ແຕ່ເດືອນມີນາ ປີ 1982 ຫາ ເດືອນພຶດສະພາປີ 1985, ທ່ານສີຈິ້ນຜິງໄດ້ດຳລົງຕຳແໜ່ງເປັນຮອງເລຂາ ແລະ ເລຂາຄະນະພັກເມືອງເຈີ້ງຕິ້ງແຂວງເຮີເປີຍຈີນ, ໃນເວລາ 3 ປີປາຍທີ່ເຮັດວຽກຢູ່ເມືອງເຈີ້ງຕິ້ງ, ທ່ານສີຈິ້ນຜິງໄດ້ເຂົ້າໃກ້ຊິດກັບພະນັກງານ ແລະ ປະຊາຊົນ, ລົງຮາກຖານໄປເຖິງທຸກໆບ້ານໃນທົ່ວເມືອງເພື່ອລົງເລິກສຳຫຼວດຄົ້ນຄວ້າ, ຊອກຮູ້ສະພາບຄວາມເປັນຈິງ, ທັງແບກຫາບຄວາມຮັບຜິດຊອບຢ່າງກ້າຫານໃນການດຳເນີນການປະຕິຮູບ, ເຕົ້າໂຮມຜູ້ມີຄວາມຮູ້ຄວາມສາມາດຢ່າງກວ້າງຂວາງ, ເອົາໃຈໃສ່ນຳປະຊາຊົນໃນທຸກເວລາ, ພ້ອມກັນນັ້ນ, ທ່ານຍັງໄດ້ປັບປຸງແບບແຜນຂອງພັກໃຫ້ປອດໃສ, ວາງແຜນແມ່ບົດເພື່ອພັດທະນາທ້ອງຖິ່ນ, ເຮັດໃຫ້ເມືອງເຈີ້ງຕິງທີ່ເປັນເມືອງກະສິກຳຢູ່ທົ່ງພຽງພາກກາງຂອງແຂວງເຮີເປີຍ ທັງມີປະຫວັດສາດວັດທະນທະທຳມາເປັນເວລາດົນນານນັ້ນໄດ້ທັນກັບກະແສຫຼັກຂອງຍຸກສະໄໝ, ເບັ່ງບານພະລັງຊີວິດຊີວາຢ່າງຟົດຟື້ນ. ທ່ານສີຈິ້ນຜິງໄດ້ອຸທິດເຫື່ອແຮງຢ່າງສຸດອົກສຸດໃຈ, ສ້າງຜົນງານທີ່ໜ້າປະທັບໃຈ ແລະ ເຕັມໄປດ້ວຍຄວາມກະຕືລືລົ້ນແຫ່ງໄວໜຸ່ມຢູ່ດິນແດນເມືອງເຈີ້ງຕິ້ງ. ທ່ານສີຈິ້ນຜິງເຄີຍກ່າວດ້ວຍຄວາມດູດດື່ມວ່າ: “ເມືອງເຈີ້ງຕິ້ງເປັນຈຸດເລີ່ມຕົ້ນທີ່ຂ້າພະເຈົ້າດຳລົງຕຳແໜ່ງຜູ້ບໍລິຫານ.”
ເມືອງເຈີ້ງຕິ້ງແຂວງເຮີເປີຍເປັນເມືອງເກົ່າແກ່ທີ່ມີຊື່ສຽງທາງດ້ານາປະຫວັດສາດ ແລະ ວັດທະນະທຳ, ເຊິ່ງຫ່າງຈາກນະຄອນຫຼວງປັກກິ່ງໄປທາງທິດໃຕ້ 240 ກິໂລແມັດ. ໃນສະໄໝບູຮານ, ເຄີຍຖືກເອີ້ນເປັນ “3 ເມືອງສຳຄັນທາງພາກເໜືອ” ໂດຍຮ່ວມກັບປັກກິ່ງ ແລະ ປາວຕິ້ງ.
ຢູ່ເມືອງເຈີ້ງຕິ້ງມີເນື້ອທີ່ດິນປູກຝັງທີ່ອຸດົມສົມບູນ, ມີຊັບພະຍາກອນນ້ຳຢ່າງອຸດົມສົມບູນ ແລະ ມີເສັ້ນທາງຄົມມະນາຄົມຢ່າງສະດວກ, ເປັນສະຖານທີ່ສວຍສົດງົດງາມ ແລະ ຮັ່ງມີມັ່ງຄັ່ງຕັ້ງແຕ່ບູຮານນະການ. ໃນຕົ້ນຊຸມປີ 1970, ລັດຖະບານຈີນໄດ້ເນັ້ນວຽກງານສະບຽງອາຫານ, ປະລິມານເກນຊື້ສະບຽງອາຫານເປັນຄາດໝາຍສຳຄັນຢ່າງໜຶ່ງໃນການປະເມີນຜົນການພັດທະນາເສດຖະກິດໃນເວລານັ້ນ, ກໍເປັນເງື່ອນໄຂສຳຄັນຢ່າງໜຶ່ງໃນການປະກວດ ເມືອງກ້າວໜ້າ ໃນຂະບວນການ “ຮຽນນຳບ້ານຕ້າໄຈ້ໃນດ້ານການພັດທະນາກະສິກຳ”. ຫຼັງຈາກໄດ້ຮັບປະກວດເປັນເມືອງກ້າວໜ້າໃນຂະບວນການດັ່ງກ່າວແລ້ວ, ຢູ່ເມືອງເຈີ້ງຕິ້ງໄດ້ປະຕິບັດຕາມມາດຕະຖານເກນຊື້ສະບຽງອາຫານສູງເກີນໄປ, ແຕ່ລະປີ ປະຊາຊົນເມືອງເຈີ້ງຕິງ 4ແສນຄົນຕ້ອງມອບພັນທະສະບຽງອາຫານ 38000ໂຕນ, ໃນຄວາມເປັນຈິງແລ້ວ, ປະຊາຊົນເມືອງເຈີ້ງຕິ້ງຍັງມີຫຼາຍໆຄອບຄົວຍັງສາມາດແກ້ໄຂບັນຫາກິ່ນອິ່ມນຸ່ງອຸ່ນໄດ້.
ເມື່ອຕົ້ນຊຸມປີ 1980, ກະແສລົມແຫ່ງການປະຕິຮູບ ແລະ ການເປີດປະຕູສູ່ພາຍນອກໄດ້ແຜ່ຂະຫຍາຍໄປສູ່ດິນແດນທົ່ວປະເທດຈີນ, ປະຊາຊົນເມືອງເຈີ້ງຕິ້ງຍັງລຶ້ງກັບຮູບແບບເກົ່າ ຄື ລົງເຮັດໄຮ່ເຮັດນາເມື່ອຟັງສຽງລະຄັງ ແລະ ຟັງສຽງຫວີດເຕືອນຈຶ່ງໄປການ, ເມືອງເຈີ້ງຕິ້ງຈຶ່ງກາຍເປັນ “ເມືອງທຸກຍາກທີ່ມີຜົນຜະລິດສູງ”.
ການສະແຫວງຫາການປ່ຽນແປງ ແລະ ຄວາມຮັ່ງມີຂຶ້ນໄດ້ກາຍເປັນຄວາມປາຖະໜາຮ່ວມຂອງປະຊາຊົນເມືອງເຈີ້ງຕິ້ງທັງຫຼາຍ.
ກໍແມ່ນໃນໄລຍະນັ້ນ, ທ່ານສີຈິ້ນຜິງໄດ້ໄປຮອດເມືອງເຈີ້ງຕິ້ງ.
ຫຼັງຈາກທ່ານສີຈິ້ນຜິງຮຽນຈົບຈາກມະຫາວິທະຍາໄລຊິ່ງຮວາເມື່ອປີ 1979, ທ່ານໄດ້ໄປເຮັດວຽກຢູ່ຫ້ອງວ່າການລັດຖະບານ ແລະ ຫ້ອງວ່າການຄະນະກຳມະການການທະຫານສູນກາງ. ປີ 1982, ໃນເວລາທີ່ຊາວໜຸ່ມຈຳນວນໜຶ່ງເລີ່ມດຳເນີນທຸລະກິດ ຫຼື ໄປຮຽນຕໍ່ຢູ່ຕ່າງປະເທດ, ແຕ່ທ່ານສີຈິ້ນຜິງໄດ້ເປັນເຈົ້າການປະລະເງື່ອນໄຂເອື້ອຍອຳນວຍຢູ່ນະຄອນຫຼວງປັກກິ່ງ, ລົງຮາກຖານໄປເຮັດວຽກຢູ່ເມືອງເຈີ້ງຕິ້ງແຂວງເຮີເປີຍ.
ປະຊາຊົນຫຼາຍຄົນຍັງຈື່ໄດ້ຢ່າງຈະແຈ້ງວ່າ, ໃນຕອນເຊົ້າມື້ໜຶ່ງຂອງຕົ້ນເດືອນເມສາປີ 1982, ລົດຈິບສີຂຽວຄັນໜຶ່ງໄດ້ແລ່ນເຂົ້າສູ່ສຳນັກງານຄະນະພັກເມືອງເຈີ້ງຕິ້ງ, ຜູ້ບ່າວສູງໆຜູ້ໜຶ່ງໂດດລົງຈາກລົດຈິບ, ໂດຍໃສ່ຊຸດທະຫານທີ່ມີສີຈືດຈາງ, ເປ້ກະເປົາແບບງ່າຍດາຍ, ເຂົ້າອາໄສຢູ່ໃນຫ້ອງການເກົ່າທີ່ບໍ່ມີເຄື່ອງເຮືອນຫຍັງ. ໃນຕອນເລີ່ມຕົ້ນ, ປະຊາຊົນມີຄວາມສົງໄສຫຼາຍຢ່າງຕໍ່ກັບຜູ້ບ່າວທີ່ມາຈາກນະຄອນຫຼວງຜູ້ນີ້, ບໍ່ຮູ້ວ່າລາວເປັນພະນັກງານທີ່ອົງການສູນກາງສົ່ງມາຝຶກຝົນຫຼໍ່ຫຼອມ, ຫຼືເປັນນັກສິລະປິນທີ່ໄປສຳຜັດກັບຊີວິດຮາກຖານ.
ແຕ່ວ່າເມື່ອຮັບຮູ້ວ່າຜູ້ບ່າວຄົນນີ້ທີ່ມີອາຍຸພຽງແຕ່ 28 ປີ ມາດຳລົງຕຳແໜ່ງຮອງເລຂາຄະນະພັກເມືອງ, ບາງຄົນໄດ້ຖືເບົາວ່າ, ນີ້ເປັນລູກເຕົ້າຂອງຜູ້ນຳຂັ້ນສູງ, ພຽງແຕ່ລົງຮາກຖານເພື່ອເພີ່ມເນື້ອໃນໃນຊີວະປະຫວັດເທົ່ານັ້ນ, ບໍ່ຮອດເຄິ່ງປີກໍຈະທົນທຸກບໍ່ໄດ້ ແລະ ຈະໜີໄປເລີຍ. ເຊິ່ງພວກເຂົາເຈົ້າບໍ່ໄດ້ຝາກຄວາມຫວັງຫຍັງເລີຍຕໍ່ກັບທ່ານສີຈິ້ນຜິງ.
ແຕ່ວ່າ, ທ່ານສີຈິ້ນຜິງໄດ້ເລີ່ມເຮັດວຽກຢ່າງໜັກໜ່ວງ, ກິນຢູ່ ແລະອອກແຮງງານຮ່ວມກັນກັບປະຊາຊົນ, ບໍ່ມີທ່າທາງອວດອົ່ງຖືຕົວແມ່ນແຕ່ໜ້ອຍດຽວເລີຍ. ປະຊາຊົນຮັບຮູ້ວ່າ, ທ່ານສີຈິ້ນຜິງເຄີຍໄດ້ໄປລົງຮາກຖານຢູ່ແຂວງສ້ານຊີ່ເມື່ອອາຍຸ 15 ປີ, ເຄີຍເປັນເລຂາຄະນະພັກບ້ານ; ຫຼັງຈາກຮຽນຈົບຈາກມະຫາວິທະຍາໄລຊິ່ງຮວາແລ້ວ, ໄດ້ສະໝັກໃຈປະລະວຽກງານແບບສະບາຍຢູ່ນະຄອນຫຼວງປັກກິ່ງ, ຫາກເປັນເຈົ້າການຮຽກຮ້ອງໄປຝຶກຝົນຕົນເອງຢູ່ຮາກຖານ. ເມື່ອຮູ້ເລື່ອງເຫຼົ່ານີ້ແລ້ວ, ປະຊາຊົນເມືອງເຈີ້ງຕິ້ງລ້ວນແຕ່ສະແດງຄວາມເຄົາລົບຕໍ່ທ່ານສີຈິ້ນຜິງ. ເມື່ອປະຊາຊົນເຫັນວ່າ, ຜູ້ບ່າວຜູ້ນີ້ຕາກເສື່ອທີ່ເຕັມ ໄປດ້ວຍຮອຍຕາບຫຼາຍສີ, ຜ້າຫົ່ມກໍເປັນຜ້າຫົ່ມທະຫານເກົ່າ; ທ່ານຮ່ວມກັບຄົນທັງຫຼາຍລຽນແຖວກິນ “ອາຫານໝໍ້ໃຫຍ່” ຂອງໂຮງອາຫານ, ຈັບຖ້ວຍທັງກິນເຂົ້າທັງລົມເລື່ອງຊີວິດປະຈຳວັນ; ທ່ານຍັງໄດ້ຂີ່ລົດຖີບໄປສຳຫຼວດຊອກຮູ້ສະພາບຄວາມເປັນຈິງຢູ່ແຫ່ງຕ່າງໆ, ໄດ້ເຂົ້າໃກ້ຊິດ ແລະ ສະໜິດສະໜົມກັບປະຊາຊົນທົ່ວໄປ.
ໃນຕອນເລີ່ມຕົ້ນທີ່ທ່ານສີຈິ້ນຜິງດຳລົງຕຳແໜ່ງຮອງເລຂາຄະນະພັກເມືອງຢູ່ເມືອງເຈີ້ງຕິ້ງ, ຮັບຜິດຊອບວຽກງານດ້ານເສດຖະກິດຊົນນະບົດ, ເສີມສ້າງຄວາມສິວິໄລດ້ານຈິດໃຈ, ແກ້ໄຂຄະດີປອມ ແລະ ຄະດີຜິດ, ຈັດຕັ້ງປະຕິບັດນະໂຍບາຍຂອງພັກ, ພ້ອມດ້ວຍວຽກງານດ້ານວັດທະນະທຳ ການສຶກສາ, ສາທາລະນະສຸກ ກິລາ ແລະແຜນການຄອບຄົວເປັນຕົ້ນ.
ປີ 1983,ທ່ານສີຈິ້ນຜິງໄປຢ້ຽມຢາມປະຊາຊົນໃນສົນນະບົດ
ກ່ອນທີ່ຈະໄປຮອດເມືອງເຈີ້ງຕິ້ງ, ທ່ານສີຈິ້ນຜິງບໍ່ຮູ້ສະພາບຄວາມເປັນຈິງຂອງເມືອງເຈີ້ງຕິ້ງຫຼາຍປານໃດ. ຫຼັງຈາກດຳລົງຕຳແໜ່ງແລ້ວ, ທ່ານບໍ່ໄດ້ນັ່ງຢູ່ລ້າໆໃນຫ້ອງການ, ຫາກໄດ້ລົງຮາກຖານເພື່ອຢາມແຕ່ລະຄອບຄົວ ແລະ ລົມກັບຊາວບ້ານ, ຖອດຖອນບົດຮຽນນຳທຸກສະຫາຍຢ່າງຖ່ອມຕົວ. ບໍ່ວ່າຢູ່ຕໍ່ໜ້າກັບພະນັກງານການນຳຂອງຄະນະພັກ ອົງການປົກຄອງເມືອງ, ຫຼືເປັນພະນັກງານທົ່ວໄປ, ບໍ່ວ່າເປັນຜູ້ອາວຸໂສ ຫຼື ຊາວໜຸ່ມ, ທ່ານລ້ວນແຕ່ເວົ້າດ້ວຍຄວາມຈິງໃຈວ່າ: “ຂ້າພະເຈົ້າມາຖອດຖອນບົດຮຽນ, ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອ ຈາກບັນດາສະຫາຍ.”
ວັນທີ 9 ສິງຫາ ປີ1983, ທ່ານສີຈິ້ນຜິງລົງໄປສຳຫຼວດສະພາບການຜະລິດຝ້າຍຂອງເມືອງເຈີ້ງຕິ້ງ.
ໂດຍຜ່ານການສຳຫຼວດ, ທ່ານສີຈິ້ນຜິງໄດ້ຊອກຮູ້ຢ່າງວ່ອງໄວວ່າ, ຢູ່ເມືອງເຈີ້ງຕິ້ງທີ່ມີຊື່ສຽງໃນທົ່ວປະເທດຍ້ອນມີຜົນຜະລິດສູງ ຊ້ຳພັດມີຊາວກະສິກອນຈຳນວນຫຼາຍຍັງກິນບໍ່ອິ່ມ ນຸ່ງບໍ່ອຸ່ນ. ຍ້ອນຂໍ້ຜູກມັດທາງແນວຄິດ ແລະ ລະບຽບການມາເປັນເວລາດົນນານ, ເມືອງເຈີ້ງຕິ້ງຍັງຄ້າງຢູ່ໃນຮູບແບບເກົ່າໂດຍຊອກຫາທາງເອົາໂຕລອດບໍ່ໄດ້, ຄື: ສະແຫວງຫາປະລິມານຜົນຜະລິດສະບຽງອາຫານພຽງຢ່າງດຽວ, ແຕ່ບໍ່ໄດ້ສົ່ງເສີມການປູກຝ້າຍ ພືດນ້ຳມັນ ແລະໝາກໄມ້, ກໍບໍ່ໄດ້ພັດທະນາຂະແໜງການສຳຮອງຫຼາຍປານໃດ. ເຖິງຈະມີຜົນຜະລິດສະບຽງອາຫານຫຼາຍກວ່າ7500 ໂຕນຕໍ່ເຮັກຕາ, ແຕ່ຫຼັງຈາກມອບພັນທະເຂົ້າຄັງລັດແລ້ວ, ສ່ວນເຫຼືອນັ້ນຈະບໍ່ພໍກິນເລີຍ.
ທ້າຍປີ 1981, ຍອດມູນຄ່າການຜະລິດອຸດສາຫະກຳ ແລະ ກະສິກຳຂອງເມືອງເຈີ້ງຕິ້ງມີ 206 ລ້ານກວ່າຢວນ, ລາຍຮັບສະເລ່ຍຕໍ່ຫົວຄົນຕໍ່ປີມີແຕ່ 148 ຢວນເທົ່ານັ້ນ, ເທົ່າກັບ 4 ເໝົາຕໍ່ມື້. ທຸງ ເມືອງກ້າວໜ້າໃນຂະບວນການ “ຮຽນນຳບ້ານຕ້າໄຈ້ໃນດ້ານການພັດທະນາກະສິກຳ” ຍັງຄົງແຂວນຢູ່ໃນຫ້ອງປະຊຸມຂອງສຳນັກງານຄະນະພັກເມືອງ, ແຕ່ປະຊາຊົນຊ້ຳພັດກິນບໍ່ອິ່ມ ນຸ່ງບໍ່ອຸ່ນ. ເມື່ອຜະເຊີນໜ້າກັບບັນຫານີ້, ທ່ານສີຈິ້ນຜິງຮູ້ສຶກເປັນທຸກໃຈຫຼາຍ.
ທ່ານສີຈິ້ນຜິງເຫັນວ່າ: “ການແກ້ໄຂບັນຫາເຂົ້າກິນເປັນວຽກຮີບດ່ວນໃນການແກ້ໄຂບັນຫາຂອງເມືອງເຈີ້ງຕິ້ງ”, ໂກຕາເກນຊື້ສະບຽງອາຫານເຂົ້າຄັງລັດສູງເກີນໄປນັ້ນໄດ້ເຮັດໃຫ້ໂຄງປະກອບກະສິກຳຂອງເມືອງເຈີ້ງຕິ້ງບໍ່ສົມດຸນກັນ, ຕ້ອງແກ້ໄຂໃນທັນທີ, ເຊິ່ງກາຍເປັນຄວາມເຫັນເປັນເອກະພາບກັນຂອງຄະນະພັກເມືອງເຈີ້ງຕິ້ງ. ແຕ່ສຳລັບບັນຫາທີ່ຈະລໍຖ້າລັດຖະບານກາງປັບປຸງນະໂຍບາຍ, ຫຼືເປັນເຈົ້າການສະເໜີບັນຫານີ້ຕໍ່ຂັ້ນເທິງ, ຫາກໄດ້ເກີດຄວາມເຫັນທີ່ແຕກຕ່າງກັນ.
ທ່ານສີຈິ້ນຜິງ ແລະ ທ່ານນາງລວີອີ້ລານທີ່ເປັນຮອງເລຂາຄະນະພັກໃນເວລານັ້ນມີຈຸດຢືນທີ່ລາຍງານຕໍ່ຂັ້ນເທິງໃນທັນທີ, ໂດຍຮ້ອງຂໍຫຼຸດໂກຕາເກນຊື້ສະບຽງອາຫານໃຫ້ຕ່ຳລົງ, ທັງເປັນເຈົ້າການສະໝັກຮັບໜ້າທີ່ເພື່ອແລ່ນວຽກນີ້. ແຕ່ເລຂາຄະນະພັກ ແລະ ເຈົ້າເມືອງເມືອງເຈີ້ງຕິ້ງໃນເວລານັ້ນໄດ້ຄຳນຶງເຖິງວ່າ ທ່ານສີຈິ້ນຜິງຫາກໍໄປເຮັດວຽກຢູ່ເມືອງເຈີ້ງຕິ້ງ, ຢ້ານວ່າເລື່ອງນີ້ຈະເປັນຜົນກະທົບຕໍ່ອະນາຄົດຂອງທ່ານສີຈິ້ນຜິງ ຈຶ່ງບໍ່ຢາກໃຫ້ທ່ານສີຈິ້ນຜິງອອກໜ້າແລ່ນວຽກນີ້. ແຕ່ທ່ານສີຈິ້ນຜິງເວົ້າວ່າ: “ການລາຍງານບັນຫາຕໍ່ຂັ້ນເທິງຕາມສະພາບຄວາມເປັນຈິງເປັນມູນເຊື້ອອັນດີງາມຂອງພັກເຮົາ, ພວກສະຫາຍບໍ່ຕ້ອງເປັນຫ່ວງ.” ດັ່ງນັ້ນ, ທ່ານສີຈິ້ນຜິງ ແລະ ທ່ານນາງລວີອີ້ລານໄດ້ເດີນທາງໄປເທສະບານແຂວງແລະ ນະຄອນຫຼວງປັກກິ່ງ, ເພື່ອລາຍງານສະພາບຄວາມເປັນຈິງດ້ານຊີວິດການເປັນຢູ່ຂອງປະຊາຊົນເມືອງເຈີ້ງຕິງ ແລະ ຄວາມຫຍຸ້ງຍາກຂອງເມືອງຕົນຕໍ່ພາກສ່ວນຂັ້ນເທິງ. ຕົ້ນລະດູຮ້ອນຂອງປີ 1982, ຄະນະລັດຖະບານຈີນໄດ້ສົ່ງໜ່ວຍງານສຳຫຼວດ ແລະ ຄະນະພັກແຂວງ ຄະນະພັກນະຄອນຮ່ວມກັນລົງສຳຫຼວດສະພາບການຂອງເມືອງເຈີ້ງຕິ້ງແລ້ວເຫັນວ່າ, ບັນຫາກ່ຽວກັບເມືອງເຈີ້ງຕິ້ງຖືກກັບຄວາມເປັນຈິງ, ຄວາມຮ້ອງຂໍກໍສົມເຫດສົມຜົນ. ພາກສ່ວນຂັ້ນເທິງຕົກລົງປັບຫຼຸດໂກຕາເກນຊື້ສະບຽງອາຫານຈາກເມືອງເຈີ້ງຕິ້ງໃຫ້ໜ້ອຍລົງ 14000 ໂຕນ, ເຊິ່ງໄດ້ຜ່ອນຄາຍບັນຫາຂາດເຂີນເຂົ້າກິນຂອງຊາວກະສິກອນຢູ່ເມືອງເຈີ້ງຕິ້ງໃນຂັ້ນເບື້ອງຕົ້ນ. ທ່ານເສີງປາວຮວຍທີ່ເປັນເຈົ້າເມືອງເມືອງເຈີ້ງຕິງໃນເວລານັ້ນໄດ້ເວົ້າຕໍ່ທ່ານສີຈິ້ນຜິງດ້ວຍຄວາມດີໃຈວ່າ: “ເຈົ້າໄດ້ສ້າງຄຸນງາມຄວາມດີອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນເມືອງເຈີ້ງຕິ້ງ.”
ເດືອນກໍລະກົດປີ 1983, ທ່ານສີຈິ້ນຜິງໄດ້ດຳລົງຕຳແໜ່ງເລຂາຄະນະພັກເມືອງເຈີ້ງຕິ້ງ, ນຳພາປະຊາຊົນທົ່ວເມືອງປະຕິຮູບຢ່າງກ້າຫານ, ໂດຍພັດທະນາເມືອງເຈີ້ງຕິ້ງດ້ວຍການປະຕິຮູບ ພັດທະນາອຸດສາຫະກຳ ພັດທະນາວິທະຍາສາດເຕັກໂນໂລຊີ ພັດທະນາຊັບພະຍາກອນມະນຸດ, ທັງພັດທະນາວັທດະນະທຳ ແລະ ການທ່ອງທ່ຽວ, ໂດຍເດີນຕາມເສັ້ນທາງພັດທະນາເສດຖະກິດເຄິ່ງຊານເມືອງ. ຕັ້ງແຕ່ນັ້ນມາ, ຢູ່ເມືອງເຈີ້ງຕິ້ງໄດ້ມີກະແສພັດທະນາເສດຖະກິດຢ່າງເປັນຂະບວນຟົດຟື້ນແບບບໍ່ເຄີຍມີມາກ່ອນ, ໃນທົ່ວເມືອງໄດ້ມີສະພາບການທີ່ “ແບບແຜນພັກປອດໃສຂາວສະອາດ, ພະນັກງານປອງດອງກັບມະຫາຊົນ, ມີຄວາມກະຕືລືລົ້ນສູງ ແລະ ມີປະສິດທິຜົນຢ່າງຈົບງາມ”, ເມືອງເຈີ້ງຕິ້ງໄດ້ພົ້ນອອກຈາກສະພາບການທີ່ເປັນເມືອງທຸກຍາກທີ່ມີຜົນຜະລິດສະບຽງອາຫານຫຼາຍ, ເລີ່ມກ້າວເຂົ້າສູ່ວົງໂຄຈອນທີ່ພັດທະນາຢ່າງວ່ອງໄວ.
ສະຫາຍຜູ້ອາວຸໂສຂອງເມືອງເຈີ້ງຕິ້ງເຄີຍຕີລາຄາຕໍ່ທ່ານສີຈິ້ນຜິງວ່າ: ເປັນຄົນທີ່ເຂົ້າໃກ້ໄດ້ງ່າຍ, ນິດໄສໜັກແໜ້ນ, ຊຳນານໃນການປາກເວົ້າ, ໝັ້ນໃຈຕົນເອງ, ແລະຖ່ອມຕົວ; ເຖິງວ່າເປັນພະນັກງານຊາວໜຸ່ມ, ແຕ່ເຮັດວຽກຢ່າງສຸຂຸມຮອບຄອບ; ເປັນລູກຫຼານຂອງຜູ້ນຳຂັ້ນສູງ, ແຕ່ມີແບບແຜນປະຢັດ, ເຮັດວຽກຢ່າງເຄັ່ງຂຶມ ແລະ ເອົາຈິງເອົາຈັງ,ພ້ອມທັງຕິດພັນກັບປະຊາຊົນຢ່າງໃກ້ຊິດ.
ທ່ານສີຈິ້ນຜິງມາແລ້ວ, ກາຍເປັນພາກສ່ວນໜຶ່ງຂອງປະຊາຊົນເມືອງເຈີ້ງຕິ້ງ, ທັງນຳເອົາສະຕິປັນຍາ ແລະ ທັດສະນະໃໝ່ມາ, ແລະນຳເອົາກະແສລົມແຫ່ງການປະຕິຮູບມາ, ຍິ່ງໄດ້ນຳເອົາຄວາມຫວັງມາໃຫ້ປະຊາຊົນເມືອງເຈີ້ງຕິ້ງເພື່ອສະແຫວງຫາຊີວິດການເປັນຢູ່ອັນດີງາມ.
ຄຳເຫັນ
0