ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ທ່ານສີຈິ້ນຜິງກ່າວວ່າ: “”ຜູ້ມີຄວາມຮູ້ຄວາມສາມາດເປັນພື້ນຖານແຫ່ງການພັດທະນາເສດຖະກິດ, ຄວນຖືການພັດທະນາຊັບພະຍາກອນມະນຸດເປັນຈຸດສຳຄັນດ້ານຍຸດທະສາດ. ຖ້າບໍ່ມີຜູ້ມີຄວາມຮູ້ຄວາມສາມາດ, ປະຊາຊົນຈະບໍ່ສາມາດສ້າງຄວາມຮັ່ງມີຂຶ້ນ, ເມືອງກໍບໍ່ສາມາດສ້າງຄວາມເຂັ້ມແຂງໄດ້, ເປົ້າໝາຍທີ່ຈະເພີ່ມຂຶ້ນ 3 ເທົ່າຕົວກໍບໍ່ສາມາດບັນລຸຜົນເປັນຈິງໄດ້.” ຫຼັງຈາກດຳລົງຕຳແໜ່ງເລຂາຄະນະພັກເມືອງເຈີ້ງຕິ້ງແລ້ວ, ທ່ານສີຈິ້ນຜິງໄດ້ໃຊ້ມາດຕະການຢ່າງໜຶ່ງທີ່ເກີດຜົນສະທ້ອນອັນໃຫຍ່ຫຼວງໃນທົ່ວແຂວງເຮີເປີຍກໍຄືທົ່ວປະເທດຈີນ, ນັ້ນກໍຄື ຮັບສະໝັກຜູ້ມີຄວາມຮູ້ຄວາມສາມາດ.
ຄຽງຄູ່ກັບເສດຖະກິດເມືອງເຈີ້ງຕິ້ງພັດທະນາຢ່າງວ່ອງໄວ, ຄວາມຂັດແຍ່ງທີ່ຂາດເຂີນຜູ້ມີຄວາມຮູ້ຄວາມສາມາດກໍນັບມື້ນັບພົ້ນເດັ່ນຂຶ້ນ. ທ່ານສີຈິ້ນຜິງຕົກລົງຮັບສະໝັກຜູ້ມີຄວາມຮູ້ຄວາມສາມາດ, ເຕົ້າໂຮມ ແລະ ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດໃຫ້ເປັນປະໂຫຍດ, ເຊິ່ງໄດ້ເປີດປະຕູຢ່າງກວ້າງຂວາງຕໍ່ຜູ້ມີເຈດຈຳນົງ ແລະ ຄວາມຮູ້ຄວາມສາມາດ.
ເດືອນມີນາ ປີ 1983, ຢູ່ເມືອງເຈີ້ງຕິ້ງໄດ້ເຜີຍແຜ່ ຂໍ້ກຳນົດ9 ຂໍ້ທີ່ຮັບສະໝັກຜູ້ມີຄວາມຮູ້ຄວາມສາມາດ, ຄື: ສຳເລັດໂຄງການໃດໜຶ່ງສາມາດແບ່ງຜົນກຳໄລຕາມອັດຕາສ່ວນທີ່ແນ່ນອນ; ຮັບເອົາຜູ້ມີຄວາມສາມາດ ຫຼື ຄວາມຊຳນານດ້ານວິຊາການໂດຍບໍ່ຈຳແນກຊົນຊັ້ນ ວັນນະ; ຖ້າແລ່ນເອກະສານບໍ່ທັນຄົບຖ້ວນກໍສາມາດໄປເຮັດວຽກກ່ອນແລ້ວເຮັດເອກະສານຕ່າງໆຕາມຫຼັງ; ຍອມເອົາການລົ້ມເຫຼວ ໃນໂຄງການຄົ້ນຄວ້າ, ໂດຍຈະບໍ່ສືບຫາຄວາມຮັບຜິດຊອບ; ສ້າງຕຶກຜູ້ມີຄວາມຮູ້ຄວາມສາມາດ; ໄປມາຢ່າງເສລີ, ຖ້າຜູ້ໃດຮູ້ສຶກວ່າບໍ່ສາມາດເສີມຂະຫຍາຍທ່າແຮງຂອງຕົນກໍສາມາດສັບຊ້ອນໄປບ່ອນອື່ນກໍເປັນໄປໄດ້; ແລະອື່ນໆອີກ. ເຊິ່ງ ຂໍ້ກຳນົດ 9 ຂໍ້ນີ້ໄດ້ເຜີຍແຜ່ໂຄສະນາຢູ່ໜ່ວຍການຜະລິດ ອົງການລັດ ໂຮງຮຽນ ແລະ ໂຮງຈັກໂຮງງານຕ່າງໆດ້ວຍຮູບການແຈ້ງການທົ່ວໄປ, ເຮັດໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງ ແລະ ເຂົ້າເຖິງຈິດໃຈປະຊາຊົນ.
ທ່ານເສີງປາວຮວຍ ອະດີດເຈົ້າເມືອງເມືອງເຈີ້ງຕິ້ງໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບຕອນທີ່ເຮັດວຽກນຳກັນກັບທ່ານສີຈິ້ນຜິງຢູ່ເມືອງເຈິ້ງຕິ້ງ
ທ່ານເສີງປາວຮວຍເຈົ້າເມືອງເມືອງເຈີ້ງຕິ້ງໃນເວລານັ້ນຍັງຈື່ໄດ້ວ່າ: “ຂໍ້ກຳນົດ 9 ຂໍ້ນີ້ເຖິງຈະເອົາມາໄວ້ຢູ່ຊູ່ມື້ນີ້ກໍຖືວ່າມີແນວຄິດປະດິດສ້າງຫຼາຍ, ໃນເວລານັ້ນຍິ່ງເຮັດໃຫ້ຄົນຮູ້ສຶກເປັນເລື່ອງແປກໃໝ່.” ທ່ານເສີງປາວຮວຍຍັງຈື່ວ່າ, ໃນເວລານັ້ນ, ທ່ານເອົາຂໍ້ກຳນົດ 9 ຂໍ້ນີ້ໄປລົງພິມຢູ່ສື່ມວນຊົນແຫ່ງໜຶ່ງ, ແຕ່ຜູ້ວ່າການສື່ແຫ່ງນັ້ນອ່ານແລ້ວບໍ່ແນ່ໃຈຈຶ່ງບໍ່ກ້າລົງພິມ, ຕໍ່ມາ ໄດ້ລົງພິມໃນໜັງສືພິມລາຍວັນເຮີເປີຍ, ພາໃຫ້ເກີດສຽງຕອບຮັບເປັນຢ່າງດີໃນສັງຄົມ, ປັນຍາຊົນ ແລະ ນັກວິຊາການເຕັກນິກວິສະວະກຳຈຳນວນຫຼວງຫຼາຍໄດ້ຮ້ອງຂໍ ຫຼື ສົ່ງໃບສະເໜີ ໂດຍຮຽກຮ້ອງໄປເຮັດວຽກຢູ່ເມືອງເຈີ້ງຕິ້ງ. ໃນປີນັ້ນ, ເມືອງເຈີ້ງຕິ້ງໄດ້ນຳເຂົ້ານັກວິຊາການປະເພດຕ່າງໆ 46 ຄົນ, ແລະດຶງດູດນັກວິຊາການດ້ານວິທະຍາສາດເຕັກໂນໂລຊີ 257 ຄົນ.
“ໃນເວລານັ້ນ, ສະຫາຍສີຈິ້ນຜິງໄດ້ສົ່ງເສີມມາດຕະການດຶງດູດຜູ້ມີຄວາມຮູ້ຄວາມສາມາດຢ່າງຂະໜາດໃຫຍ່ຢູ່ເມືອງເຈີ້ງຕິ້ງ, ກໍມີເລື່ອງເລົ່າຫຼາຍກ່ຽວກັບການສະແຫວງຫາ ແລະ ເຄົາລົບນັບຖືຜູ້ມີຄວາມຮູ້ຄວາມສາມາດ. ການຊອກຫາອູປາວຊິ້ນ ກໍເປັນເລື່ອງໜຶ່ງ.” ທ່ານນາງເຮີອີ້, ອະດີດຮອງເຈົ້າເມືອງເມືອງເຈີ້ງຕິ້ງຫວນຄືນວ່າ, ອູປາວຊິ້ນເປັນວິສະວະກອນຂອງໂຮງງານເຄື່ອງອາໄຫຼ່ຈັກຊືເຈ່ຍຈ່ວງ, ລາວໄດ້ໃຊ້ເວລານອກໂມງການຄົ້ນຄວ້າຜະລິດເຄື່ອງສຳອາງທາງການແພດ ແລະຂາຍໄດ້ດີໃນທົ່ວປະເທດຈີນ. ອູປາວຊິ້ນຮັບຮູ້ວ່າເມືອງເຈີ້ງຕິ້ງໃຫ້ຄວາມສຳຄັນສູງຕໍ່ຜູ້ມີຄວາມຮູ້ຄວາມສາມາດ, ຈຶ່ງຝາກຈົດໝາຍໄປໂດຍກ່າວວ່າຍິນດີໄປເຮັດວຽກຢູ່ເມືອງເຈີ້ງຕິ້ງ. ຫຼັງຈາກທ່ານສີຈິ້ນຜິງຮູ້ແລ້ວ, ກໍຕັດສິນໃຈເອົາອູປາວຊິ້ນໄປເມືອງເຈີ້ງຕິ້ງໃນທັນທີ. ຕົ້ນປີ 1983, ທ່ານສີຈິ້ນຜິງໄດ້ພາເຈົ້າເມືອງ ແລະ ຮອງເຈົ້າເມືອງໄປຊອກຫາອູປາວຊິ້ງຢູ່ນະຄອນຊືເຈ່ຍຈ່ວງ. ເຂດຊຸມຊົນທີ່ອູປາວຊິ້ນອາໄສຢູ່ນັ້ນມີຕຶກຫຼາຍສິບຫຼັງ, ພວກເພິ່ນຊອກໄປຕາມຕຶກທຸກຫຼັງ, ຖາມໃຜໆກໍບໍ່ຮູ້ວ່າອູປາວຊິ້ນອາໄສຢູ່ຕຶກໃດ. ເມື່ອຮອດ 10 ໂມງແລງແລ້ວ, ທ່ານສີຈິ້ນຜິງກໍໄດ້ເອີ້ນດ້ວຍສຽງດັງໆໃນເຂດຊຸມຊົນເລີຍ: “ອູປາວຊິ້ນ! ອູປາວຊິ້ນເອີ້ຍ!” ສຽງໜັກແໜ້ນດັງຂຶ້ນໃນຄ່ຳຄືນລະດູໜາວທີ່ງຽບສະຫງັດ. ອູປາວຊິ້ນໄດ້ຍິນສຽງແລ້ວກໍຮີບແລ່ນອອກມາຈາກເຮືອນ, ໄດ້ຕ້ອນຮັບພວກເພິ່ນເຂົ້າສູ່ເຮືອນຕົນ ແລະ ລົມກັນຈົນຮອດຕອນຂ້ອນແຈ້ງ. ອູປາວຊິ້ນໄດ້ຕອບຕົກລົງຕາມຄຳເຊື້ອເຊີນຂອງທ່ານສີຈິ້ນຜິງຢູ່ກັບທີ່ເລີຍ, ແລະນຳເອົາໂຄງການເຄື່ອງສຳອາງທາງການແພດທີ່ຄົ້ນຄວ້າຜະລິດດ້ວຍຕົນເອງນັ້ນໄປສູ່ເມືອງເຈີ້ງຕິ້ງ, ພຽງແຕ່ປີດຽວກໍໄດ້ສ້າງຜົນກຳໄລ 3 ແສນກວ່າຢວນໃຫ້ເມືອງເຈີ້ງຕິ້ງ.
ຄືແບບນີ້, ທ່ານສີຈິ້ນຜິງໄດ້ສົ່ງເສີມນະໂຍບາຍຜູ້ມີຄວາມຮູ້ຄວາມສາມາດຢ່າງຂະໜາດໃຫຍ່ຢູ່ເມືອງເຈີ້ງຕິ້ງ, ເຄົາລົບ ແລະ ເອົາໃຈໃສ່ນຳຜູ້ມີຄວາມຮູ້ຄວາມສາມາດ, ເຕົ້າໂຮມ ແລະ ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດຢ່າງມີປະສິດທິຜົນສູງ, ເຊິ່ງໄດ້ປຸກລະດົບຄວາມກະຕືລືລົ້ນຂອງປັນຍາຊົນອັນໄພສານໃນການເຮັດວຽກ ແລະ ປະດິດສ້າງທຸລະກິດໃໝ່.
ປີ 1982, ທ່ານສີຈິ້ນຜິງສະເໜີໃຫ້ດຳເນີນການສຳຫຼວດທົ່ວໄປ 3 ເທື່ອຕໍ່ປັນຍາຊົນໃນທົ່ວເມືອງເຈີ້ງຕິ້ງ, ໂດຍຈົດທະບຽບນັກວິຊາການໃນຂະແໜງການຕ່າງໆ, ເຊິ່ງໄດ້ສ້າງບັນຊີລາຍຊື່ຜູ້ມີຄວາມຮູ້ຄວາມສາມາດ ຫົວທຳອິດໃນປະຫວັດສາດຂອງເມືອງເຈີ້ງຕິ້ງ. ໃນບັນຊີລາຍຊື່ດັ່ງກ່າວໄດ້ບັນທຶກວິຊາການຂອງທຸກຄົນ, ເພື່ອສັບຊ້ອນໜ້າທີ່ວຽກງານຢ່າງສົມເຫດສົມຜົນ, ເຮັດໃຫ້ເຂົາເຈົ້າສາມາດເສີມຂະຫຍາຍທ່າແຮງ ແລະ ບົດບາດຂອງຕົນເທົ່າທີ່ຄວນ.
ທ່ານຫຼີປີ່ງເສີນທີ່ມີອາຍຸ 68 ປີໃນເວລານັ້ນ, ເຄີຍເຮັດວຽກຫຼາຍປີຢູ່ນະຄອນຫຼວງປັກກິ່ງ, ມີຄວາມຊຳນານທີ່ສຸດໃນດ້ານເຕັກນິກຜະລິດແປ້ງສິງກະໂປ, ໄດ້ຮັບຈ້າງໄປກະກຽມສ້າງໂຮງງານຜະລິດແປ້ງສາລີຢູ່ບ້ານຢົງອ່ານ. ທາງເມືອງເຈີ້ງຕິ້ງໄດ້ອຳນວຍຄວາມສະດວກດ້ານການດຳລົງຊີວິດ ແລະ ແນະນຳຄົນຮັກໂດຍສ້າງຄອບຄົວໃຫ້ທ່ານຫຼີປິ່ງເສີນ, ທັງໝົດເຫຼົ່ານີ້ເຮັດໃຫ້ນັກວິຊາການອາວຸໂສຜູ້ນີ້ປະທັບໃຈທີ່ສຸດ. ລາວໄດ້ທຸ້ມເທເຂົ້າສູ່ວຽກງານຢ່າງສຸດອົກສຸດໃຈ, ເຮັດໃຫ້ໂຮງງານຜະລິດແປ້ງສາລີສ້າງສຳເລັດ ແລະ ຜະລິດຜົນຢ່າງວ່ອງໄວ, ສາມາດຜະລິດແປ້ງສາລີໄດ້ 18000 ໂຕນຕໍ່ປີ, ຕົກເປັນມູນຄ່າ 1,5ລ້ານຢວນ, ມີຜົນກຳໄລສຸດທິ 2 ແສນຢວນ.
ທ່ານຊິ່ວປິ່ນຊ່າງເຄີຍເປັນຜູ້ຊຳນານດ້ານການດຳເນີນທຸລະກິດ ແລະການຄຸ້ມຄອງບໍລິຫານຢູ່ນະຄອນອູຊິ່ນແຂວງຈ່ຽງຊູ່. ໃນເວລາໄປທັດສະນະສຶກສາຢູ່ນະຄອນອູຊີ່, ທ່ານສີຈິ້ນຜິງໄດ້ຮູ້ຈັກກັນກັບຜູ້ນີ້, ທັງໄປຊັກຊວນ ແລະ ເຊື້ອເຊີນລາວໄປດຳລົງຕຳແໜ່ງຜູ້ອຳນວຍການໂຮງງານຜະລິດຫົວຈ່າຍນ້ຳມັນເມືອງເຈີ້ງຕິ້ງທີ່ຂາດທຶນ 5 ແສນກວ່າຢວນ ແລະ ໃກ້ຈະລົ້ມລະລາຍ. ໃນມື້ທີ 2 ທີ່ທ່ານຊິ່ວປິ່ນຊ່າງດຳລົງຕຳແໜ່ງຜູ້ອຳນວຍການໂຮງງານແຫ່ງນັ້ນ, ກໍໄດ້ຂາຍຜະລິດຕະພັນຄ້າງສາງອອກໄປໝົດ, ບໍ່ຮອດປີໜຶ່ງ, ມູນຄ່າການຜະລິດຂອງໂຮງງານດັ່ງກ່າວກໍໄດ້ເພີ່ມຂຶ້ນ 1 ເທົ່າຕົວ. ທ່ານຊິ່ວປິ່ນຊ່າງໄດ້ເຮັດວຽກຢູ່ເມືອງເຈີ້ງຕິ້ງເປັນເວລາ 10 ກວ່າປີຈົນຮອດບຳນານ. ເພິ່ນເວົ້າດ້ວຍຄວາມດູດດື່ມວ່າ: “ຂ້ອຍຫ່າງເຫີນຈາກຄອບຄົວ ແລະ ປະລະທຸລະກິດເກົ່າ, ກໍແມ່ນເພື່ອຊອກຫາຫົວໜ້າທີ່ມີຄວາມສະຫຼາດສ່ອງໃສ, ແລະ ສ້າງພາລະກິດຂະໜາດໃຫຍ່, ດຽວນີ້ຄວາມມຸ່ງຫວັງຂອງຂ້ອຍບັນລຸຜົນເປັນຈິງແລ້ວ.”
ໃນຍຸກສະໄໝທີ່ບໍ່ຄ່ອຍຍອມຮັບຫົວຄິດປະດິດສ້າງນັ້ນ, ທ່ານສີຈິ້ນຜິງໄດ້ໃຊ້ວິທີພິເສດຫຼາຍຢ່າງເພື່ອດຶງດູດຜູ້ມີຄວາມຮູ້ຄວາມສາມາດ, ໃນນັ້ນບາງວິທີການແມ່ນມີໜ້ອຍແລະ ຍາກທີ່ຈະເຮັດໄດ້ໃນຂອບເຂດທົ່ວປະເທດ. ທ່ານສີຈິ້ນຜິງໄດ້ທັບມ້າງຂໍ້ຈຳກັດຕ່າງໆໃນການນຳໃຊ້ຊັບພະຍາກອນມະນຸດ, ໄດ້ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດຫຼາຍຄົນຢ່າງກ້າຫານ ເຊິ່ງໃນນັ້ນຫຼາຍຄົນເປັນຜູ້ທີ່ຖືກສົງໄສ ຫຼື ບໍ່ເປັນທີ່ຍອມຮັບໃນສັງຄົມສະໄໝນັ້ນ. ເຖິງຈະເປັນຜູ້ທີ່ເຄີຍມີການກະທຳຜິດກໍຕາມ, ຂໍແຕ່ປ່ຽນແປງໃຫ້ຖືກຕ້ອງແລ້ວ, ທ່ານພິຈາລະນາຄັກແລ້ວກໍຈະຕັດສິນໃຈນຳໃຊ້ຢ່າງກ້າຫານ.
ນອກຈາກນັ້ນ, ທ່ານສີຈິ້ນຜິງຍັງໄດ້ເປັນເຈົ້າການດຶງດູດຜູ້ມີຄວາມຮູ້ຄວາມສາມາດຢ່າງກວ້າງຂວາງ ໂດຍນຳເຂົ້ານັກວິຊາການຈາກພາຍນອກ. ທ່ານໄດ້ຂຽນຈົດໝາຍເຊື້ອເຊີນຝາກໃຫ້ນັກວິຊາການ ແລະ ຜູ້ຊ່ຽວຊານທີ່ມີຊື່ສຽງ 100 ກວ່າທ່ານໃນທົ່ວປະເທດເພື່ອຈັດຄະນະທີ່ປຶກສາດ້ານເສດຖະກິດຂອງເມືອງເຈີ້ງຕິ້ງ. ມີຜູ້ຊ່ຽວຊານ 53 ທ່ານໃນຂົງເຂດຕ່າງໆໄດ້ຕອບສະໜອງຕາມຄຳເຊີນດ້ວຍຄວາມຍິນດີ, ໃນນັ້ນກໍມີທ່ານຮວາໂລເກີ່ງ ນັກຄະນິດສາດ, ທ່ານອີກວ່າງຢວນ ນັກເສດຖະສາດ, ທ່ານຕູ້ຈືຕ່ວນ ປະທານສະມາຄົມອາຫານຈີນ, ແລະທ່ານອື່ນໆ.
ທ່ານເສີງປາວຮວຍຫວນຄືນວ່າ: “ຊ່ຽວຊານຫຼາຍຄົນໄດ້ປະທັບໃຈຕໍ່ຄວາມຈິງໃຈຂອງສະຫາຍສີຈິ້ນຜິງ, ແລະໄປເປັນທີ່ປຶກສາຢູ່ເມືອງເຈີ້ງຕິ້ງ. ເພິ່ນເປັນພຽງແຕ່ເລຂາຄະນະພັກເມືອງ, ແຕ່ສາມາດເຊື້ອເຊີນຜູ້ຊ່ຽວຊານທີ່ມີຊື່ສຽງຫຼາຍປານນີ້ມາຮອດເມືອງເຈີ້ງຕິ້ງ, ເປັນທີ່ປຶກສາ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງເມືອງເຈີ້ງຕິ້ງ, ນີ້ເປັນເລື່ອງທີ່ບໍ່ທຳມະດາ.”
ຄຳເຫັນ
0