覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ ແລະ ມາ​ກາວ 1: ​ໃນ​ປີ​ທີ່​ເກີດວິ​ກິດ​ການທາງ​ດ້ານ​ການ​ເງິນ, ທ່ານ​ສີ​ຈິ້ນ​ຜິງ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ ແລະ​ໃຫ້​ກຳ​ລັງ​ໃຈ​ແກ່ພີ່​ນ້ອງ​ຮ່ວມ​ຊາດ​ມາ​ກາວ

2020-01-02 17:45:32 cri


 

ວັນ​ທີ 20 ທັນ​ວາ ປີ 2019, ແມ່ນ​ວັນ​ລະ​ນຶກ​​ທີ່ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດຄົບ​ຮອບ 20 ປີ. ​ຕະຫຼອດ​ໄລ​ຍະ 20 ປີ​ຜ່ານ​ມາ, ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເອົາ​ໃຈ​ໃສ່​ຕໍ່ຄວາມ​ຢູ່​ເຢັນ​ເປັນ​ສຸກຂອງ​ປະ​ຊາ​ຊົນ​ມາ​ກາວ, ຄວາມ​ໝັ້ນ​ຄົງ ​ແລະຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ມາ​ກາວ​ຕະຫຼອດ​ມາ. ບາດ​ກ້າວ​ເດີນ​ທີ່​ໜັກ​ແໜ້ນ, ຄວາມ​ເວົ້າ​ທີ່​ອົບ​ອຸ່ນ​ທຸກ​ແຫ່ງ​ຫົນ​ທີ່​ທ່ານ​ເດີນ​ທາງ​ໄປ​ເຖິງ, ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ຜູກ​ພັນທີ່​ໜ້າ​ປະ​ທັບ​ໃຈ​ລະ​ຫວ່າງ​ທ່ານ​ສີ​ຈິ້ນ​ຜິງ ກັບ​​ປະ​ຊາ​ຊົນມາ​ກາວ.
 

图片默认标题_fororder_澳门1-1拱北讲话
 

ວັນ​ທີ 10 ມັງ​ກອນ​ປີ 2009, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຄຳ​ປາ​ໄສ​ຢູ່​ສະ​ໜາມຫຼວງ​ດ່ານ​ກົງ​ເປີຍ
 

“ຂ້າ​ພະ​ເຈົ້າ​ມາ ​ມາ​ກາວ​ເທື່ອ​ນີ້, ​ຈິດ​ໃຈ​ກໍ​ແມ່ນ​ເພື່ອ​ມາ​ຢ້ຽມ​ຢາມ​ຖາມ​ຂ່າວ​ພີ່​ນ້ອງ​ຮ່ວມ​ຊາດ​ມາ​ກາວ, ​ມາ​ໃຫ້ກຳ​ລັງ​​ໃຈ​ແກ່​ບັນ​ດາ​ພີ່​ນ້ອງ​ຮ່ວມ​ຊາດ​ໃຫ້ຮ່ວມ​ແຮງ​ຮ່ວມ​ໃຈ​ກັນເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ​ສາ​ກົນ!”

 

ຕອນ​ເຊົ້າ​ວັນ​ທີ 10 ມັງ​ກອນ ປີ 2009, ຢູ່​ຕາມ​ສະ​ໜາມຫຼວງ​ດ່ານ​ກົງ​ເປີຍ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຕໍ່​ປະ​ຊາ​ຊົນ​ທີ່​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ນັ້ນ. ໃນ​ເວ​ລາ​ນັ້ນ, ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ​ໄດ້​ສ້າງ​ຜົນ​ກະ​ທົບ​ຢ່າງ​ຮຸນ​ແຮງ, ດັ່ງ​ນັ້ນ, ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ມາ​ກາວ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ຖາ​ນະ​ເປັນ​ຮອງ​ປະ​ທານ​ປະ​ເທດ​ຈີນ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ຮົງ​ກົງ ແລະ ມາ​ກາວ​ໃນ​ເວ​ລາ​ນັ້ນ​ໄດ້​ເຮັດ​ໃຫ້​ຝ່າຍ​ຕ່າງໆ​​ໃຫ້​ຄວາມສົນ​ໃຈ​ໃນ​ລະ​ດັບ​ສູງ. ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ຈີນ​ ແລະ ຕ່າງ​ປະ​ເທດ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ບອກ​​ເຖິງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ແລະ ຄວາມ​ເອົາ​ໃຈ​ໃສ່​ໂດຍ​ກົງໂລດ​ວ່າ:

 

“ຂ້າ​ພະ​ເຈົ້າ​ຈະ​ໃຊ້​ເວ​ລາ​ທີ່​ມີຈຳ​ກັດ​ໃນ​ໂອ​ກາດ​ທີ່​ມາ​ຢ້ຽມ​ຢາມ​ມາ​ກາວ​ເພື່ອ​ໄປ​ຍ່າງ ແລະ ເລາະ​ເບິ່ງຫຼາຍ​ບ່ອນ, ​ເພື່ອ​ຊອກ​ຮູ້​ສະ​ພາບ​ຄວາມ​ເປັນ​ຈິງ ແລະ ​ສ້າງ​ສາຍ​ສຳ​ພັນກັບ​ປະ​ຊາ​ຊົນ​ໃຫ້ຫຼາຍ​ແດ່, ​ຕ່າງສຳ​ຜັດ​ກັບ​ການ​ປ່ຽນ​ແປງ​ທີ່​ເລິກ​ເຊິ່ງ​ຕັ້ງ​ແຕ່​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ, ແລະ ຮັບ​ຮູ້​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນມາ​ກາວ​ໃນ​ປະ​ຈຸ​ບັນ.”

 

ໃນ​ຄວາມ​ເປັນ​ຈິງ​ແລ້ວ, ນີ້​ບໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄປ​ຢ້ຽມ​ຢາມ​ມາ​ກາວ. ໃນ​ປີທີ 2 ທີ່​ມາ​ກາວ​ຫາ​ກໍ​ກັບ​ຄືນ​ສູ່​ປະ​ເທດ​ຊາດ, ທ່ານ​ສີ​ຈິ້ນ​ຜິງ​ທີ່​ເປັນ​ເຈົ້າ​ແຂວງ​ແຂວງ​ຟູ​ຈ້ຽນ​ໃນ​ຂະ​ນະ​ນັ້ນ​ກໍ​ເຄີຍ​ໄດ້​ໄປ​ຢ້ຽມ​ຢາມ​ມາ​ກາວ​ມາ​ແລ້ວ. ໃນ​ເວ​ລາ​ນັ້ນ​, ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ກ່າວ​ປາ​ຖະ​ກະ​ຖາ​ໂດຍ​ເວົ້າ​ເຖິງ​ແຜນ​ການ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ແຂວງ​ຟູ​ຈ້ຽນ ກັບ​ມາ​ກາວ; ຫຼັງ​ຈາກ​ນັ້ນ 1 ປີ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ນຳ​ພາ​ຄະ​ນ​ະ​ຜູ້​ແທນ​ໄປ​ຢ້ຽມ​ຢາມ​ມາ​ກາວ​ອີກ​ເທື່ອ​ໜຶ່ງ, ແລະ​ໄດ້​ບັນ​ລຸ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ກັບ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ກ່ຽວ​ກັບ​​ການເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ແຂວ​ງ​ຟູ​ຈ້ຽນ​ກັບ​ມາ​ກາວ, ​ເພື່ອຊຸກ​ຍູ້​ການ​ແລກ​ປ່ຽນ​ ແລະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ການ​ທ່ອງ​ທ່ຽວ ການ​ສຶ​ກ​ສາ ແລະ ວັດ​ທະ​ນະ​ທຳ​ເປັນ​ຕົ້ນ.

 

ປີ 2009, ພໍ​ດີ​ແມ່ນ​ປີ​ທີ່​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 10 ປີ. ໂດຍ​ຜະ​ເຊີນ​ກັບ​ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ​ທີ່​ຂະ​ຫຍາຍ​ວົງ​ກວ້າງ​ອອກ ແລະ ຮຸນ​ແຮງ​ຂຶ້ນ, ລັດ​ຖະ​ບານ​ຈີນ​ໄດ້​ໃຊ້ 9 ມາດ​ຕະ​ການ​ເພື່ອ​ສະ​ໜັບ​ສະ​ໜູນມາ​ກາວ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ລຳ​ບາກ​ນີ້. ການ​ສ້າງ​ເຂດ​ນິ​ຄົມ​ອຸ​ດ​ສາ​ຫະ​ກຳ​ຈູ່​ໄຫ-ມາ​ກາວ, ກໍ​ເປັນ​ມາດ​ຕະ​ການ​ສຳ​ຄັນ​ຂອງ​ລັດ​ຖະ​ບານ​ຈີນ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ ແລະ ການ​ພັດ​ທະ​ນາ​​ເສດ​ຖະ​ກິດ​ທີ່​ມີ​ຄວາມຫຼາກຫຼາຍ​ຕາມ​ຄວາມ​ເໝາະ​ສົມ​ຂອງ​ມາ​ກາວ, ​ທັງ​ແມ່ນ​ມາດ​ຕະ​ການ​ທີ່​ປະ​ດິດ​ສ້າງ​ໃໝ່​ພາຍ​ໃຕ້​ແນວ​ທາງ “ປະ​ເທດ​ດຽວ ສອງ​ລະ​ບອບ”. ໃນ​ການ​ໄປ​ຢ້ຽມ​ຢາມ​ເມື່ອ​ປີ 2009, ທ່ານ​ສີ​ຈິ້ນ​ຜິງ​ໄດ້​​ລົງ​ສຳ​ຫຼວດ​ຕົວ​ຈິງ​ຢູ່​ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ​ຈູ່​ໄຫ-ມາ​ກາວ, ​ທ່ານ​ໄດ້​ໃຫ້​ທິດ​ຊີ້​ນຳວ່າ​ຕ້ອງ​ພັດ​ທະ​ນາ​ເຂດ​ນິ​ຄົມ​ອຸດ​ສ​າ​ຫະ​ກຳ​ດັ່ງ​ກ່າວ​ໃຫ້​ດີ, ເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກວິ​ກິດ​ການ​ທາງ​ດ້ານ​ການ​ເງິນ​ສາ​ກົນ​ຢ່າງ​ເຂັ້ມ​ແຂງ ແລະ ເພີ່ມ​ ການ​ປະ​ກອບ​ອາ​ຊີບ​ໃຫ້​ປະ​ຊາ​ຊົນ​ມາ​ກາວ. ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ຄວນ​ເດີນ​ຕາມ​ທິດ​ທາງ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ມີ​ຄວາມຫຼາກຫຼາຍໃນ​ລະ​ດັບ​ເໝາະ​ສົມຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ.

 

​ການ​ພັດ​ທະ​ນາ​ເກາະ​ເຮີງ​ຊິນຂອງ​ນະ​ຄອນ​ຈູ່​ໄຫ​ມີ​ການ​ພົວ​ພັນ​ຢ່າງ​ໃກ້​ຊິດ​ກັບ​ມາ​ກາວ, ແລະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ​ຈາກວົງ​ການ​ຕ່າງໆ​ຂອງ​ມາ​ກາວ. ​ໃນ​ການ​ຢ້ຽມ​ຢາມ​ເມື່ອ​ປີ 2009 ຄັ້ງ​​ນັ້ນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ປະ​ກາດ​ຂ່າວ​ດີ​ວ່າ: ​ລັດ​ຖະ​ບານ​ຈີນ​ໄດ້​ຕົກ​ລົງ​ເຫັນ​ດີ​ພັດ​ທະ​ນາ​ເກາະ​ເຮີງ​ຊິນ, ແລະ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ,ລັດ​ຖະ​ບານ​ຈີນ​ຈະ​ພິ​ຈາ​ລະ​ນາ​​ຢ່າງ​ເຕັມ​ທີເຖິງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ມາ​ກາວ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ມີ​ຄວາມຫຼາກຫຼາຍໃນ​ລະ​ດັບ​ເໝາະ​ສົມ. ທ່ານ​ຊີ້​ອອກວ່າ, ນີ້​ຈະ​ເປັນ​ການ​ສ້າງ​ໂອ​ກາດ​ອັນ​ໃໝ່ ແລະ ຊ່ອງ​ທາງ​ອັນ​ໃໝ່​ໃຫ້​ແກ່​​ການ​ພັດ​ທະ​ນາມາ​ກາວ, ມີ​ຜົນ​ດີ​ຕໍ່​ຄວາມ​ໝັ້ນ​ຄົງ ການ​ພັດ​ທະ​ນາ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​​ໃນໄລ​ຍະ​ຍາວ​​ຂອງ​ເສດ​ຖະ​ກິດ​ມາ​ກາວ. ແລະກໍ​ແມ່ນ​ປີ 2009​ນີ້​ເອງ, ເຂດ​ໃໝ່​ເຮີງ​ຊິນ​ກໍ​ໄດ້​ກາຍ​ເປັນ​ເຂດ​ໃໝ່​ລະ​ດັບ​ຊາດ​ແຫ່ງ​ທີ 3 ໂດຍ​​ຖັດ​ຈາກ​ເຂດ​ໃໝ່​ພູ​ຕົ່ງ​ຊຽງ​ໄຮ, ເຂດ​ໃໝ່​ປິ່ງ​ໄຫ​ທຽນ​ສິນ.
 

图片默认标题_fororder_澳门1-2
 

ວັນ​ທີ 10 ມັງ​ກອນ​ປີ 2009, ທ່ານ​ສີ​ຈິ້ນ​ຜິງພົບ​ປະ​ກັບ​ຜູ້​ແທນ​ວົງ​ການ​ຕ່າງໆ​ຂອງ​ມາ​ກາວ

ໃນ​ເວ​ລາ​ສະຫຼຸບ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ມາ​ກາວ​ໃນ​ປີ 2009, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ​ກ່ຽວ​ກັບ​ຄວາມໃນ​ໃຈ​ທີ່​ໄດ້​ແລກ​ປ່ຽນ​ກັບ​ບຸກ​ຄົນ​ວົງ​ການ​ຕ່າງໆ​ໃນ 2 ມື້​ຜ່າ​ນ​ມາ, ຂ້າ​ພະ​ເຈົ້າຈະ​ຂໍ​ສະຫຼຸບ​ເປັນ 3 ປະ​ໂຫຍກ​ສັ້ນ, ຄື: ມີ​ຄວາມ​ຫຍຸ້ງ​ຍາກ, ມີ​ວິ​ທີ​ແກ້​ໄຂ, ແລະ​ມີ​ຄວາມ​ຫວັງ.

 

“ຄວາມ​ໝັ້ນ​ໃຈ”, ເປັນ​ຄຳ​ສັບ​ສຳ​ຄັນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເວົ້າ​ອອກ​ມາຫຼາຍ​ຄັ້ງ​ໃນ​ການ​ໄປ​ຢ້ຽມ​ຢາມ​ມາ​ກາວ​ໃນ​ປີ 2009. ເຮັດ​ແນວ​ໃດ​ຈະ​ເຮັດ​ໃຫ້​ສິ່ງ​ທ້າ​ທາຍ​ກາຍ​ເປັນ​ກາ​ລະ​ໂອ​ກາດ​ໃນ​ການ​ພັດ​ທະ​ນາ​ຂອງ​ມາ​ກາວ? ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ມາ​ກາວ​ຕ້ອງ​ເດີນ​ຕາມ​ເສັ້ນ​ທາງ​ການພັດ​ທະ​ນາ​ທີ່​ມີ​ຄວາມຫຼາກຫຼາຍ​ໃນ​ລະ​ດັບ​ທີ່​ເໝາະ​ສົມ​ທ,  ຕ້ອງບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢ່າງ​ຮອບ​ດ້ານ ແລະ ​ມີ​ການປະ​ສານ​ສົມ​ທົບ​ກັນ, ພະ​ຍາ​ຍາມ​ສູ້​ຊົນ​ສ້າງ​ສະ​ພາບ​ການ​ໃໝ່ໃນ​ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດ​ສັງ​ຄົມ​ມາ​ກາວ. ທ່ານ​ສີ​ຈິ້ນ​ຜິງ​ຮຽກ​ຮ້ອງ​ໃຫ້​​ຄະ​ນະ​ນຳ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ຕ້ອງ​ສືບ​ຕໍ່​ຮັກ​ສາ​ຄວາມ​ໝັ້​ນ​ໃຈ​ໃຫ້​ໜັກ​ແໜ້ນ, ກຳ​ແໜ້ນ​ໂອ​ກາດ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ. ທ່ານ​ກ່າວ​ວ່າ:

 

ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ຄວນ​ປະ​ຕິ​ບັດ​ຕາມ​​ແນວ​ຄວາມ​ຄິດການ​ບໍ​ລິ​ຫານ​ໂດຍ​ຖື​ຄົນ​ເປັນຫຼັກ, ນຳໃຊ້​ນະ​ໂຍ​ບາຍ ແລະ​ມາດ​ຕະ​ການ​ທຸ​ກ​ຢ່າງ​ທີ່​​ສາ​ມາດກະ​ຕຸກ​ຊຸກ​ຍູ້​ເສດ​ຖະ​ກິດ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ບົນ​ພື້ນ​ຖານ​ມາດ​ຕະ​ການ​ເສດ​ຖະ​ກິດ ແລະ ນະ​ໂຍ​ບາຍ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຢູ່​ໃນ​ໄລ​ຍະ​ຜ່ານ​ມາ, ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ທະ​ນາ​ຄານ, ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ ແລະ ເພີ່ມ​ການ​ປະ​ກອບ​ອາ​ຊີບໃຫ້ຫຼາຍ​ຂຶ້ນ, ພະ​ຍາ​ຍາມ​ສ້າງ​ຈຸດ​ເຕີບ​ໂຕ​ໃໝ່​ດ້ານ​ເສດ​ຖະ​ກິດ.

 

图片默认标题_fororder_澳门1-3探望澳门街坊总会
 

ທ່ານ​ສີ​ຈິ້ນ​ຜິງ​ໄປ​ຢາມ​ຜູ້​ເຖົ້າ​ໃນ​ສະ​ມາ​ຄົມ​ຊຸມ​ຊົນ​ມາ​ກາວ
 

​ໃນວາ​ລະ​ການ​ຢ້ຽມ​ຢາມ​ທີ່​ດຳ​ເນີນ​ໄປເປັນ​​ເວ​ລາ 30 ກວ່າ​ຊົ່ວ​ໂມງ, ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ຢ້ຽມ​ຢາມ​ໂຮງງ​ານ​ຕັດ​ຫ​ຍິບ, ​ເຂົ້າ​ເບິ່ງ​ເຮືອນ​ຂອງ​ຄູ​ສອນ​ໂຮງ​ຮຽນ​ລູກ​ກຳ​ມະ​ກອນ,​ຢ້ຽມ​ຢາມສະ​ໂມ​ສອນ​ຊາວ​ໜຸ່ມ, ແລະສະ​ມາ​ຄົມ​​ຊຸມ​ຊົນ, ​ທ່ານ​ຄິດ​ຢູ່​ສະ​ເໝີ​ວ່າ: “ຄວນ​ຢ້ຽມຢາມ​ໃຫ້ຫຼາຍ, ເບິ່ງ​ໃຫ້ຫຼາຍ ແລະ​ຊອກ​ຮູ້​ສະ​ພາບ​ການ​ໃຫ້ຫຼາຍ”. ​ຕອນ​ນັ້ນປະ​ຊາ​ຊົນ​ມາ​ກາວ​ມີ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ ແລະ​ພາ​ກັນ​ເວົ້າວ່າ ທ່ານ​ສີ​ຈິ້ນ​ຜິງ​ເປັນຄົນ​ທີ່ “ບໍ່​ຖື​​ໂຕ ​ ບໍ່​ອວດ​ອົ່ງຟຸມ​ເຟືອຍ”, ​ທ່ານເປັນ​ຜູ້​ນຳ​ປະ​ເທດ, ​ແຕ່​ຄື​ກັບ​ໝູ່​ສະ​ຫາຍ​ເກົ່າ​ທີ່​ຮູ້​ຈັກ​ກັນ​ມາຫຼາຍ​ປີ​ແລ້ວ. ທ່ານ​ສີ​ຈິ້ນ​ຜິງບອກ​ປະ​ຊາ​ຊົນ​ມາ​ກາວ​ວ່າ: “ຂໍ​​ພຽງແຕ່​ຈິດ​ໃຈ​ບໍ່​​ອ່ອນ​ແອ ແລະ ທໍ້​ຖອຍ, ​ກໍ​ຈະ​ມີ​ວິ​ທີ​ແກ້​ໄຂ ຫຼາຍກວ່າ​ບັນ​ຫາ​ຫຍຸ້ງ​ຍາກ. ໂດຍ​ມີ​ການ​ສະ​ໜັບ​ສະ​ໜູນ​ຈາກ​ລັດ​ຖະ​ບານ, ຄວາມ​ພະ​ຍ​າ​ຍາມ​ຂອງ​ອົງ​ການ​ປົກ​ຄອງ​ເຂດບໍ​ລິ​ຫານ​ພິ​ເສດ​ມາ​ກາວ, ແລະ​ມີ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​​ເຕັມ​ອົກ​ເຕັມ​ໃຈຈາກວົງ​ການ​ຕ່າງໆ​ໃນ​ສັງ​ຄົມ, ພີ່​ນ້ອງ​ຮ່ວມ​ຊາດ​ມາ​ກາວ​ຈະ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​​ໄດ້ຢ່າງ​ແນ່ນອນ.”

 

ສື່​ມາ​ກາວ​ເຄີຍ​ລົງ​ພິມ​ບົດ​ຄວາມວ່າ, ການ​ຢ້ຽມ​ຢາມ​ມາ​ກາວ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ເມື່ອ​ປີ 2009ເປັນ​ການ​ກະ​ທຳ​ທີ່​ສະ​ໜັບ​ສະ​ໜູນ​ມາ​ກາວ​ຢ່າງ​ແຂງ​ແຮງ ແລະ ມີ​ປະ​ສິດ​ທິ​ຜົນ​ຢ່າງ​ແທ້​ຈິງ, ເຊິ່ງ​ເປັນ​ຄຳອວຍ​ພອນ, ​ເປັນ​ການ​ສ້າງ​ຄວາມ​ໝັ້ນ​ໃຈ ແລະ ​ເປັນ​ການ​ໃຫ້ກຳ​ລັງ​ໃຈທີ່​ດີ​ທີ່​ສຸດ.

 

ຕົວ​ເລກ​ສະ​ຖິ​ຕິ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ມາ​ກາວ​ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ໄວ​ທີ່​ສຸດ ແລະ ດີ​ທີ່​ສຸດ​ຕັ້ງ​ແຕ່​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ເປັນ​ຕົ້ນ​ມາ: GDP ຂອງ​ມາ​ກາວ​ໄດ້​​ເພີ່ມ​ຂຶ້ນຈາກ 51,9 ຕື້ປາ​ຕາ​ກາ​​ສະ​ກຸນ​ເງິນມາ​ກາວ​ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ທີ່​​ມາ​ກາວຫາ​ກໍ​ກັບ​ຄືນ​ສູ່​ປະ​ເທດ​ຊາດ, ເພີ່ມ​ຂຶ້ນ​ເປັນ 440 ຕື້ກວ່າປາ​ຕາ​ກາ​ມາ​ກາວ​ເມື່ອ​ປີ 2018, ​ລາຍ​ໄດ້​ສະ​ເລ່ຍ​ຕໍ່​ຫົວ​ຄົນ​​ບັນ​ລຸ​ເຖິງ 83 ພັນ​ໂດ​ລາ​ສະ​ຫະ​ລັດ, ເປັນ​ອັນ​ດັບ 2 ​ຂອງ​ໂລກ. ປະ​ຊາ​ຊົນ​ມາ​ກາວ​ໄດ້​ປະ​ກອບ​ອາ​ຊີບ​ຢ່າງ​ເຕັມ​ສ່ວນ, ອັດ​ຕາ​ວ່າງ​ງານ​ໄດ້ຫຼຸດ​ຈາກ 6,3%​ຂອງໄລ​ຍະ​ເບື້ອງ​ຕົ້ນ​ທີ່​ຫາ​ກໍ​ກັບ​ຄືນ​ສູ່​ປະ​ເທດ​ຊາດ ລົງ​​ເຫຼືອ1,8%ເມື່ອ​ປີ 2018, ​ຄື​ດັ່ງ​ທີ່ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ກ່າວ​ໄວ້​ວ່າ:

 

ມາ​ກາວ​ໃນ​ມື້​ອື່ນ, ເສດ​ຖະ​ກິດ​ສັງ​ຄົມ​ຈະ​ມີ​ຄວາມ​ຈ​ະ​ເລີນ​ຮຸ່ງ​ເຮືອງ ແລະ ​ມີຄວາມ​ໝັ້ນ​ຄົງ​ກວ່າ​ເກົ່າ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ມາ​ກາວ​ຈະ​ມີ​ຄວາມ​ຜາ​ສຸກ ແລະ ​ມີຄວາມ​ສະ​ຫງົບຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0