“ຊື່ສັດລຽບງ່າຍ ຖ່ອມຕົວ ເຂົ້າໃກ້ໄດ້ງ່າຍ ຕິດແທດຄວາມເປັນຈິງ”, ເມື່ອຫວນຄືນເຖິງພາບປະທັບໃຈຂອງພະນັກງານ ແລະ ປະຊາຊົນເມືອງເຈີ້ງຕິ້ງກ່ຽວກັບທ່ານສີຈິ້ນຜິງ, ທ່ານວາງຈື້ໝິນ ທີ່ເປັນຫົວໜ້າໜ່ວຍງານເອກະສານສຳເນົາຫ້ອງການຄະນະພັກເມືອງເຈີ້ງຕິ້ງໃນເວລານັ້ນໄດ້ເວົ້າວ່າ. ໃນຕອນນັ້ນ, ທ່ານສີຈິ້ນຜິງໄດ້ໃສ່ຊຸດທະຫານເກົ່າທີ່ມີສີຈືດຈາງ, ເປ້ເອົາກະເປົາທະຫານ, ອາໄສຢູ່ຫ້ອງການ, ກິນຢູ່ໂຮງອາຫານລວມ, ລຽນແຖວຕັກອາຫານຮ່ວມກັບຄົນທັງຫຼາຍ, ນັ່ງຢ່ອງຢໍ້ໃນເດີ່ນບ້ານ ທັງກິນເຂົ້າທັງລົມກັນ, ລົມເລື່ອງຊີວິດປະຈຳວັນ ແລະ ຢື້ຢາມຖາມຂ່າວກັບປະຊາຊົນທ້ອງຖິ່ນ, ບໍ່ອວດອົ່ງ ບໍ່ຖືຕົວ, ເວລາຜ່ານໄປບໍ່ດົນ, ການນຳຄະນະພັກເມືອງທີ່ມີອາຍຸນ້ອຍຜູ້ນີ້ກໍມີຄວາມໃກ້ຊິດກັບຄົນທັງຫຼາຍເລີຍ.
“ຕອນສະຫາຍສີຈິ້ນຜິງມາເຮັດວຽກຢູ່ເມືອງເຈີ້ງຕິ້ງ, ບໍ່ໄດ້ຈັດພິທີຕ້ອນຮັບຫຍັງເລີຍ. ຕອນນັ້ນທາງຄະນະພັກເມືອງໄດ້ຈັດຫ້ອງແຖວຫ້ອງໜຶ່ງເປັນຫ້ອງການທັງເປັນຫ້ອງນອນຂອງເພິ່ນ.” ທ່ານເຮີອີ້ທີ່ເປັນຮອງເຈົ້າເມືອງເມືອງເຈີ້ງຕິ້ງໃນເວລານັ້ນຍັງຈື່ຈຳຢ່າງຈະແຈ້ງກ່ຽວກັບສະພາບການໃນເມື່ອກ່ອນ. “ໃນຫ້ອງມີໂຕະໜ່ວຍໜຶ່ງ, ຕູ້ເອກະສານໜ່ວຍໜຶ່ງ, ເກົ້າອີ້ໜ່ວຍໜຶ່ງ, ແລະຕັ່ງສີ່ຫຼ່ຽມຈຳນວນໜຶ່ງ. ເອົາຕັ່ງຍາວ2ໜ່ວຍຄໍ້າແຜ່ນໄມ້ແຜ່ນໜຶ່ງກໍໃຊ້ເປັນຕຽງ, ຢູ່ເທິງຕຽງແມ່ນເສື່ອຜືນໜຶ່ງທີ່ເຕັມໄປດ້ວຍຮອຍຕາບ. ໃນເຮືອນເກົ່າມັກປຽກຊຸ່ມ, ມື້ໃດມີແດດອອກ, ສະຫາຍສີຈິ້ນຜິງກໍເອົາເສື່ອອອກມາຕາກແດດ, ພະນັກງານແປກໃຈວ່າຢູ່ເທິງເສື່ອຜືນນີ້ມີຮອຍຕາບຫຼາຍເທົ່າໃດ, ແຕ່ນັບໄປນັບມາໃຜກໍບໍ່ແນ່ໃຈມີຈຳນວນເທົ່າໃດແທ້.”
ພະນັກງານຜູ້ໜຶ່ງທີ່ເຄີຍເຮັດວຽກໃນຫ້ອງການຄະນະພັກເມືອງໃນເວລານັ້ນເວົ້າວ່າ, ເມຍຂອງລາວເຄີຍຊ່ວຍມ້າງເສື່ອ ແລະ ຊ່ວຍຊັກໃຫ້ທ່ານສີຈິ້ນຜິງ ຈຶ່ງຮູ້ວ່າ, ອັນນັ້ນບໍ່ແມ່ນຮອຍຕາບ, ຜ້າທີ່ໃຊ້ມາເຮັດເສື່ອນັ້ນແມ່ນເອົາເສື້ອຜ້າເກົ່າມາຫຍິບຕໍ່ໃສ່ກັນ. ລາວຢາກຊື້ຜ້າໃໝ່ຜືນໜຶ່ງໃຫ້ເມຍຂອງລາວເຮັດເສື່ອຜືນໃໝ່, ແຕ່ທ່ານສີຈິ້ນຜິງໄດ້ປະຕິເສດວ່າ: “ບໍ່ຕ້ອງເຮັດໃໝ່ແລ້ວ, ເສື່ອນີ້ຍັງໃຊ້ໄດ້ດີຢູ່.”
“ໃນຕອນນັ້ນພວກເຮົາກິນເຂົ້າຢູ່ກ້ອງຕົ້ນໄມ້ໃຫຍ່ທີ່ຢູ່ນອກໂຮງອາຫານ, ຄົນທັງຫຼາຍຊື້ອາຫານມາແລ້ວກໍນັ່ງກິນນຳກັນ, ຖ້າບໍ່ມີຕັ່ງກໍນັ່ງຢ່ອງຢໍ້ກິນ.” ທ່ານເສີງປາວຮວຍທີ່ເປັນເຈົ້າເມືອງເມືອງເຈີ້ງຕິ້ງໃນເວລານັ້ນຫວນຄືນວ່າ, ຕໍ່ມາສະຫາຍສີຈິ້ນຜິງກໍໄດ້ມາກິນເຂົ້ານຳກັນກັບພວກເຮົາ, ທັງສະຫຼຸບວ່າກິນເຂົ້າຄືແບບນີ້ມີຈຸດດີຫຼາຍດ້ານ ຄື: ໜຶ່ງ, ທັງກິນທັງລົມກັນ, ເໝືອນກັບຈັດກອງປະຊຸມສົນທະນາ; ສອງ, ສາມາດຕິດຕາມກວດກາເຊິ່ງກັນແລະກັນ, ສາມ, ບໍ່ໃຫ້ໃຊ້ສິດພິເສດ. ການທີ່ບໍ່ໃຫ້ໃຊ້ສິດພິເສດ, ເປັນຫຼັກການທີ່ທ່ານສີຈິ້ນຜິງຍຶດໝັ້ນມາໂດຍຕະຫຼອດ. ໃນເວລານັ້ນ, ຢູ່ສຳນັກງານຄະນະພັກເມືອງມີແຕ່ໂຮງອາຫານແຫ່ງດຽວ, ຮອດໂມງເປີດບໍລິການແລ້ວຄົນທັງຫຼາຍຈະລຽນແຖວຊື້ອາຫານ, ກາຍເວລາແລ້ວກໍຈະປິດບໍລິການເລີຍ, ເຖິງຈະເປັນເລຂາ ຫຼື ຮອງເລຂາຄະນະພັກເມືອງກໍຢ່າ. ບາງເທື່ອທ່ານສີຈິ້ນຜິງໄປຊ້າຍ້ອນເຂົ້າຮ່ວມກອງປະຊຸມ, ກໍເອົາແຕ່ໝານໂທເຢັນສອງໜ່ວຍ ບວກກັບເຕົ້າຮູ້ອົບກ້ອນໜຶ່ງ, ບໍ່ເຄີຍສັ່ງໃຫ້ແຕ່ງອາຫານສະເພາະຈັກເທື່ອ.
“ຕອນສະຫາຍສີຈິ້ນຜິງຢູ່ເມືອງເຈີ້ງຕິ້ງ, ບໍ່ຄ່ອຍຢູ່ຫ້ອງການຫຼາຍປານໃດ, ໃນປີໜຶ່ງເວລາສ່ວນຫຼາຍຈະໄປລົງຮາກຖານຢູ່ຊົນນະບົດ, ໄປຢາມເຮືອນພະນັກງານ ແລະ ມະຫາຊົນເລື້ອຍໆ, ບາງເທື່ອໄປຮ່ວມກັບພະນັກງານ, ບາງເທື່ອໄປຜູ້ດຽວ.” ທ່ານຈ່າງອູພູ ພະນັກງານຜູ້ບຳນານຢູ່ເມືອງເຈີ້ງຕິ້ງຫວນຄືນວ່າ: “ຕອນພົບສະຫາຍສີຈິ້ນຜິງເປັນຄັ້ງທຳອິດແມ່ນຢູ່ໃນລະດູໃບໄມ້ປົ່ງປີ 1983, ຕອນນັ້ນຂ້ອຍເປັນເລຂາພັກຂອງສະຫະກອນຊີ່ຈ້າວທົ່ງ, ເພິ່ນຜູ້ດຽວມາສຳຫຼວດຄົ້ນຄວ້າວຽກງານຢູ່ສະຫະກອນພວກເຮົາ, ຂີ່ລົດຖີບຄັນເກົ່າ, ຈອດລົດແລ້ວກໍຈັບມືກັບຂ້ອຍ. ຂ້ອຍຖາມວ່າ, ເປັນຫຍັງສະຫາຍເລຂາສີມາເອງແລ້ວ, ສະຫາຍຮູ້ທາງຫວະ?” ສະຫາຍສີຈິ້ນຜິງຕອບວ່າ, “ຖາມທາງ, ຂ້າພະເຈົ້າຖາມທາງກໍຮູ້ທາງມາເລີຍ.”
ທ່ານເຮີອີ້ບອກນັກຂ່າວວ່າ: “ໃນເວລານັ້ນລົດດີທີ່ສຸດໃນເມືອງກໍແມ່ນ ລົດຈິບລຸ້ນ212 ສອງຄັນ, ຖ້າບໍ່ແມ່ນວຽກດ່ວນພິເສດ, ສະຫາຍສີຈິ້ນຜິງກໍຈະຍຶດໝັ້ນຂີ່ລົດຖີບ, ເພິ່ນວ່າເຮັດແບບນີ້ທັງປະຢັດນໍ້າມັນ, ທັງສາມາດເຂົ້າໃກ້ຊິດກັບປະຊາຊົນອີກ.” ທ່ານສີຈິ້ນຜິງເຄີຍຫວນຄືນວ່າ: “ຕອນນັ້ນມັກຂີ່ລົດຖີບລົງຮາກຖານຊົນນະບົດ, ຜ່ານສອງຝັ່ງຂອງແມ່ນໍ້າຫູ່ໂທເລື້ອຍໆ, ເດີນທາງຈາກຝັ່ງເໜືອແມ່ນໍ້າຫູ່ໂທໄປສະຫະກອນຢູ່ຝັ່ງໃຕ້. ທຸກເທື່ອໄປຮອດຫາດຊາຍນໍ້າຫູ່ໂທກໍຖີບລົດບໍ່ສະດວກປານໃດ, ຕ້ອງແບກເອົາ ແລະ ຍ່າງໄປ.”
“ຖ້າເປັນເລຂາຄະນະພັກເມືອງກໍຕ້ອງລົງໄປສຳຫຼວດທຸກບ້ານທີ່ສັງກັດເມືອງຕົນ, ຖ້າເປັນເລຂາຄະນະພັກນະຄອນກໍຕ້ອງລົງສຳຫຼວດທຸກຕາແສງ ແລະເມືອງນ້ອຍທີ່ສັງກັດນະຄອນຕົນ. ຖ້າເປັນເລຂາຄະນະພັກແຂວງກໍຕ້ອງລົງສຳຫຼວດທຸກເມືອງ ແລະ ນະຄອນທີ່ສັງກັດແຂວງຕົນ.” ໃນ1000 ກວ່າວັນທີ່ເຮັດວຽກຢູ່ເມືອງເຈີ້ງຕິ້ງ, ທ່ານສີຈິ້ນຜິງໄດ້ລົງສຳຫຼວດ 25 ສະຫະກອນ ແລະ 221 ກອງຜະລິດຂອງເມືອງເຈີ້ງຕິ້ງຢ່າງທົ່ວເຖິງ.
ເດືອນຕຸລາປີ1983, ທ່ານສີຈິ້ນຜິງຮັບຟັງຄວາມເຫັນຂອງປະຊາຊົນຢູ່ຕາມຖະໜົນເທດສະບານເມືອງ
“ຖ້າພະນັກງານຫ່າງເຫີນຈາກຄວາມເປັນຈິງ ແລະ ປະຊາຊົນເປັນເວລາດົນນານ, ກໍບໍ່ສາມາດສ້າງສາຍສຳພັນທີ່ໃກ້ຊິດໄດ້.” ທ່ານສີຈິ້ນຜິງເຄີຍລົງຮາກຖານເຮັດໄຮ່ເຮັດນາຢູ່ພູພຽງດິນເຫຼືອງເປັນເວລາ 7 ປີ, ຮູ້ດີກ່ຽວກັບເຫດຜົນທີ່ວ່າ “ປ່ອຍປະທ່າທາງອວດອົ່ງ, ຍິນດີເປັນນັກຮຽນປະຖົມ.” ທ່ານສີຈິ້ນຜິງມັກໂອ້ລົມແລກປ່ຽນຄວາມຄິດຄວາມເຫັນກັບປະຊາຊົນແບບໜ້າຕໍ່ໜ້າ. ໃນເວລານັ້ນ, ສຳນັກງານຄະນະພັກ ແລະ ອົງການປົກຄອງເມືອງເຈີ້ງຕິ້ງເປີດປະຕູໄວ້ໂດຍຕະຫຼອດ, ຊາວກະສິກອນຜູ້ອາຍຸສູງຫຼາຍຄົນເປ້ເອົາກະຕ່າບັນທຸກຝຸ່ນຄອກກໍໄດ້ເຂົ້າໄປເລີຍ. ທ່ານສີຈິ້ນຜິງຍັງມັກໃຫ້ພະນັກງານຄະນະພັກເມືອງໄປດຳເນີນການສຳພາດຕາມຖະໜົນຫົນທາງແບບສຸ່ມເອົາເປົ້າໝາຍໃຫ້ສຳພາດ, ບາງເທື່ອທ່ານຍັງຈະຕັ້ງໂຕະຢູ່ແຄມທາງເລີຍ ເພື່ອຮັບຟັງຄວາມເຫັນຂອງປະຊາຊົນດ້ວຍຕົນເອງ. ຕໍ່ຈາກນັ້ນມາ, ນະໂຍບາຍສຳຄັນຫຼາຍຢ່າງຢູ່ເມືອງເຈີ້ງຕິ້ງມີການພົວພັນກັບການສຳຫຼວດຄົນຄວ້າເຫຼົ່ານີ້. “ເພິ່ນຈັດກອງປະຊຸມສົນທະນາມັກຟັງຄວາມຈິງ ແລະ ຊອກຮູ້ສະພາບຕົວຈິງ, ຈະບໍ່ກຳນົດຜູ້ເຂົ້າຮ່ວມໂດຍລ່ວງໜ້າ, ກໍບໍ່ບອກໄວ້ລ່ວງໜ້າ.” ທ່ານເຮີອີ້ຫວນຄືນວ່າ, ເມື່ອທ່ານສີຈິ້ນຜິງລົງຮາກຖານສຳຫຼວດວຽກງານຢູ່ໃນບ້ານ, ໃນຫຼາຍກໍລະນີເພິ່ນຈະໄປຢືນຢູ່ແຄມທາງ ແລະທັກທາຍເຊີນຊວນຊາວບ້ານທີ່ພົບກັນໂດຍບັງເອີນ, ເມື່ອຊວນຫຼາຍຄົນແລ້ວຈຶ່ງບອກໃຫ້ພະນັກງານຂອງກອງຜະລິດໄປຈັດກອງປະຊຸມສົນທະນາ.
ໃນໄລຍະເຮັດວຽກຢູ່ເມືອງເຈີ້ງຕິ້ງ, ທ່ານສີຈິ້ນຜິງມັກຜູກເພື່ອນມິດ ໂດຍສະເພາະແມ່ນເພື່ອນມິດຢູ່ຮາກຖານ ແລະ ເພື່ອນມິດທີ່ເປັນປະຊາຊົນທຳມະດາ. ທ່ານຫວັງວ່າຜ່ານການແລກປ່ຽນຄວາມຄິດຄວາມເຫັນກັບເພື່ອນມິດຮາກຖານເຫຼົ່ານີ້, ຈະຊ່ວຍບັນດານແນວຄິດ ແລະ ເປີດກວ້າງສາຍຕາຂັ້ນຮາກຖານ, ເພື່ອເປັນກຳລັງຊຸກດັນໃຫ້ແກ່ການພັດທະນາຂອງເມືອງເຈີ້ງຕິ້ງ. ເມື່ອທ່ານສີຈິ້ນຜິງຮັບຮູ້ວ່າທ່ານຊີຈຸ່ນອູ, ພະນັກງານບຳນານຜູ້ໜຶ່ງຂອງເມືອງເຈີ້ງຕິ້ງສົນໃຈນຳ ວັດທະນະທຳບູຮານ, ແລະມັກຄົ້ນຄວ້າສະຖາປັດຕະຍະກຳບູຮານ, ກໍໄປຢາມທ່ານຊີຈຸ່ນອູລົມເລື່ອງອະນຸລັກວັດຖຸບູຮານຂອງເມືອງເຈີ້ງຕິ້ງຈົນຮອດເດິກກາງຄືນ;ເມື່ອທ່ານຮັບຮູ້ວ່າທ່ານຈ່າງຊິ່ນລີ້ຂອງບ້ານຕົ່ງຊວນເສີງມັກຫຼິ້ນວິທະຍຸ ແລະໄດ້ປະດິດສ້າງດອກໄຟເວທີຊະນິດໜຶ່ງ, ກໍໄປຢາມເຮືອນຂອງທ່ານຈ່າງຊິ່ນລີ້, ສົ່ງເສີມໃຫ້ທ່ານຈ່າງຊິ່ນລີ້ສ້າງວິສາຫະກິດ ແລະນຳສະເໜີດອກໄຟເວທີເຂົ້າສູ່ຕະຫຼາດ.
ກໍຄືແບບນີ້, ເລຂາຄະນະພັກເມືອງທີ່ເປັນຊາວໜຸ່ມທີ່ບໍ່ສົນໃຈນຳການກິນການນຸ່ງຖື ກໍບໍ່ຖືຕົວສູງໃນການຄົບຄ້າສະມາຄົມກັບປະຊາຊົນ ແລະ ເພື່ອນມິດໃນຮາກຖານ ໂດຍໄປມາຫາສູ່ກັນດ້ວຍຄວາມຈິງໃຈ, ກໍໄດ້ສ້າງອິດທິພົນສູງຂຶ້ນຢູ່ທ່າມກາງພະນັກງານ ແລະ ປະຊາຊົນຂອງເມືອງເຈີ້ງຕິ້ງ.
ຄຳເຫັນ
0