ຢາກລົບລ້າງຄວາມທຸກຍາກໄດ້ຕ້ອງລົບລ້າງຄວາມງົມງວາຍຫຼ້າຫຼັງກ່ອນ, ຢາກແກ້ໄຂບັນຫາທຸກຍາກໄດ້ຕ້ອງແກ້ໄຂບັນຫາການສຶກສາກ່ອນ. ທ່ານສີຈິ້ນຜິງໃຫ້ຄວາມສຳຄັນສູງຕໍ່ວຽກງານການສຶກສາ,ຕາມທ່ານເຫັນວ່າການສຶກ ສາເປັນພື້ນຖານແຫ່ງຄວາມຍືນຍົງຄົງຕົວຂອງປະເທດຊາດ, ເປັນວິທີທາງໃນການສ້າງສາ ປະເທດໃຫ້ຮັ່ງມີແລະສ້າງກອງທັບໃຫ້ເຂັ້ມແຂງ, ທຸກຄົນຕ້ອງແບກຫາບຄວາມຮັບຜິດຊອບແລະເປັນວຽກງານທີ່ຕ້ອງປະຕິບັດໃຫ້ດີ.
ທ່ານສີຈິ້ນຜິງທີ່ເຮັດວຽກຢູ່ເຈິ້ງຕິ້ງ
ປີ1982, ພາຍຫຼັງທ່ານສີຈິ້ນຜິງຂຶ້ນດຳລົງຕຳແໜ່ງເປັນຮອງເລຂາຄະນະພັກເມືອງເຈີ້ງຕິ້ງບໍ່ດົນ, ທ່ານກໍໄດ້ ດຳເນີນການສຳຫຼວດອາຄານໂຮງຮຽນທີ່ເກົ່າແກ່ເປເພໃນທົ່ວເມືອງ ເຊິ່ງໄດ້ພົບວ່າ ໃນໂຮງຮຽນປະຖົມ 200 ກວ່າແຫ່ງມີອາຄານເກົ່າແກ່ເປ່ເພລວມທັງໝົດ 3590 ຕາແມັດ, ນັກຮຽນຈຳນວນຫຼາຍກວ່າໝື່ນຄົນຕ້ອງໄດ້ໝູບຢູ່ ແຜ່ນສີມັງໂດຍນຳເອົາກ້ອນຫີນມາຕໍ່ໃສ່ເປັນຂາໂຕະແລະໂຕະດິນໃນເວລາຟັງຄູສອນບົດຮຽນ,ໃນເວລາໄປໂຮງ ຮຽນ, ນັກຮຽນ 4 ໝື່ນຄົນຕ້ອງຖືຕັ່ງໄປນຳເພື່ອກຽມໃຊ້ໃນໂມງຮຽນ. ຫຼາຍໆຄົນໄດ້ເວົ້າກວນວ່າ ໂຮງຮຽນແບບນີ້ ຫຼຽວເບິ່ງຢູ່ໄກໆຄືວັດເກົ່າເປ່ເພ, ແຕ່ຍ່າງເຂົ້າໃກ້ ເບິ່ງແລ້ວຈິ່ງຮູ້ວ່າ ທີ່ແທ້ແມ່ນໂຮງຮຽນ. ສ່ວນທ່ານສີຈິ້ນຜິງໄປ ປະຕິບັດໜ້າທີ່ການນຳຢູ່ເມືອງເຈີ້ງຕິ້ງແລ້ວ,ການທີ່ທ່ານໂມໂຫເປັນເທື່ອທຳອິດກໍເປັນຍ້ອນເລື່ອງການສຶກສາ.
ມີເທື່ອໜຶ່ງ,ທ່ານສີຈິ້ນຜິງໄປກວດກາວຽກງານຢູ່ຊົນນະບົດ, ເພິ່ນໄດ້ຮັບຮູ້ວ່າ ມີບ້ານໜຶ່ງ ທີ່ມີລາຍໄດ້ສ່ວນລວມດີສົມຄວນ, ແຕ່ວ່າ ໂຮງຮຽນປະຖົມໃນບ້ານຊ້ຳພັດເປ່ເພເສຍຫາຍຫຼາຍ, ປ່ອງຢ້ຽມເປ່ເພຈົນບໍ່ມີແກ້ວປ່ອງຢ້ຽມ ທີ່ດີສົມບູນແມ່ນແຕ່ປ່ອງດຽວ, ພຽງແຕ່ ໃຊ້ຜ້າຢາງປະລາສະຕິກມາຕິດແບບງ່າຍໆເທົ່ານັ້ນ,ລັງຄາເປ່ເພ,ມື້ໃດຝົນຕົກນ້ຳກໍຮົ່ວລົງມາ, ພວກເດັກນ້ອຍກໍໝູບຂຽນໜັງສືຢູ່ໂຕະດິນ.
ທ່ານສີຈິ້ນຜິງສອບຖາມຜູ້ອຳນວຍການໂຮງຮຽນວ່າ ເປັນຫຍັງຈິ່ງເຖິງຂັ້ນນີ້, ໂຮງຮຽນເກົ່າ ແກ່ເປ່ເພປານນີ້, ພວກເຈົ້າອົດເບິ່ງໄດ້ແນວໃດ?
ທັນໃດນັ້ນ,ຜູ້ອຳນວຍການໂຮງຮຽນຮູ້ສຶກວ່າບໍ່ຮູ້ຊິເວົ້າຫຍັງດີແລະບໍ່ຮູ້ຊິຕອບແນວໃດ. ທ່ານສີຈິ້ນຜິງຕຳໜິລາວ ຢ່າງເຄັ່ງຂຶມວ່າ ໂຮງຮຽນແຫ່ງນີ້ ເມື່ອໃຜເຫັນແລ້ວກໍຮູ້ສຶກເສຍໃຈຫຼາຍ! ເດັກນ້ອຍເຫຼົ່ານີ້ເມື່ອຮອດສະຕະວັດທີ 21 ແລ້ວຈະກາຍເປັນກຳລັງຫຼັກແຫຼ່ງໃນການສ້າງສາພັດທະນາບ້ານເມືອງ,ແຕ່ດຽວນີ້ ເຂົາເຈົ້າໄດ້ເຕີບໃຫຍ່ຢູ່ໃນ ສະພາບແວດລ້ອມຄືແນວໃດແດ່?ໂຕະຮຽນເປັນແຜ່ນສີມັງໂດຍນຳເອົາກ້ອນຫີນມາຕໍ່ໃສ່ເປັນຂາໂຕະທີ່ຍັງຕ່ຳ ກວ່າຕັ່ງຊ້ຳ,ເຈົ້າໄປໝູບລອງເບິ່ງດຸ? ເຮັດແນວນີ້ ບໍ່ພຽງແຕ່ບໍ່ສາມາດກໍ່ສ້າງຜູ້ມີຄວາມຮູ້ຄວາມສາມາດ, ດີບໍ່ດີ, ເຂົາເຈົ້າຈະເປັນຄົນຫຼັງກົ່ງ, ສາຍຕາສັ້ນຊ້ຳ, ພວກເຈົ້າປະຕິບັດໜ້າທີ່ຢ່າງບໍ່ມີຄວາມຮັບຜິດ ຊອບແບບພໍແລ້ວມື້ ແລ້ວວັນ ໄດ້ແນວໃດ?
ຫົວໜ້າຄະນະກຳມະການບ້ານແລ່ນມາຢ່າງຮ້ອນຮົນແລ້ວຂ້ຽວອະທິບາຍຕໍ່ທ່ານສີຈິ້ນຜິງວ່າ: “ບ້ານເຮົາກໍ ບໍ່ໄດ້ຖືເປັນບ້ານທຸກຍາກດອກ, ແຕ່ວ່າທາງບ້ານມີວຽກຫຼາຍຈິ່ງບໍ່ມີເວລາໄປໃສ່ໃຈເລື່ອງປັບປຸງສະພາບແວດ ລ້ອມຂອງໂຮງຮຽນມາໂດຍຕະຫຼອດ, ບໍ່ໄດ້ໃຫ້ຄວາມສຳຄັນພຽງພໍ, ເມື່ອຮອດເວລາທີ່….”
“ຮອດເວລາໃດແທ້? ເຈົ້າຊິເວົ້າໄດ້ແນ່ນອນຊ້ຳບໍ່?”ສີໜ້າຂອງທ່ານສີຈິ້ນຜິງເຄັ່ງຂຶມຂຶ້ນ ແລະເວົ້າຕໍ່ວ່າ “ພວກເຈົ້າຕ້ອງລວມກັນປຶກສາຫາລືເພື່ອດັດແປງແກ້ໄຂໃນຄືນນີ້ເລີຍ,ອາທິດໜ້າໄປລາຍງານແຜນງານ ຢູ່ພະແນກສຶກສາທິການເມືອງ. ຢ່າງໜ້ອຍຕ້ອງມີແກ້ວປ່ອງຢ້ຽມແລະມີໂຕະຕັ່ງທີ່ເຮັດດ້ວຍໄມ້.ຕາມເງື່ອນໄຂທາງດ້ານເສດຖະກິດຂອງບ້ານພວກເຈົ້າ, ບໍ່ຄວນເຮັດໃຫ້ໂຮງຮຽນປະຖົມກາຍເປັນແບບນີ້, ພວກເຈົ້າມີເງື່ອນໄຂເຕັມທີ່ໃນການປົວແປງໂຮງຮຽນໃຫ້ດີຂຶ້ນ. ແຕ່ຖ້າວ່າພວກເຈົ້າຍັງບໍ່ເຄື່ອນໄຫວປະຕິບັດຄືແບບນີ້, ກໍຕ້ອງຖືກປົດຕຳແໜ່ງ, ເລື່ອງນີ້ຍັງຕ້ອງລາຍງານໃຫ້ການນຳຕາແສງ, ຄະນະພັກຕາແສງກໍຕ້ອງຕິດຕາມກວດກາ, ຖ້າບໍ່ດັ່ງນັ້ນ ເຂົາເຈົ້າກໍຕ້ອງຖືກທາວຫາຄວາມຮັບຜິດຊອບເຊັ່ນກັນ.
ຫົວໜ້າຄະນະກຳມະການບ້ານຕອບດ້ວຍຄຳວ່າ “ໂດຍໆ”ຢ່າງລຽນຕິດ. ໃນເວລາກ່າວຄຳລາ, ທ່ານສີຈິ້ນຜິງໄດ້ເວົ້າຕໍ່ເຂົາເຈົ້າດ້ວຍຄວາມເສຍໃຈວ່າ: “ພວກເຈົ້ານີ້ນ່າ, ຈັ່ງແມ່ນເຮັດໃຫ້ລູກຫຼານພວກເຈົ້າຕ້ອງຜິດຫວັງແທ້ໆ.”
ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ວຽກງານໃນການປັບປຸງເງື່ອນໄຂການຮຽນການສອນຂອງໂຮງຮຽນໃຫ້ດີຂຶ້ນຢ່າງບໍ່ລົດລະໃນຕະຫຼອດເວລາທີ່ທ່ານເຮັດວຽກຢູ່ເມືອງເຈີ້ງຕິ້ງ.
ເດືອນຕຸລາປີ 1983, ທ່ານສີຈິ້ນຜິງໄດ້ສະເໜີອອກມາຢ່າງຈະແຈ້ງວ່າ: ຕ້ອງປະຕິຮູບການສຶກສາ ແຕ່ວ່າຕ້ອງປະຕິຮູບຢ່າງເປັນລະບຽບແບບແຜນ. ຕາມຫຼັກການດັ່ງກ່າວ, ຄະນະນຳເມືອງເຈີ້ງຕິ້ງໄດ້ຄົ້ນຄວ້າແລະສ້າງເອກະສານຕ່າງໆເຊັ່ນ ຄວາມເຫັນກ່ຽວກັບການປະຕິຮູບດ້ານການສຶກສາຂອງຊົນນະບົດ ແລະອື່ນໆ ໂດຍໄດ້ກຳນົດເອົາ ຄູສອນຢູ່ຊົນນະບົດເຂົ້າໃນເປົ້າໝາຍທີ່ມີເງິນເດືອນຕາມມາດຕະຖານພະນັກງານລັດ ແລ້ວໄດ້ຈ່າຍເງິນເດືອນທີ່ຕິດໜີ້ກັບຄູສອນຢູ່ຊົນນະບົດໃນຜ່ານມານັ້ນໃຫ້ຄົບຈຳນວນ, ເຊິ່ງສາມາດແກ້ໄຂບັນຫາສະຫວັດດີການແລະບັນຫາຕິດໜີ້ເງິນເດືອນຂອງຄູສອນຢູ່ຊົນນະບົດນັ້ນໃຫ້ດີສົມຄວນ ແລະຖືວ່າເປັນການໃຫ້ກຳລັງໃຈແລະສ້າງຄວາມໝັ້ນໃຈໃຫ້ແກ່ຄູທັງຫຼາຍໂດຍສະເພາະແມ່ນຄູສອນໃນຊົນນະບົດ.
ປີ 1984, ເມືອງເຈີ້ງຕິ້ງໄດ້ລະດົມເງິນທຶນໃຫ້ໄດ້ 1 ລ້ານ 8 ແສນ 7 ໝື່ນຢວນ ແລະໃຊ້ເຂົ້າໃນການສ້ອມແປງອາຄານເກົ່າແກ່ເປ່ເພ 1020 ຫຼັງທີ່ກວມເນື້ອທີ່ເກືອບ 15000 ຕາແມັດ, ຈັດຊື້ ໂຕະຕັ່ງ 3000 ກວ່າຊຸດ, ຍັງມີ 16 ບ້ານໄດ້ສ້າງອາຄານການຮຽນການສອນໃຫ້ແກ່ໂຮງຮຽນໃນບ້ານ, ຍັງມີເດີ່ນຂອງໂຮງຮຽນຫຼາຍແຫ່ງທີ່ຖືກນຳໃຊ້ໄປໃນທາງອື່ນຢ່າງຜິດລະບຽບການນັ້ນກໍໄດ້ຄືນໃຫ້ໂຮງຮຽນແລ້ວ.
ໃນຂະນະທີ່ກຳແໜ້ນວຽກງານການສຶກສາພື້ນຖານນັ້ນ, ທ່ານສີຈິ້ນຜິງຍັງໃຫ້ຄວາມສຳຄັນເປັນພິເສດໃນການຊຸກຍູ້ການພັດທະນາວຽກງານສຶກສາທິການເພື່ອປັບປຸງໂຄງສ້າງການຈັດຕັ້ງຂັ້ນເທິງຂອງເມືອງເຈີ້ງຕິ້ງໃຫ້ດີຂຶ້ນ, ປ່ຽນແປງຮູບແບບຈິດສຳນຶກດັ້ງເດີມຂອງພະນັກງານ.
ຕົ້ນຊຸມປີ 1980, ຈີນຫາກໍ່ດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກບໍ່ດົນ, ເຖິງວ່າຢູ່ເຂດແຄມທະເລໄດ້ປະຕິບັດການປະຕິຮູບແລະເປີດປະຕູສູ່ພາຍນອກຢ່າງເປັນຂະບວນຟົດຟື້ນແລະມີການພັດທະນາຢ່າງວ່ອງໄວກໍຕາມ, ແຕ່ວ່າຢູ່ເຂດແຄວ້ນອື່ນໆຫຼາຍໆເຂດແຄວ້ນ ເຊິ່ງລວມທັງເມືອງເຈີ້ງຕິ້ງ ຍັງ “ທຸ່ນທ່ຽງຫຼາຍ”ຄືເກົ່າ,ຍັງຊັກຊ້າບໍ່ທັນກັບສະພາບການ, ພໍໃຈແຕ່ການຮັກສາສະພາບເດີມ, ແນວຄິດຂອງພະນັກງານກໍບໍ່ໄດ້ເປີດກວ້າງຫຼາຍພໍເທົ່າໃດ.
ທ່ານສີຈິ້ນຜິງສຳນຶກວ່າ ການຫັນປ່ຽນແນວຄິດຈິດສຳນຶກຂອງພະນັກງານເປັນວຽກຮີບດ່ວນທີ່ສຸດ. ເມືອງເຈີ້ງຕິ້ງໃກ້ກັບນະຄອນສືເຈ່ຍຈ່ວງຫຼາຍ ແລະກໍບໍ່ໄດ້ຫ່າງໄກກັບນະຄອນຫຼວງປັກກິ່ງພໍປານໃດ. ແຕ່ວ່າ ແນວຄິດໃໝ່, ຂໍ້ມູນໃໝ່ໆຈຳນວນໜຶ່ງພັດຮັບເອົາໄດ້ໜ້ອຍທີ່ສຸດ. ຄ່ານິຍົມອັນເກົ່າແກ່ຫຼ້າຫຼັງໄດ້ຄອບງຳແນວຄິດແລະການເຄື່ອນໄຫວຂອງຊາວເມືອງເຈີ້ງຕິງ. ເພາະສະນັ້ນ, ທ່ານສີຈິ້ນຜິງຈິ່ງນຳໃຊ້ກາລະໂອກາດຕ່າງໆເພື່ອເຫຼົ່າສູ່ພະນັກງານຟັງກ່ຽວກັບສະພາບການພັດທະນາຂອງເຂດແຄມທະເລທີ່ພັດທະນາຢ່າງວ່ອງໄວ, ຮູບແບບທີ່ກ້າວໜ້າທັນສະໄໝຂອງຕ່າງປະເທດກໍຄືແນວຄິດໃໝ່ຈຳນວນໜຶ່ງກ່ຽວກັບການປະຕິຮູບແລະເປີດປະຕູສູ່ພາຍນອກ.
ຂະນະດຽວກັນ, ທ່ານສີຈິ້ນຜິງຍັງໄດ້ສຸມກຳລົງເຂົ້າໃນການສຶກສາເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານທັງຫຼາຍ. ພາຍຫຼັງທ່ານສີຈິ້ນຜິງກັບຈາກການເຂົ້າສອບເສັງຄວາມຮູ້ດ້ານການເມືອງແລະເສດຖະກິດສຳລັບເລຂາຄະນະພັກເມືອງຂັ້ນແຂວງ,ຂັ້ນນະຄອນແລ້ວ, ທ່ານກໍຮຽກຮ້ອງໃຫ້ພະນັກງານບັນດາກົງຈັກທີ່ຂຶ້ນກັບການຄຸ້ມຄອງຂອງເມືອງໂດຍກົງນັ້ນຕ້ອງລົງເລິກຮ່ຳຮຽນຄວາມຮູ້ເສດຖະສາດການເມືອງ, ການບໍລິຫານເສດຖະກິດແຫ່ງຊາດແລະວິຊາອື່ນໆໃນທັນທີ. ທ່ານສີຈິ້ນຜິງອອກບົດສອບເສັງໂດຍຮຽບຮຽງເອົາຄວາມຮູ້ໃໝ່,ແນວຄິດໃໝ່ແລະບັນຫາຈຳນວນໜຶ່ງທີ່ກ່ຽວກັບການປະຕິຮູບນັ້ນມາສອບເສັງພະນັກງານທັງຫຼາຍ ທັງເປັນຜູ້ຕິດຕາມການສອບເສັ້ງດ້ວຍຕົນເອງ. ຜ່ານຈາກມາດຕະການເຫຼົ່ານີ້,ເພື່ອເຮັດໃຫ້ພະນັກງານທັງຫຼາຍເພີ່ມທະວີການຮຽນແລະຫັນປ່ຽນທັດສະນະ. ຕໍ່ມາ, ໃນການສອບເສັງພາກຮຽນທີ 2 ຂອງຫຼາຍວິຊາຂອງ ມະຫາວິທະຍາໄລວິທະຍຸແລະໂທລະພາບເຊິ່ງເປັນການສຶກສາທາງໄກນັ້ນ,ພະນັກງານສອງຄົນຂອງອົງການປົກຄອງເມືອງເຈິ້ງຕິ້ງ ສາມາດເສັງໄດ້ຄະແນນສູງກວ່ານັກສຶກສາຂອງປັກກິ່ງຊ້ຳ. ເມື່ອທ່ານສີຈິ້ນຜິງໄດ້ຮູ້ຂ່າວນີ້ແລ້ວກໍເວົ້າດ້ວຍຄວາມປິຕິຊົມຊື່ນວ່າ: ເລື່ອງນີ້ຄວນຍ້ອງຍໍຊົມເຊີຍເປັນຢ່າງດີ. ຕາມຂໍ້ສະເໜີຂອງທ່ານ, ເມືອງເຈີ້ງຕິ້ງໄດ້ຈັດຊຸດອົບຮົມຍົກລະດັບການສຶກສາຂັ້ນມັດທະຍົມຕອນຕົ້ນແລະຕອນປາຍສຳລັບພະນັກງານກົງຈັກພັກ-ລັດ.
ພວກສະຫາຍຂອງຫ້ອງຄົ້ນຄວ້ານະໂຍບາຍຄະນະພັກເມືອງເຈີ້ງຕິ້ງໄດ້ສະຫຼຸບວ່າ: ການທີ່ເມືອງເຈີ້ງຕິ້ງປະຕິບັດການສຶກສາອົບຮົມຕໍ່ພະນັກງານນັ້ນໄດ້ຍົກລະດັບຄວາມຮູ້ຄວາມສາມາດຂອງຖັນແຖວພະນັກງານ, ຍິ່ງເປັນການບຳລຸງກໍ່ສ້າງພະນັກງານສຳຮອງໃຫ້ມີແນວຄິດທັນສະໄໝຢ່າງແຮງກ້າ. ທ່ານສີຈິ້ນຜິງໄດ້ກຳແໜ້ນວຽກງານດ້ານນີ້ຢ່າງບໍ່ລົດລະ ເພາະວ່າມັນເປັນພື້ນຖານທີ່ຊຸກຍູ້ໃຫ້ເສດຖະກິດເມືອງເຈີ້ງຕິ້ງພັດທະນາຢ່າງວ່ອງໄວຂຶ້ນ. ຍຸດທະສາດຊັບພະຍາກອນມະນຸດ ເປັນຍຸທະສາດສຳຄັນທີ່ສຸດໃນຍຸດທະສາດທຸກຢ່າງ.
ຄຳເຫັນ
0