊົນນະບົດ, ຂ້າພະເຈົ້າເອງມີອາຍຸພຽງແຕ່ 15 ປີເທົ່ານັ້ນ. ເວລານັ້ນ, ຂ້າພະເຈົ້າຄິດວ່າ, ການທີ່ “ຄຸ້ມຄອງຄອບຄົວຕົນເອງໃຫ້ດີ, ບໍລິຫານປະເທດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ແລະເຮັດໃຫ້ປະຊາຊົນຢູ່ເຢັນເປັນສຸກ”ຍັງໄກກັນກັບພວກຂ້າພະເຈົ້າຫຼາຍ, ພວກຂ້າພະເຈົ້າເຮັດໄດ້ແຕ່ອັນດຽວນັ້ນ ເຊິ່ງກໍ່ຄື: ອ່ານປື້ມຫຼາຍໆ, ແລະສ້າງຄຸນສົມບັດໃຫ້ກັບຕົນເອງ.”
ເວລານັ້ນ ຍ້ອນບໍ່ມີໄຟຟ້າ, ຫຼັງຟ້າມືດບໍ່ດົນ, ບ້ານຫຼຽງເຈ່ຍເຫີກໍ່ຕົກຢູ່ໃນຄວາມຝັນເລີຍ. ມີແຕ່ເຮືອນຖ້ຳຂອງທ່ານສີຈິ້ນຜິງຍັງມີແສງຕະກຽງຊອດອອກມາ.
ໄຟຕະກຽງນ້ຳມັນກາດທີ່ເຮັດເອງຂອງທ່ານສີຈິ້ນຜິງ
ທ່ານສີຈິ້ນຜິງມັກອ່ານປື້ມຈົນຮອດເດິກເລື້ອຍໆ. ເວລາອ່ານປື້ມ ກໍ່ໄຕ້ໄຟຕະກຽງນ້ຳມັນກາດທີ່ເຮັດເອງ, ຕະກຽງນີ້ມີຄວັນຫຼາຍ, ເພື່ອອ່ານປື້ມໃຫ້ເຫັນຕົວໜັງສືແຈ້ງດີ, ຄວັນກໍ່ໄດ້ຮົມໃສ່ໜ້າຕາຂອງທ່ານສີຈິ້ນຜິງຈົນດຳໝົດ.
ໃນຄວາມຊົງຈຳຂອງຊາວບ້ານຫຼຽງເຈ່ຍເຫີ, ທ່ານສີຈິ້ນຜິງມັກອ່ານປື້ມທີ່ໜາທໍ່ດິນຈີ່, ມີປື້ມບູຮານ, ປື້ມທັນສະໄໝ, ມີທັງປື້ມພາສາຈີນທີ່ແປມາຈາກພາສາຕ່າງປະເທດ, ມີວັນນະຄະດີ, ປັດສະຍາ, ວິທະຍາສາດທຳມະຊາດ ແລະອື່ນໆ. “ຖ້າມີສິ່ງໃດທີ່ບໍ່ຮູ້ຈັກ, ຄວນຖືເປັນເລື່ອງຂາຍໜ້າ.” ນີ້ແມ່ນຄວາມຮຽກຮ້ອງຕໍ່ຕົນເອງຂອງທ່ານສີຈິ້ນຜິງ. ໃນເວລາພົບເຫັນປື້ມທີ່ຕົນເອງມັກ, ກໍ່ຕ້ອງອ່ານໃຫ້ໝົດ, ຖ້າພົບເລື່ອງທີ່ບໍ່ເຂົ້າໃຈ, ກໍ່ຕ້ອງຄົ້ນຄວ້າລະອຽດໃຫ້ເຂົ້າໃຈຢ່າງເລິກເຊິ່ງ.
ເມື່ອຫວນຄືນເຖິງຄວາມມັກອ່ານປື້ມຂອງທ່ານສີຈິ້ນຜິງ, ທ່ານຕ້າຍມິງ ທີ່ເຄີຍໄປລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີພ້ອມກັນນັ້ນ ເວົ້າວ່າ: “ບາງທີ, ພວກເຮົາກໍ່ໄປຢາມໄວໜຸ່ມປັນຍາຊົນຢູ່ບ້ານອ້ອມຂ້າງຫຼາຍບ້ານ, ແຕ່ທ່ານສິຈິ້ນຜິງບໍ່ໄປນຳ, ເພີ່ນກໍ່ນັ່ງອ່ານປື້ມໃນເຮືອນ, ເວົ້າວ່າ ຕົນເອງບໍ່ໄປແລ້ວ, ຖ້າມີແນວແຊບໆ ກໍ່ເອົາກັບມາໃຫ້ຊີມນຳແດ່ໜ້ອຍໜຶ່ງ. ເວລານັ້ນ, ຂ້ອຍກໍ່ບໍ່ໄດ້ຄິດຫຍັງຫຼາຍ, ດຽວນີ້ ຄິດເຖິງເລື່ອງນີ້ຮູ້ສຶກວ່າ, ຜູ້ບ່າວທີ່ອາຍຸ 15-16 ປີ, ໝູ່ທຸກຄົນກໍ່ອອກໄປທ່ຽວຫຼີ້ນແລ້ວ, ເພິ່ນຍັງອົດຄວາມຫີວຕັ້ງສະມາທິອ່ານປື້ມຢູ່ແຫ່ງນັ້ນ, ຕ້ອງມີຄວາມມຸ່ງໝັ້ນຢາກພັດທະນາຕົນເອງຈຶ່ງຈະເຮັດແບບນີ້ໄດ້.”
ໃນເວລາໃຫ້ສຳພາດຕໍ່ນັກຂ່າວໜັງສືພິມ “ເສສີສືປ້າວ”ນັ້ນ, ທ່ານຕ້າຍມິງເວົ້າວ່າ: “ຂ້ອຍກັບທ່ານສີຈິ້ນຜິງເຄີຍໄດ້ອ່ານປື້ມຫົວໜຶ່ງ ເຊິ່ງກໍ່ຄື ປື້ມ“ຮຽບຮຽງປະຫວັດສາດຈີນໂດຍຫຍໍ້”. ຊື່ຂອງປື້ມເຖິງຈະແມ່ນ “ຮຽບຮຽງໂດຍຫຍໍ້”, ແຕ່ທີ່ຈິງແລ້ວພັດແມ່ນ ປື້ມ 4 ເຫຼັ້ມ ທີ່ໜາແທ້ໜາວ່າ. ຂ້ອຍແລະທ່ານສີຈິ້ນຜິງໄດ້ອ່ານປື້ມຫົວນີ້ຈົນໝົດຢ່າງເອົາຈິງເອົາຈັງ. ເວົ້າສຳລັບຂ້ອຍເອງແລ້ວ, ກໍ່ແມ່ນໄດ້ອ່ານແລ້ວ, ໄດ້ເຂົ້າໃຈປະຫວັດສາດ ແລະມີຄວາມຮູ້ເພີ່ມຂຶ້ນ. ແຕ່ເວົ້າສຳລັບທ່ານສີຈິ້ງຜິງແລ້ວ ເພີ່ນຈະໄດ້ມີການຕຶກຕອງ ມີການຖອດຖອນ, ແລະມີການຕຳນິ.”
ເດືອນມີນາປີ 2013, ໃນເວລາໃຫ້ສຳພາດຮ່ວມຕໍ່ສື່ມວນຊົນທີ່ເຂົ້າສຳພາດກອງປະຊຸມ“BRICS”, ທ່ານສີຈິ້ນຜິງເວົ້າວ່າ, ຄວາມມັກຂອງທ່ານມີຫຼາຍ, ສິ່ງທີ່ຕົນເອງມັກທີ່ສຸດກໍ່ແມ່ນອ່ານປື້ມອ່ານໜັງສື, ການອ່ານໜັງສືໄດ້ກາຍເປັນວິຖີຊີວິດຂອງທ່ານແລ້ວ.”
ທີ່ຈິງແລ້ວ, ທ່ານສີຈິ້ງຜິງໄດ້ຮັກສາຄວາມຊີນເຄີຍຄືການອ່ານໜັງສືມາໂດຍຕະຫຼອດ.
ປື້ມນິທານປະກອບຮູບແຕ້ມສຳລັບເດັກນ້ອຍແມ່ນປື້ມທີ່ໃຫ້ຄວາມຮູ້ພື້ນຖານຂອງທ່ານສີຈິ້ນຜິງ. ໃນເວລາທ່ານອາຍຸ 5-6 ປີ, ແມ່ພາທ່ານໄປຊື້ປື້ມນິທານ “ເຢ້ເຟີ່ຍ”ຊຸດໜຶ່ງ ແລະ ປື້ມນິທານ“ແມ່ເຢ້ເຟີ່ຍເອົາເຂັມສັກຕົວໜັງສືໃສ່ທາງຫຼັງລູກ”ຫົວໜຶ່ງ. ແມ່ກໍ່ໄດ້ເອົາປື້ມດັ່ງກ່າວມາເລົ່ານິທານທີ່ຈົ່ງຮັກພັກດີຕໍ່ປະເທດຊາດໃຫ້ທ່ານຮູ້. ກໍ່ຍ້ອນແນວນັ້ນ, ທ່ານສີຈິ້ນຜິງໄດ້ຈື່ຈຳຕົວໜັງສື 4 ໂຕທີ່ວ່າ “ຈິ່ງຈົ່ງປ້າວກົວ” ແປວ່າ “ຈົ່ງຕອບບຸນແທນຄຸນຕໍ່ປະເທດຊາດ”, ແລະເອົາອັນນີ້ເປັນເປົ້າໝາຍສູ້ຊົນຕະຫຼອດຊີວິດຂອງທ່ານເອງ.
ຕອນໄປລົງພື້ນຖານຢູ່ຊົນນະບົດ, ທ່ານສີຈິ້ນຜິງກໍ່ໄປຊອກຫາປື້ມຢູ່ທຸກແຫ່ງມາອ່ານ. ພາຍຫຼັງມາ, ທ່ານສີຈິ້ງຜິງເຄີຍເວົ້າວ່າ: “ສາມາດເວົ້າແບບບໍ່ເວົ້າໂຍກວ່າ, ປື້ມວັນນະຄະດີອະມະຕະໃນຄາວນັ້ນ, ຂໍແຕ່ສາມາດຊອກຫາໄດ້ ຂ້າພະເຈົ້າເອງກໍ່ໄດ້ອ່ານໝົດແລ້ວ, ປັດຈຸບັນ ສົ່ງທີ່ເວົ້າອອກມານັ້ນ ລ້ວນແຕ່ແມ່ນສິ່ງທີ່ໄດ້ອ່ານມາແລ້ວໃນເວລານັ້ນ.”
ຕາມທ່ານສີຈິ້ງເໜັ້ນວ່າ, ຜົນງານວັນນະຄະດີທີ່ດີ ບໍ່ພຽງແຕ່ສາມາດບັນດານໃຫ້ຄວາມຄິດເຮົາ, ກໍ່ແມ່ນວິທີທີ່ເພີ່ມຄວາມເຂົ້າໃຈແລະແລກປ່ຽນກັນລະຫວ່າງປະເທດແລະຊົນຊາດຕ່າງກັນ. ເວົ້າສຳລັບທ່ານສີຈິ້ນຜິງແລ້ວ, ການອ່ານປື້ມບໍ່ພຽງແຕ່ແມ່ນວິຖີຊີວິດຮູບແບບໜຶ່ງເທົ່ານັ້ນ, ຍິ່ງເປັນຂະບວນການຝຶກຝົນເຕີບໃຫຍ່ທາງດ້ານການພັດທະນາຕົນເອງແລະເຮັດໃຫ້ຈິດໃຈຂອງຕົນອຸດົມສົມບູນຂຶ້ນເລື້ອຍໆ.
ມາຮອດບ້ານຫຼຽງເຈ່ຍເຫີສອງສາມປີແລ້ວ, ທ່ານສີຈິ້ນຜິງກໍ່ສາມາດເວົ້າພາສາເຢັນຊວນ ທີ່ເປັນພາສາທ້ອງຖິ່ນໄດ້ຢ່າງຫຼ່ຽນໄຫຼດີ.
ການຂຸດດິນ, ຫາບຝຸ່ນຄອກ, ໄຖນາ, ປູກຝັງ, ເກັບກ່ຽວ, ຫາບເຂົ້າ, ຜູ້ອື່ນເຮັດແນວໃດ, ທ່ານສີຈິ້ນຜິງກໍ່ເຮັດຕາມໄດ້. ເມື່ອພົບບັນຫາທີ່ບໍ່ເຂົ້າໃຈ, ທ່ານກໍ່ຖາມຊາວບ້ານຢ່າງຖ່ອມຕົວ, ຫຼັງຈາກນັ້ນ, ວຽກກະສິກຳທັງໝົດ ທ່ານກໍ່ຮູ້ດີ, ແລະກາຍເປັນຄົນເກັ່ງຜູ້ໜຶ່ງໃນດ້ານການປູກຝັງ.
ທ່ານສີຈິ້ນຜິງເວົ້າວ່າ: “ໃນເວລາເລີ່ມຮຽນຮູ້ໃນການເຮັດວຽກ, ຂ້າພະເຈົ້າມື້ໜຶ່ງໄດ້ແຕ່ 6 ຄະແນນເທົ່ານັ້ນ, ຍັງບໍ່ທໍ່ແມ່ຍິງໃນບ້ານຊ້ຳ. ແຕ່ 2 ປີຫຼັງ, ຂ້າພະເຈົ້າເອງກໍ່ສາມາດໄດ້ 10 ຄະແນນທໍ່ກັບຜູ້ຊາຍທີ່ແຂງແຮງໃນບ້ານແລ້ວ.” ໃນລະດູໃບໄມ້ປົ່ງ, ທ່ານສົ່ງຝຸ່ນຄອກໄປນາ, ຫາບໜຶ່ງມີ 35-40 ກິໂລ, ທ່ານສາມາດຫາບໄປເຖິງພູທີ່ໄກຈາກບ້ານ 2-3 ກິໂລກແມັດໂດຍບໍ່ພັກຜ່ອນ; ໃນລະດູຮ້ອນ, ທ່ານຫາບເຂົ້າບະເລ ສອງມັດໃຫຍ່ໜັກ 50 ກວ່າໂລ, ກໍ່ສາມາດຫາບໄປ 5 ກິໂລແມັດໂດຍບໍ່ພັກຜ່ອນ.
ຖົງໃສ່ເຂັມຂອງທ່ານສີຈິ້ນຜິງ
ຕໍ່ວຽກກະສິກຳຊະນິດຕ່າງໆໃນຊົນນະບົດ, ທ່ານສີຈິ້ນຜິງລ້ວນຊຳນານທີ່ສຸດ. ທ່ານຍັງຮຽນເອົາຈົນສັດມາເຮັດເປັນເສັ້ນ, ຕາບເສື້ອ, ແລະຫຍິບຜ້າຫົ່ມ, ຖົງໃສ່ເຂັມທີ່ເພີ່ນເອົາມາຈາກບ້ານກໍ່ໄດ້ນຳໃຊ້ໃຫ້ເປັນປະໂຫຍດແລ້ວ. ເຖິງວ່າຫຍິບບໍ່ດີປານໃດ, ແຕ່ກໍ່ສາມາດໃຊ້ໄດ້. ທ່ານເວົ້າວ່າ, ຕົນເອງມີຄວາມສາມາດເບິ່ງແຍງຕົນເອງໄດ້ດີທີ່ສຸດແລ້ວ, ເຊິ່ງລ້ວນແຕ່ແມ່ນຮຽນຮູ້ໃນເວລາລົງພື້ນຖານຢູ່ຊົນນະບົດໃນຄາວນັ້ນ.
ບ້ານຫຼຽງເຈ່ຍເຫີໄດ້ມອບປະສົບການ ແລະສອນຄວາມຮູ້ກ່ຽວກັບຊົນນະບົດຫຼາຍອັນໃຫ້ແກ່ທ່ານສີຈິ້ນຜິງ, ທ່ານສີຈິ້ນຜິງກໍ່ໄດ້ມອບຄວາມຮູ້ຕົວເມືອງຫຼາຍອັນໃຫ້ແກ່ຫຼຽງເຈ່ຍເຫີ. ຊາວບ້ານມັກໄປຫາທ່ານເລື້ອຍໆ, ມັກຟັງເພີ່ນເລົ່າເລື່ອງລາວ, ເລົ່າເລື່ອງປະຫວັດສາດແລະເລື່ອງໃໝ່ໆຢູ່ນອກບ້ານ.
ພາຍຫຼັງເປັນເລຂາຄະນະພັກຂອງບ້ານຫຼຽງເຈ່ຍເຫີແລ້ວ, ທ່ານສີຈິ້ນຜິງໄດ້ເຕົ້າໂຮມຊາວບ້ານເພື່ອສອນໜັງສືໃຫ້ເຂົາເຈົ້າ. ຫຼັງກິນເຂົ້າແລງແລ້ວ, ຫຼືໃນມື້ຝົນຕົກ, ກໍ່ແມ່ນເວລາຮຽນໜັງສືຂອງເຂົາເຈົ້າ. ທ່ານສີຈິ້ນຜິງໄດ້ຕັດເຈ້ຍໃບນ້ອຍໆຈຳນວນໜຶ່ງ, ແລ້ວຂຽນຕົວເລກທີ່ງ່າຍທີ່ສຸດຢູ່ເທິງເຈ້ຍ, ເລີ່ມສອນໃຫ້ຮຽນຮູ້ຕົວເລກກ່ອນ, ແລ້ວຄ່ອຍໆສອນຕົວອັກສອນຈີນທີ່ມັກໃຊ້ໃນຊີວິດປະຈຳວັນ, ຖ້າຊາວບ້ານຮູ້ຕົວອັກສອນຈີນເຫຼົ່ານີ້ໄດ້ດີແລ້ວ, ກໍ່ສອນຕົວອັກສອນຫຼາຍຂຶ້ນ. ຈຸດປະສົງຂອງເພີ່ນກໍ່ແມ່ນຢາກໃຫ້ຊາວບ້ານຫຼຽງເຈ່ຍເຫີທຸກຄົນຮູ້ຈັກຕົວອັກສອນຈີນທີ່ມັກໃຊ້ໃນຊີວິດປະຈຳວັນ, ຮູ້ຈັກຍິ່ງຫຼາຍຍິ່ງເປັນການດີ.
ການ “ລ່າຮົ້ວາ” ແປວ່າ“ລົມກັນໄດ້ທຸກເລື່ອງໄດ້ບັນຈຸເອົາເຂົ້າ” ກໍ່ໃນຫ້ອງຮຽນ. ເມື່ອເວົ້າເຖິງປະຫວັດສາດຈີນແລະຕ່າງປະເທດ, ວັດທະນະທຳແລະພູມສາດ, ທ່ານສີຈິ້ນຜິງກໍ່ເປັນຜູ້ເວົ້າ; ຖ້າເວົ້າເຖິງເລື່ອງລາວຕ່າງໆແລະນິທານພື້ນເມືອງຕ່າງໆ, ກໍ່ແມ່ນຊາວບ້ານເປັນຜູ້ເລົ່າ.
ທ່ານສີຈິ້ນຜິງເວົ້າວ່າ: “ຢ່າເບິ່ງຂ້າມ ແລະປະໝາດຄົນບ້ານນີ້, ເຂົາເຈົ້າກໍ່ມີຄົນເກັ່ງຫຼາຍ, ເມື່ອໃຫ້ໂອກາດແກ່ເຂົາເຈົ້າແລ້ວ, ທຸກຄົນກໍ່ເປັນ “ຄົນເກັ່ງ”. ເຂົາເຈົ້າມີຫຼາຍອັນທີ່ເຮັດໃຫ້ຂ້າພະເຈົ້າເຄົາລົບຫຼາຍ.”
ຢູ່ບ້ານຫຼຽງເຈ່ຍເຫີ, ຫຼາຍໆຄົນມັກອ່ານໜັງສືກໍ່ແມ່ນໄດ້ເລີ່ມຈາກເວລານັ້ນເອງ.
ຄຳເຫັນ
0