ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເຈີ້ງຕິ້ງ ເປັນເມືອງເກົ່າແກ່ທີ່ມີຊື່ສຽງທາງດ້ານປະຫວັດສາດຂອງຈີນ, ນັບຕັ້ງແຕ່ສະໄໝລາຊະວົງເປີຍສີ (ປີ ຄສ 550-ປີຄສ 577) ເຈີ້ງຕິ້ງກໍເປັນທີ່ຕັ້ງຂອງເຂດບໍລິຫານສຳຄັນ. ໃນສະໄໝລາຊະວົງລຽວ (ປີ ຄສ 916-ປີຄສ1125)ແລະສະໄໝລາຊະວົງຈິ່ນ(ປີ ຄສ 1115-ປີຄສ1234)ຕ່າງກໍໄດ້ສ້າງລະຊະທານີຢູ່ແຫ່ງນີ້. ຍ້ອນມີປະຫວັດສາດອັນດົນນານ,ເຈີ້ງຕິ້ງມີບູຮານສະຖານແລະວັດທະນະທຳອຸດົມສົມບູນ. ພາຍຫຼັງທ່ານສີຈິ້ນຜິງໄປດຳລົງຕຳແໜ່ງການນຳຢູ່ເມືອງເຈີ້ງຕິ້ງແລ້ວ, ທ່ານກໍໄດ້ຄົ້ນຄວ້າແລະຊອກອ່ານຂໍ້ມູນປະຫວັດສາດຂອງເມືອງເຈີ້ງຕິ້ງ, ໄປແຫ່ງຕ່າງໆໃນທົ່ວເມືອງເພື່ອສຳຫຼວດບູຮານສະຖານ. ທ່ານສຳນຶກຮູ້ວ່າ: ສະຖາປັດຕະຍະກຳບູຮານຂອງເຈີ້ງຕິ້ງສ່ວນຫຼາຍເປັນແບບໂຮມສູນ ທັງມີລະບົບຄົມມະນາຄົມທີ່ພັດທະນາຫຼາຍ, ຄວນຟື້ນຟູຮ່ອງຮອຍປະຫວັດສາດເພື່ອພັດທະນາການທ່ອງທ່ຽວວັດທະນະທຳ.
ການທີ່ເຮັດແນວໃດຈິ່ງຈະສາມາດຂຸດຄົ້ນທ່າແຮງບົ່ມຊ້ອນ ເພື່ອເຮັດໃຫ້ການພັດທະນາເສດຖະກິດເມືອງເຈີ້ງຕິ້ງໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າຈາກ ວັດທະນະທຳປະຫວັດສາດອັນດົນນານນັ້ນ ແມ່ນບັນຫາທີ່ທ່ານສີຈິ້ນຜິງໄດ້ຕັ້ງໃຈຄົ້ນຄິດຢ່າງເລິກເຊິ່ງ. ທ່ານໄດ້ສະເໜີແລວຄວາມຄິດທີ່ພັດທະນາການທ່ອງທ່ຽວເພື່ອຊຸກຍູ້ການພັດທະນາກະສິກຳ,ອຸດສາຫະກຳແລະຂະແໜງການບໍລິການ, ໃຫ້ບໍລິການແກ່ເທດສະບານແຂວງ, ສ້າງສາພັດທະນາເມືອງເຈີ້ງຕິ້ງໃຫ້ເປັນປ່ອງຢ້ຽມແຫ່ງການທ່ອງທ່ຽວທີ່ຫ່າງໃກ້ກັບນະຄອນສືເຈ່ຍຈ່ວງທີ່ສຸດ.
ວັດລົງຊິງຂອງເມືອງເຈີ້ງຕິ້ງເປັນວັດໃຫຍ່ສ້າງຂຶ້ນໃນສະໄໝລາຊະວົງຊົ້ງ (ປີ ຄສ 960-ປີຄສ 1279) ທີ່ມີຊື່ສຽງໂດ່ງດັງໃນໂລກ, ຍິ່ງເປັນວັດຖຸບູຮານອັນລ້ຳຄ່າລະດັບຊາດແຫ່ງໜຶ່ງ. ແຕ່ວ່າ ວັດແຫ່ງນີ້ມີຄວາມເກົ່າແກ່ແລະເສຍຫາຍຢ່າງໜັກໜ່ວງເນື່ອງຈາກຜ່ານການເວລາດົນນານ. ຖ້າຢາກປະຕິສັງຂອນຢ່າງຮອບດ້ານ,ຕ້ອງໃຊ້ງົບປະມານ 30 ລ້ານຢວນ. ໂຄງການລົງທຶນກ້ອນໃຫຍ່ປານນີ້ ເວົ້າສຳລັບຂະແໜງອະນຸລັກວັດຖຸບູຮານທົ່ວປະເທດໃນເວລານັ້ນແລ້ວ ຖືວ່າເປັນໂຄງການໃຫຍ່ອັນດັບສອງພຽງຮອງຈາກໂຄງການປະຕິສັງຂອນວັງໂປຕາລາຂອງນະຄອນລາຊາ ເຂດຕິເບດ ເທົ່ານັ້ນ. ນອກນີ້, ໂຄງການໃຫຍ່ດັ່ງກ່າວນີ້ຍັງຕ້ອງເວນຄືນທີ່ດິນ 4 ເຮັກຕາ, ແລະຍົກຍ້າຍປະຊາຊົນຈຳນວນ 60 ຄອບຄົວໄປຕັ້ງຖິ່ນຖານຢູ່ບ່ອນອື່ນ.
ວັດລົງຊິງໃນປັດຈຸບັນ
ທ່ານເຈຍຕ້າຊ່ານ ນັກປະພັນທີ່ເກີດແລະໃຫຍ່ຂຶ້ນຢູ່ເມືອງເຈີ້ງຕິ້ງຮູ້ດີກ່ຽວກັບປະຫວັດສາດແລະວັດທະນະທຳຂອງເຈີ້ງຕິ້ງ ທັງຮູ້ສະພາບກ່ຽວກັບສະຖາປັດຕະຍະກຳບູຮານແລະວັດຖຸບູຮານທີ່ຮັກສາໄວ້ຈົນມາເຖິງປັດຈຸບັນຂອງເມືອງເຈີ້ງຕິ້ງຢ່າງຫຼວງຫຼາຍ, ເຊິ່ງຄົນທັງຫຼາຍຈິ້ງເອີ້ນລາວວ່າ “ຜູ້ຮູ້ເຈີ້ງຕິ້ງ”. ທ່ານສີຈິ້ນຜິງກໍໄປຢາມລາວຢູ່ເຮືອນເລື້ອຍໆໃນເວລາຫວ່າງ ເພື່ອປຶກສາເລື່ອງປະຕິສັງຂອນວັດລົງຊິງ. ຕໍ່ມາ, ພາຍໃຕ້ການສະເໜີຂອງທ່ານສີຈີ້ນຜິງ, ເມືອງເຈີ້ງຕິ້ງໄດ້ທັບມ້າງລະບຽບການທີ່ບຸກຄົນບໍ່ແມ່ນສະມາຊິກພັກໃຫ້ດຳລົງຕຳແໜ່ງການນຳຂັ້ນຮອງເທົ່ານັ້ນ, ໂດຍໄດ້ແຕ່ງຕັ້ງທ່ານເຈ່ຍຕ້າຊ່ານເປັນຫົວໜ້າພະແນກວັດທະນະທຳເມືອງເຈີ້ງຕິ້ງ. ທ່ານສີຈິ້ນຜິງໄດ້ອອກໜ້າເຊື້ອເຊີນຊ່ຽວຊານທີ່ມີຊື່ສຽງທັງພາຍໃນແລະຕ່າງປະເທດມາສຳຫຼວດແລະປະເມີນຄວາມເປັນໄປໄດ້ຂອງການປະຕິສັງຂອນວັດລົງຊິງເລື້ອຍໆ, ສ່ວນທ່ານເຈ່ຍຕ້າຊ່ານກໍແລ່ນວຽກໄປມາລະຫວ່າງນະຄອນຫຼວງປັກກິ່ງ, ເທດສະບານແຂວງແລະເມືອງ, ໃນທີ່ສຸດກໍໄດ້ຮັບການສະໜັບສະໜູນຈາກຂັ້ນເທິງໃນດ້ານການລົງທຶນກ້ອນໃຫຍ່, ເມື່ອໄດ້ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນາໆ, ກໍສາມາດປະຕິບັດໂຄງການປະຕິສັງຂອນວັດລົງຊິງໃຫ້ສຳເລັດ.
ນອກຈາກປະຕິສັງຂອນວັດລົງຊິງແລ້ວ, ທ່ານສີຈິ້ນຜິງຍັງໄດ້ໝູນໃຊ້ເງິນທຶນທີ່ຫ້າງຫາມາໄດ້ນັ້ນສ້າງວັດເກົ່າແກ່ບູຮານທີ່ມີປະຫວັດພັນປີແຫ່ງນີ້ໃຫ້ເປັນສະຖານທີ່ທ່ອງທ່ຽວ ເຊິ່ງເປັນສິ່ງໃໝ່ໆໃນເວລານັ້ນ. ແຕ່ນັ້ນມາ, ບໍ່ວ່າຈະເປັນຜູ້ທີ່ເດີນທາງມາແລ່ນວຽກຢູ່ເທດສະບານແຂວງຫຼືຜູ້ທີ່ເດີນທາງຜ່ານນະຄອນສືເຈ່ຍຈ່ວງ, ໃຜໆກໍພາກັນມາທ່ຽວສະຖານທີ່ທ່ອງທ່ຽວແຫ່ງນີ້ຍ້ອນຊື່ສຽງຂອງວັດລົງຊິງ ເຊິ່ງເຮັດໃຫ້ຂະແໜງການທ່ອງທ່ຽວເມືອງເຈີ້ງຕິ້ງຄ່ອຍໆພັດທະນາຂຶ້ນ. ປີ 1984, ຈຳນວນນັກທ່ອງທ່ຽວທີ່ໄປທ່ຽວເມືອງເຈີ້ງຕິ້ງໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍເຖິງ 4 ແສນຄົນ; ປີ 1985, ຈຳນວນນັກທ່ອງທ່ຽວໄດ້ລື່ນກາຍ 5 ແສນຄົນ.
ເມື່ອເວົ້າເຖິງເລື່ອງທີ່ທ່ານສີຈີ້ນຜິງປະຕິບັດຍຸດທະສາດພັດທະນາການທ່ອງທ່ຽວເພື່ອຊຸກຍູ້ການພັດທະນາເສດຖະກິດເມືອງນັ້ນ, ກໍຕ້ອງກ່າວເຖິງມາດຕະການໃຫຍ່ອີກປະການໜຶ່ງ ຄື ການສ້າງ “ສວນຕຳໜັກຢົງໂກວ”.
ປີ 1983, ໂທລະພາບສູນກາງຈີນໄດ້ວາງແຜນຖ່າຍທຳນະວະນິຍາຍອະມະຕະເລື່ອງ “ຄວາມຝັນໃນຫໍວິມານແດງ” ໃຫ້ເປັນລະຄອນໂທລະພາບ ທັງໄດ້ເລືອກສ້າງ “ສວນຕຳໜັກຢົງໂກວ” ຢູ່ເມືອງເຈີ້ງຕິ້ງ ເພື່ອໃຊ້ເປັນສະຖານທີ່ຖ່າຍທຳລະຄອນເປັນການຊົ່ວຄາວ, ເມື່ອສຳເລັດການຖ່າຍທຳລະຄອນໂທລະພາບແລ້ວແລ້ວກໍຈະປະຮ້າງເລີຍ. ແຕ່ວ່າ ທ່ານສີຈິ້ນຜິງ ທີ່ເປັນເລຂາຄະນະພັກເມືອງເຈີ້ງຕິ້ງໃນເວລານັ້ນເຫັນວ່າ: ນີ້ຄືໂອກາດທີ່ດີເພື່ອພັດທະນາຂະແໜງການທ່ອງທ່ຽວຂອງເມືອງຕົນ, ຖ້າວ່າສາມາດສ້າງ “ສວນຕຳໜັກຢົງໂກວ” ໃຫ້ເປັນສະຖາປັດຕະຍະກຳຖາວອນ, ໄປຄຽງຄູ່ກັບລະຄອນໂທລະພາບເລື່ອງ “ຄວາມຝັນໃນຫໍວິມານແດງ” ໄດ້ຮັບຄວາມນິຍົມສູງຈາກຜູ້ຊົມ, ກໍຈະສາມາດຊຸກຍູ້ການພັດທະນາການທ່ອງທ່ຽວຂອງເມືອງເຈີ້ງຕິ້ງໃຫ້ຈະເລີນຫຼາຍຂຶ້ນກວ່າເກົ່າ. ທ່ານສີຈິ້ນຜິງກໍເລີຍສົ່ງຄົນໄປຕິດຕໍ່ກັບໂທລະພາບສູນກາງຈີນທັນທີ, ແລ້ວສອງຝ່າຍໄດ້ຕົກລົງເຊັນສັນຍາກັນໂດຍໄວ ຄືເມືອງເຈີ້ງຕິ້ງສະໜອງສະຖານທີ່ຖ່າຍທຳລະຄອນໂດຍບໍ່ເກັບຄ່າ, ສ່ວນທາງໂທລະພາບສູນກາງເປັນຜູ້ລົງທຶນກໍ່ສ້າງ.
ແຕ່ວ່າ ສິ່ງທີ່ຄາດບໍ່ເຖິງນັ້ນກໍຄື, ໃນໄລຍະຖ່າຍທຳ, ພາຍໃນທີມງານຖ່າຍທຳເລື່ອງ“ຄວາມຝັນໃນຫໍວິມານແດງ”ໄດ້ປະສົບຄວາມຫຍຸ້ງຍາກ,ຕ້ອງເພີ່ມງົບປະມານອີກ ເຊິ່ງເຮັດໃຫ້ເລື່ອງການສ້າງ “ສວນຕຳໜັກຢົງໂກວ”ປະສົບຄວາມສ່ຽງທີ່ຈະລົ້ມເຫຼວ. ເມື່ອຜະເຊີນໜ້າກັບການລົງທຶນກ້ອນໃຫຍ່, ການນຳຫຼາຍໆທ່ານຂອງເມືອງເຈີ້ງຕິ້ງໃນເວລານັ້ນຕ່າງກໍເຫັນວ່າ ນີ້ເປັນໂຄງການທີ່ມີຄວາມສ່ຽງສູງ, ດີບໍ່ດີອາດຈະເສຍຕົ້ນທຶນໄປໝົດກໍເປັນໄປໄດ້. ເມື່ອໄດ້ເຫັນສະຫາຍທັງຫຼາຍຕ່າງກໍບໍ່ມີຄວາມໝັ້ນໃຈ, ທ່ານສີຈິ້ນຜິງຮູ້ດີວ່າ ສິ່ງສຳຄັນທີ່ສຸດກໍຄືຕ້ອງແກ້ໄຂບັນຫາເງິນທຶນ, ເພິ່ນກໍເລີຍຊອກທຸກວິທີທາງເພື່ອໃຫ້ເຂົາເຈົ້າເຊື່ອໝັ້ນ. ໃນຂະນະດຽວກັນກໍເລີ່ມໄປຫ້າງຫາເງິນທຶນຢູ່ແຫ່ງຕ່າງໆ.
ເມື່ອໄດ້ລະດົມເງິນທຶນຈາກຫຼາຍພາກສ່ວນແລ້ວ, ໃນທີ່ສຸດ, ທ່ານສີຈິ້ນຜິງກໍສາມາດແກ້ໄຂບັນຫາເງິນທຶນໃຫ້ໄດ້. ປີ 1985, ໂຄງການ “ສວນຕຳໜັກຢົງໂກວ” ໄດ້ເລີ່ມລົງມືກໍ່ສ້າງ. ຜ່ານຈາກຄວາມພະຍາຍາມມາເປັນເວລາ 1 ປີກັບ 8 ເດືອນ, “ສວນຕຳໜັກຢົງໂກວ” ທີ່ເປັນສະຖານທີ່ຖ່າຍທຳລະຄອນເລື່ອງ “ຄວາມຝັນໃນຫໍວິມານແດງ” ທີ່ລົງທຶນທັງໝົດ 3 ລ້ານ 5ແສນກວ່າຢວນ, ກວມເນື້ອທີ່ 37.000 ຕາແມັດນັ້ນໄດ້ສ້າງສຳເລັດຮອບດ້ານເປັນຢ່າງດີ.
ປີ 1987, ໄປຄຽງຄູ່ກັບລະຄອນໂທລະພາບເລື່ອງ “ຄວາມຝັນໃນຫໍວິມານແດງ”ອອກອາກາດ, ເມືອງເຈີ້ງຕິ້ງກໍມີຊື່ສຽງອິດທິພົນສູງຂຶ້ນຢ່າງຫຼວງຫຼາຍ. ປີນັ້ນ, ມີນັກທ່ອງທ່ຽວ 1 ລ້ານ 3 ແສນຄົນໄດ້ມາທ່ຽວຊົມ, ລາຍໄດ້ຈາກປີເຂົ້າຊົມໄດ້ບັນລຸເຖິງ 2 ລ້ານ 2 ແສນ 1 ໝື່ນຢວນ ສ້າງລາຍຮັບດ້ານການທ່ອງທ່ຽວ 17 ລ້ານ 6 ແສນ 1 ໝື່ນຢວນ, ຖືວ່າໄດ້ທົດແທນຕົ້ນທຶນຄືນຢ່າງວ່ອງໄວ. ສະຖານທີ່ທ່ອງທ່ຽວ “ສວນຕຳໜັກຢົງໂກວ” ໄດ້ຊຸກຍູ້ຂະແໜງການທ່ອງທ່ຽວຂອງເມືອງເຈີ້ງຕິ້ງໃຫ້ພັດທະນາຢ່າງຫຼວງຫຼາຍ ເຊິ່ງໄດ້ສ້າງໃຫ້ເປັນ “ຮູບແບບເຈີ້ງຕິ້ງ”ໃນດ້ານການພັດທະນາການທ່ອງທ່ຽວ.
ສວນຕຳໜັກຢົງໂກວ
ທ່ານວາງໂຢ້ຮຸ່ຍ ຮອງເຈົ້າເມືອງເມືອງເຈີ້ງຕິ້ງໃນເວລານັ້ນໄດ້ຫວນຄືນວ່າ: “ປີ 1986, ຕອນທີ່ໂຄງການ “ສວນຕຳໜັກຢົງໂກວ”ສ້າງສຳເລັດ, ທ່ານສີຈິ້ນຜິງໄດ້ອອກຈາກເມືອງເຈີ້ງຕິ້ງໄປເຮັດວຽກຢູ່ນະຄອນເຊ້ຍເມີນແລ້ວ. ທ່ານມີວິໄສທັດເປັນພິເສດ,ມີສາຍຕາເບິ່ງກວ້າງມອງໄກ, ໃນເວລາພັດທະນາຂະແໜງການທ່ອງທ່ຽວ ບໍ່ແມ່ນຄິດໄລ່ແຕ່ລາຍຮັບໃນໄລຍະໃດໜຶ່ງເທົ່ານັ້ນ, ແຕ່ແມ່ນວາງແຜນແມ່ບົດໂດຍພິຈາລະນາຢ່າງຮອບດ້ານ, ນີ້ຄືຄວາມປີຊາສາມາດສູງທີ່ບໍ່ທຳມະດາ.”
ຫຼັງຈາກ ລະຄອນໂທລະພາບເລື່ອງ “ຄວາມຝັນໃນຫໍວິມານແດງ”ແລ້ວ, ສະຖານທີ່ທ່ອງທ່ຽວ “ສວນຕຳໜັກຢົງໂກວ”ໄດ້ດຶງດູດຜົນງານຮູບເງົາແລະລະຄອນໂທລະພາບອີກ 197 ເລື່ອງໄປຖ່າຍທຳຢູ່ແຫ່ງນັ້ນ, ຮູບເງົາແລະລະຄອນໂທລະພາບໄດ້ຊຸກຍູ້ການທ່ອງທ່ຽວ ຂະນະທີ່ການທ່ອງທ່ຽວໄດ້ດຶງດູດຫຼາຍໆບໍລິສັດມາຖ່າຍທຳຮູບເງົາແລະລະຄອນໂທລະພາບ. “ສວນຕຳໜັກຢົງໂກວ” ໃນປັດຈຸບັນໄດ້ຂະຫຍາຍຕົວກາຍມາເປັນສະຖານທີ່ທ່ອງທ່ຽວອະມະຕະທີ່ມີບົດບາດກວມເຖິງການຖ່າຍທຳຮູບເງົາແລະລະຄອນໂທລະພາບ, ການທ່ອງທ່ຽວ, ການຖ່າຍທອດວັດທະນະທຳກ່ຽວກັບນະວະນິຍາຍອະມະຕະເລື່ອງ “ຄວາມຝັນໃນຫໍວິມານແດງ”.
ຄຳເຫັນ
0