覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ສີ​ຈິ້ນ​ຜິງ​ຢູ່​ເມືອງ​ເຈີ້ງ​ຕິ້ງ10

2020-01-02 17:26:02 cri


 

ເດືອນ​ພຶດ​ສະ​ພາ​ປີ 1985, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ການ​ຊັບ​ຊ້ອນ​ອອກ​ຈາກ​ເມືອງ​ເຈີ້ງ​ຕິ້ງ​ໄປ​ເຮັດ​ວຽກ​ຢູ່​ບ່ອນ​ອື່ນ.  ​ພະ​ນັກ​ງານຫຼາຍໆ​ຄົນ​ທີ່​ເຄີຍ​ເຮັດ​ວຽກ​ນຳ​ກັນ​ກັບ​ທ່ານ​ສີ​ຈິ້ນ​ຜິງ​ຢູ່​ຄະ​ນະ​ພັກ​ເມືອງ​ເຈີ້ງ​ຕິ້ງ​ໄດ້​ຄົ້ນ​ຄຶດ​ມາ​ໂດຍ​ຕະຫຼອດ​ວ່າ: ເລ​ຂາ​ຄະ​ນະ​ພັກ​ເມືອງ​ຜູ້​ໜຸ່ມ​ທີ່​ເປັນ​ຄົນ​ປະ​ຢັດ​ມັດ​ທະ​ຍັດ ບໍ່​ຖື​ການ​ກິນ​ການ​ນຸ່ງ,ບໍ່​ອວດ​ອົ່ງ​ຖື​ຕົວ​, ​ເປັນ​ຫຍັງ​ຈິ່ງມີ​ອິດ​ທິ​ພົນ​ສູງ​ແລະ​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ​ຈາກ​ພະ​ນັກ​ງານ​ແລະ​ປະ​ຊາ​ຊົນ? ເມື່ອ​ເພິ່ນ​ອອກ​ຈາກ​ເມືອງ​ເຈີ້ງ​ຕິ້ງ​ໄປ​ໄດ້ຫຼາຍ​ປີ​ແລ້ວ,ເປັນ​ຫຍັງ​ພະ​ນັກ​ງານ​ແລະ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ຍັງ​ຈື່​ເພິ່ນ​ບໍ່​ລືມ​ຈັກ​ເທື່ອ?

 

图片默认标题_fororder_正定10评价
 

ປີ1983,ທ່ານ​ສີ​ຈິ້ນ​ຜິງ​ຢູ່​ໃນ​ຫ້ອງ​ການ​ເມືອງ​ເຈິ້ງ​ຕິ້ງ
 

ປີ 1988, ທ່ານ​ວາງ​ຢູ້​ຖິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເມືອງ​ເຈີ້ງ​ຕິ້ງ, ທ່ານ​ຫວນ​ຄືນ​ວ່າ: ທ່ານ​ສີ​ຈິ້ນ​ຜິງ​ດຳ​ລົງ​ຕຳ​ແໜ່ງ​ການ​ນຳຢູ່​ເມືອງ​ເຈີ້ງ​ຕິ້ງ​ເປັນ​ເວ​ລາ 3 ປີ​ປາຍ, ເຊິ່ງ​ໄດ້​ສ້າງ​ພື້ນ​ຖານ​ທີ່​ດີ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ເມືອງ​ເຈີ້ງ​ຕິ້ງ. ພາຍຫຼັງຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ແລ້ວ, ໂດຍ​ລວມ​ແລ້ວ, ຕົນ​ໄດ້​ບໍ​ລິ​ຫານ​ວຽກ​ງານ​ທຸກ​ດ້ານ​ຂອງ​ເມືອງ​ເຈີ້ງ​ຕິ້ງ​ຕາມ​ແລວ​ຄວາມ​ຄິດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ.

 

​ໃນ​ຊຸດ​​ຝຶກ​ອົບ​ຮົມ​ສຳ​ລັບ​ເລ​ຂາ​ຄະ​ນະ​ພັກ​ເມືອງທົ່ວ​ແຂວງ​ເຫີ​ເປີຍ ທີ່​ໂຮງ​ຮຽນ​ທິດ​ສະ​ດີ​ພັກ​ແຂວງ​ເຫີ​ເປີຍ​ຈັດ​ຂຶ້ນ​ເມື່ອ ປີ 1989 ແລະ​ປີ 1990,ຄະ​ນະ​ນຳ​ເມືອງ​ເຈີ້ງ​ຕິ້ງ​ໄດ້​ແນະ​ນຳ​ບົດ​ຮຽນ​ຂອງ​ເມື​ອງ​ຕົນ​ໃນ​ການ​ດ້ານ​ການ​ກໍ່​ສ້າງ​ອົງ​ການ​ຈັດ​ຕັ້ງ​ຂັ້ນ​ຮາກ​ຖານ​ແລະ​ບົດ​ຮຽນ​ບໍ​ລິ​ຫານ​ວຽກ​ງານ​ຂອງ​ຄະ​ນະ​ນຳ​ຄະ​ນະ​ພັກ​ເມືອງ​ໃຫ້​ເມືອງ​ຕ່າງໆ​ໃນ​ທົ່ວ​ແຂວງ​ຮັບ​ຊາບ​ເພື່ອ​ນຳ​ໄປ​ປະ​ຕິ​ບັດ​ໃນ​ເມືອງ​ຂອງ​ຕົນ​ຕາມ​ຄວາມ​ເໝາະ​ສົມ. ທ່ານ​ວາງ​ຢູ້​ຖິງ​ເວົ້າ​ໂດຍ​ກົງ​ວ່າ: ທີ່​ແທ້​, ບົດ​ຮຽນ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ທ່ານ​ສີ​ຈີ້ນ​ຜິງ​ສ້າງ​ຂຶ້ນຫຼື​ເກີດ​ມາ​ຈາກ​ແຮງບັນ​ດານ​ໃຈ​ຂອງ​ທ່ານ. ສິ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ສ້າງ​ໄວ້​ນັ້ນ, ບາງ​ຢ່າງ​ຕົນ​ຮຽນ​ເອົາ​ໄດ້, ແຕ່​ມີ​ບາງ​ຢ່າງ​ຕົນ​ຮຽນ​ແນວ​ໃດ​ກໍ​ບໍ່​ສາ​ມາດ​ເຮັດ​ດີ​ທໍ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້. ຕົວ​ຢ່າງ​ເຊັ່ນ, ໃນ​ດ້ານ​ການ​ສ້າງ​ຄວາມ​ສາ​ມັກ​ຄີ, ຄັນ​ຢາກ​ປະ​ສານ​ງານ​ວຽກ​ງານ​ທຸກ​ຢ່າງ​ຂອງ​ຄະ​ນະ​ນຳ, ລາວ​ເຫັນ​ວ່າ ມັນ​ຍາກຫຼາຍ. ໃນ​ຄະ​ນະ​ນຳ​ຄະ​ນະ​ໜຶ່ງ, ຕ່າງ​ຄົນ​ຕ່າງ​ມີ​ນິດ​ໄສ​ໃຈ​ຄໍ​ຂອງ​ຕົນ, ແຕ່​ທ່ານ​ສີ​ຈິ້ນ​ຜິງ​ສາ​ມາດ​ສ້າງ​ຄວາມ​ສາ​ມັກ​ຄີ​ກັບ​ຄົນ​ທັງຫຼາຍ​ໃຫ້​ຢູ່​ອ້ອມ​ຂ້າງ​ຕົນ​ແລະ​ທຸກ​ຄົນ​ກໍ​ເຊື່ອ​ໝັ້ນ​ເພິ່ນ, ຕ່າງ​ກໍ​ສະ​ໜິດ​ກັບ​ເພິ່ນ. ພໍ່​ແມ່​ປະ​ຊາ​ຊົນ​ສະ​ໜັບ​ສະ​ໜູນ​ເພິ່ນ, ພະ​ນັກ​ງານ​ກໍ​ສະ​ໜັບສະ​ໜູນ​ເພິ່ນ ເຊິ່ງ​ລ້ວນ​ແຕ່​ໃຫ້​ການ​ປະ​ສານ​ສົມ​ທົບ​ກັບ​ເພິ່ນ​ຢ່າງ​ເຕັມ​ຄວາມ​ສາ​ມາດ. ຕອນທີ່​ທ່ານ​ສີ​ຈິ້ນ​ຜິງ​ເຮັດ​ວຽກ​ຢູ່​ເມືອງ​ເຈີ້ງ​ຕິ້ງ,  ​ເປັນ​ໄລ​ຍະ​ທີ່​ຄະ​ນະ​ນຳ​ເມືອງ​ມີ​ຄວາມ​ສາ​ມັກ​ຄີ​ປະ​ສານ​ງານ​ໄດ້​ດີ​ທີ່​ສຸດ ທັງ​ເປັນ​ໄລ​ຍະ​ທີ່​ພ​ະ​ນັກ​ງານ​ທົ່ວ​ເມືອງ​ມີ​ຄວາມ​ຫ້າວ​ຫັ້ນ​ໝັ້ນ​ໃຈ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານຫຼາຍ​ທີ່​ສຸດ, ທຸກ​ຄົນ​ຕ່າງ​ກໍ​ເຮັດ​ວຽກ​ຢ່າງ​ຫ້າວ​ຫັນ​ຈົດ​ຈໍ່​ເພື່ອພັດ​ທະ​ນາ​ເສດ​ຖະ​ກິດ​ໂດຍ​ບໍ່​ມີ​ແນວ​ຄິດ​ຫຍໍ້​ທໍ້​ແມ່ນ​ແຕ່​ໜ້ອຍ​ດຽວ, ລ້ວນ​ແຕ່​​ມີ​ຄວາມສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ບໍ່​ມີ​​ຜູ້​ໃດ​ສ້າງ​ກຸ່ມ​ນ້ອຍຂອງ​ຕົນ, ບໍ່​ມີ​ໃຜ​ຈົ່ມ​ຢູ່​ເບື້ອງຫຼັງ. ເປັນ​ຫຍັງ​ທ່ານ​ສີ​ຈິ້ນ​ຜິງ​​ຈຶ່ງເຮັດ​ໄດ້​ແນວ​ນີ້​ແທ້?

 

ທ່ານ​ວາງ​ຢູ້​ຖິງ​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ສາ​ເຫດ​ສຳ​ຄັນ​ອັນ​ໜຶ່ງ​ກໍ​ຄື ຜູ້​ທີ່​ບໍ່​ເຫັນ​ແກ່​ຕົວ​ຄື​ຜູ້​ທີ່​ມີ​ຈິດ​ໃຈ​ກວ້າງ​ຂວາງຈະ​ໄດ້​ຢູ່​ໃນ​ໂລກ​ທີ່ກວ້າງ​ຂວາງ”​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ທຸ້ມ​ເທ​ເຫື່ອ​ແຮງ​ຈິດ​ໃຈ​ແລະ​ສະ​ຕິ​ປັນ​ຍາ​ທັງ​ໝົດ​ຂອງ​ຕົນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ເມືອງ​ເຈີ້ງ​ຕິ້ງ, ເປັນ​ຜູ້​ຊື່​ກົງ​ບໍ​ລິ​ສຸດ​ແລະ​ຂາວ​ສະ​ອາດ,ບໍ່​ມີ​ຄວາມ​ເຫັນ​ແກ່​ຕົວ​ແມ່ນ​ແຕ່​ໜ້ອ​ຍ​ດຽວ,ແນ່ນອນ​ແລ້ວ, ຜູ້​ທີ່​ເຮັດ​ວຽກ​ນຳ​ກັນ​ ​ກໍ​ໄດ້​ຮັບ​ອິດ​ທິ​ພົນ​ຈາກ​ເພິ່ນ ໂດຍ​ບໍ່​ເຄີຍ​ຄິດ​ທີ່​ຈະ​ໄປ​ເຮັດ​ສິ່ງ​ທີ່​ບໍ່​ດີ​.

 

ເວົ້າ​ໃນ​ດ້ານ​ການ​ກຳ​ກັບ​ສະ​ພາບ​ການ​ລວມ​ແລ້ວ, ທ່ານ​ວາງ​ຢູ້​ຖິງ​ ເຄົາ​ລົບ​ນັບ​ຖື​ທ່ານ​ສີ​ຈິ້ນ​ຜິງ​ທີ່​ສຸດ. ເພາະ​ວ່າ ທ່ານ​ສີ​ຈິ້ນ​ຜິງ​ສາ​ມາດ​ຈັດ​ວາງວຽກ​ງານ​ທຸກ​ຢ່າງ​ໃຫ້​ເປັນ​ລະ​ບຽບ​ແລະ​ດຳ​ເນີນ​ໄປ​ດ້ວຍ​ດີ, ເຮັດ​ວຽກ​ທຸກ​ຢ່າງ ເພິ່ນ​ກໍ​ສາ​ມາດ​ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ການ​ລວມ​ຢ່າງ​ຮອບ​ຄອບເຊັ່ນ​ວ່າ ​ມີຄົນ​ເທົ່າ​ໃດ​,ມີ​ວຽກຫຼາຍ​ເທົ່າ​ໃດ, ຄົນ​ແບບ​ໃດ​ເຮັດ​ວຽກ​ແບບ​ໃດ, ບັນ​ຫາ​ທີ່​ອາດ​ຈະ​ພົບ​ພໍ້. ທັງ​ໝົດ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ສາ​ມາດ​ພິ​ຈາ​ລະ​ນາ​ຢ່າງ​ລະ​ອຽດ​ຮອບ​ຄອບ​,ມີ​ການ​ຄາດ​ຄະ​ເນ​ແລະ​ກຽມ​ພ້ອມ​ເປັນ​ຢ່າງ​ດີ. ສະ​ນັ້ນ, ໃນ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ເມືອງທຸກ​ຄັ້ງ, ທ່ານ​ກໍ​ສາ​ມາດ​ສະ​ເໜີ​ຍັດ​ຕິ​ເປັນ​ເຈົ້າ​ການ ແຕ່​ບໍ່​ແມ່ນ​ລໍ​ຖ້າ​ບັນ​ຫາ​ເກີດ​ຂຶ້ນ​ແລ້ວ​ຈິ່ງ​ຄ່ອຍ​ໄປ​ແກ້​ໄຂ.

 

ໃນ​ສາຍ​ຕາ​ຂອງ​ທ່ານ​ເສີງ​ປາວ​ຮ​ວຍ ເຈົ້າ​ເມືອງ​ເມືອງ​ເຈີ້ງ​ຕິ້ງ​ໃນ​ເວ​ລາ​ນັ້ນ, ຈຸດ​ເດັ່ນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ດ້ານ​ການ​ປະ​ພຶດ​ຕົວ​ແລະ​ການ​ເຮັດ​ວຽກ​ກໍ​ຄື ທ່ານ​ສາ​ມາດ​ເຂັ້​ມງວດ​ຕໍ່​ຕົວ​ເອງ​ໃນ​ການ​ຝຶກ​ຝົນ​ຫຼໍ່ຫຼອມ​ຕົນ​ເອງ​ໃຫ້​ມີ​ຄຸນ​ທາດ​ຄຸນ​ສົມ​ບັດ​ແລະ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ໃນ​ດ້ານ​ການ​ເວົ້າ​ແລະ​ການ​ກະ​ທຳ. ເພື່ອ​ສ້າງ​ສາ​ພັດ​ທະ​ນາ​ເມືອງ​ເຈີ້ງ​ຕິ້ງ​ໃຫ້​ຈະ​ເລີນ​ກ້າວ​ໜ້າ, ທ່ານ​ໄດ້​ນຳ​ໜ້າ​ບຸກ​ບືນ​ສູ້​ຊົນ​ເຮັດ​ວຽກ​ແລະ​ມີ​ສ່ວນ​ຮ່ວມ​ທຸກ​ຄັ້ງ, ເມື່ອ​ເຮັດ​ວຽກ​ໃດ​ກໍ​ບໍ່​ໄດ້​ເວົ້າ​ແຕ່​​ສິ່ງ​ທີ່​ດີງາມ​ລ້າໆ, ຫາກ​ແມ່ນ​ເຮັດ​ແທ້​ທຳ​ຈິງ,ເຮັດ​ສິ່ງ​ໃດ​ກໍ​ສຳ​ເລັດ​ສິ່ງ​ນັ້ນ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເນັ້ນ​ໜັກ​ໃຫ້​ພະ​ນັກ​ງານ​ທັງຫຼາຍ​ຮູ້​ຕະຫຼອດ​ວ່າ: ເດັດ​ຂາດ​ບໍ່​ໃຫ້​ເວົ້າ​ແລ້ວ​ບໍ່​ເຮັດ,ບໍ່​ຮັກ​ສາ​ສັນ​ຍາ, ບໍ່​ໃຫ້​ເຮັດ​ແບບ​ຫົວ​ຊ້າງ​ຫາງ​ໜູ, ຍິ່ງ​ບໍ່​ຄວນ​ເຮັດ​ແບບ​ງາມ​ແຕ່ນອກ​ທາງ​ໃນ​ເປັນ​ໝາກ​ເດື່ອຍ,​ບໍ່​​ຕິດ​ແທດ​ຕົວ​ຈິງ​ແລະ​ເຮັດ​ແບບ​ສໍ້​ໂກງ. ເມື່ອ​ຕັດ​ສິນ​ໃຈ​ຈະ​ເຮັດ​ສິ່ງ​ໃດ​ກໍ​ຕ້ອງ​ກຳ​ແໜ້ນ​ສິ່ງ​ນັ້ນ​ເຮັດ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ​ແລະ​ເຮັດ​ໃຫ້​ມີ​ໝາກ​ມີ​ຜົນ.

 

ຫຼາຍໆ​ວຽກ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຮັດ​ຢູ່​ເຈີ້ງ​ຕິ້ງ​ໃນ​ເວ​ລາ​ນັ້ນ​ຕົວ​ຢ່າງ​ເຊັ່ນ: ພັດ​ທະ​ນາ​ໂຄງ​ການ​ທ່ອງ​ທ່ຽວ, ອອກ​ແຮງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳ​ແລະ​ຂະ​ແໜງກ​ານ​ສຳ​ຮອງ, ເປີດກວ້າງ​ຂະ​ແໜງ​ການ​ບໍ​ລິ​ການ, ​ຕາມທີ່​ເຫັນ​ໃນ​ປັດ​ຈຸ​ບັນ​ແລ້ວ​ມັນ​ຖື​ວ່າ​ເປັນ​ເລື່ອງ​ທຳ​ມະ​ດາ, ແຕ່​ໃນ​ຕອນ​ນັ້ນ ພັດ​ຖື​ວ່າ​ເປັນ​ເລື່ອງ​ທີ່​ຕ້ອງ​ເຮັດ​ດ້ວຍ​ຄວາມ​ກ້າ​ຫານ​ແລະ​ມີ​ຄວາມ​ຮູ້ກວ້າງ​ຂວາງ​ຈິ່ງ​ຈະ​ສຳ​ເລັດ​ໄດ້.

 

ທ່ານ​ຈ່າງ​ອູ​ຜູ ເລ​ຂາ​ຄະ​ນະ​ກວດ​ກາ​ວິ​ໄນ​ຄະ​ນະ​ພັກ​ເມືອງ​ເຈີ້ງ​ຕິ້ງ​ໃນ​ເວ​ລາ​ນັ້ນ​ໄດ້​ຫວນ​ຄືນ​ວ່າ: ຢູ່​ໃນ​ຫ້ອງ​ການ​ຂອງ​ສະ​ຫາຍ​ສີ​ຈິ້ນ​ຜິງ​ແມ່ນ​ເຕັມ​ໄປ​ດ້ວຍ​ເອ​ກະ​ສານ​ແລະ​ປຶ້ມ. ທ່ານ​ໄດ້​ອ່ານ​ປຶ້ມ​ຢ່າງຫຼວງຫຼາຍ, ອ່ານ​ແລ້ວ​ກໍ​ຈື່​ໄດ້​ດີ ຖື​ວ່າ​ມີ​ຄວາມ​ຈຳ​ດີ​ທີ່​ສຸດ. ທ່ານ​ມັກຊອກ​ຮູ້​ຮ່ຳ​ຮຽນ, ​ແຕ່​ທ່ານ​ບໍ່​​ໄດ້ຮຽນ​ສະ​ເພາະ​ແຕ່​ຄວາມ​ຮູ້​ຈາກ​ປຶ້ມ​ເທົ່າ​ນັ້ນ, ທ່ານ​ຍັງ​ເອົາ​ໃຈ​ໃສ່​ການ​ຮ່ຳ​ຮຽນ​ຈ​ກາ​ການ​ປະ​ຕິ​ບັດ​ຕົວ​ຈິງ, ຈາກ​ການ​ສຳຫຼວດ​ແລະ​ຄົ້ນ​ຄວ້າ​ເພື່ອ​ໄດ້​ຮັບ​ຄວາມ​ຮູ້​ແລະ​ບົດ​ຮຽນ​ໃຫ້ຫຼາຍກວ່າ​ເກົ່າ.

 

ຕົ້ນ​ຊຸມ​ປີ 1980, ໂທ​ລະ​ພາບ​ແລະ​ອິນ​ເຕີ​ເນັດ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ເຜີຍ​ແຜ່​ນຳ​ໃຊ້​ໂດຍ​ທົ່ວ​ເຖິງ​ຢູ່​ຈີນ, ຄົນ​ທັງຫຼາຍ​ພຽງ​ແຕ່​ອາ​ໄສ​ໜັງ​ສື​ພິມ,​ວາ​ລະ​ສານ​ແລະວິ​ທະ​ຍຸ​ເພື່ອ​ຮັບ​ຮູ້​ໂລກ​ພາຍນອກ, ຫຼື​ບໍ່​ນັ້ນ​ກໍ​ແມ່ນ​ອາ​ໄສ​ການ​ສື່​ສານ​ແລກ​ປ່ຽນ​ກັນ​ແບບປາກຕໍ່​ປາກ​, ສະ​ນັ້ນ,ການ​ໂອ້​ລົມ​ສົນ​ທະ​ນາ​ກັນ​ລະ​ຫວ່າງ​ໝູ່​ເພື່ອນ​ກໍ​ໄດ້​ກາຍ​ເປັນ​ຊ່ອງ​ທາງ​ສຳ​ລັບ​ຮັບ​ຮູ້​ຂໍ້​ມູນ​ຂ່າວ​ສານ​ສຳ​ຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ.

 

ທ່ານ​ໂຈ່ວ​ເວີຍ​ຊື ນັກ​ຂ່າວ​ວາ​ລະ​ສານ  “ຊາວ​ໜຸ່ມ​ເຫີ​ເປີຍ”ບອກວ່າ: ເມື່ອ​ພົບ​ປະ​ກັບ​ໝູ່​ເພື່ອນ, ທ່ານ​ສີ​ຈິ້ນ​ຜິງເວົ້າ​ໜ້ອຍ, ມັກ​ຈະ​ຕັ້ງ​ໃຈ​ຮັບ​ຟັງ​ການ​ໂອ້​ລົມ​ກັນ​ຂອງ​ຄົນ​ທັງຫຼາຍ​ດ້ວຍ​ໃບ​ໜ້າ​ຍີ້ມ​ແຍ້ມ​ສະ​ເໝີ, ບາງ​ເທື່ອ ທ່ານ​ກໍ​ຈະ​ຕັ້ງ​ຄຳ​ຖາມຫຼື​ປະ​ກອບ​ຄວາມ​ຄິ​ດ​ເຫັນ​ໂດຍ​ແນ່​ໃສ່​ບັນ​​ຫາ​ໃດ​ໜຶ່ງ. ແຕ່​ວ່າ ບໍ່​ວ່າ​ໝູ່​ເພື່ອນ​ທັງຫຼາຍ​ຈະ​ປະ​ກອບ​ຄຳ​ເຫັນ​ຫຍັງ​ກໍ​ຕາມ, ທ່​ານ​ກໍ​ຈະ​ຕັ້ງ​ໃຈ​ຮັບ​ຟັງ​ໃຫ້​ເຂົາ​ເຈົ້າ​ເວົ້າ​ຈົນ​ຈົບ​ໂດຍ​ບໍ່​ໄປ​ຕັດ​ຄວາມ​ຕັດ​ຈັງ​ຫວະ​ຂອງ​ຜູ້​ອື່ນ​ຕາ​ມ​ໃຈຕົນ​ເອງ.

 

ທ່ານ​ສີ​ຈິ້ນ​ຜິງ​ຊ່າງ​ນຳ​ໃຊ້​ໂອ​ກາດ​ຕ່າງໆ​ເພື່ອ​ຮັບ​ເອົ​າ​ສິ່ງ​ໃໝ່ໆ, ຮັບ​ຮູ້​ການ​ປ່ຽນ​ແປງ​ທຸກ​ຢ່າງ​ຂອງ​ຈີນ​ກໍ​ຄື​ຂອງ​ໂລກ, ໂດຍ​ສະ​ເພາະ​ແມ່ນ​ເອົາ​ໃຈ​ໃສ່​ທ່າ​ອ່ຽງ​ໃໝ່​ຂອງ​ ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ແລະວິ​ທະ​ຍາ​ສາ​ດ​ເຕັກ​ໂນ​ໂລ​ຊີ. ຈິດ​ໃຈຕິດ​ແທດ​ຕົວ​ຈິງ ແລະ​ສາຍ​ຕາ​ທີ່​ມີ​ຍຸ​ທະ​ສາດ​ເບິ່ງກວ້າງມອງ​ໄກ​ຂອງ​ທ່ານ​ໄດ້ມີ​ສ່ວນ​ເສີມ​ສ້າງ​ຄວາມ​ສາ​ມາດ​ທີ່​ບໍ່​ທຳ​ມະ​ດາ. ໃນ​ເວ​ລາ​ນັ້ນ, ທ່ານເປັນ​ພຽງ​ແຕ່​ເລ​ຂາ​ຄະ​ນະ​ພັກ​ເມືອງ​ເທົ່າ​ນັ້ນ, ແຕ່​ວ່າ​ສາຍ​ຕາ​ຂອງ​ທ່ານ​ບໍ່​ໄດ້​ສຸມ​ໃສ່​ແຕ່​ເລື່ອງ​ໃຫຍ່​ເລື່ອງ​ນ້ອຍ​ຂອງ​ເມືອງ​ເທົ່າ​ນັ້ນ, ແຕ່​​ໄດ້​ກຳ​ນົດ​ເອົາ​ເມືອງ​ເຈີ້ງ​ຕິ້ງ​ເປັນ​ຈຸດ​ທົດ​ລອງ​ແຫ່ງ​ໜຶ່ງ​ຂອງ​ຊົນ​ນະ​ບົດ​ຈີນ​ເພື່ອ​ນຳ​ເອົາ​ແນວ​ຄວາມ​ຄິດ​ໃນ​ໃຈ​ຂອງ​ຕົນ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ເປັນ​ຮູບ​ປະ​ທຳ​ເພື່ອ​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຕົວ​ຈິງ.

 

ຈາກ​ເລ​ຂາ​ຄະ​ນະ​ພັກ​ເມືອງ​ເຈີ້ງ​ຕິ້ງ​ຮອດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ປະ​ທານ​ປະ​ເທດ​ຈີນ, ຫຼາຍ​ສິບ​ປີ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຍຶດ​ໝັ້ນ​ອຸດ​ດົມ​ການ​ແຕ່​ຫົວ​ທີ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຄວາມ​​ຈິງ​ໃຈ, ​​ຄວາມຕິດ​ແທດ​ຕົວ​ຈິງ, ລຽບ​ງ່າຍ​ ຂອງ​ທ່ານ, ຈິດ​ໃຈ​ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງ​ສຸດ​ໃຈ​ຂອງ​ທ່ານ, ຈິດ​ໃຈ​ບຸກ​ເບີກ​ສູ້​ຊົນ​ເພື່ອ​ຄວາມ​ກ້າວ​ໜ້າ​, ຄວາມ​ອົງ​ອາດ​ກ້າ​ຫານ​ໃນ​ການ​ປະ​ຕິ​ຮູບ, ມົນ​ສະ​ເໜ່​ດ້ານ​ບຸກ​ຄະ​ລິກ​ທີ່​ໃຫ້​ຄວາມ​ສຳ​ຄັນ​ແກ່​ຄວາມ​ຮັກ​ແພງ​ລະ​ຫວ່າງ​ຄົນ​ກັບ​ຄົນ, ແລວ​ຄວາມ​ຄິດ​ການ​ເຮັດ​ວຽກ​ຕາມຫຼັກ​ວິ​ທະ​ຍາ​ສາດ, ທັກ​ສະ​ການ​ນຳ​ພາ​ທີ່​ຍອດ​ຢ້ຽມ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ທັງ​ໝົດ​ນີ້​ລ້ວນ​ແຕ່​ໄດ້​ຝັງ​ເລິກ​ໃນ​ຈິດ​ໃຈ​ຂອງ​ພະ​ນັກ​ງານ​ແລະ​ປະ​ຊາ​ຊົນ​ທົ່ວ​ເມືອງ​ເຈີ້ງ​ຕິ້ງ. ຄວາມ​ຮັກ​ແພງ​ຢ່າງ​ດູດ​ດື່ມຕໍ່​ເມືອງ​ເຈີ້ງ​ຕິ້ງ​ທີ່​ບໍ່​ສາ​ມາດ​​ຕັດ​ຂາດ​ຈາກ​ທ່ານ​ສີ​ຈິ້ນ​ຜິງ ບໍ່​ພຽງ​ແຕ່​​ເປັນ​ຄວ​າມ​ສະ​ໜິດ​ສະ​ໜົມ​ຮັກ​ແພງ​ກັນ​ແບບ​ສະ​ຫາຍ, ແບບເພື່ອນ​ນັກ​ຮົບ​ເທົ່າ​ນັ້ນ ​ຍິ່ງ​ເປັນ​ຄວາມ​ຮັ​ກ​ແພງ​ຢ່າງ​ເລິກ​ເຊິ່ງ​ໃນ​ຂວັ້ນ​ໃຈ​ທີ່​ມີ​ຕໍ່​ພໍ່​ແມ່​ປະ​ຊາ​ຊົນ.

 

ທ່ານ​ສີ​ຈິ້ນ​ຜິງ​ເວົ້າ​ວ່າ: ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຕົນ​ເອງ​ເປັນ​ຄົນ​ທີ່​ມີ​ຄວາມ​ຫ້າວ​ຫັນ​ພະ​ຍາ​ຍາມ​ພໍ​ສົມ​ຄວນ, ເປັນ​ຄົນ​ທີ່​ສາ​ມາດ​ເຕືອນ​ໃຈ​ຕົນ​ເອງ,ເຂັ້ມ​ງວດ​ຕໍ່​ຕົນ​ເອງ, ພະ​ຍາ​ຍາມ​ສູ້​ຊົນ​ໃນ​ການ​ປະ​ຕິ​ບັດ​ຕົວ​ຈິງ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ຕັ້ງ​ໄວ້ແລະ​ຈົນ​ມາ​ເຖິງ​ປັດ​ຈຸ​ບັນ ຂ້າ​ພະ​ເຈົ້າ​ກໍໄດ້​ສືບ​ຕໍ່​ຍຶດ​ໝັ້ນ​ໃນ​ຫຼັກ​ການ​ນີ້​ດ້ວຍ​ຄວາມ​ໝຸ້ງ​ໝັ້ນ​ຄື​ເກົ່າ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຕົນ​ເອງ​ຈະ​ສາ​ມາດ​ຍຶດ​ໝັ້ນ​ເຮັດ​ແບບ​ນີ້​ຕະຫຼອດ​ຊີ​ວິດເພື່ອ​ສຳ​ເລັດ​ເປົ້າ​ໝາຍ​ຊີ​ວິດ​ທີ່​ໄດ້​ຕັ້ງ​ໄວ້. ສ່ວນ​ເປົ້າ​ໝາຍ​ນີ້​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ມັນ​ບໍ່ຫຼາຍດອກ, ພຽງ​ແຕ່​ເລື່ອງ​ດຽວ​ເທົ່າ​ນັ້ນ, ຄື ເຮັດ​ສິ່ງ​ທີ່​ເປັນ​ຜົນ​ປະ​ໂຫຍດ​ແກ່​ປະ​ຊາ​ຊົນ​ໃຫ້ຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0