ການຊ່າງເລົ່າເລື່ອງເປັນຈຸດພິເສດຮ່ວມຂອງນັກການເມືອງແລະນັກຄິດທີ່ມີຊື່ສຽງທັງພາຍໃນປະເທດຈີນແລະຕ່າງປະເທດ, ຍິ່ງເປັນຄວາມປີຊາສາມາດໂດດເດັ່ນຂອງຜູ້ນຳພັກກອມມູນິດຈີນ. ທ່ານສີຈິ້ນຜິງຜູ້ມີຄວາມຮູ້ກວ້າງຂວາງທີ່ຊ່າງເລົ່າເລື່ອງແລະນິທານ. ບໍ່ວ່າຈະເປັນການປະກອບຄຳເຫັນໃນກອງປະຊຸມ,ການໂອ້ລົ້ມໃນເວລາລົງຢ້ຽມຢາມທ້ອງຖິ່ນຫຼືການກ່າວປາຖະກະຖາບົດຄວາມທີ່ລົງພິມໃນໜັງສືພິມ,ວາລະສານໃນໂອກາດຢ້ຽມຢາມຕ່າງປະເທດ, ທ່ານກໍຊ່າງນຳໃຊ້ນິທານ,ເລື່ອງລາວມາບັນຍາຍເນື້ອຫາອັນເລິກເຊິ່ງ ເຮັດໃຫ້ຄົນຊາບຊຶ້ງໃຈ. ເລື່ອງແລະນິທານເຫຼົ່ານີ້ບັນຍາຍດ້ວຍຄຳສັບທີ່ເຂົ້າໃຈງ່າຍ,ຈັບໃຈຄົນແລະມີຄວາມໝາຍເລິກເຊິ່ງ, ເຕັມໄປດ້ວຍອັດສະລິຍະຈີນແລະພະລັງແຮງຈີນ ອີກດ້ານໜຶ່ງກໍສາມາດສ່ອງແສງໃຫ້ເຫັນວ່າ ທ່ານສີຈິ້ນຜິງມີຄວາມເຫັນອົກເຫັນໃຈຕໍ່ທຸກຄົນ ແລະພື້ນຖານຄວາມຮູ້ອັນໜັກແໜ້ນດ້ານປັດຊະຍາ, ຈົນກາຍເປັນຈຸດເດັ່ນອັນໜຶ່ງຂອງແບບແຜນການນຳພາຂອງທ່ານ.
ໃນປະຫວັດສາດຂອງຈີນມີເລື່ອງລາວທີ່ມີຊື່ສຽງເລື່ອງໜຶ່ງຄື ຢາງເຈິ້ນ ຄົນສະໄໝລາຊະວົງຮັ້ນຕາເວັນອອກເຄີຍດຳລົງຕຳແໜ່ງເປັນເຈົ້າໜ້າທີ່ກວດສອບເຂດຈິ່ງໂຈ່ວ, ພາຍຫຼັງມາໄດ້ແຕ່ງຕັ້ງໃຫ້ເປັນເຈົ້າຄອງນະຄອນຕົ່ງໄຫຼ. ລະຫວ່າງການເດີນທາງໄປດຳລົງຕຳແໜ່ງເຈົ້າຄອງນະຄອນຕົ່ງໄຫຼ, ຢາງເຈິ້ນໄດ້ເດີນຜ່ານເມືອງຊ່າງຢີ້, ຫວາງມີ້ ເຈົ້າເມືອງຊ່າງຢີ້ເຄີຍໄດ້ຮັບການສະເໜີໃຫ້ເປັນເຈົ້າໜ້າທີ່ຈາກຢາງເຈິ້ນຕອນນັ້ນ,ຢາງເຈີ້ນດຳລົງຕຳແໜ່ງເປັນເຈົ້າໜ້າທີ່ກວດສອບເຂດຈິ່ງໂຈ່ວ. ເມື່ອໄດ້ຍິນວ່າຢາງເຈິ້ນໄດ້ເດີນທາງຜ່ານເມືອງຕົນ, ກາງເວັນ, ຫວາງມີ້ໄດ້ໄປເຂົ້າພົບຢາງເຈິ້ນ ໂດຍບໍ່ໄດ້ຖືຫຍັງໄປເລີຍ, ແຕ່ມາຮອດກາງຄືນ ລາວກໍໄດ້ກຽມຄຳ 5 ກິໂລຢາກຈະມອບໃຫ້ຢາງເຈິ້ນເພື່ອເປັນການຕອບແທນບຸນຄຸນທີ່ເພິ່ນຊ່ວຍສະເໜີຊື່ເພື່ອຍົກຕຳແໜ່ງຂອງຕົນຂຶ້ນ. ຫວາງມີ້ບອກວ່າ: “ຍາມນີ້ເດິກແລ້ວ ບໍ່ມີໃຜຮູ້ດອກ.”ແຕ່ຢາງເຈິ້ນພັດຕອບວ່າ: “ຟ້າຮູ້,ດິນຮູ້,ເຈົ້າຮູ້,ຂ້ອຍຮູ້, ຊິວ່າບໍ່ມີໃຜຮູ້ໄດ້ແນວໃດ?” ເມື່ອໄດ້ຟັງຄວາມເວົ້າຂອງຢາງເຈິ້ນແບບນີ້, ຫວາງມີ້ກໍຮູ້ສຶກໜ້າອາຍຫຼາຍ. ຢາງເຈິ້ນເປັນເຈົ້າໜ້າທີ່ຜູ້ປອດໃສຂາວສະອາດ, ມີໝູ່ເກົ່າແລະອາວຸໂສຊວນລາວຈັດຊື້ອະສັງຫາລິມະຊັບເຊັ່ນເຮືອນ,ທີ່ດິນແລະອື່ນໆກຽມໄວ້ໃຫ້ລູກຫຼານ, ຢາງເຈິ້ນກໍເວົ້າວ່າ: “ໃຫ້ຄົນຮຸ່ນຫຼັງເອີ້ນເຂົາເຈົ້າວ່າເປັນລູກຫຼານເຈົ້າໜ້າທີ່ຜູ້ປອດໃສຂາວສະອາດ, ເຮົາມອບຊື່ສຽງນີ້ໃຫ້ເຂົາເຈົ້າ ຊິບໍ່ຖືວ່າເປັນຊັບສິນໃຫຍ່ຫຼວງບໍ່?” ນີ້ຄືສະຕິຄວາມຕື່ນຕົວແບບໜຶ່ງ. (ວັກໜຶ່ງທີ່ຄັດຈາກສູນທອນພົດຂອງທ່ານສີຈິ້ນຜິງທີ່ກ່າວໃນກອງປະຊຸມຄົບຄະນະເທື່ອທີ 7 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນຊຸດທີ 18 ເມື່ອວັນທີ 6 ມັງກອນ 2017)
ທ່ານສີຈິ້ນຜິງທີ່ກ່າວສູນທອນພົດໃນກອງປະຊຸມຄົບຄະນະເທື່ອທີ 7 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນຊຸດທີ 18 ເມື່ອວັນທີ 6 ມັງກອນ 2017
ນັບແຕ່ບູຮານນະການມານີ້, ຢູ່ຈີນກໍມີຫຼາຍເລື່ອງດີເລື່ອງເດັ່ນກ່ຽວກັບເຈົ້າໜ້າທີ່ຜູ້ປອດໃສຂາວສະອາດທີ່ໜ້າຍ້ອງຍໍຊົມເຊີຍ ຕົວຢ່າງ: ຢາງຊູ້ ປະຕິເສດສິນບົນດ້ວຍການແຂວນປາເທິງຫ້ອງໂຖງໃຫຍ່, ຈືຮັ້ນ “ຖືການບໍ່ສໍ້ລາດບັງຫຼວງເປັນສິ່ງປະເສີດ”, ຂົງເຟິ້ນ“ເຖິງຈະດຳລົງຕຳແໜ່ງສູງໃນເມືອງຮັ່ງມີກໍຕາມແຕ່ກໍບໍ່ໄດ້ສະແຫວງຫາຜົນປະໂຫຍດສ່ວນຕົວແຕ່ຢ່າງໃດ”, ເປົ໋າປຸ່ນຈີ້ “ປະຕິເສດຂອງຕ້ອນແມ່ນແຕ່ຫີນໃສ່ນ້ຳມຶກກ້ອນດຽວ ຕອນໝົດໜ້າທີ່ໃນການດຳລົງຕຳແໜ່ງ”ແລະອື່ນໆ. ສ່ວນເລື່ອງລາວກ່ຽວກັບຢາງເຈິ້ນ “ປະຕິເສດເງິນຄຳດ້ວຍຄຳວ່າ ‘4ຮູ້’” ແລະ ສ້າງຊື່ສຽງໃຫ້ລູກຫຼານວ່າ “ລູກຫຼານເຈົ້າໜ້າທີ່ຜູ້ປອດໃສຂາວສະອາດ” ກໍເປັນເລື່ອງທີ່ມີຊື່ສຽງໂດ່ງດັງທີ່ຈະບໍ່ມີວັນເສົ້າໝອງໃນປະຫວັດສາດເຊັ່ນດຽວກັນ.
ຢາງເຈິ້ນ ມີຊື່ເພີ່ມເຕີມອີກວ່າ ໂປສີ້, ເກີດຢູ່ເມືອງຮ້ວາຢິ່ນ ແຂວງສ້ານຊີ່, ເປັນນັກປາດທີ່ມີຊື່ສຽງໃນສະໄໝລາຊະວົງຮັ້ນຕາເວັນອອກ (ປີຄສ25— ປີຄສ 220). ເພິ່ນເຂົ້າຮັບຕຳແໜ່ງເປັນເຈົ້ານາຍແຕ່ອາຍຸ 50 ປີ, ເປັນເຈົ້າໜ້າທີ່ປອດໃສຂາວສະອາດ. ຕໍ່ມາ, ເພິ່ນໄດ້ດຳລົງ 3 ຕຳແໜ່ງ ທີ່ມີກຽດສູງສົ່ງ ເຊິ່ງໃນນັ້ນ, ຕຳແໜ່ງສູງສຸດກໍຄືເປັນອັກຄະເສນາບໍດີ. ເລື່ອງ “ ປະຕິເສດເງິນຄຳດ້ວຍຄຳວ່າ‘4 ຮູ້’ ”ເລີ່ມມີການບັນທຶກໄວ້ໃນປຶ້ມ “ປະຫວັດສາດຮັ້ນຕາເວັນອອກ: ຢາງເຈິ້ນ” ເຊິ່ງໄດ້ລະບຸວ່າ: ຕອນເດິກ, ຫວາງມີ້ ເຈົ້າເມືອງຊ່າງຢີ້ໄດ້ນຳເອົາຄຳ 5 ກິໂລຢາກໄປມອບໃຫ້ຢາງເຈິ້ນທັງບອກວ່າ: “ຍາມນີ້ເດິກແລ້ວບໍ່ມີໃຜຮູ້ດອກ.”ແຕ່ຢາງເຈິ້ນພັດຕອບວ່າ: “ຟ້າຮູ້,ດິນຮູ້,ເຈົ້າຮູ້,ຂ້ອຍຮູ້, ຊິວ່າບໍ່ມີໃຜຮູ້ໄດ້ແນວໃດ?” ເມື່ອໄດ້ຍິນຢາງເຈິ້ນເວົ້າແບບນີ້, ຫວາງມີ້ຮູ້ສຶກໜ້າອາຍຫຼາຍກໍເລີຍກ່າວລາອອກຈາກເຮືອນຢາງເຈິ້ນ. ປຶ້ມ “ປະຫວັດສາດຮັ້ນຕາເວັນອອກ” ຍັງລະບຸວ່າ: ຢາງເຈິ້ນເປັນຄົນຊື່ກົງຍຸດຕິທຳແລະປອດໃສຂາວສະອາດ, ບໍ່ຍອມຮັບການເຂົ້າຢ້ຽມຄຳນັບແບບສ່ວນຕົວຈາກຂັ້ນລຸ່ມ. ລູກຫຼານຂອງຢາງເຈິ້ນກໍດຳລົງຊີວິດແບບລຽບງ່າຍ,ກິນພືດຜັກເປັນຫຼັກແລະການເດີນທາງກໍຍ່າງເອົາ,ບໍ່ຂີ່ລົດ. ມີໝູ່ເກົ່າແລະອາວຸໂສຊວນລາວຈັດຊື້ອະສັງຫາລິມະຊັບເຊັ່ນເຮືອນ,ທີ່ດິນແລະອື່ນໆກຽມໄວ້ໃຫ້ລູກຫຼານ, ຢາງເຈິ້ນກໍເວົ້າວ່າ: “ໃຫ້ຄົນຮຸ່ນຫຼັງເອີ້ນເຂົາເຈົ້າວ່າເປັນລູກຫຼານເຈົ້າໜ້າທີ່ຜູ້ປອດໃສຂາວສະອາດ, ເຮົາມອບຊື່ສຽງນີ້ໃຫ້ເຂົາເຈົ້າ ຊິບໍ່ຖືວ່າເປັນຊັບສິນໃຫຍ່ຫຼວງບໍ່?”
ເນື່ອງຈາກເລື່ອງ“ປະຕິເສດເງິນຄຳດ້ວຍຄຳວ່າ ‘4ຮູ້’”, ຄົນຮຸ່ນຫຼັງຈິ່ງເອີ້ນຢາງເຈິ້ນວ່າ “ຢາງ 4 ຮູ້” “ເຈົ້າຄອງນະຄອນ 4 ຮູ້”, “ທ່ານ 4 ຮູ້”. ຕໍ່ມາ,ມາເຖິງສະໄໝລາຊະວົງມິງ,ຢູ່ໃນສຳນັກງານປົກຄອງຂອງນະຄອນໄຫຼໂຈ່ວ,ຍັງມີຫໍໄຫວ້ຢາງເຈິ້ນ, ຫໍ “4 ຮູ້”ອີກ. ກາບກອນປະຫວັດ:ກ່ວນຊີ່ ເຊິ່ງເປັນຜົນງານກາບກອນຂອງຮູເຈິ່ງ ນັກກະວີສະໄໝລາຊະວົງຖັງໄດ້ຍ້ອງຍໍຢາງເຈິ້ນວ່າ: “ດວງວິນຍານຢາງເຈິ້ນຫາຍອອກຈາກພູເປີຍໝາງ, ຮ່ອງຮອຍການເຄື່ອນໄຫວປະພຶດຕົວຢູ່ກ່ວນຊີ່ຄ່ອຍໆຄຸມເຄືອຖືກຫຼົງລືມ.ແຕ່ເລື່ອງ ‘4ຮູ້’ໄດ້ສ້າງຊື່ສຽງດີງາມໃນເມືອງມະນຸດ,ຄວນຈະຍືນຍົງຄົງຕົວຊົ່ວກາລະນານ.”
ຢາງເຈິ້ນບໍ່ພຽງແຕ່ຮັກສາໂຕໃຫ້ປອດໃສຂາວອສະອາດເທົ່ານັ້ນ, ຍັງກ້າຕຳໜິຕິຕຽນປະກົດການຫຍໍ້ທໍ້ໃນວົງການການເມືອງອີກດ້ວຍ. ເພິ່ນກ້າຕຳໜິໂດຍບໍ່ປິດປັງຕໍ່ເຄືອຍາດພີ່ນ້ອງແລະເຊື້ອວົງຕະກຸນເຈົ້າຊີວິດ. ເກິງປາວ ພໍ່ນ້າຂອງເຈົ້າຊີວິດຮັ້ນອ່ານແລະຢຽນສຽນ ອ້າຍຂອງອັກຄະມະເຫສີແລະອື່ນໆຕ່າງກໍໄດ້ແນະນຳໝູ່ເພື່ອນຍາດພີ່ນ້ອງຂອງຕົນຕໍ່ຢາງເຈິ້ນເພື່ອໃຫ້ເຂົ້າເປັນເຈົ້ານາຍໃນລາຊະສຳນັກ, ຢາງເຈິ້ນຮູ້ດີວ່າຄົນເຫຼົ່ານີ້ບໍ່ມີຄວາມຮູ້ຄວາມສາມາດທັງບໍ່ມີຄຸນສົມບັດກໍເລີຍປະຕິເສດຢ່າງເດັດຂາດໝົດ.
ຄຸນສົມບັດແລະແບບແຜນຄອບຄົວແບບນີ້ ເປັນຂອງຂວັນທີ່ດີທີ່ສຸດສຳລັບລູກຫຼານ. ຕຳລາປະຫວັດສາດລະບຸໄວ້ວ່າ: 4ຮຸ່ນຄົນຂອງຕະກຸນຢາງເຈິ້ນມີຄວາມຊື່ສັດບໍລິສຸດແລະຈະລິຍະທຳຕະກູນປອດໃສຂາວສະອາດແລະຍຸດຕິທຳ.ທຳອິດ, ຢາງປິງ ລູກຂອງຢາງເຈິ້ນດຳລົງຊີວິດສັນໂດດໃນຊົນນະບົດເຮັດວຽກເປັນຄູສອນໜັງສື, ຈົນຮອດອາຍຸ 40 ກວ່າປີຈິ່ງອອກມາເປັນເຈົ້ານາຍ ແລະໄດ້ຮັກສາບຸກຄະລິກຄວາມປອດໃສໄຮ້ມົນທິນແບບພໍ່.ເມື່ອມີໝູ່ເກົ່າແລະລູກນ້ອງເອົາເງິນມາຕ້ອນເປັນລ້ານ, ແຕ່ເພິ່ນກໍປະຕິເສດບໍ່ຮັບເອົາໂດຍອ້າງຄຸນສົມບັດເປັນຜູ້ປອດໃສຂາວສະອາດ. ຢາງຊື້ ລູກອີກຜູ້ໜຶ່ງຂອງຢາງເຈິ້ນດຳລົງຕຳແໜ່ງເປັນອັກຄະເສນາບໍດີ, ຢາງສີແລະຢາງປ່ຽວ ເຫຼັນຂອງຢາງເຈິ້ນລ້ວນແຕ່ໄດ້ຮັກສາລະບຽບແບບແຜນປອດໃສຂາວສະອາດຂອງຮຸ່ນປູ່.ຄຸນສົມບັດຕະກູນຢາງເຈິ້ນທີ່ສ້າງຊື່ສຽງດີງາມໃຫ້ຮຸ່ນລູກຮຸ່ນຫຼານເປັນ “ລູກຫຼານເຈົ້ານາຍປອດໃສຂາວສະອາດ”ໄດ້ຮັບການຍ້ອງຍໍສັນລະເສີນແລະເຊີດຊູຊົ່ວກາລະນານ.
ໃນກອງປະຊຸມຄົບຄະນະເທື່ອທີ 7 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນຊຸດທີ 18, ທ່ານສີຈິ້ນຜິງໄດ້ເນັ້ນວ່າ: “ພະນັກງານການນຳຂອງພັກຕ້ອງຍຶດຖືສະຕິຕື່ນຕົວແລະມີສະຕິຕື່ນຕົວ. ເມື່ອມີສະຕິຕື່ນຕົວ ແລະມີສະຕິຕື່ນຕົວສູງຂຶ້ນແລ້ວ, ກໍຈະສາມາດຊອກໄດ້ມາດຕະຖານການປະພຶດຕົວຂອງຕົນ.” ທ່ານສີຈິ້ນຜິງເລົ່າເລື່ອງກ່ຽວກັບຢາງເຈິ້ນປະຕິເສດເງິນຄຳດ້ວຍຄຳວ່າ “4 ຮູ້” ແລະມອບຊື່ສຽງປອດໃສຂາວສະອາດໃຫ້ລູກຫຼານນັ້ນ ກໍມີຈຸດປະສົງເພື່ອບັນຍາຍຄວາມໝາຍສຳຄັນຂອງການມີສະຕີຕື່ນຕົວທີ່ມີຕໍ່ການຍືນຍົງຄົງຕົວ,ການສ້າງຄຸນງາມຄວາມດີ,ການສ້າງທັດສະນະຖ້ອຍຄຳພິເສດ ແລະການສ້າງຄຸນສົມບັດຂອງຄົນຜູ້ໜຶ່ງ. ເມື່ອມີສະຕິຕື່ນຕົວຈິ່ງຈະສາມາດຮູ້ຜິດຮູ້ຖືກ,ຮູ້ແກ້ໄຂອັນໃດເປັນສ່ວນລວມອັນໃດເປັນສ່ວນຕົວ,ເມື່ອມີສະຕິຕື່ນຕົວຈິ່ງຈະສາມາດຮັກສາຄວາມເປັນທຳແລະກຳຈັດຄວາມຊົ່ວໄດ້.ສະຕິຕື່ນຕົວເປັນ ຫີນວັດແທກຄຳຫຼືເປັນມາດຕະຖານ ສຳລັບກວດສອບຄຸນທາດແນວຄິດຂອງຄົນຜູ້ໜຶ່ງ, ເມື່ອປະເຊີນໜ້າກັບຄວາມຂັດແຍ້ງລະຫວ່າງສ່ວນລວມແລະສ່ວນຕົວ, ຍຸຕິທຳກັບຜົນປະໂຫຍດ,ຖືກກັບຜິດ,ຄວາມເປັນທຳກັບຄວາມຊົ່ວ, ຄວາມທຸກກັບຄວາມສຸກ, ຈະເລືອກເອົາໂຕໃດ, ກໍຕ້ອງອາໃສສະຕິຕື່ນຕົວນັ້ນເອງ.
ຄຳເຫັນ
0