覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິ​ງຢູ່​ເມືອງ​ເຈີ້​ງຕິ້ງ 7

2020-01-02 15:29:38 cri


“​ແບບ​ແຜນ​ຂອງ​ພັກດີ​ຫຼື​ບໍ່​ດີ, ພົວພັນ​ເຖິງ​ການ​ສະໜັບສະໜູນ ຫຼື ການ​ຄັດ​ຄ້ານ​ຂອງ​ປະຊາຊົນ; ​ການ​ສະໜັບສະໜູນ ຫຼື ການ​ຄັດ​ຄ້ານ​ຂອງ​ປະຊາຊົນ, ບໍ່​ພຽງ​ແຕ່​ໄດ້​ຕັດສິນ​ຊີ້​ຂາດ​ຊາຕາກຳ​ຂອງ​ການ​ສ້າງສາ​ສັງຄົມ​ນິຍົມ​ເທົ່າ​ນັ້ນ, ຍັງ​ໄດ້​ຕັດສິນ​ຊາຕາກຳ​ຂອງ​ພັກ.” ​ເມື່ອ 30 ກວ່າ​ປີ​ກ່ອນ, ທ່ານ​ສີ​ຈິ້ນ​ຜິ​ງ​ເຄີຍ​ກ່າວ​ຄວາມ​ນີ້​​ໃນ​ເວລາທີ່​ເຮັດ​ວຽກ​ຢູ່​ເມືອງ​ເຈີ້​ງຕິ້ງ,​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ເຊື່ອ​ໝັ້ນ ແລະ ຄວາມ​ຕັດສິນ​ໃຈ​ທີ່​ເດັດດ່ຽວ​ຂອງ​ທ່ານ​ໃນ​ການ​ກຳ​ແໜ້ນ​ວຽກ​ງານການ​​ກໍ່ສ້າງ​ແບບ​ແຜນ​ຂອງ​ພັກ​ໃຫ້​ດີ, ​ເຊິ່ງ​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ພະນັກງານ​ພັກ​ທັງຫຼາຍ​ຂອງ​ເມືອງ​ເຈີ້​ງຕິ້ງ.
 

图片默认标题_fororder_正定8整改会风
 

ວັນ​ທີ 6 ທັນ​ວາ​ປີ 1983, ຄະ​ນະ​ພັກ​ເມືອງ​ເຈິ້ງ​ຕິ້ງ​ປະ​ກາດ“ຂໍ້​ກຳນົດ​ຈຳນວນ​ໜຶ່ງ​ຂອງ​ຄະນະ​ພັກ​ເມືອງ​ເຈີ້​ງຕິ້ງ​ກ່ຽວ​ກັບ​ການ​ປັບປຸງ​ແບບ​ແຜນການ​ນຳ”
 

ຢູ່​ຫ້ອງ​ມ້ຽນ​ເອກະສານ​ຂອງ​ເມືອງ​ເຈີ້​ງຕິ້ງ​ໄດ້​ເກັບ​ມ້ຽນ​ເອກະສານ​ສະບັບ​ໜຶ່ງ​ໄວ້​ເປັນ​ຢ່າງ​ດີ, ​ເຖິງ​ວ່າ​ໜ້າ​ເຈ້ຍ​​ເກົ່າ​ກາຍ​ເປັນ​ສີ​ເຫຼືອງ​ແລ້ວກໍ​ຕາມ ​ແຕ່​ຕົວ​ໜັງສື​ຢູ່​ເທິງ​ເຈ້ຍ​ຍັງ​ຊັດ​ເຈນ​ຢູ່. ຫົວ​ຂໍ້​ຂອງ​ເອກະສານ​ສະບັບ​​ນີ້​ຄື “ຂໍ້​ກຳນົດ​ຈຳນວນ​ໜຶ່ງ​ຂອງ​ຄະນະ​ພັກ​ເມືອງ​ເຈີ້​ງຕິ້ງ​ກ່ຽວ​ກັບ​ການ​ປັບປຸງ​ແບບ​ແຜນການ​ນຳ”, ​​ເຊິ່ງທ່ານ​ສີ​ຈິ້ນ​ຜິ​ງ ດຳລົງ​ຕຳ​ແໜ່​ງ​ເລຂາ​ຄະນະ​ພັ​ກ​ເມືອງ​ບໍ່​ດົນ, ພົບ​ເຫັນ​ວ່າ​ພະນັກງານ​ພັກ​ບາງ​ຄົນ​ຂີ້ຄ້ານ​ມັກງ່າຍ ລະບຽບ​ວິ​ໄນບໍ່​ເຄັ່ງ​ຄັດ, ​ໄຮ້​ຄວາມ​ຫ້າວ​ຫັນ, ​ແບບ​ແຜນ​ບໍ່​ໜັກ​ແໜ້ນ, ບໍ່​ເອົາ​ໃຈ​ໃສ່​ການ​ຄົ້ນຄວ້າ​ສຳ​ຫຼວດ, ​ຂາດ​ຄວາມ​ຮັບຜິດຊອບ​ໃນ​ການ​​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ, ​ຈຶ່ງ​ໄດ້​ຊີ້​ນຳ​ການ​ສ້າງ​ຂໍ້​ກຳນົດ​ເຫຼົ່າ​ນີ້​ຂຶ້ນ, ​ໂດຍ​ມີທັງ​ໝົດ 6 ມາດຕາເຊິ່ງ​ຖືກ​ເອີ້ນ​ຫຍໍ້​ວ່າ: ຂໍ້​ກຳ​ນົດ 6 ມາດ​ຕາ, ​ເນື້ອ​ໃນຕົ້ນຕໍ​ຄື​ດັ່ງ​ນີ້:

 

  1. ກຳກັບ​ສະ​ພາບ​ການ​ລວມ, ກຳ​ແໜ້ນ​ວຽກ​ສຳຄັນ. ທຸ່ມ​ເທ​ກຳລັງ​ແຮງ ແລະ ສະ​ຕິ​ປັນ​ຍາ​ຕົ້ນຕໍ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ມີ​ສະຕິ​ຕື່ນ​ຕົວ​ໃນການ​ຮັກສາ​ຄວາມ​ເປັນ​ເອກະ​ພາບ​ກັນ​ກັບ​ສູນ​ກາງ​ພັກ​ໃນ​ດ້ານ​ການ​ເມືອງ.
     
  2. ຄັດຄ້ານ​ແບບ​ແຜນ​ອາດຍາ​ສິດ, ​ເນັ້ນ​ປະສິດທິ​ຜົນ​ຕົວ​ຈິງ​ໃນ​ການ​ເຮັດ​ວຽກ. ​ສຸມ​ທຸກ​ຄວາມ​ພະຍາຍາມ​ໃນ​ການ​ສຳ​ຫຼວດ ແລະ ຄົ້ນ​ຄວ້າ, ກຳມະການ​ປະຈຳ​ຄະນະ​ພັກ​ເມືອງ​ຕ້ອງ​ສ້າງ​ຄູ່​ພົວພັນ ​ແລະ ຈຸດ​ພົວພັນ​ຈຳນວນ​ໜຶ່ງ​ຢູ່​ຊົນນະບົດ ​​ແລະ​ໂຮງ​ງານ​ບໍ່​ແຮ່, ​ໃນ​ແຕ່ລະ​ປີ​ຕ້ອງ​ມີ​ເວລາ 1ສ່ວນ3 ຂຶ້ນ​ໄປ​​ແມ່ນ​ຕ້ອງລົງ​ເລິກ​ສູ່​ຮາກ​ຖານ.
     
  3. ສ້າງຄວາມສາມັກຄີພາຍໃນຄະນະພັກ, ເພື່ອຮັກສາຄວາມ​ເປັນ​ເອກະ​ພາບ​ກັນ​ດ້ານ​ການ​ນຳ​ພາ​ຂອງ​ຄະນະ​ພັກ​ເມືອງ. ຍຶດໝັ້ນ​ຈັດ​ກອງ​ປະຊຸມ​ຊີວິດ​ການ​ເມືອງ​ຂອງ​ຄະນະ​ປະຈຳ​ຄະນະ​ພັກ​ເມືອງ 1 ​ເທື່ອ​ໃນທຸກ​ໄຕ​ມາດ, ເພື່ອດຳ​ເນີນ​ການ​ຕຳນິ​ເຊິ່ງກັນ​ແລະ​ກັນ ​ແລະ ຕຳ​ນິຕົນ​ເອງ, ​ເສີມ​ສ້າງ​ຄວາມ​ສາມັກຄີ ​ແລະ ປັບປຸງ​ວຽກ​ງານ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
     
  4. ນຳ​ໜ້າ​ສ້າງ​ແບບຢ່າງ​ທີ່​ດີ, ກຳຈັດ​ແບບ​ແຜນ​ຫຍໍ້​ທໍ້. ​ເປັນ​ແບບຢ່າງທີ່​ດີ​ໃນ​ການປະຕິບັດ​ຕາມ​ກົດ​ລະບຽບ​ຂອງ​ພັກ ​ແລະ “ລະບຽບການ​ກ່ຽວ​ກັບ​ຊີວິດ​ການ​ເມືອງ​ພາຍ​ໃນ​ພັກ”, ບໍ່​ສະ​ແຫວ​ງຫາ​ຜົນ​​ປະ​ໂຫຍດ​ສ່ວນ​ຕົວ​ດ້ວຍ​ສິດ​ອຳນາດ, ບໍ່​​ໃຫ້​ໃຊ້​ສິດ​ພິ​ເສດ, ສຳລັບ​ສິ່ງ​ທີ່ຮຽກຮ້ອງ​ໃຫ້​ພະນັກງານ​ທົ່ວ​ໄປ ​ແລະ ປະຊາຊົນ​ອັນ​ໄພສານ​ປະຕິບັດ​ນັ້ນ, ພະນັກງານ​ການ​ນຳ​ຕ້ອງ​ນຳ​ໜ້າ​ເຮັດ​ໃຫ້​ໄດ້.
     
  5. ​ເພີ່ມ​ທະວີ​ການ​ຮໍ່າຮຽນ, ຍົກ​​ລະດັບ​ການ​ນຳພາໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຕ້ອງ​ອີງ​ຕາມ​ຄວາມ​ຕ້ອງການ​ໃນ​ການ​ເຮັດ​ວຽກ, ​ເຊື້ອ​ເຊີນ ​ແລະ ຈ້າງ​ເອົາ​ຊ່ຽວຊານ​ດ້ານ​ທິດ​ສະ​ດີ ​ແລະ ວິຊາ​ການມາຖ່ອຍທອດຄວາມຮູ້ວິຊາການ​ໃຫ້​ແກ່​ກຳມະການ​ປະຈຳ​ຄະນະ​ພັກ​ເມືອງ.
     
  6. ສ້າງ​ອຸດົມ​ການ​ທີ່​ສູງ​ສົ່ງ, ​ເປັນ​ເຈົ້າ​ການ​ສ້າງ​ຜົນງານ​ທີ່​ພົ້ນ​ເດັ່ນ​ເຂົ້າ​ໃນ​ພາລະກິດ “4 ທັນ​ສະ​ໄໝ” ເຊັ່ນ​ວ່າ: ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ, ການ​ປ້ອງ​ກັນ​ປະ​ເທດ ແລະ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຫັນ​ເປັນ​ທັນ​ສະ​ໄໝ. ຊອກ​ຫາ​ແບບຢ່າງ​ກ້າວໜ້າ​ໃນ​ຂະ​ແໜງ​ການຕ່າງໆ​ພາຍ​ໃນ​ປະ​ເທດ, ຮໍ່າຮຽນ ​ແລະ ລື່ນ​ກາຍ​ດ້ວຍ​ຄວາມ​ດຸ​ໝັ່ນ ​ແລະ ຄວາມ​ກະຕືລື​ລົ້ນ, ຍາດ​ແຍ່ງ​ເຮັດ​ໃຫ້​ວຽກ​ງານ​ທີ່​ຕົນ​ບໍລິຫານ​ນັ້ນ​ຢູ່​ໃນ​ລະດັບ​ນຳ​ໜ້າ​ໃນ​ທົ່ວ​ເຂດ, ທົ່ວ​ແຂວງ ​ແລະ ທົ່ວ​ປະ​ເທດ.
     

ທ່ານ​ເສີງ​ປາວ​ຮວຍ​ທີ່​ເປັນ​ເຈົ້າ​ເມືອງ​ເມືອງ​ເຈີ້​ງຕິ້ງ​ໃນ​ເວລາ​ນັ້ນ​ບອກ​ນັກ​ຂ່າວ​ວ່າ, “ຂໍ້​ກຳນົດ 6 ມາດຕາ” ມີ​ຄວາມ​ຮຽກຮ້ອງ​ຢ່າງ​ລະອຽດ, ມີ​ຄວາມ​ເປັນ​ໄປ​ໄດ້​ຫຼາຍ, ​​ໂດຍ​ແນ​ໃສ່​ແກ້​ໄຂ​ປະກົດ​ການ​ຫຍໍ້​ທໍ້​ອັນ​ພົ້ນ​ເດັ່ນ​ໃນ​ເວລາ​ນັ້ນ, ​ໄດ້​ກຳນົດ​ລະບຽບ​ວິ​ໄນ​ໃຫ້​ແກ່​ພະນັກງານ​ການ​ນຳ, ​ແລະ​ກາຍ​ເປັນ​ລະບຽບ​ການ, ​ເຊິ່ງ​ເປັນຫຼັກ​ການ​ດຽວກັນ​ກັບ ກົດ​ເຫຼັກ 8 ຂໍ້​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໃນ​ປະຈຸ​ບັນ​ນີ້, ​ເຊິ່ງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ທ່ານ​ສີ​ຈິ້ນ​ຜິ​ງມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​​ເຊິ່ງ ​ພິຈາລະນາ​ຢ່າງ​ຕໍ່​ເນື່ອງ ​ແລະ ການ​ຍຶດໝັ້ນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຕໍ່​ການ​ກໍ່ສ້າງ​ແບບ​ແຜນ​ຂອງ​ພັກ.
 

ຫຼັງ​ຈາກ​ການ​ປະກາດ​ໃຊ້ “ຂໍ້​ກຳນົດ 6 ມາດຕາ”ບໍ່​ດົນ, ທ່ານ​ສີ​ຈິ້ນ​ຜິ​ງກໍ​ໄດ້​ຕັດສິນ​ໃຈ​ປັບປຸງ​ແບບ​ແຜນ​ເອກະສານ ​ແລະ ​ແບບ​ແຜນ​ຈັດ​ກອງ​ປະຊຸມ.
 

​ເລື່ອງ​ນີ້​ແມ່ນມາ​ຈາກ​ການ​ສຳ​ຫຼວດ ແລະ ຄົ້ນຄວ້າວຽກ​ງານ​ເທື່ອ​ໜຶ່ງ​ເມື່ອ​ຕົ້ນ​ປີ 1984. ທ່ານ​ສີ​ຈິ້ນ​ຜິ​ງລົງ​ຮາກ​ຖານ​ໄປ​ຮອດ​ຕາ​ແສງ​ຈູ່​ເຮີ, ​ເລຂາ​ຄະນະ​ພັກ​ຕາ​ແສງ​ພົບ​ທ່ານ​ສີ​ຈິ້ນ​ຜິ​ງ​ແລ້ວ​ກໍ​ຈົ່ມ​ວ່າ: ​ສະ​ເພາະ​ແຕ່​ເດືອນ​ກຸມພາ​ເດືອນ​ດຽວ, ພະນັກງານ​ຕາ​ແສງ​ກໍ​ໄດ້​ໄປ​ເຂົ້າ​ຮ່ວມ​ກອງ​ປ​ະຊຸມ 17 ຄັ້ງ​ຢູ່​ໃນ​ເມືອງ, ບວກ​ກັບ​ກອງ​ປະຊຸມ​​ໃນ​ຕາ​ແສງ, ຖື​ວ່າ​ມີ​ກອງ​ປະຊຸມ​ຫຼາຍ​​ໂພດ. ນອກຈາກ​ນັ້ນ, ຍັງ​ທວງ​ໃຫ້​ສະ​ເໜີ​​​ເອກະສານ​ຕ່າງໆ​ໃຫ້​ຂັ້ນ​ເທິງ, ພ້ອມ​ກັບ​ພາກສ່ວນ​ຕ່າງໆ​ຂັ້ນ​ເມືອງ​ຢາຍ​ເອກະສານ, ບົດ​ລາຍ​ງານ ​ແລະ​ແຈ້ງ​ການ​ຕ່າງໆ​ຫຼາຍ​ໂພດ, ຍິ່ງ​ກວ່າ​ນັ້ນ​, ອົງການ​ຂັ້ນ​ເທິງ​ມີ​ຄົນ​ມາ​ແລ້ວ​ກໍ​ສັ່ງ​ວ່າ​ຕ້ອງ​ໃຫ້​ເລຂາຄະນພັກ​ຕາ​ແສງ ​ແລະ ​ທ່ານ​ຕາ​ແສງ​ຕ້ອນຮັບ​ເອງ,​​ເຊິ່ງ​ເລື່ອງ​ທັງ​ໝົດ​ເຫຼົ່າ​ນີ້​ໄດ້​ເປືອງ​ພະລັງ​ແຮງ​ຫຼາຍ​ໂພດ.
 

ວັນ​ທີ 10 ມີນາ 1984, ຄະນະ​ພັກ​ເມືອ​ງ ​ແລະ ອົງການ​ປົກຄອງ​ເມືອງ​ເຈີ້​ງຕິ້ງ​ໄດ້​​ເຜີຍ​ແຜ່​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປັບປຸງ​ແບບ​ແຜນ​ເອກະສານ ​ແລະ ​ແບບ​ແຜນ​ກອງ​ປະຊຸມ, ​ໂດຍ​ມາດ​ຕະການ​ປັບປຸງ​ມີ​ຄວາມ​ເຂັ້ມ​ແຂງ ​ແລະ ຕິດ​ແທດ​ກັບ​ຄວາມ​ເປັນ​ຈິງ​ຢ່າງ​ຫຼວງ​ຫຼາຍ. ​ເອກະສານ​ທຸກ​ປະ​ເພດ​ຂອງຄະນະ​ພັກ ​ແລະ ອົງການ​ປົກຄອງ​ເມືອງລ້ວນ​ແຕ່​ໄດ້​ປັບ​ຫຼຸດ​ 1 ສ່ວນ 3 ບົນ​ພື້ນຖານ​ຈຳນວນ​ຂອງ​ປີຜ່ານມາ; ກອງ​ປະ​ຊຸມ​ຂອງ​ພະນັກງານ 3 ຂັ້ນ​ພາຍ​ໃນ​ທົ່ວ​ເມືອງ ປົກກະຕິ​ແລ້ວ​ບໍ່​ໃຫ້​ຫຼາຍ​ກວ່າ 2 ຄັ້ງ​ຕໍ່​ປີ, ສຳລັບ​ວຽກ​ງານ​ຂອງພາກສ່ວນ​ໃດ​ໜຶ່ງ ​ແລະ ວຽກ​ງານ​​ໄລຍະ​​ໃດ​ໜຶ່ງ​ຈະ​ບໍ່​ຈັດ​ກອງ​ປະຊຸມ; ສ້າງ​ລະບຽບການ​ພິຈາລະນາ​ອະນຸມັດ​ຈັດ​ກອງ​ປ​ະຊຸມ, ຕ້ອງ​​ໄດ້​ຮັບ​ການອະນຸມັດ​ແລ້ວ​ຈຶ່ງ​ໃຫ້​ຈັດ​ກອງ​ປະຊຸມ​ໄດ້, ​ເລຂາ​ຄະນະ​ພັກ ​ແລະ ​ທ່ານ​ຕາ​ແສງ​ເຂົ້າ​ຮ່ວມ​ກອງ​ປ​ະຊຸມ​ຕ້ອງ​ຜ່ານ​ການ​ອະນຸມັດ​ຂອງ​ເລຂາ​ຄະນະ​ພັກ​ເມືອງ ​ແລະ ​ເຈົ້າ​ເມືອງ.
 

ວັນ​ທີ 29 ມິຖຸນາ ປີ 1984, ​ໃນ​ກອງ​ປະຊຸມ​ວຽກ​ງານ​ເສດຖະກິດ​ທົ່ວ​ເມືອງ, ທ່ານ​ສີ​ຈິ້ນ​ຜິ​ງລິ​ເລີ່​ມວ່າ: “​ເວົ້າ​ສັ້ນ, ຈັດ​ກອງ​ປະຊຸມ​ສັ້ນ, ຢາຍ​ເອກະສານ​ສັ້ນ, ສຳລັບ​ສິ່ງ​ທີ່​ສາມາດ​ຕັດສິນ​ໂດຍ​ໄວໄດ້, ກໍ​ບໍ່​ຄວນ​ໜິ້ງ​ກັນ​ຮັບຜິດ​ຊອບ; ສຳ​ລັບ​ສິ່ງ​ທີ່ ສາມ​ສີ່​ຄົນ​ລົມ​ກັນ​ແບບ​ໜ້າ​ຕໍ່ໜ້າ​ກໍ​​ສາ​ມາດ​ຕັດ​ສິນໄດ້​ນັ້ນ, ກໍ​​ບໍ່​ຄວນ​ຊອກ​ຫາຫຼາຍໆ​ຄົນ​ມາ​ນັ່ງ​ເຝົ້າ​ຄຽງ​ຂ້າງ​ລ້າໆ; ​ປະຊຸມ​ເຄິ່ງຊົ່ວ​ໂມງ​ກໍ​ແກ້​ໄຂ​ບັນຫາ​ໄດ້ແລ້ວ, ​ບໍ່​ຄວນປະຊຸມ​ຮອດ​ໜຶ່ງ​ຊົ່ວ​ໂມງ.”
 

ທ່ານ​ລິວ​ເສີງ​ຢົງ ​ທີ່​ເຄີຍ​ເປັນ​ຜູ້​ວ່າການ​ຟາມ​ລ້ຽງ​ໄກ່ຂອງ​ເມືອງ​ເຈີ້​ງຕິ້ງ​​ໃນ​ເວ​ລາ​ນັ້ນຫວນ​ຄືນ​ວ່າ: “ຂ້າພະ​ເຈົ້າ​ເປັນ​ກຳມະການ​ປະຈຳ​ຄະນະ​ພັກ​ເມືອງ, ຍັງ​ຈື່​ໄດ້​ວ່າ​ມີ​ກອງ​ປະ​ຊຸມ​ສະພາ​ປະຊາຊົນ​ເທື່ອ​ໜຶ່ງ, ຂ້າພະ​ເຈົ້າ​ນັ່ງ​ຢູ່​ທາງ​ຫຼັງ​ຂອງ​ສະຫາຍ​ສີ​ຈິ້ນ​ຜິ​ງ, ກ່ອນ​ການ​ຜ່ານ​ບົດ​ລາຍ​ງານ, ​ເພິ່ນ​ໄດ້​ເອົາ​ໂມງ​ໃສ່​ແຂນ​ໃຫ້​ຂ້າພະ​ເຈົ້າ ​​ແລະ​ບອກ​ວ່າ ‘​ເບິ່ງ​ເວ​ລາຊ່ວຍ​ເດີ້, ຂ້າພະ​ເຈົ້າ​ຈະ​ກ່າວ​ເຄິ່ງຊົ່ວ​ໂມງ, ​ບໍ່​ໃຫ້​ກາຍ 1 ນາທີ’. ຫຼັງ​ຈາກ​​ເພິ່ນ​ກ່າວ​ໝົດ​ແລ້ວ, ຂ້າ​ພະ​​ເຈົ້າ​ເບິ່ງ​ໂມງ, ​ກາຍ​ໄປພຽງ​ແຕ່ 10 ກວ່າ​ວິນາທີ​ເທົ່າ​ນັ້ນ.”
 

ເຖິງວ່າພະນັກງານ​ການ​ນຳ​ໄດ້ຫຼຸດ​ພົ້ນອອກ​ຈາກ “ພູ​ເອກະສານ ​ແລະ ທະ​ເລ ກອງ​ປະຊຸມ”​ແລ້ວ​ກໍ​ຕາມ, ​ແຕ່​ຍັງ​ມີ​ບັນຫາ​ທີ່​ພິຈາລະນາ​ແລ້ວແຕ່​ບໍ່​ຕົກລົງ, ຕົກລົງ​ແລ້ວ​ແຕ່​ບໍ່​ປະຕິບັດ. ​ໂດຍ​ສະ​ເພາະ​ພະນັກງານ​ການ​ນຳ​ຢູ່​ບາງ​ພາກສ່ວນ, ເຮັດ​ວຽກ​ບໍ່​ມີ​ປະ​ສິດ​ທິ​ຜົນ, ແກ່​ຍາວ​ເວລາ, ເຊິ່ງ​ເປັນ​ສິ່ງ​ຂີດ​ກວ້າງ​ຕໍ່​ການ​ຊຸກຍູ້​ວຽກ​ງານ​ທຸກ​ປະການ.
 

“ປັບປຸງ​ຂັ້ນ​ຕອນ​ເຮັດ​ວຽກ​ໃຫ້​ຮັດກຸມ, ຄັດຄ້ານ​ການ​ຖ່ວງ​ດຶງ ​ແລະ ​ໜິ້ງ​ກັນ​ຮັບ​ຜິ​ດ​ຊອບ​ວຽກ”. ​ເດືອນ​ກໍລະກົດ​ປີ 1984, ພາຍ​ໃຕ້​ການ​​ລິ​ເລີ່ມ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ, ​ທົ່ວ​ເມືອງ​ເຈີ້ງຕິ້ງ​ໄດ້​ຈັດ​ກິດຈະກຳ “​ເດືອນ​​ແຫ່ງ​ປະສິດທິພາບ”.
 

ທ່ານ​ສີ​ຈິ້ນ​ຜິ​ງສະ​ເໜີ​ອອກ​ຢ່າງ​ຈະ​ແຈ້ງວ່າ: ຄວາມ​ໄວກໍ​ແມ່ນ​ປະສິດທິພາບ, ການ​ປະສານ​ງານ​ກໍ​ແມ່ນ​ປະສິດທິພາບ, ຄວາມຮັດກຸມ​ກໍ​ແມ່ນ​ປະສິດທິພາບ, ການກຳນົດ​ຄວາມ​ຮັບຜິດຊອບ​ຢ່າງ​ຈະ​ແຈ້ງ​ກໍ​ແມ່ນ​ປະສິດທິພາບ, ການ​ທີ່​​ເກີດຄວາມ​ຜິດພາດ​ໜ້ອຍ​ທີ່​ສຸດ​ກໍ​ແມ່ນ​ປະສິດທິພາບ, ​ເຮັດ​ວຽກ​ອັນ​ໃດ​ກໍ​ສຳ​ເລັດ​ວຽກ​ອັນ​ນັ້ນ​ກໍ​ແມ່ນ​ປະສິດທິພາບ.
 

ກ່ອນ​ໜ້າ​ນັ້ນ, ຫ້ອງການ​ການ​ຄ້າ​ເມືອງ​ເຈີ້ງ​ຕິ້ງ​ກໍ​ເຄີຍ​ເກີດ​ເຫດການ “​ແກ່​ຍາວ​ເວລາ”ຢ່າງ​ພົ້ນ​ເດັ່ນ. ສະຫະກອນ​ຈຳ​ໜ່າຍ​ຂັ້ນ​ຮາກ​ຖານ25 ແຫ່ງ ຮີບ​ຮ້ອນ​ຈະ​ເຊັນ​ສັນຍາ​ຮັບ​ເໝົາ​ກັບ​ຫ້ອງການ​ການ​ຄ້າ​ເມືອງ, ​ແຕ່​ຖ່ວງ​​ດຶງ​ເວລາ​ຫຼາຍ​ເດືອນ​ແລ້ວ, ​ເອກະສານ​ສັນຍາ​ຍັງ​ຖືກ​ປະ​ໄວ້​​ໃນ​ລີ້ນ​ຊັກ​ຂອງ​ຫ້ອງການ​ການ​ຄ້າ, ບໍ່​ໄດ້​ເຊັນສັນຍາ​​ຈັກ​ສະບັບ​ເລີຍ.
 

ພາຍຫຼັງເມືອງເຈີ້ງຕິ້ງດຳເນີນກິດຈະກຳ “ເດືອນແຫ່ງປະສິດທິພາບ”ແລ້ວ,ຫ້ອງການການຄ້າເມືອງກໍໄດ້ອອກ ແຮງປັບປຸງປົວແປງພະຍາດຊຳເຮື້ອໃນດ້ານແບບແຜນວິທີເຮັດວຽກໂດຍໃຊ້ມາດຕະການຕ່າງໆເຊັ່ນສຳລັບ ຜູ້ທີ່ປະຕິບັດໜ້າທີ່ວຽກງານຢ່າງຊັກຊ້າ,ແກ່ຍາວເວລາຫຼືຕັ້ງແກ້ງບໍ່ປະຕິບັດໜ້າທີ່ວຽກງານນັ້ນຕ້ອງທາວຫາ ຄວາມຮັບຜິດຊອບຂອງຜູ້ກ່ຽວ,ຈົນກວ່າຈະຢຸດການເບີກເງິນອຸດໜູນໃຫ້ແລະຖືກສັບຊ້ອນວຽກງານໃໝ່.ຈາກນັ້ນ, ພະນັກງານໃນຫ້ອງການການຄ້າ30ກວ່າຄົນກໍຮີບຟ້າວໄປພົວພັນວຽກງານຢູ່ສະຫະກອນຈຳໜ່າຍຂັ້ນຮາກຖານ ຕ່າງໆ, ໃຊ້ເວລາພຽງ 2 ມື້ກໍໄດ້ສຳເລັດການເຊັນສັນຍາຮັບເໝົາກັບສະຫະກອນຈຳໜ່າຍຂັ້ນຮາກຖານ 25 ແຫ່ງແລະ ບໍລິສັດ 13 ແຫ່ງຢ່າງຮຽບຮ້ອຍ.

ຄຳ​ເຫັນ

0