ໃນໄລຍະທີ່ເຮັດວຽກຢູ່ເມືອງເຈີ້ງຕິ້ງ, ທ່ານສີຈິ້ນຜິງໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ຄົນທັງຫຼາຍເນື່ອງຈາກຄວາມກ້າຫານພິເສດ, ແບບແຜນເຮັດວຽກທີ່ສະແຫວງຫາຜົນຕົວຈິງ ແລະ ການອຸທິດແບບບໍ່ເຫັນແກ່ຕົວຂອງທ່ານ, ພ້ອມກັນນັ້ນ, ນິດໄສແບບຊື່ສັດລຽບງ່າຍ, ຖ່ອມຕົວ, ສຸຂຸມຮອບຄອບຕິດແທດຕົວຈິງແລະເຂົ້າໃກ້ໄດ້ງ່າຍຂອງທ່ານນັ້ນ ຍິ່ງເຮັດໃຫ້ຄົນທັງຫຼາຍມີຄວາມຊົງຈຳຢ່າງເລິກເຊິ່ງອີກດ້ວຍ.
ໃນໄລຍະທີ່ເຮັດວຽກຢູ່ເມືອງເຈີ້ງຕິ້ງເປັນເວລາ 3ປີກວ່ານັ້ນ, ທ່ານສີຈິ້ນຜິງບໍ່ໄດ້ໃຊ້ສິດພິເສດໃນການດຳລົງຊີວິດ, ໂດຍຮ່ວມກັບຄົນທັງຫຼາຍ “ກິນເຂົ້າໝໍ້ໃຫຍ່”ຢູ່ໂຮງອາຫານ, ເມື່ອມີເຈົ້າໜ້າທີ່ຂັ້ນເທິງມາຢ້ຽມຢາມກໍຈະຕ້ອນຮັບດ້ວຍອາຫານທົ່ວໄປຂອງເມືອງເຈີ້ງຕິ້ງ, ຖ້າແຂກຢາກດື່ມເຫຼົ້າ, ກໍຈະເສີບເຫຼົ້າພື້ນບ້ານຂອງເມືອງເຈີ້ງຕິ້ງເອງ. ທ່ານກ່າວວ່າ, ເຮັດແບບນີ້ຈະເຮັດໃຫ້ແຂກຮັບຮູ້ຮີດຄອງປະເພນີການກິນດື່ມຂອງເມືອງເຈີ້ງຕິ້ງ, ຍັງສາມາດໂຄສະນາເຜີຍແຜ່ວັດທະນະທຳການກິນດື່ມ ແລະ ວັດທະນະທຳເຫຼົ້າຂອງເມືອງເຈີ້ງຕິ້ງໃຫ້ກວ້າງອອກໄປ.
ທ່ານສີຈິ້ນຜິງປະພຶດຕົນເອງຢ່າງເຂັ້ມງວດ, ແຕ່ກໍໃຊ້ມາດຕະການແບບໂຍະຍານຕໍ່ພະນັກງານຜູ້ອາວຸໂສ. ທ່ານສີຈິ້ນຜິງເຄີຍກ່າວຫຼາຍເທື່ອວ່າ, ພະນັກງານຜູ້ອາວຸໂສເປັນຊັບສົມບັດທີ່ລ້ຳຄ່າຂອງພັກ ແລະ ລັດ, ຖ້າບໍ່ມີການສູ້ຊົນ ແລະ ການອຸທິດຕົນແບບບໍ່ເຫັນແກ່ຕົວຂອງພວກເພິ່ນ, ກໍຈະບໍ່ມີທຸກສິ່ງທຸກຢ່າງທີ່ພວກເຮົາໄດ້ຊົມໃຊ້ໃນຊູ່ມື້ນີ້. ການເຄົາລົບນັບຖືພະນັກງານຜູ້ອາວຸໂສ, ບໍ່ຄວນເວົ້າລ້າໆ, ແຕ່ຄວນສະແດງອອກໃນການປະຕິບັດຢ່າງແທ້ຈິງ. ຕ້ອງຮ່ຳຮຽນເອົາສະຕິພັກທີ່ເຂັ້ມແຂງຂອງພະນັກງານຜູ້ອາວຸໂສ, ສືບທອດຄຸນສົມບັດອັນສູງສົ່ງ ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ຊ່າງຖອດຖອນບົດຮຽນອັນລ້ຳຄ່າຂອງພະນັກງານຜູ້ອາວຸໂສ. ທ່ານສີຈິ້ນຜິງເວົ້າສູ່ພະນັກງານຂອງຫ້ອງການວຽກງານພະນັກງານຜູ້ອາວຸໂສວ່າ, ການເອົາໃຈໃສ່ຜູ້ອາວຸໂສ, ກໍຕ້ອງເວົ້າໃຫ້ໜ້ອຍ ແຕ່ເຮັດວຽກຕົວຈິງໃຫ້ຫຼາຍ, ສົ່ງຄວາມອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ພວກເພິ່ນ, ເຮັດໃຫ້ພວກເພິ່ນໃຊ້ຊີວິດໃນໄວຊະລາຢ່າງສະດວກສະບາຍ.
ໃນໄລຍະເຮັດວຽກຢູ່ເມືອງເຈີ້ງຕິ້ງ, ທ່ານສີຈິ້ນຜິງມັກຂີ່ລົດຖີບໄປເຮັດວຽກນອກເລື້ອຍໆ, ແລະຈົ່ງລົດຈິບລຸ້ນ212 ຄັນດຽວຂອງຄະນະພັກເມືອງໃຫ້ຮັບໃຊ້ພະນັກງານຜູ້ອາວຸໂສ. ພະນັກງານຜູ້ອາວຸໂສບໍ່ມີສະຖານທີ່ເຄື່ອນໄຫວກິດຈະກຳ, ທ່ານສີຈິ້ນຜິງກໍໄດ້ມ້ຽນສິ່ງຂອງຕ່າງໆໃນຫ້ອງປະຊຸມໃຫຍ່ຂອງຄະນະພັກເມືອງ ແລະ ອົງການປົກຄອງເມືອງອອກແລ້ວປ່ຽນເປັນຫ້ອງບັນເທີງຂອງພະນັກງານຜູ້ອາວຸໂສ. ເພື່ອເບິ່ງແຍງສຸຂະພາບຂອງພະນັກງານຜູ້ອາວຸໂສ, ຢູ່ເມືອງເຈີ້ງຕິ້ງໄດ້ນຳໜ້າໃຊ້ມາດຕະການພິເສດຕ່າງໆ, ເຊັ່ນ: ພະນັກງານຜູ້ອາວຸໂສມີບຸລິມະສິດໃນການພົບໝໍ, ໃນໂຮງໝໍໄດ້ເປີດຫ້ອງສະເພາະໃຫ້ແກ່ພະນັກງານຜູ້ອາວຸໂສ, ແລະສົ່ງຄ່າປິ່ນປົວຄືນໃຫ້ຂອງພະນັກງານຜູ້ອາວຸໂສຢ່າງທັນການ, ແລະອື່ນໆອີກ.
ກ່ອນການຕັດສິນນະໂຍບາຍທີ່ສຳຄັນ, ທ່ານສີຈິ້ນຜິງຈະເຊີນຜູ້ຕາງໜ້າພະນັກງານຜູ້ອາວຸໂສເພື່ອຂໍຄຳເຫັນຢູ່ສະເໝີ. ທ່ານໄດ້ໃຊ້ເວລາມື້ພັກວັນບຸນໄປຢາມເຮືອນພະນັກງານຜູ້ອາວຸໂສ, ລົມເລື່ອງຊີວິດປະຈຳວັນ ແລະ ເລື່ອງປະຫວັດສາດ, ທັງຮັບຟັງຄວາມເຫັນ ແລະ ຄຳສະເໜີຂອງພວກເພິ່ນ, ຮັບຮູ້ສະພາບສຸຂະພາບ ແລະ ຄອບຄົວຂອງພວກເພິ່ນອີກດ້ວຍ. ດັ່ງນັ້ນ, ທ່ານສີຈິ້ນຜິງຈຶ່ງຄ່ອຍໆກາຍເປັນເພື່ອນມິດຮູ້ໃຈຂອງພະນັກງານບຳນານຢ່າງຫຼວງຫຼາຍ.
ວັນທີ 7 ທັນວາ 1984, ໜັງສືພິມປະຊາຊົນລາຍວັນ ທີ່ເປັນກະບອກສຽງຂອງຄະນະກຳມະການສູນກາງພັກກອມມູນິດຈີນໄດ້ລົງພິມບົດວິຈານທີ່ມີຫົວຂໍ້ວ່າ “ພະນັກງານໄວກາງ ແລະ ຊາວໜຸ່ມຕ້ອງເຄົາລົບນັບຖືຜູ້ອາວຸໂສ”, ເຊິ່ງຜູ້ຂຽນກໍເປັນທ່ານສີຈິ້ນຜິງທີ່ເປັນເລຂາຄະນະພັກເມືອງເຈີ້ງຕິ້ງແຂວງເຮີເປີຍໃນເວລານັ້ນ. ນີ້ເປັນຄັ້ງທຳອິດທີ່ທ່ານສີຈິ້ນຜິງຂຽນບົດຄວາມແລ້ວໃສ່ຊື່ຕົນເອງລົງພິມໃນ “ໜັງສືພິມປະຊາຊົນລາຍວັນ”.
ທ່ານສີຈິ້ນຜິງຂຽນໃນບົດຄວາມດັ່ງກ່າວວ່າ: “ຢູ່ພາຍໃນຖັນແຖວພະນັກງານພວກເຮົາ, ການຜັດປ່ຽນກັນລະຫວ່າງພະນັກງານຮຸ່ນເກົ່າ ແລະ ຮຸ່ນໃໝ່ບໍ່ແມ່ນການຍົກຍ້າຍອຳນາດລະຫວ່າງບຸກຄົນ ຫຼື ກຸ່ມທີ່ເປັນປໍລະປັກກັນ, ກໍບໍ່ແມ່ນການແກ້ງແຍ້ງແຂ່ງຂັນກັນເພື່ອຍາດເອົາອິດທິພົນ, ຫາກແມ່ນເພື່ອເປົ້າໝາຍດຽວກັນ ແລະ ພາລະກິດດຽວກັນ. ສະນັ້ນ, ການມອບຮັບໜ້າທີ່ລະຫວ່າງພະນັກງານຮຸ່ນເກົ່າ ແລະ ຮຸ່ນໃໝ່ມີລັກສະນະຮ່ວມມືກັນ ແລະ ຜັດປ່ຽນກັນ. ຢູ່ນີ້, ການເຄົາລົບຜູ້ອາວຸໂສເປັນປະຖົມປັດໄຈຂອງການຮ່ວມມືກັນ, ການຮ່ວມມືເປັນພື້ນຖານຂອງການຜັດປ່ຽນກັນ.”
ບົດຄວາມຂອງເລຂາຄະນະພັກເມືອງສາມາດລົງພິມໃນກະບອກສຽງທີ່ສຳຄັນທີ່ສຸດຂອງພັກກອມມູນິດຈີນ, ເຊິ່ງເປັນເລື່ອງທີ່ເຫັນໜ້ອຍທີ່ສຸດ. ຄະນະພັກແຂວງເຮີເປີຍ ແລະ ຄະນະພັກນະຄອນສືເຈ່ຍຈ່ວງລ້ວນແຕ່ໄດ້ອອກແຈ້ງການເພື່ອຍ້ອງຍໍແບບແຜນເຮັດວຽກຂອງທ່ານສີຈິ້ນຜິງທີ່ເຄົາລົບນັບຖືພະນັກງານຜູ້ອາວຸໂສທີ່ເມືອງເຈີ້ງຕິ້ງ, “ໜັງສືພິມປະຊາຊົນລາຍວັນ” “ໜັງສືພິມເຮີເປີຍລາຍວັນ” “ໜັງສືພິມສືເຈ່ຍຈ່ວງລາຍວັນ” ກໍໄດ້ລາຍງານຂ່າວກ່ຽວກັບເລື່ອງການເຄົາລົບນັບຖືພະນັກງານຜູ້ອາວຸໂສຂອງທ່ານສີຈິ້ນຜິງເຊັ່ນກັນ.
ໃນເວລາທີ່ທ່ານສີຈິ້ນຜິງໃກ້ຈະລາອອກຈາກເມືອງເຈີ້ງຕິ້ງ, ກໍບໍ່ໄດ້ລືມເຊື້ອເຊີນພະນັກງານຜູ້ອາວຸໂສໄປທີ່ສຳນັກງານຄະນະພັກເມືອງເພື່ອກ່າວອຳລາ. ຫຼັງຈາກທ່ານບອກເລື່ອງທີ່ຈະສັບຊ້ອນຕຳແໜ່ງໄປບ່ອນອື່ນ, ໃນຫ້ອງປະຊຸມມິດຈີ່ລີ່ໃນທັນທີ, ພະນັກງານຜູ້ອາວຸໂສຮູ້ສຶກຄ້ອຍໃຈຈົນປາກບໍ່ອອກ, ແລະ ນ້ຳຕາເຕັມເບົ້າ. ພະນັກງານຜູ້ອາວຸໂສຜູ້ໜຶ່ງເວົ້າວ່າ: “ສະຫາຍເລຂາສີ, ພວກເຮົາບໍ່ຢາກປ່ອຍເຈົ້າລາໄປບ່ອນອື່ນເດີ້.”
ປີ 2013,ທ່ານສີຈິ້ນຜິງໄປຢາມພະນັກງານອາວຸໂສທີ່ເປັນເພື່ອນຮ່ວມງານເກົ່າທີ່ເຄີຍເຮັດວຽກນຳກັນຢູ່ເມືອງເຈີ້ງຕິ້ງເມື່ອ 30 ກວ່າປີກ່ອນ
ຫຼັງຈາກລາອອກຈາກເມືອງເຈີ້ງຕິ້ງແລ້ວ, ທ່ານສີຈິ້ນຜິງຍັງຄົງເອົາໃຈໃສ່ນຳພະນັກງານຜູ້ອາວຸໂສ, ເພື່ອນຮ່ວມງານເກົ່າ ແລະ ເພື່ອນມິດເກົ່າຢູ່ເມືອງເຈີ້ງຕິ້ງຄືແຕ່ເກົ່າເມືອຫຼັງ, ໃນຍາມທຳມະດາຈະຂຽນຈົດໝາຍສົ່ງຫາກັນ, ເມື່ອຮອດວັນບຸນແລ້ວຍັງຈະຂຽນຈົດໝາຍສະແດງຄວາມອວຍພອນ, ເມື່ອຕຳແໜ່ງມີການປ່ຽນແປງຍ້າຍໄປບ່ອນໃໝ່ແລ້ວກໍຈະບອກທີ່ຕັ້ງໃໝ່ເຊັ່ນກັນ.
ວັນທີ 2 ເມສາ ປີ 2005, ທ່ານສີຈິ້ນຜິງໄດ້ກັບຄືນສູ່ເມືອງເຈີ້ງຕິ້ງເປັນຄັ້ງທີ 4. ທ່ານໄດ້ໄປຢາມຄອບຄົວຂອງທ່ານຊິງຊົງຈື້ ທ່ານເຊ້ເຟີ່ງ ແລະ ທ່ານເຟີງກົວຊຽງທີ່ເປັນອະດີດຄະນະນຳແຂວງທີ່ໄດ້ເຖິງແກ່ກຳແລ້ວ, ເມື່ອໄປຮອດແຕ່ລະຄອບຄົວ, ທ່ານກໍຈະເອີ້ນວ່າ “ອາ” ຢ່າງສະໜິດສະໜົມກັນ, ທັງທັກທາຍວ່າ ສຸຂະພາບແຂງແຮງດີບໍ່, ໃນການດຳລົງຊີວິດມີຄວາມຫຍຸ້ງຍາກບໍ່. ເມື່ອເພື່ອນຮ່ວມງານເກົ່າຢູ່ສືເຈ່ຍຈ່ວງ ແລະ ເມືອງເຈີ້ງຕິ້ງໄປຢາມທ່ານ, ທ່ານຈະຍາດເວລາເພື່ອພົບກັບພວກເຂົາເຈົ້າ, ທັກທາຍສະບາຍດີ ແລະ ລົມເລື່ອງຊີວິດປະຈຳວັນ. ໃນເວລາອຳລາ, ທ່ານສີຈິ້ນຜິງຈະຈັບມືທຸກຄົນ, ເຮັດໃຫ້ຄົນທັງຫຼາຍສຳຜັດເຖິງສາຍສຳພັນທີ່ຈິງໃຈ.
ສິ່ງທີ່ໜ້າປະທັບໃຈຢ່າງຍິ່ງຄື, ຫຼັງຈາກທ່ານສີຈິ້ນຜິງຮັບເລືອກຕັ້ງເປັນກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ແລະ ເລຂາທິການກອງເລຂາສູນກາງພັກແລ້ວ, ໄປສຳຫຼວດວຽກງານຢູ່ນອກນະຄອນຫຼວງປັກກິ່ງເປັນຄັ້ງທຳອິດ ກໍໄດ້ໄປເມືອງເຈີ້ງຕິ້ງໃນວັນທີ 12 ມັງກອນ ປີ 2008, ເຊິ່ງເປັນຄັ້ງທີ 5 ທີ່ທ່ານສີຈິ້ນຜິງເມືອຢາມເມືອງເຈີ້ງຕິ້ງ.
ທ່ານສີຈິ້ນຜິງຍ່າງເຂົ້າສູ່ສຳນັກງານຄະນະພັກບ້ານທາຢວນຈ່ວງດ້ວຍຄວາມຊຳນານ ແລະ ທ່າທາງທຳມະຊາດ, ຄືກັນກັບການລົງຮາກຖານສຳຫຼວດວຽກງານແບບປົກກະຕິໃນ 20 ກວ່າປີກ່ອນ. ທ່ານໄດ້ໄປສຳຫຼວດຫ້ອງຕິດຕາມຄວບຄຸມຄວາມສະຫງົບຂອງບ້ານ, ຫ້ອງເຄື່ອນໄຫວວັດທະນະທຳ ແລະ ຫ້ອງສະໝຸດ, ທັງຍ່າງທັງລົມກັບທ່ານຢິນສ້ຽວຜິງ ເລຂາໜ່ວຍພັກບ້ານ. ໃນເວລາກ່າວອຳລາ, ທ່ານສີຈິ້ນຜິງໄດ້ຈັບມືກັບຊາວບ້ານ ທັງເວົ້າວ່າ: “ຂໍອວຍພອນບຸນກຸດຈີນລ່ວງໜ້າເດີ້, ຂໍໃຫ້ພໍ່ແມ່ປະຊາຊົນຈົ່ງມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນເດີ້!”
ປະຈຸບັນ, ເມືອງເຈີ້ງຕິ້ງໄດ້ກາຍເປັນເມືອງເຂັ້ມແຂງດ້ານເສດຖະກິດຂອງແຂວງເຮີເປີຍ, ປະຊາຊົນເມືອງເຈີ້ງຕິ້ງໄດ້ກ້າວໄປໜ້າເລື້ອຍໆບົນເສັ້ນທາງສ້າງສັງຄົມອິ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ. ເສດຖະກິດພັດທະນາແລ້ວ, ພາລະກິດມີຄວາມກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນກໍດີຂຶ້ນ, ແຕ່ປະຊາຊົນເມືອງເຈີ້ງຕິ້ງບໍ່ເຄີຍລືມທ່ານສີຈິ້ນຜິງທີ່ເປັນອະດີດເລຂາຄະນະພັກເມືອງທີ່ເຄີຍບາກບັ່ນສູ້ຊົນເພື່ອການພັດທະນາຂອງເມືອງເຈີ້ງຕິ້ງ, ປະຊາຊົນເມືອງເຈີ້ງຕິ້ງຈະຈົດຈຳອະດີດເລຂາໄວໜຸ່ມຜູ້ນີ້ໄວ້ໃນໃຈຢູ່ຕະຫຼອດເວລາ.
ຄຳເຫັນ
0