ບ່ອນທີ່ທ່ານສີຈິ້ນຜິງເຄີຍອອກແຮງງານໃນເວລາລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີ
ຢູ່ນອກປະຕູເຮືອນຖ້ຳ, ທ້າວອູຫຸ່ຍ ອາຍຸ 14 ປີ ນຸ່ງເຄື່ອງນຸ່ງທີ່ຈີກຂາດ, ຮູບຮ່າງຈ່ອຍຜອມ, ລາວອາຍຸນ້ອຍກວ່າທ່ານສີຈິ້ນຜິງ 1 ປີ, ແມ່ນນັກຮຽນມັດທະຍົມຕົ້ນຂອງບ້ານຫຼຽງເຈ່ຍເຫີ.
ຍາມລະດູໜາວ, ຢູ່ໃນເຮືອນຖ້ຳໜາວແຮງຫຼາຍ, ພວກໄວໜຸ່ມປັນຍາຊົນທີ່ມາຈາກຕົວເມືອງນັ້ນກໍ່ຖາມທ້າວອູຫຸ່ຍວ່າ ເຈົ້າຮູ້ວິທີດັງໄຟສ້າງຄວາມອຸ່ນຕຽງບໍ່, ອູຫຸ່ຍຕອບວ່າ: “ຮູ້ແນ່ນອນ”.
ຫຼັງຈາກນັ້ນ, ອູຫຸ່ຍໄດ້ກາຍເປັນໝູ່ຂອງພວກໄວໜຸ່ມປັນຍາຊົນແລະເປັນແຂກປະຈຳເຂົາເຈົ້າເລື້ອຍໆ. ເວລາພວກໄວນຸ່ມປັນຍາຊົນຟັງບໍ່ເຂົ້າໃຈພາສາທ້ອງຖີ່ນກໍ່ຖາມອູຫຸ່ຍ, ການແປພາສາໃຫ້ເຂົາເຈົ້າເລື້ອຍໆກໍເຮັດໃຫ້ອູຫຸ່ຍມີຄວາມໝັ້ນໃຈຕົນເອງຂຶ້ນຕື່ມ. ນອກຈາກມັກຟັງເຂົາເຈົ້າລົມກັນແລ້ວ, ສິ່ງທີ່ດຶງດູດລາວຫຼາຍກວ່ານັ້ນຍັງແມ່ນປື້ມຕ່າງໆທີ່ວາງໄວ້ຢູ່ຕາມຕຽງ, ປ່ອງຢ້ຽມແລະຢູ່ຂ້າງໝອນ.
ປື້ມທີ່ອູຫຸ່ຍຢືມມາອ່ານເຫຼັ້ມທຳອິດນັ້ນ ແມ່ນຢືມຈາກທ່ານສີຈິ້ນຜິງ ເຊິ່ງໄດ້ເປັນປ່ອງຢ້ຽມໃຫ້ອູຫຸ່ຍໄດ້ຮູ້ໄດ້ເຫັນໂລກທີ່ກວ້າງໃຫຍ່ໄພສານຂຶ້ນ, ລາວອ່ານຈົນລືມທຸກສິ່ງທຸກຢ່າງ, ແລະຮູ້ສຶກຕື່ນເຕັ້ນທີ່ສຸດ.
ໂດຍໄດ້ຮັບຜົນສະທ້ອນຈາກທ່ານສີຈິ້ນຜິງທີ່ມັກອ່ານ, ອູຫຸ່ຍກໍ່ໄດ້ສຳຜັດກັບຄວາມຮູ້ຕ່າງໆ, ແລະຕັດສິນໃຈວ່າຕ້ອງເສັງເຂົ້າມະຫາວິທະຍາໄລໃຫ້ໄດ້.
ປີ 1973, ທ່ານອູຫຸ່ຍແລະທ່ານສີຈິ້ນຜິງໄດ້ສະເໜີຊື່ພ້ອມກັນ ເພື່ອເສັງເຂົ້າມະຫາວິທະຍາໄລ, ແລະອູຫຸ່ຍໄດ້ເສັງເຂົ້າວິທະຍາໄລສ້າງຄູຢຽນອ່ານ. ເວລາອູຫຸຍຈະເດີນທາງໄປໂຮງຮຽນ, ທ່ານສີຈິ້ນຜິງໄດ້ມອບບັດຊື້ອາຫານ 15 ໂລ ແລະເສື້ອໃຫຍ່ສີຟ້າຄໍຂົນໂຕໜຶ່ງໃຫ້ລາວ, ແລະເວົ້າວ່າ: “ນ້ອງເອົາເສື້ອໃຫຍ່ໂຕນີ້ໄວ້, ໄປຮອດໂຮງຮຽນແລ້ວ ນຸ່ງກໍໄດ້ ແລະເປັນຜ້າຫົ່ມກໍໄດ້ເຊັ່ນກັນ.”
ຫຼັງຈາກຮຽນຈົບແລ້ວ, ອູຫຸ່ຍໄດ້ໄປເຮັດວຽກຢູ່ຫ້ອງການຄົ້ນຄວ້າການສຶກສາເມືອງຢຽນຊວນ, ເປັນອາຈານສອນຢູ່ໂຮງຮຽນມັດທະຍົມຢູຈູ, ໂຮງຮຽນມັດທະຍົມຢົງຜິງ, ຄະນະກຳມະການສຶກສາທິການຕາແສງຢົງຜິງ ແລະບ່ອນອື່ນໆ, ທ່ານໄດ້ເປັນແບບຢ່າງໃນການເຮັດວຽກ, ສ້າງແບບຢ່າງການສິດສອນ ແລະຍົກຄຸນນະພາບການສິດສອນໃຫ້ສູງຂຶ້ນ, ເຮັດໃຫ້ໂຮງຮຽນມັດທະຍົມຢູຈູກາຍເປັນໂຮງຮຽນດີເດັ່ນໃນເມືອງຢຽນຊວນ; ທ່ານສົ່ງເສີມໃຫ້ຮັບເອົາກຳລັງຈາກສັງຄົມ, ປັບປຸງເງື່ອນໄຂຂອງໂຮງຮຽນໃຫ້ດີ, ເຮັດໃຫ້ໂຮງຮຽນຢົງຜິງໄດ້ມີໂສມໜ້າໃໝ່. ບໍ່ວ່າໄປເຮັດວຽກຢູ່ພາກສ່ວນໃດ, ອູຫຸ່ຍກໍ່ເຕືອນໃຫ້ຕົນເອງເລື້ອຍໆວ່າຄວນເວົ້າໜ້ອຍ ແຕ່ຕ້ອງເຮັດຫຼາຍ, ຕ້ອງເຮັດແທ້ທຳຈິງ.
ແຕ່ວ່າ ທ່ານສີຈິ້ນຜິງທີ່ເຂົ້າຮ່ວມການເສັງເຂົ້າມະຫາວິທະຍາໄລກັບອູຫຸ່ຍນັ້ນ ພັດບໍ່ໄດ້ເຂົ້າຮຽນຢູ່ມະຫາວິທະຍາໄລຊິງຮວາຍ້ອນບັນຫາທາງຄອບຄົວ.
ຫຼັງຈາກນັ້ນ 2 ປີກໍຄືປີ 1975, ມະຫາວິທະໄຍາໄລຊິງຮວາໄດ້ມອບໂກຕາສອງຄົນໃຫ້ເມືອງຢຽນອ່ານ. ທ່ານສີຈິ້ນຜິງມີໂອກາດເສັງອີກເທື່ອໜຶ່ງ, ໃນເວລານັ້ນ ໃບຢັ້ງຢືນສະບັບໜຶ່ງຈາກໂຮງງານຜະລິດວັດຖຸຕ້ານໄຟເມືອງໂລ້ຢາງ ທີ່ເປັນບ່ອນເຮັດວຽກຂອງທ່ານສີຈົ້ງຊຸນ ພໍ່ຂອງທ່ານສີຈິ້ນຜິງ ໄດ້ແກ້ໄຂບັນຫາຫຍຸ້ງຍາກທາງການເມືອງ ເຊິ່ງໃບຢັ້ງຢືນດັ່ງກ່າວໄດ້ລະບຸວ່າ: ບັນຫາຂອງສະຫາຍສີຈົ້ງຊຸນເປັນຄວາມຂັດແຍ້ງກັນພາຍໃນປະຊາຊົນ, ບໍ່ຄວນກະທົບເຖິງບັນຫາການຮຽນແລະປະກອບອາຊີບຂອງລູກຫຼານ.
ບໍ່ມີບັນຫາຫຍັງອີກແລ້ວ, ທ່ານສີຈິ້ນຜິງເຂົ້າຮຽນໃນມະຫາວິທະຍາໄລຊິງຮວາໄດ້ແລ້ວ.
ຄຽງຄູ່ກັບເວລາເຂົ້າຮຽນຫຍັບມໍ່ເຂົ້າ, ທ່ານສີຈິ້ນຜິງຍັງຄົງເຮັດວຽກຢູ່ໃນບ້ານຢ່າງຂຸ້ນຂ້ຽວຢູ່, ທ່ານຕ້ອງພິຈາລະນາ ຜູ້ທີ່ຈະຮັບເລືອກເປັນເລຂາຄະນະພັກບ້ານແທນ.
ສຸຍວາ ແມ່ນຊື່ຫຼິ້ນຂອງທ່ານຊືຊຸນຢາງ, ເປັນຄົນສັດຊື່, ຫຼັງຈາກທ່ານສີຈິ້ນຜິງໄດ້ຮັບເລືອກເປັນເລຂາຄະນະພັກບ້ານແລ້ວ, ເພິ່ນກໍ່ສະເໜີໃຫ້ຊືຊຸນຢາງເປັນນາຍບ້ານ, ແລະເປັນກຳມະການຄະນະພັກບ້ານ. ສະນັ້ນ ຊືຊຸນຢາງກໍ່ແມ່ນຜູ້ທີ່ເໝາະສົມໃນໃຈຂອງທ່ານສີຈິ້ນຜິງ. ຫຼັງຈາກນັ້ນຫຼາຍມື້ ທ່ານສີຈິ້ນຜິງໄດ້ຮຽກໄຂປະຊຸມສະມາຊິກພັກ, ທ່ານເວົ້າວ່າ:“ຂ້າພະເຈົ້າຈະໄປຮຽນໃນໄວໆນີ້, ເລຂາຄະນະພັກຜູ້ຕໍ່ໄປຈະໃຫ້ໃຜມາຮັບແທນ, ພວກເຮົາກໍ່ຕ້ອງເລືອກດຽວນີ້ ສ່ວນຂ້າພະເຈົ້າຈະສະເໜີຊື່ຂອງສຸຍວາ.”ຢູ່ໃນບັດເລືອກຕັ້ງ, ທຸກຄົນໄດ້ຂຽນຊື່ ສຸຍວາ ໃສ່. ຊືຊຸນຢາງເວົ້າວ່າ:“ຜົນການເລືອກຕັ້ງຄືແນວນີ້, ບໍ່ແມ່ນຍ້ອນວ່າຂ້ອຍດີທີ່ສຸດ, ແມ່ນຍ້ອນວ່າພໍ່ແມ່ຊາວບ້ານໄວ້ເນື້ອເຊື່ອໃຈຈິ້ນຜິງ, ເພິ່ນສະເໜີຊື່ຂ້ອຍ, ຄົນທັງຫຼາຍຈິ່ງໄດ້ເລືອກຂ້ອຍ.”
ມີເລື່ອງໜຶ່ງເຮັດໃຫ້ຊືຊຸນຢາງລືມບໍ່ລົງຄື: ຫຼັງຈາກທ່ານສີຈິ້ນຜິງໄດ້ຮັບເລືອກຕັ້ງເປັນເລຂາຄະນະພັກບ້ານບໍ່ດົນ, ທາງບ້ານໄດ້ຮັບທັນຍາຫານຊ່ວຍເຫຼືອງວດໜຶ່ງ, ຈະແບ່ງທັນຍາຫານງວດນີ້ແນວໃດ? ຊາວບ້ານເກີດມີການໄຕ້ຖຽງກັນຢ່າງໃຫຍ່. ທ່ານສີຈິ້ນຜິງຮູ້ວ່າ ທຸກຄົນດຳລົງຊີວິດຢ່າງບໍ່ໄດ້ງ່າຍປານປານໃດ, ກໍ່ເລີຍເວົ້າວ່າ: “ຊັ້ນພວກເຮົາກໍ່ໄປເບິ່ງໃນຄອບຄົວວ່າ ຄອບຄົວໃດຄວນໄດ້ຫຼາຍ, ຄອບຄົວໃດຄວນໄດ້ໜ້ອຍ, ເບິ່ງແລ້ວຮູ້ໂລດ!”
ມື້ນັ້ນ ເລີ່ມແຕ່ເວລາ 10 ໂມງແລງຮອດເວລາ 5 ໂມງເຊົ້າຂອງມື້ຕໍ່ມາ, ທ່ານສີຈິ້ນຜິງໄດ້ພາຄົນທັງຫຼາຍໄປເບິ່ງຢູ່ແຕ່ລະຄອບຄົວ, ແລະໄດ້ຊອກຮູ້ສະພາບການສະສົມທັນຍາຫານຂອງແຕ່ລະຄອບຄົວ, ຄອບຄົວໃດມີໜ້ອຍ ກໍ່ແບ່ງໃຫ້ຫຼາຍ, ຈົນໝົດທຸກຄົນໃຜໆກໍ່ເຫັນດີນຳ.
ເລື່ອງນີ້ເຮັດໃຫ້ຊືຊຸນຢາງຈົດຈຳໄວ້ຕະຫຼອດ, ລາວເວົ້າວ່າ: “ການກະທຳທີ່ເຮັດແທ້ທຳຈິງຢ່າງເດັດຂາດແລະວ່ອງໄວແບບນີ້ ກໍບໍ່ມີໃຜສາມາດສວຍໂອກາດໄດ້. ຖ້າວ່າຄົນເຮົາເຫັນແກ່ໂຕ, ມັນກໍ່ຈະບໍ່ມີຄວາມຍຸຕິທຳ, ປະຊາຊົນກໍ່ຈະບໍ່ເຊື່ອເຈົ້າ. ເມື່ອມີຄວາມຍຸຕິທຳແລ້ວ, ຍັງຕ້ອງຮູ້ວິທີແກ້ໄຂບັນຫາ ເພື່ອໃຫ້ໝົດທຸກຄົນຍອມຮັບໄດ້.”
ວັນທີ 7 ຕຸລາ 1975 ແມ່ນມື້ທີ່ທ່ານສີຈິ້ນຜິງອອກຈາກບ້ານຫຼຽງເຈ່ຍເຫີ. ຕອນເຊົ້າມື້ນັ້ນ, ໃນເວລາເພິ່ນຢ່າງອອກຈາກເຮືອນ, ກໍ່ເຫັນພໍ່ແມ່ພີ່ນ້ອງປະຊາຊົນຢືນຢູ່ຕາມເດີ່ນບ້ານແລະເສັ້ນທາງໃນບ້ານ, ຄົນໃນບ້ານບໍ່ວ່າຍິງຊາຍນ້ອຍໃຫຍ່ລ້ວນແຕ່ອອກມາ, ຖືເອົາໝາກກະທັນ, ເຂົ້າເຫຼືອງ ແລະເຄື່ອງຕ່າງໆ ຢືນຢ່າງມິດງຽບ, ເຮັດໃຫ້ທ່ານສີຈິ້ນຜິງຕື້ນຕັນໃຈອົດບໍ່ໄດ້ຈົນນ້ຳຕາໄຫຼ.
ມື້ນັ້ນ ຄົນໃນບ້ານບໍ່ມີໃຜໄປເຮັດວຽກ, ເຂົາເຈົ້າໄດ້ຢືນລຽນແຖວກັນເພື່ອສົ່ງທ່ານສີຈິ້ນຜິງ ຈົນອອກຈາກບ້ານໄປຫຼາຍກວ່າ 5 ຫຼັກ.
ເມື່ອຫຼາຍປີຜ່ານໄປແລ້ວ, ທ່ານສີຈິ້ນຜິງມັກຈະຫວນຄືນບ້ານຫຼຽງເຈ່ຍເຫີດ້ວຍຄວາມຄິດຮອດຄິດເຖິງອາໄລອາວອນຢ່າງເລິກເຊິ່ງຕະຫຼອດເວລາ
ທ່ານເຫັນວ່າ, ໄລຍະຢູ່ບ້ານຫຼຽງເຈ່ຍເຫີ ຖືເປັນໄລຍະຫົວລ້ຽວຫົວຕໍ່ຈຸດໜຶ່ງໃນຊີວິດຂອງຕົນ, ທ່ານເວົ້າວ່າ: “ເມື່ອຢືນຢູ່ດິນແດນແຜ່ນນີ້, ຢູ່ກັບປະຊາຊົນທັງຫຼາຍ, ຈະເຮັດໃຫ້ຂ້າພະເຈົ້າຮູ້ສຶກວ່າມີຄວາມໝັ່ນໃຈຫຼາຍ, ມີພະລັງຫຼາຍ. ພູພຽງພາກເໜືອຂອງແຂວງສ້ານຊີ ແມ່ນຮາກເຫງົ້າຂອງຂ້າພະເຈົ້າ, ແຫ່ງນີ້ໄດ້ຝຶກຝົນຫຼໍ່ຫຼອມເພາະສ້າງອຸດົມການທີ່ບໍ່ປຽນແປງໃຫ້ແກ່ຂ້າພະເຈົ້າ ນັ້ນກໍ່ຄື: ເຮັດແທ້ທຳຈິງເພື່ອປະຊາຊົນ. ປີນັ້ນ ຂ້າພະເຈົ້າລາແຫ່ງນີ້ໄປ ແຕ່ຂ້າພະເຈົ້າໄດ້ຈົ່ງຈິດໃຈຂອງຕົນໄວ້ຢູ່ແຫ່ງນີ້.”
ຄຳເຫັນ
0