覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ ​ແລະ​ມາ​ກາວ 3: ປະຊາຊົນ​ມາ​ກາວ​ທີ່​ທ່ານ​ສີ​ຈິ້ິນຜິ​ງ​ເອົາ​ໃຈ​ໃສ່​ຢູ່​ສະ​ເໝີ

2020-01-02 18:27:52 cri


 

ວັນ​ທີ 20 ທັນວາ ປີ 2019,ພໍດີ​​ແມ່ນ​ວັນສະຫຼີມ​ສະຫຼອງ​ມາ​ກາວ​ກັບ​ຄືນ​ສູ່ປະ​ເທດ​ຊາດ​ຄົບຮອບ 20 ປີ. ​​ເນື່ອງ​ໃນ​ໂອກາດ​ທີ່​ໜ້າ​ປະ​ຕິ​ຊົມ​ຊື່ນ​ນີ້, ​ເດັກ​ນ້ອຍ ​ແລະ ຜູ້​ເຖົ້າ​ບຳນານກຸ່ມ​ໜຶ່ງ​ໄດ້​ຮັບ​ຈົດໝາຍ​ຕອບ​ຄືນ​ຈາກ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ. ຄວາມ​ເວົ້າ​ທີ່​ຈິງ​ໃຈ​ໃນ​ຈົດໝາຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງຕໍ່ປະຊາ​ຊົນ​ມາ​ກາວ. ​ແຕ່ລະ​ເທື່ອ​ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເດີນ​ທາງ​ໄປ​ສຳຫຼວດກວດ​ເບິ່ງວຽກ​ງານ​ຢູ່​ມາ​ກາວ, ທ່ານ​ສີ​ຈິ້ນ​ຜິ​ງຈະ​ຍາດ​ເວລາ​ລົງ​ຮາກ​ຖານ​​ໃນ​ວຽກງານ​ທາງ​ການ​​ຈຳ​ນວນຫຼາຍ, ​ເພື່ອ​ໄປ​ພົບ​ປະ​ໂອ້​ລົມ ແລະ ຖາມ​ເຖິງ​ທຸກ​ສຸກ​ກ່ຽວ​ກັບ​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ​ທົ່ວ​ໄປ, ນັ່ງ​ສົນທະນາ​ກັບ​ນັກ​ຮຽນ​ນັກ​ສຶກສາ, ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ແບບ​ເຊິ່ງໜ້າ​ກັບ​ກຳມະກອນ ​ແລະ ນັກທຸລະກິດ, ​ເພື່ອ​ຮັບ​ຮູ້​ຄວາມທຸກ​ຄວາມສຸກ​ຂອງ​ປະຊາຊົນ​ມາ​ກາວ, ​ເຊິ່ງມີ​ເລື່ອງ​ລາວ​ທີ່​ໜ້າ​ປະ​ທັບ​ໃຈ ແລະ ​ອົບ​ອຸ່ນ​ຢ່າງ​ຫຼວງ​ຫຼາຍ.
 

ປີ 2009, ເພງ “​ເພງລູກ 7​ຄົນ”​ໄດ້​ສ້າງ​ຄວາມ​ຕື້ນ​ຕັນ​ໃຈ​ໃຫ້​ແກ່ລູກ​ຫຼານ​ເຊື້ອຊາດ​ຈີນ ແລະ​ໄດ້​ກາຍ​ເປັນ​ເພງ​ ຫຼັກ​ໃນ​ໂອ​ກາດ​ຄຳ​ນັບ​ຮັບ​ຕ້ອນ​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ. ຫຼັງ​ຈາກ​ນັ້ນ​ອີກ 20 ປີ ​ຄື​ປີ 2019, ນັກຮຽນ​ຂອງ​ໂຮງ​ຮຽນ​ປະຖົມ​ຢິ່ງ​ໄຊ​ທີ່​ຂຶ້ນ​ກັບໂຮງຮຽນ​ມັດທະຍົມ​ຫາວ​ຈ່ຽງມາ​ກາວ​ໄດ້​ສົ່ງ​ຈົດໝາຍ​ໄປ​​ເຖິງ​ທ່ານ​ປະທານ​ສີ​ຈິ້ນ​ຜິງ, ​​ໂດຍໄດ້​ເລົ່າ​ເຖິງ​ຄວາມ​ເຂົ້າ​ໃຈ​ຂອງ​ຕົນ​ເອງ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຄຳ​ວ່າ “ປະ​ເທດ​ຊາດ”, ​ໃນ​ຈົດໝາຍ​ທີ່​ຕອບ​ຄືນ​ນັ້ນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຍົກ​ເອົາ “​ເພງ ລູກ 7​ຄົນ” ​ຂຶ້ນ​ມາ​ກ່າວ​ວ່າ, “​ໃນ​ເພງ​ໄດ້​ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​​ມາດ​ປາ​ຖະ​ໜາ​ອັນ​ແຮງ​ກ້າ​ຂອງ​ລູກ​ພະ​ເນ​ຈອນ​​ທີ່​ຢາກ​ກັບ​ຄືນ​ສູ່​ອ້ອມ​ກອດ​ຂອງ​ມານ​ດາ,​ເມື່ອ​ຟັງ​ແລ້ວ​ຮູ້​ສຶກຕື້ນ​ຕັນ​ໃຈ​ຫຼາຍ. ​ນັບ​ແຕ່​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ເປັນ​ເວລາ 20 ປີຜ່ານມາ, ມາ​ກາວ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ໃນ​ແຕ່​ລະ​ວັນ ແຕ່​ລະ​ເດືອນ, ພີ່ນ້ອງ​ຮ່ວມ​ຊາດ​ມາ​ກາວ​ມີ​ວຽກ​ເຮັດງານ​ທຳ ​ແລະ ຊີວິດ​ການ​ເປັນ​ຢູ່​​ກໍນັບ​ມື້​ນັບ​ດີ​ຂຶ້ນ. ປະ​ເທດ​ຊາດ​ເປັນ​ກຳລັງ​ໜູນ​ຫຼັງ​ທີ່​ເຂັ້ມ​ແຂງ​ໃຫ້​ມາ​ກາວ. ພວກຫຼານ​ເຂົ້າ​ໃຈ​ເລື່ອງ​ນີ້​ຕັ້ງ​ແຕ່​ນ້ອຍເນາະ, ຂ້າພະ​ເຈົ້າ​ຮູ້ສຶກ​ຊຶ້ງໃຈ​ຫຼາຍ.”
 

ຈົດໝາຍ​ທີ່​ຕອບ​ຄືນ​ພວກ​ເດັກນ້ອຍນັ້ນ​ຖື​ເປັນ​ພຽງ​ແຕ່​ຕົວຢ່າງ​ໜຶ່ງ​ເທົ່າ​ນັ້ນທີ່​ທ່ານ​ສີ​ຈິ້ນ​ຜິງ​ເອົາ​ໃຈ​ໃສ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ມາ​ກາວ. ​​ໃນ 10 ປີຜ່ານມາ, ທ່ານ​ສີ​ຈິ້ນ​ຜິ​ງ​ເຄີຍ​ໄປ​ມາ​ກາວ 2 ​ເທື່ອ, ຄວາມ​ຜາສຸກ​ຂອງ​ປະຊາຊົນ​ມາ​ກາວ, ການ​ພັດທະນາ​​ເສດຖະກິດ​ສັງຄົມຂອງມາ​ກາວ​ແບບ​ຍືນ​ຍົງ, ລ້ວນ​ແຕ່​ເປັນ​ເລື່ອງ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເອົາ​ໃຈ​ໃສ່​ຢູ່​ສະ​ເໝີ.
 

图片默认标题_fororder_澳门3-1谭玉娥家
 

ຄອບ​ຄົວ​ຂອງ​ນາງ​ຖັນ​ອີ້​ເອີ


​ທ່ານສີຈິ້ນ​ຜິ​ງ: ສະບາຍດີ, ​​ນີ້​ແມ່ນ​ລູກ​ສາວ​ຂອງ​ເຈົ້າ​ໝົດ​ບໍ?

 

ປະຊາ​ຊົນ: ​ໂດຍ 3 ຄົນ​ແມ່ນ ລູກ​ສາວ​ຂ້າ​ພະ​ເຈົ້າ​ໝົດ
 

​ທ່ານສີ​ຈິ້ນ​ຜິງ: ​ດີຫຼາຍ​,ໄດ້ລູກ​ສາວ 3 ຄົນ​ປານ​ວ່າ​ໄດ້ດອກ​ໄມ້​ຄຳ 3 ດອກ.
 

图片默认标题_fororder_澳门3-2谭玉娥家
 

ປີ2014, ທ່ານ​ສີ​ຈິ້ນ​ຜິງ​ໄປ​ຢ້ຽມ​ຢາມຄອບ​ຄົວ​ຂອງ​ນາງ​ຖັນ​ອີ້​ເອີ​

 

ປີ 2014 ​ແມ່ນ​ປີ​ທີ່​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 15 ປີ, ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ໄດ້​ເດີນ​ທາງ​ໄປ​ເຖິງເຮືອນ​ສາທາລະນະ​ຊືພາຍ​ວ່າ​ນທີ່​ເປັນ​ໂຄງການ​ເຮືອນ​ນະ​ໂຍບາຍ​ຂະໜາດ​ໃຫຍ່​ທີ່​ສຸດ​​ຢູ່​ມາ​ກາວ, ​​ເພື່ອ​ຢື້​ຢາມ​ຖາມ​ຂ່າວປະຊາຊົນ​ສາມັນ​ຢູ່​ມາ​ກາວ, ຮັບ​ຮູ້​ສະພາບ​ການ​ເຮັດ​ວຽກ ​ແລະ ​ການດຳລົງ​ຊີວິດ​ຂອງ​ເຂົາ​ເຈົ້າ. ​ເມື່ອ​​ທ່ານ​ຮູ້​ວ່າ​ຄອບຄົວ​ຂອງ​ນາງ​ຖັນ​ອີ້​ເອີ​ໄດ້​ຍ້າຍ​ເຂົ້າ​ໄປ​ຢູ່​ເຮືອນ​ໃໝ່​ເປັນ​ເວລາ 8 ​ເດືອນ​ປາຍ​ແລ້ວ, ທ່ານ​ປະທານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ,​ເມື່ອ​ເຫັນ​ຄອບຄົວ​ນີ້​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ປອງ​ດອງ ​ແລະ ສາມັກຄີ​ກັນແບບ​ນີ້, ​ຄິດ​ວ່າ​ຂໍ​ພຽງ​ແຕ່​ທຸກ​ຄົນ​ໃນ​ຄອບ​ຄົວ​ພ້ອ​ມ​ພຽງ​ຮຽງ​ໜ້າ​ກັນ, ​ໂດຍ​ສະ​ເພາະ​​ແມ່ນ​ເມື່ອ​ມີ​ຄວາມ​ມຸ່ງ​ຫວັງ ແນ່ນອນ​ກໍ​ຕ້ອງ​ມີອະນາຄົດ​​ທີ່​ດີກ​ວ່າ​ເກົ່າ​ແນ່ນອນ.


 

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ປຽບທຽບ​ການ​ຢ້ຽມຢາມ​ຄັ້ງ​ນັ້ນ​ວ່າ​ເປັນ “​ການ​ເປີດ​ປ່ອງຢ້ຽມ​ປ່ອງ​ໜຶ່ງ”. ທ່ານ​ກ່າວ​ວ່າ:​ເຖິງ​ວ່າ​ຂ້າພະ​ເຈົ້າ​ບໍ່​ໄດ້​ນັ່ງ​​ລົມດົນ​ຢູ່​ເຮືອນ​ຂອງ​ເຂົາ​ເຈົ້າ, ​ແຕ່​​ກໍເໝືອນ​ກັບ​ວ່າ​ໄດ້​ເປີດ​ປ່ອງຢ້ຽມ​ປ່ອງ​ໜຶ່ງຢູ່​ມາ​ກາວ, ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ໄດ້​ເຫັນ​ເຖິງ​ສະພາບ​ອັນ​ອົບ​ອຸ່ນ​ທີ່​ປະຊາຊົນ​ມາ​ກາວ​ຢູ່​ເຢັນ​ເປັນ​ສຸກ. ​ໃນ​ອີກ​ດ້ານ​ໜຶ່ງ​ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ ຢູ່​ມາ​ກາວ​ເສດຖະກິດ​ໄດ້​ຮັບ​ການ​ພັດທະນາ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ, ສັງຄົມ​ມີ​ຄວາມ​ສະຫງົບ, ​ເຮັດ​ໃຫ້​ຄົນຮູ້​ສຶກ​ໄດ້​ເຖິງ​ບັນຍາກາດ​​ແຫ່ງ​ຄວາມ​ປອງດອງ​ຢູ່​ມາ​ກາວ ​ເຊິ່ງ​ເປັນ​ເມືອງ​ນ້ອຍ​ທີ່​ມີຫຼາຍ​ເລື່ອງ​ລາວ​ທີ່ ​ເຕັມ​ໄປ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ”.
 

图片默认标题_fororder_澳门3-3梁志华家
 

ປີ 2014,ທ່ານ​ສີ​ຈິ້ນ​ຜິງ​ໄປ​ຢ້ຽມ​ຢາມ​ຄອບ​ຄົວ​ຂອງ​ທ່ານ​ລຽງ​ຈື້​ຮ​ວາ
 

ກໍ​​ແມ່ນ​ຢູ່​ໃນ​​ໄລ​ຍະ​ດຽວ​ກັນ​ຂອງການ​ເດີນທາງ​ໄປ​ຢ້ຽມຢາມ​ມາ​ກາວ​ເມື່ອ​ປີ 2014 ​ເຊັ່ນ​ກັນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ລຽງ​ຈື້ຮວາທີ່​ເປັນ​ກຳມະກອນ​ຕາມ​ທ່າ​ກຳ​ປັ່ນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຊີ້​ໃສ່​ໂຖ​ດອກ​ໄມ້ ​ແລະ ພາຊະນະ​​ໃສ່​ອາຫານ​ທີ່​ຜະລິດ​ຢູ່​​ເມືອງ​ຈິງ​ເຕີ​ເຈີ້ນ ​ໂດຍ​ກ່າວ​ວ່າ:ລຽງ​ເອີ້ຍ, ​ຂ້ອຍ​ຂໍ​ມອບ​ເຄື່ອງ​ທີ່​ລະນຶກ​ໃຫ້​ເຈົ້າ, ອວຍພອນ​ໃຫ້​ເຈົ້າ​ ແລະ ຄອບ​ຄົວມີ​ຄວາມສຸກ​, ມີຊີວິດ​ການ​ເປັນ​ຢູ່​ທີ່​ນັບ​ມື້​ນັບ​ດີ​ຂຶ້ນ, ​ຂໍ​ໃຫ້​ລູກ​ຂອງ​ເຈົ້າ​ເຕີບ​ໃຫຍ່​ຂຶ້ນ ແລະ ມີ​ສຸ​ຂະ​ພາບ​ແຂງ​ແຮງ, ​ກາຍ​ເປັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໂດຍ​ໄວ, ​ເພື່ອ​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິ​ດຊອບ​ຂອງ​ຄອບຄົວ​ເຊັ່ນ​ກັນ.

 

​ໃນ​ການ​ສົນທະນາ​ກັນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້ຮູ້​ວ່າ ລຽງ​ຈື້ຮວາ​ຍ້າຍ​ຈາກ​ເມືອງ​ໄທ​ສ່າ​ນ​ແຂວງ​ກວາງຕຸ້ງ​ໄດ້​ມາ​ເຮັດ​ວຽກ ​ແລະ​ຕັ້ງ​ພູມ​ລຳ​ເນົາ​ຢູ່​ມາ​ກາວ, ທ່ານ​ສີ​ຈິ້ນ​ຜິ​ງຮູ້ສຶກ​ດີ​ໃຈຫຼາຍ ​ແລະ​ເວົ້າ​ວ່າ, ຄຽງ​ຄູ່​ກັບ​ການ​ສ້າງສາເຂດ​ສາມຫຼ່ຽມ​​ປາກແມ່​ນໍ້າ​ຈູ່ຈ່ຽງ​ໃຫ້​ເປັນ​ອັນ​ໜຶ່ງ​ອັນດຽວ​ກັນ, ການ​ໄປ​ມາ​ຫາ​ສູ່​ກັນ​ລະຫວ່າງ​ສອງ​​ແຫ່ງ​ນີ້​ຈະ​ນັບ​ມື້​ນັບ​ສະດວກ​ສະ​ບາຍ​ຂຶ້ນ.
 

图片默认标题_fororder_澳门3-4港珠澳大桥开通
 

ວັນ​ທີ 23 ຕຸ​ລາ​ປີ 2018,ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ໃນ​ພິ​ທີ​ເປີດ​ນຳ​ໃຊ້​ຂົວ​ໃຫຍ່​ຮົງ​ກົງ-ຈູ່​ໄຫ-ມາ​ກາວ
 

ປະຈຸ​ບັນ, ຂົວ​ໃຫຍ່​ທີ່​ເຊື່ອມ​ຈອດ​ຮົງ​ກົງ-ຈູ່​ໄຫ-ມາ​ກາວ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວ​ໃນ​ເດືອນ​ຕຸລາ​ປີ 2018, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​​ນຳ​ໃຊ້ ​ແລະ​ກ່າວ​ວ່າ:ການ​ເປີດ​​ນຳ​ໃຊ້ຂົວ​ໃຫຍ່​ແຫ່ງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຢ່າ​ງຍິ່ງ. ​ເພ​າະມັນ​ເປັນ​ເຄື່ອງມື​ສຳຄັນ​ຂອງ​ຊາດ, ​ເປັນ​ໂຄງການ​ລະດັບ​ໂລກ​ຂອງ​ປະ​ເທດ​ໃຫຍ່; ອີກ​ຢ່າງ​ໜຶ່ງ, ຢູ່​ເຂດ​ອ່າວ​ໃຫຍ່​ກວາງຕຸ້ງ-​ຮົງ​ກົງ-​ມາ​ກາວ​ຈະ​ສ້າງ​ກຸ່ມ​ຕົວ​ເມືອງ​ລະດັບ​ໂລກ; ມັນ​ທັງ​ເປັນ​ຂົວ​ໃຫຍ່​ທີ່​ເຊື່ອມ​ຕໍ່ 3 ທ້ອງ​ຖິ່ນ ​ພາຍ​ໃນ​ຂອບ “ປະ​ເທດ​ດຽວ ສອງ​ລະບອບ”, ສະ​ນັ້ນ​ມັນ​ມີ​ຄວາມໝາຍຫຼາຍ​ດ້ານ, ມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ. ​ມື້​ນີ້​ຂ້າ​ພະ​ເຈົ້າ​ມາ​ຢືນ​ຢູ່​ນະ​ທີ່​ນີ້​ກໍ​ພໍ​ດີ​ກັບ​ຈຸດ​ເວ​ລາ​ທີ່​ພວກ​ເຮົາ​ເຮັດ​ໃຫ້​ຄວາມ​ໃຝ່​ຝັນ​ເປັນ​ຈິງ.
 

ສູນ​ອີ​ຈຸ້ນຂອງ​ສະມາຄົມຊຸມ​ຊົນມາ​ກາວ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2007, ​ເປັນອົງການ​ບໍລິການສະ​ເພາະ​ສຳລັບ​ຜູ້​ເຖົ້າ. ​ເດືອນ​ມັງກອນ​ປີ 2009, ທ່ານ​ສີ​ຈິ້ນ​ຜິ​ງ​ໃນ​ຖາ​ນະ​ເປັນ​ຮອງ​ປະ​ທານ​ປະ​ເທດ​ໃນ​ເວລາ​ນັ້ນ, ​ເຄີຍ​​ໄດ້​ໄປ​​ຢ້ຽມ​ຢາມ​ພວກ​ຜູ້​ເຖົ້າ​ຢູ່​ສູນ​ດັ່ງກ່າວ. ​ເມື່ອ​ບຸນ​ໄຫ​ວ້ພະຈັນ​ປີ 2019, ຜູ້​ເຖົ້າ 30 ຄົນ​ຂອງ​ໜ່ວຍ​ອາສາ​ສະໝັກ​ເບິ່ງ​ແຍງ​ຜູ້​ເຖົ້າ​ຂອງ​ສູນ​ອີ​ຈຸ້ນ​ໄດ້​ຂຽນ​ຈົດໝາຍ​ສົ່ງ​ເຖິງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ, ​ໂດຍ​ກ່າວ​ເຖິງ​ການ​ປ່ຽນ​ແປງ ​ແລະ ການ​ພັດທະນາ​ຢູ່​ມາ​ກາວຫຼັງ​ຈາກ​ກັບ​ຄືນ​ສູ່​ປະ​ເທດ​ຊາດ, ທັງ​ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ໃນ​ຖານະ​ເປັນ​ຊາວ​ຈີນ ​ແລະ ​ສະ​ແດງ​ຄວາມຕັດສິນ​ໃຈ​ທີ່​​ຈະສືບ​ທອດຈິດ​ໃຈ​ຮັກ​ຊາດ ​ແລະ ຮັກ​ມາ​ກາວ. ​ເນື່ອງ​ໃນ​​ໂອກາດ​ທີ່​ບຸນ​ຊົງ​ຢາງ​ທີ່​ເປັນ​ບຸນ​ປະ​ເພນີ​ເຄົາລົບ​ຜູ້​ເຖົ້າ​ຂອງ​ຈີນ​ໄດ້​ໝູນ​ວຽນມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຕອບ​ຈົດໝາຍ​ໃຫ້​ແກ່​ພວກ​ຜູ້​ເຖົ້າ​ເຫຼົ່າ​ນັ້ນ, ​ໂດຍ​ໄດ້​ອວຍພອນ​ໃຫ້​ພວກ​ເພິ່ນ ​ແລະ ຜູ້​ເຖົ້າ​ທົ່ວ​ປະ​ເທດ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ​ອາຍຸ​ຍືນ​ຍາວ ​ແລະ ຊີ​ວິດມີ​ຄວາມ​ຜາ​ສຸກ.
 

​ໃນ​​ການ​ຕອບຈົດໝາຍ​​ຕໍ່​ພວກ​ຜູ້​ເຖົ້າ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ​ໃນຖາ​ນະ​ເປັນ​ຜູ້​ທີ່​ເກີດ​ໃນ​ໄລຍະ​ດຽວ​ກັນ​​ກັບ​ສປຈີນ​ສະ​ຖາ​ປະ​ນາ​ຂຶ້ນ, ບັນດາ​ທ່ານ​ໄດ້​​ເປັນ​ສັກ​ຂີ​ພິຍານ​ໃຫ້​ແກ່​ການ​ປ່ຽນ​ແປງ​ແບບ​​ໜ້າ​ມື​ເປັນ​ຫຼັງ​ມື​ຂອງ​ປະ​ເທດ​ຊາດ​ໃນຫຼາຍ​ສິບ​ປີຜ່ານມາ, ທັງ​ເປັນ​ສັກ​ຂີ​ພິຍານ​ໃຫ້​ແກ່​ພຶດຕິ​ກຳ​ທີ່​ສຳ​ເລັດ​ຜົນ​ຂອງ “ປະ​ເທດ​ດຽວ ສອງ​ລະບອບ”ຢູ່​ມາ​ກາວ. ຫວັງ​ວ່າ​ບັນດາ​ທ່ານ​ຈະ​ສືບ​ຕໍ່​ຍຶດໝັ້ນ​ໃນ​ການ​ສ້າງ​ຜົນງານ​ໃນ​​ໄວ​ຊະລາ, ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ, ​ເລົ່າ​ເລື່ອງ​ຂອງ​ມາ​ກາວ​ກ່ອນ​ການ​ກັບ​ຄືນ ​ແລະ ຫຼັງ​ການ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ໃຫ້​ແກ່​ຊາວ​ໜຸ່ມ​ຟັງ, ສົ່ງ​ເສີມ​ໃຫ້​ເຂົາ​ເຈົ້າ​ສືບ​ທອດ​ຈິດ​ໃຈ​ຮັກ​ຊາດ ​ແລະ ຮັກ​ມາ​ກາວ​ໃຫ້​ດີ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ສ້າງສາ​ເຂດ​ອ່າວ​ໃຫຍ່​ກວາງຕຸ້ງ-ຮົງ​ກົງ-​ມາ​ກາວ, ຮ່ວມ​ມື​ກັນ​ສ້າງ​ມາ​ກາວ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ​ສວຍ​ງາມ​ກວ່າ​ເກົ່າ.

ຄຳ​ເຫັນ

0