ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ປະຊາຊົນກິນອິ່ມແລ້ວ, ຍັງຢາກສ້າງຄວາມລໍ້າລວຍຂຶ້ນ. ດັ່ງນັ້ນ, ການເຮັດແນວໃດຈະໃຫ້ປະຊາຊົນມີຄວາມຮັ່ງມີຂຶ້ນ, ເປັນບັນຫາທີ່ທ່ານສີຈິ້ນຜິງພິຈາລະນາຢູ່ສະເໝີຫຼັງຈາກທ່ານໄປເຮັດວຽກຢູ່ເມືອງເຈີ້ງຕິ້ງ. ໃນລາຍການມື້ນີ້, ດວງມະນີຈະເລົ່າເລື່ອງທີ່ທ່ານສີຈິ້ນຜິງຊຸກຍູ້ການປົດປ່ອຍແນວຄິດ ແລະ ອອກແຮງພັດທະນາເສດຖະກິດຢູ່ເມືອງເຈີ້ງຕິ້ງສູ່ທ່ານຟັງ.
ວັນທີ 22 ທັນວາປີ 1983, ທ່ານສີຈິ້ນຜິງປະກອບຄຳເຫັນໃນກອງປະຊຸມພະນັກງານ 3 ຂັ້ນກ່ຽວກັບການພັດທະນາການຜະລິດສິນຄ້າຂອງເມືອງເຈິ້ງຕິ້ງ
ປີ 1983 ການພັດທະນາຂອງເມືອງເຈີ້ງຕິ້ງຄືກັບແຫ່ງອື່ນໆໃນປະເທດຈີນ, ພວມຢູ່ໃນຕອນເລີ່ມຕົ້ນຢ່າງລຳບາກ. ເຖິງວ່າເມືອງເຈີ້ງຕິ້ງທຸກຍາກຫຼາຍ, ແຕ່ມີຊື່ສຽງດົງດັງໂດຍເປັນແບບຢ່າງທີ່ເຜີຍແຜ່ຍ້ອງຍໍໃນທົ່ວປະເທດ. ເມື່ອຜະເຊີນກັບສະພາບການແບບນີ້, ທ່ານສີຈິ້ນຜິງບໍ່ມີເຈຕະນາສະແຫວງຫາຊື່ສຽງໃຫຕົນເອງ ກໍບໍ່ໄດ້ປະຕິບັດຕາມຄຳສັ່ງຂອງຂັ້ນເທິງຢ່າງປິດຫູປິດຕາ, ຍຶດໝັ້ນລົງມືຈາກຄວາມເປັນຈິງຂອງເມືອງເຈີ້ງຕິ້ງ, ພິຈາລະຈາເຖິງການເພີ່ມລາຍຮັບໃຫ້ຊາວກະສິກອນ, ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ນຳພາປະຊາຊົນທົ່ວເມືອງນຳໜ້າປ່ຽນແປງທັດສະນະເກົ່າທີ່ຖືການຜະລິດສະບຽງອາຫານເປັນໜ້າທີ່ອັນດັບໜຶ່ງ, ອອກແຮງສົ່ງເສີມການພັດທະນາເສດຖະກິດການຄ້າ.
ໃນເວລານັ້ນ, ເມືອງເຈີ້ງຕິ້ງຕັ້ງຢູ່ບໍລິເວນຊືເຈ່ຍຈ່ວງ, ແຕ່ບໍ່ໄດ້ສັງກັດນະຄອນຊືເຈ່ຍຈ່ວງ. ທ່ານສີຈິ້ນຜິງຮັບຮູ້ວ່າ, ເມືອງເຈີ້ງຕິ້ງຕິດໃກ້ຊິດກັບນະຄອນຊືເຈ່ຍຈ່ວງ, ຖ້າຢາກພັດທະນາເສດຖະກິດໃຫ້ຈະເລີນຂຶ້ນຕ້ອງເສີມຂະຫຍາຍທ່າແຮງດ້ານທີ່ຕັ້ງພູມສາດ. ໂດຍຜ່ານຈາກສຳຫຼວດຄົ້ນຄວ້າເປັນເວລາດົນນານ, ແລວຄວາມຄິດທີ່ພັດທະນາເສດຖະກິດແບບ “ເຄິ່ງຊານເມືອງ”ໄດ້ເປັນຮູບເປັນຮ່າງຂຶ້ນໃນຄວາມຄິດຂອງທ່ານສີຈິ້ນຜິງ.
ເຈົ້າເມືອງເມືອງເຈີ້ງຕິ້ງໃນເວລານັ້ນຫວນຄືນວ່າ: “ໃນຕອນນັ້ນ, ຂ້າພະເຈົ້າກໍບໍ່ເຂົ້າໃຈປານໃດຕໍ່ຄຳສັບນີ້, ເລີຍຖາມທ່ານສີຈິ້ນຜິງວ່າ, ຮູບແບບເຄິ່ງຊານເມືອງ ມີຄວາມໝາຍຫຍັງແດ່?”
ທ່ານສີຈິ້ນຜິງອະທິບາຍວ່າ, ເສດຖະກິດແບບ “ເຄິ່ງຊານເມືອງ” ເປັນຮູບແບບເສດຖະກິດທີ່ຢູ່ລະຫວ່າງເສດຖະກິດຕົວເມືອງ ແລະ ເສດຖະກິດຊົນນະບົດ. ເມືອງເກົ່າເຈີ້ງຕິ້ງຫ່າງຈາກນະຄອນຊືເຈ່ຍຈ່ວງ 15 ກິໂລແມັດ, ທາງພາກເໜືອຂອງເມືອງເຈີ້ງຕິ້ງເປັນເຂດຊົນນະບົດ, ທາງພາກໃຕ້ກໍແມ່ນນະຄອນຊືເຈ່ຍຈ່ວງ, ເມືອງເຮົາຕັ້ງຢູ່ພາກສ່ວນເຊື່ອມຕໍ່ຕົວເມືອງ ແລະ ຊົນນະບົດ, ກໍຄວນເດີນຕາມເສັ້ນທາງພັດທະນາເສດຖະກິດແບບຢູ່ລະຫວ່າງຕົວເມືອງ ແລະ ຊົນນະບົດ. ຫຼືເວົ້າແບບງ່າຍໆ, ກໍຄື, ຕົວເມືອງຕ້ອງການສິ່ງໃດ, ພວກເຮົາກໍປູກສິ່ງນັ້ນ; ຕົວເມືອງຕ້ອງການສິນຄ້າຊະນິດໃດ, ພວກເຮົາກໍປຸງແຕ່ງສິນຄ້າຊະນິດນັ້ນຂາຍໃຫ້ເຂົາເຈົ້າ.”
ຫຼັງຈາກທ່ານສີຈິ້ນຜິງສະເໜີເສັ້ນທາງພັດທະນາເສດຖະກິດ “ແບບເຄິ່ງຊານເມືອງ”ແລ້ວ, ເມືອງເຈີ້ງຕິ້ງອອກແຮງປູກພືດເສດຖະກິດທີ່ຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດ, ເຊັ່ນ, ຜັກ, ໝາກໄມ້, ດອກໄມ້ ແລະເຫັດກິນເປັນຕົ້ນ, ທັງລ້ຽງງົວພັນນົມ, ງົວພັນຊິ້ນ, ແກະ, ກະຕ່າຍ, ໄກ່ ແລະ ໝູ, ເພື່ອສະໜອງຜະລິດຕະພັນນົມ, ຊິ້ນ ແລະ ໄຂ່ໃຫ້ແກ່ຕົວເມືອງ.
ໃນເວລານັ້ນ, ນະຄອນຫຼວງປັກກິ່ງຈຳກັດບໍ່ໃຫ້ລົດຕ່າງແຂວງເຂົ້າສູ່ປັກກິ່ງ, ກໍບໍ່ໄດ້ປ່ອຍໃຫ້ຊາວກະສິກອນເຂົ້າໄປຂາຍເຄື່ອງຢູ່ໃນເມືອງຕາມລຳພັງ. ເພື່ອຈຳໜ່າຍຜະລິດຕະພັນຂອງເມືອງເຈີ້ງຕິ້ງເຂົ້າສູ່ຕະຫຼາດຕົວເມືອງໃຫຍ່, ທ່ານສີຈິ້ນຜິງໄດ້ທຽວໄປມາເລື້ອຍໆເພື່ອໂຄສະນາຜະລິດຕະພັນຂອງເມືອງຕົນ. ທ່ານໄດ້ໄປຮອດຫຼາຍບ່ອນ, ຊຸກຍູ້ໃຫ້ຫົວໜ່ວຍຈຳນວນໜຶ່ງໄດ້ສ້າງສາຍພົວພັນການຮ່ວມມືກັບເມືອງເຈີ້ງຕິ້ງເປັນໄລຍະຍາວ, ລົດບັນທຸກສິນຄ້າຂອງເມືອງເຈີ້ງຕິ້ງກໍໄດ້ຮັບໃບອະນຸຍາດເຂົ້າສູ່ນະຄອນຫຼວງປັກກິ່ງ.
ປີ 1983, ລາຍຮັບຈາກທຸລະກິດຫຼາຍຊະນິດຂອງເມືອງເຈີ້ງຕິ້ງມີເຖິງ 43 ລ້ານຢວນ, ລາຍຮັບສະເລ່ຍຕໍ່ຫົວຄົນຕໍ່ປີຂອງຊາວກະສິກອນຈາກ 100ກວ່າຢວນເພີ່ມຂຶ້ນເປັນ 200 ກວ່າຢວນ. ເສດຖະກິດຂອງເມືອງເຈີ້ງຕິ້ງໄດ້ກ້າວເຂົ້າສູ່ວົງໂຄຈອນແຫ່ງການພັດທະນາຢ່າງວ່ອງໄວ.
ໃນຕົ້ນຊຸມປີ 1980, ຢູ່ເຂດຊົນນະບົດຂອງຈີນ, ສິ່ງທີ່ກີດຂວາງການພັດທະນານັ້ນບໍ່ພຽງແຕ່ແມ່ນສິ່ງແວດລ້ອມທຳມະຊາດເທົ່ານັ້ນ, ຍັງມີອຸປະສັກດ້ານແນວຄິດເກົ່າຂອງປະຊາຊົນ. ໃນເວລານັ້ນ, ຫົວໜ້າໜ່ວຍງານຕີຄັງແລ້ວ, ສະມາຊິກສະຫະກອນກໍພາກັນລົງເຮັດໄຮ່ເຮັດນາ, ອອກໜ້າແຕ່ບໍ່ໄດ້ອອກແຮງຢ່າງແທ້ຈິງ, ຈຶ່ງເຮັດໃຫ້ປະສິດທິພາບການຜະລິດຕໍ່າຫຼາຍ. ໃນເວລາດຽວກັນນັ້ນ, ຢູ່ບາງທ້ອງຖິ່ນທາງພາກໃຕ້ຈີນໄດ້ເລີ່ມປະຕິບັດລະບຽບການທີ່ມອບທີ່ດິນໃຫ້ຊາວກະສິກອນເໝົາໃຊ້ເພື່ອການຜະລິດ, ນີ້ຖືວ່າເປັນບາດກ້າວທຳອິດທີ່ມີຄວາມໝາຍສຳຄັນຍິ່ງໃນການປະຕິຮູບທີ່ຫັນປ່ຽນຊາຕາກຳຂອງຈີນ, ແຕ່ຕອນນັ້ນຢູ່ແຂວງເຮີເປີຍຍັງບໍ່ທັນເລີ່ມຕົ້ນເທື່ອ.
ໃນຕອນຄໍ່າມື້ໜຶ່ງ, ທ່ານສີຈິ້ນຜິງໄດ້ເຂົ້າສູ່ຫ້ອງການຂອງທ່ານເສີງປາວຮວຍ ທີ່ເປັນເຈົ້າເມືອງເມືອງເຈີ້ງຕິ້ງໃນເວລານັ້ນ, ແລະເວົ້າວ່າ: “ຫຼາວເສີງ, ອ່ານໜັງສືພິມແລ້ວບໍ່? ຢູ່ບາງທ້ອງຖິ່ນທາງພາກໃຕ້ປະເທດພວມສົ່ງເສີມລະບຽບການມອບທີ່ດິນໃຫ້ຊາວກະສິກອນເໝົາໃຊ້ເພື່ອການຜະລິດ, ໄດ້ຮັບປະສິດທິຜົນທີ່ດີ. ຢູ່ແຂວງເຮີເປີຍຍັງບໍ່ທັນເລີ່ມຕົ້ນເທື່ອ, ຫຼືວ່າເມືອງພວກເຮົາລົງມືປະຕິບັດກ່ອນ, ເລືອກເອົາສະຫະກອນໃດໜຶ່ງທີ່ເສດຖະກິດຫຼ້າຫຼັງເພື່ອທົດລອງກ່ອນ, ຖ້າສຳເລັດຜົນແລ້ວຈຶ່ງເຜີຍແຜ່ຢູ່ໃນທົ່ວເມືອງ ດີບໍ່.” ທ່ານເສີງປາວຮວຍຍິນແລ້ວດີໃຈຫຼາຍ, ແລະເວົ້າວ່າ: “ຂ້ອຍຄິດເລື່ອງນີ້ມາດົນແລ້ວ, ເຄີຍແລກປ່ຽນຄວາມເຫັນກັບເລຂາຄະນະພັກ, ແຕ່ເພິ່ນເວົ້າວ່າ ດຽວນີ້ຍັງເຮັດບໍ່ໄດ້, ຕ້ອງຖ້າເອກະສານຂອງລັດຖະບານກາງກ່ອນ. ຖ້າອົງການປົກຄອງແຂວງມີນະໂຍບາຍໃໝ່ແລ້ວຈຶ່ງພິຈາລະນາເລື່ອງນີ້, ກ່ຽວກັບບັນຫານີ້, ພວກເຮົາບໍ່ຄວນຮີບຮ້ອນລົງມືເຮັດຈົນເກີດຄວາມຜິດພາດ.” ເມື່ອຟັງຄວາມເວົ້າຂອງທ່ານເສີງປາວຮວຍແລ້ວ, ທ່ານສີຈິ້ນຜິງເວົ້າວ່າ: “ຂ້າພະເຈົ້າເຫັນວ່າ ລະບຽບການທີ່ມອບທີ່ດິນໃຫ້ຊາວກກະສິກອນເໝົາໃຊ້ເພື່ອການຜະລິດເປັນເລື່ອງດີ, ເປັນວິທີທີ່ດີໃນການປຸກລະດົມຄວາມຫ້າວຫັນຂອງຊາວກະສິກອນ. ລະບຽບການນີ້ມີວິທີແບ່ງປັນແບບງ່າຍ, ຊາວກະສິກອນກໍຈະຮັບໄດ້ງ່າຍ. ເອົາຈັ່ງຊີ້, ທ່ານລົມກັບຮອງເລຂາກ່ອນ, ຂ້ອຍໄປລົມກັບທ່ານເລຂາ.”
ພາຍໃຕ້ການຊຸກຍູ້ຂອງທ່ານສີຈິ້ນຜິງ, ຄະນະພັກ ແລະ ອົງການປົກຄອງເມືອງເຈີ້ງຕິ້ງໄດ້ປຶກສາຫາລື ແລະຄົ້ນຄວ້າຫຼາຍເທື່ອຢ່າງຕັ້ງອົກຕັ້ງໃຈ, ໄດ້ຕົກລົງວິທີການເຮັດວຽກ ຄື “ທົດລອງໄປກ່ອນ, ເຜີຍແຜ່ກວ້າງອອກເທື່ອລະກ້າວ”, ໂດຍຕົກລົງສ້າງຈຸດທົດລອງ “ລະບຽບການມອບທີ່ດິນໃຫ້ຊາວກະສິກອນເໝົາໃຊ້ເພື່ອການຜະລິດ”ຢູ່ສະຫະກອນລີຊ່ວງຕ້ຽນທີ່ເສດຖະກິດຫຼ້າຫຼັງ, ເງື່ອນໄຂການຜະລິດບໍ່ດີ, ແລະຊີວິດການເປັນຢູ່ຂອງຊາວກະສິກອນຢູ່ໃນລະດັບຕໍ່າ.
ຫຼັງຈາກລີຊ່ວງຕ້ຽນປະຕິບັດລະບຽບການມອບທີ່ດິນໃຫ້ຊາວກະສິກອນເໝົາໃຊ້ເພື່ອການຜະລິດແລ້ວ, ມູນຄ່າການຜະລິດກະສິກຳໃນປີນັ້ນໄດ້ເພີ່ມຂຶ້ນ 1 ເທົ່າຕົວ, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ເພີ່ມຂຶ້ນຈາກ 148 ຢວນຂຶ້ນຮອດ 400 ກວ່າຢວນເລີຍ. ນີ້ບໍ່ພຽງແຕ່ໄດ້ສ້າງຄວາມປະທັບໃຈອັນໃຫຍ່ຫຼວງຕໍ່ທົ່ວເມືອງ, ຍັງໄດ້ດຶງດູດຄົນທັງໃນແຂວງ ແລະ ຕ່າງແຂວງໄປທັດສະນະສຶກສາເລື້ອຍໆເພື່ອຖອດຖອນບົດຮຽນ.
ຜົນສຳເລັດທີ່ແທ້ຈິງ, ໄດ້ລົບລ້າງຄວາມວິຕົກກັງວົນທຸກທຸກຢ່າງຂອງພະນັກງານ ແລະ ປະຊາຊົນຂອງເມືອງເຈີ້ງຕິ້ງ, ລະບຽບການມອບທີ່ດິນໃຫ້ຊາວກະສິກອນເໝົາໃຊ້ເພື່ອການຜະລິດໄດ້ເຜີຍແຜ່ຢູ່ເມືອງເຈີ້ງຕິ້ງຢ່າງຮອບດ້ານ, ເຊິ່ງໄດ້ນຳໜ້າສ້າງແບບຢ່າງທີ່ດີຢູ່ແຂວງເຮີເປີຍ.
ຫຼັງຈາກປົດປ່ອຍແນວຄິດ ແລະ ຫັນປ່ຽນທັດສະນະແລ້ວ, ຍັງຕ້ອງຫັນເອົາຄວາມກະຕືລືລົ້ນຂອງພະນັກງານ ແລະ ປະຊາຊົນໃຫ້ກາຍເປັນປະສິດທິຜົນຕົວຈິງໃນການພັດທະນາການຜະລິດ. ທ່ານສີຈິ້ນຜິງ ແລະ ຄະນະພັກເມືອງຕ່າງໄດ້ນຳພາຄະນະຜູ້ແທນໄປທັດສະນະສຶກສາໄປພາກໃຕ້ຈີນທີ່ດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກກ່ອນໝູ່; ທ່ານສີຈິ້ນຜິງສະເໜີອອກວ່າ, ເມືອງເຈີ້ງຕິ້ງຄວນອອກແຮງພັດທະນາວິສາຫະກິດຊົນນະບົດ. ພາຍໃຕ້ການຊີ້ນຳຂອງຄວາມຄິດດັ່ງກ່າວ, ຂະແໜງການປຸງແຕ່ງປະເພດແປ້ງ, ຂະແໜງການປຸງແຕ່ງຜະລິດຕະພັນຊິ້ນ ແລະ ຂະແໜງການປຸງແຕ່ງແປ້ງເຂົ້າເບຼຂອງເມືອງເຈີ້ງຕິ້ງໄດ້ເປັນຮູບເປັນຮ່າງຂຶ້ນເທື່ອລະກ້າວ. ພ້ອມກັນນັ້ນ, ຂົງເຂດການກໍ່ສ້າງ, ການບໍລິການແຮງງານ, ການຂົນສົ່ງ, ຂະແໜງການກິນດື່ມ, ແລະ ວັດສະດູກໍ່ສ້າງກໍໄດ້ເປີດກວ້າງທຸລະກິດຢ່າງຮອບດ້ານ, ເຊິ່ງມີສະພາບການທີ່ “5 ຂະແໜງການ”ຈະເລີນຂຶ້ນຢ່າງພ້ອມພຽງກັນ.
ວັນທີ 17 ມິຖຸນາປີ 1984, ໜັງສືພິມປະຊາຊົນລາຍວັນໄດ້ພິມບົດຄວາມທີ່ມີຫົວຂໍ້ວ່າ “ເຈີ້ງຕິ້ງປິ່ນໜ້າມືເປັນຫຼັງມື”, ໂດຍຊົມເຊີຍຜົນການທົດລອງຂອງເມືອງເຈີ້ງຕິ້ງ, ທັງຍ້ອງຍໍວ່າເສດຖະກິດເມືອງເຈີ້ງຕິ້ງໄດ້ຊອກທາງອອກໃໝ່, ມີຜົນປະໂຫຍດຕໍ່ຕົວເມືອງທັງໄດ້ເຮັດໃຫ້ຊົນນະບົດຮັ່ງມີຂຶ້ນ; ທັງໃຫ້ການບໍລິການແກ່ຕົວເມືອງ, ທັງໄດ້ຮັບຜົນກຳໄລຈາກຕົວເມືອງ, ເຊິ່ງໄດ້ພັດທະນາຕົນເອງໃນການສະໜອງການບໍລິການ. ນີ້ກໍເປັນຄັ້ງທຳອິດທີ່ຊື່ຂອງທ່ານສີຈິ້ນຜິງປະກົດຢູ່ໃນໜັງສືພິມກະບອກສຽງຂອງສູນກາງພັກກອມມູນິດຈີນ.
ຄຳເຫັນ
0