覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ສີ​ແສ​ງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ ແລະ ມາ​ກາວ 2- ພຶດ​ຕິ​ກຳ​ຂອງ “ປະ​ເທດດຽວ ສອງ​ລະ​ບອບ” ໄດ້​ຮັບ​ຜົນ​ສຳ​ເລັດ​ຢູ່​ມາ​ກາວ

2020-01-02 18:06:45 cri


ແຕ່​ວັນ​ທີ 18 ຫາ ວັນ​ທີ 20 ທັນ​ວາ ປີ 2019, ທ່ານ​ສີ​ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ ທັງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມ​ະ​ການ​ການ​ທະ​ຫານສູນ​ກາງ​​ຈີນໄດ້​ເດີນ​ທາງ​ໄປ​ມາ​ກາວ​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 20 ປີ ທັງ​ແມ່ນພິ​ທີ​​ຂຶ້ນ​ຮັບ​ຕຳ​ແໜ່ງ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ຊຸດ​ທີ 5, ທັງ​​ຢ້ຽມ​ຢາມ​ເຮັດ​ວຽກ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ. ເມື່ອ 5 ປີ​ກ່ອນ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ເຄີຍ​ໄດ້​ເດີນ​ທາງ​ໄປມາ​ກາວ ເພື່ອ​ຮ່ວມ​ກັນ​ກັບ​ພີ່​ນ້ອງ​ຮ່ວມ​ຊາດ​ມາ​ກາວສະ​ເຫຼີມ​ສະຫຼອງ​ມາ​ກາວ​ກັບ​ຄືນ​​ສູ່ປະ​ເທດ​ຊາດ​ເຊິ່ງ​ແມ່ນ “ເຫດ​ການ​ທີ່​ເປັນ​ໜ້າ​ປິ​ຕິ​ຊົມ​ຊື່ນ​ຂອງ​ມາ​ກາວ ທັງ​ເປັນ​ເຫດ​ການ​ສຳ​ຄັນ​ຂອງ​ຊາດ”.

 

“ການສືບ​ຕໍ່​ຊຸກ​ຍູ້​ພາ​ລະ​ກິດ “ປະ​ເທດ​ດຽວ ສອງ​ລະ​ບອບ”, ເປັນ​ພາ​ລະໜ້າ​ທີ່​ຮ່ວມ​ຂອງ​ລັດ​ຖະ​ບານ​ກາງ, ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ ເຊິ່ງ​ລວມ​ທັງ​ພີ່​ນ້ອງ​ຮ່ວມ​ຊາດຮົງ​ກົງ ແລະ ມາ​ກາວ, ບໍ່​ວ່າ​​ຈະພົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ​​ປະ​ການ​ໃດ​ກໍ​ຕາມ, ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ ແລະ ​ມີຄວາມ​ຕັດ​ສິນ​ໃຈ​ຕໍ່​ແນວ​ທາງ “ປະ​ເທດ​ດຽວ ສອງ​ລະ​ບອບ” ຢ່າ​ງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ທັງ​ມີ​ຄວາມ​ໝັ້ນ​ໃຈ ແລະ ຄວາມ​ຕັດ​ສິນ​ໃຈ​ໃນ​ການ​ຊຸກ​ຍູ້​ພຶດ​ຕິ​ກຳ “ປະ​ເທດ​ດຽວ ສອງ​ລະ​ບອບ”ຢ່າ​ງ​ເດັດ​ດ່ຽວ​ໜຽວ​ແໜ້ນ​ເຊັ່ນ​ກັນ.”
 

图片默认标题_fororder_澳门2-1
 

ວັນ​ທີ 20 ທັນ​ວາ ປີ 2014, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຄຳ​ປາ​ໄສ​ໃນພິ​ທີ​ສະ​ເຫຼີມ​ສະຫຼອງ​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 15 ປີ ທັງ​ເປັນ​ພິ​ທີ​ຂຶ້ນ​ຮັບ​ຕຳ​ແໜ່ງ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ຊຸດ​ທີ 4
 

ວັນ​ທີ 20 ທັນ​ວາ ປີ 2014, ພິ​ທີ​ສະ​ເຫຼີມ​ສະຫຼອງ​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 15 ປີ ທັງ​ເປັນ​ພິ​ທີ​ຂຶ້ນ​ຮັບ​ຕຳ​ແໜ່ງ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ຊຸດ​ທີ 4 ໄດ້​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາ “​ອາ​ຊີ​ຕາ​ເວັນ​ອອກ”​ທີ່​ມາ​ກາວ. ຄຳ​ປາ​ໄສ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ສຽງ​ຕົບ​ມືຢ່າງ​ສະ​ໜັ່ນ​ຫວັ່ນ​ໄຫວຈາກ​ຜູ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ດັ່ງ​ກ່າວ.

 

ຫຼັງ​ຈາກ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ເປັນ​ຕົ້ນ​ມາ, ​ພຶດ​ຕິ​ກຳ​​ຕາມແນວ​ທາງ“ປະ​ເທດ​ດຽວ ສອງ​ລະ​ບອບ” ແລະ​ ກົດ​ໝາຍ​ພື້ນ​ຖານ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢູ່​ມາ​ກາວ,​ເປັນ​ການວາງ​ແຜນ​ແມ່​ບົດ​ທີ່​ຖືກ​ຕ້ອງ​ສວຍ​ງາມ​ໃຫ້​ແກ່​ການ​ພັດ​ທະ​ນາ​​ມາ​ກາວ. ໃນ​ເວ​ລາ​ນັ້ນ, ມາ​ກາວ​ໄດ້​ຜະ​ເຊີນ​ກັບ​ບັນ​ຫາ​ທີ່​ສຳ​ຄັນ ຄື ຈະເຮັດ​ແນວ​ໃດ​ເພື່ອ​ກຳ​ແໜ້ນ​ໂອ​ກາດ​​ຈາກການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​​​ໃນ​​ຍຸກ​ໃໝ່, ເພື່ອ​ສືບ​ຕໍ່​ພັດ​ທະ​ນາ​ກ້າວ​ໄປ​ໜ້າ.

 

图片默认标题_fororder_澳门2-2
 

ວັນ​ທີ 20 ທັນ​ວາ ປີ 2014, ທ່ານ​ຊຸຍ​ຊື​ອ່ານ ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ຊຸດ​ທີ 4 ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ


ໃນ​ພິ​ທີສະ​ເຫຼີມ​ສະຫຼອງ​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 15 ປີ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ 4 ຂໍ້, ​ໂດຍຮຽກ​ຮ້ອງ​ໃຫ້ພີ່​ນ້ອງ​ຮ່ວມ​ຊາດ​ມາ​ກາວ​ເສີມ​ຂະ​ຫ​ຍາຍ​ທ່າ​ແຮງ​ຂອງ​ນະ​ໂຍ​ບາຍ “ປະ​ເທດ​ດຽວ ສອງ​ລະ​ບອບ” ຢ່າງ​ເຕັມ​ສ່ວນ, ນຳ​ໃຊ້​ໂອ​ກາດ​ແຫ່ງ​ການ​ປະ​ຕິ​ຮູບ​ ແລະ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໃຫ້​ໄດ້​ດີ.

 

“ນະ​ທີ່​ນີ້, ຂ້າ​ພະ​ເຈົ້າ​ຂໍສະ​ເໜີ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ 4 ຂໍ້ ຄື: ໜຶ່ງ,ສືບ​ຕໍ່​ ​ສູ້​ຊົນ​ຜ່ານ​ຜ່າ, ຍົກ​ສູງ​ຄວາມ​ສາ​ມາດ ແລະ ລະ​ດັບ​ການ​ບໍ​ລິ​ຫານ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ຢ່າງ​ບໍ່​ຢຸດ​ຢັ້ງ. ສອງ, ສືບ​ຕໍ່​ວາງ​ແຜນ​ໃຫ້​ເປັນ​ເອກ​ະ​ພາບ​ກັນ, ຕັ້ງ​ໜ້າ​ຊຸກ​ຍູ້​ມາ​ກາວ​ໃຫ້​ເດີນ​ຕາມ​ເສັ້ນ​ທາງ​​ການພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ມີ​ຄວາມຫຼາກຫຼາຍ​ໃນ​ລະ​ດັບ​ທີ່​ເໝາະ​ສົມ ແລະ ຍືນ​ຍົງ. ສາມ, ສືບ​ຕໍ່​ສ້າງ​ພື້ນ​ຖານ​ໃຫ້​ໜັກ​ແໜ້ນ, ພະ​ຍາ​ຍາມ​ຊຸກ​ຍູ້​ຄວາມ​ປອງດອງ ແລະ ຄວາມ​ສະ​ຫງົບ​ຂອງ​ສັງ​ຄົມ. ສີ່, ສືບ​ຕໍ່​ມຸ່ງ​ໜ້າ​ສູ່​ອະ​ນາ​ຄົດ, ເພີ່ມ​ທະ​ວີ​ການ​ສຶກ​ສາ​ອົບ​ຮົມ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ.”
 

ຊາວ​ໜຸ່ມ​ເຍົາວະ​ຊົນ​ເປັນຄວາມ​ຫວັງ​ຂອງ​ມາ​ກາວ, ກໍ​ຄືຄວາມ​ຫວັງ​ຂອງ​ປະ​ເທດ​ເຊັ່ນ​ກັນ, ​ເຊິ່ງພົວພັນ​ເຖິງ​ອະນາຄົດ​ຂອງ​ມາ​ກາວ ​ແລະ ປະ​ເທ​ດຊາດ. ການ​ເດີນທາງ​ໄປ​ຫາວ​ຈ່ຽງ​ເມື່ອ 5 ປີ​ກ່ອນ, ທ່ານ​ສີ​ຈິ້ນ​ຜິ​ງ​ເຄີຍ​ໄປ​ຍ່າງ​ສຳຫຼວດຢູ່​ເຂດ​​​​ໃໝ່​ຂອງ​ມະຫາ​ວິທະຍາ​ໄລ​ມາ​ກາວ​ຢູ່ເຮີງ​ຊິນ ທີ່​ເປັນ​ໂຄງການ​ແບບຢ່າງ​ລະຫວ່າງ​​ແຂວງ​ກວາງຕຸ້ງ ​ແລະ ມາ​ກາ​ວພາຍ​ໃຕ້​ຂອບ “ປະ​ເທດ​ດຽວ ສອງ​ລະບອບ”. ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ແລກປ່ຽນ​ທັດ​ສະ​ນະ​ໃນການອ່ານປື້ມກັບພວກນັກສຶກສາ, ​ແລະ​ຫວນ​ຄືນ​ເຖິງ​ຕຳລາ​ວັດທະນະທຳ​ຈີນ​ທີ່​ຕົນ​ເອງ​ມັກ​ອ່ານ​ໃນ​ໄວ​ໜຸ່ມ, ທັງ​ລົມ​ກ່ຽວ​ກັບ​ຊີວິດ ​ແລະ ຄວາມ​​ໃຝ່ຝັນ, ​​ແລະ​ກ່າວ​ເຖິງຈິດ​ໃຈ​ໜັກ​ແໜ້ນ ແລະ ຄວາມ​ເປັ​ນ​ຊາດ​ຂອງ​ຊາວ​ຈີນ.
 

“ບັນດາ​ທ່ານຜູ້​ທີ່​ຢູ່​ມາ​ກາວ, ​ຈະ​ມີ​ຄວາມ​ເຂົ້າ​ໃຈ ​ແລະ ​ມີຄວາມ​ຮູ້ສຶກ​ໄດ້​ຢ່າງ​ເລິກ​ເຊິ່ງກວ່າ​ກ່ຽວ​ກັບ “ເພງ ລູກ 7ຄົນ”, ຈະ​ໄດ້​ຮູ້​ແຈ້ງ​ກ່ຽວ​ກັບ​ຄວາມ​ໝາຍ​ອັນ​ໃໝ່​ຂອງ​ເພງ​ນີ້, ​ແລະ ຈະ​ຮູ້ສຶກ​ຊາບ​ຊຶ້ງ​ຢູ່​ສະ​ເໝີ. ຕອນ​ຄໍ່າ​ມື້​ວານນີ້, ຂ້າພະ​ເຈົ້າ​ໄດ້​ຟັງ​ພວກ​ນັກ​ສຶກສາ​ຮ້ອງ​ “​ເພງລູກ7ຄົນ” ​ໃນ​ນັ້ນ​ມີ​​ເນື້ອ​ໃນ​ເພງປະ​ໂຫຍ​ກໜຶ່ງ “​ເຈົ້າ​ສາມາດ​ປຸ້ນ​ເອົາ​ຮ່າງກາຍ​ຂອງ​ຂ້ອຍ​ໄປ​ໄດ້, ​ແຕ່​​ບໍ່​ສາ​ມາດປຸ້ນ​ເອົາ​ຈິດ​ໃຈ​ຂອງ​ຂ້ອຍ​ໄປ​ໄດ້.” ຈິດ​ໃຈ​ນີ້​ກໍ​ແມ່​ນຈິດ​ໃຈ​ແຫ່ງ​ຄວາມ​ເປັນຊາດ​ຈີນ. ສະ​ນັ້ນ​ໃນ​ຖານະ​ເປັນ​ ຊາວ​ໜຸ່ມ​​ລຸ້ນ​ໃໝ່ຂອງ​ມາ​ກາວ, ການ​ເຊີດ​ຊູຈິດ​ໃຈ​ລັດທິ​ຮັກ​ຊາດກໍ​ຄວນ​​ໃຫ້​ກາຍເປັນ​ພື້ນຖານ​ແຫ່ງ​ການ​ຄົງ​ຕົວ​ຂອງ​ພວກ​ເຮົາ.”

 

图片默认标题_fororder_澳门2-3


ວັນ​ທີ 20 ທັນ​ວາ ປີ 2014, ຄະ​ນະ​ອົງ​ການ​ປົກ​ຄອງເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ຊຸດ​ທີ 5 ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ
 

28 ຊົ່ວ​ໂມງ, 15 ກິດຈະກຳ​ທີ່​ສຳຄັນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ພົບ​ປະ​ແລກປ່ຽນ​ກັບ​ວົງ​ການ​ຕ່າງໆ​ຂອງ​ມາ​ກາວ​ຢ່າງ​ກວ້າງຂວາງ, ​ໂດຍ​ຊີ້​ອອກ​ວ່າ, ການ​ຍຶດໝັ້ນຫຼັກ​ການ “ປະ​ເທດ​ດຽວ ສອງ​ລະບອບ”ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ ​ເປັນຄວາມ​ຮຽກຮ້ອງ​ທີ່​​ຈຳ​ເປັນເພື່ອ​ບັນລຸ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​​​ທີ່​ຍືນ​ຍົງ​ຂອງ​ຮົງ​ກົງ ​ແລະ ມາ​ກາວ, ກໍ​ເປັນ​ພາກສ່ວນ​ທີ່​ສຳຄັນ​ໃນ​ການ​ບັນລຸ​ຄວາມ​ໃຝ່ຝັນ​ຂ​ອງ​ຈີນ​ທີ່​ຈະ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊາດ​ຈີນ, ​ເຊິ່ງສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ປ​ະ​ເທດຊາດ, ທັງ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດກວມ​ລວມ ​ແລະ ຜົນ​ປະ​ໂຫຍດ​ໄລ​ຍະ​ຍາວ​ຂອງ​ຮົງ​ກົງ ​ແລະ ມາ​ກາວ.

 

​ເພື່ອ​​ເພີ່ມ​ກຳລັງ​ໃຈ​ໃຫ້​ແກ່​ວົງ​ການ​ຕ່າງໆ​ຂອງ​ມາ​ກາວ​ໄດ້​ສືບ​ຕໍ່​ສ້າງ​ຜົນງານ​ອັນ​​ດີງາມ​ໃນ​ການ​ຈັດ​ຕັ້ງ​ປະຕິບັດຕາມ​​ແນວທາງ “ປະ​ເທດ​ດຽວ ສອງ​ລະບອບ”, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໃຊ້​ຄຳ​ປຽບທຽບ​ຢ່າງ​ມີ​ຊີວິດ​ຊີວາ:“ພຶດຕິ​ກຳຫຼັງ​ຈາກ​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ເປັນ​ເວລາ 15 ປີຜ່ານມາ​​ໄດ້​ພິສູດ​ແລ້ວ​ວ່າ, ຂໍ​ແຕ່​ມີ​ເສັ້ນທາງ​ທີ່​ຖືກຕ້ອງ, ນະ​ໂຍບາຍ​ທີ່​ດີ, ວິທີ​ທີ່​ຄ່ອງ​​ແຄ້ວ, ​ແລະ​ຮ່ວມ​ຈິດ​ຮ່ວມ​ໃຈ​ກັນ, ​ເຖິງ​ຈະ​ຢູ່​ເທິງ​ໂຕະ​ນ້ອຍໆ​ກໍ​ຈະ​ສະ​ແດງ​ງິ້ວສິລະ​ປະ​ໄດ້. ພວກ​ເຮົາ​ຕ້ອງ​ຮັກສາ​ຄວາມ​ໝັ້ນ​ໃຈ ​ແລະ ​ເພີ່ມ​ກຳລັງ​ແຮງ​ຈາກ​ຄວາມ​ຄືບ​ໜ້າ ​ແລະ ຜົນສຳ​ເລັດ​ຂອງ​ມາ​ກາວ, ພ້ອມ​ທັງ​ມີ​ສະຕິ​ທີ່​ຮັບ​ຮູ້​ການ​ປ່ຽນ​ແປງ​ໃໝ່​ຂອງ​ສະ​ແວດ​ລ້ອມ​ລ້ອມທັງ​ພາຍ​ໃນ ​ແລະ ຢູ່​ນອກ​ມາ​ກາວ, ຊຳນານ​ໃນ​ການວາງ​ແຜນ​ລວມ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ​ແລະ ກ້າວ​ໄປ​ໜ້າ​ຕາມ​ກະ​ແສ​ລວມ.”
 

ກ່ຽວ​ກັບບັນ​ຫາ​ທີ່​ວ່າ​ເຮັດ​ແນວ​ໃດ​ເພື່ອ​ຊຸກຍູ້​ໃຫ້​ພາລະກິດ “ປະ​ເທດ​ດຽວ ສອງ​ລະບອບ”ກ້າວ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ:“ຕ້ອງ​ກຳ​ແໜ້ນ​ຈຸດປະສົງ​ພື້ນຖານ​ຂອງ ປະ​ເທດ​ດຽວ ສອງ​ລະບອບ” ຢ່າງ​ໜັກ​ແໜ້ນ, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຄວາມ​ໝັ້ນຄົງ ​ແລະ ຜົນ​ປະ​ໂຫຍດ​ດ້ານການ​ພັດທະນາ​ຂອງ​ຊາດ, ຮັກສາ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ ​ແລະ ​ສະ​ເຖຍ​ລະ​ພາບ​ຍາວ​ນານ​ຂອງ​ຮົງ​ກົງ ​ແລະ ມາ​ກາວ; ຕ້ອງ​ຍຶດໝັ້ນ​ການ​ປົກຄອງ​ຮົງ​ກົງ​ ​ແລະ ມາ​ກາວ​ຕາມ​ກົດໝາຍ, ຮັບປະກັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ “ປະ​ເທດ​ດຽວ ສອງ​ລະບອບ”ຕາມ​ກົດໝາຍ; ຕ້ອງ​ຍຶດໝັ້ນ​ເອົາຫຼັກການ​ປະ​ເທດ​ດຽວ​ໄປ​ປະ​ສົມ​ປະ​ສານ​ກັບ​ການເຄົາລົບ​ຄວາມ​ແຕກ​ຕ່າງລະ​ຫວ່າງສອງ​ລະບອບ, ​ເອົາ​ການຮັກສາ​​ບົດ​ບາດ​ອຳ​ນາດ​ຂອງ​ລັດຖະບານກາງ ປະສົມ​ປະສານ​ກັບ​ການ​ປົກ​ປ້ອງ​ສິດ​ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງ​ຂອງ​ເຂດ​ບໍລິຫານ​ພິ​ເສດ, ​ເອົາ​ການ​ສະ​ແດ​ບົດບາດ​​ຂອງ​ແຜ່ນ​ດິນ​ໃຫຍ່ປະ​ເທ​ດ​ຊາດ​ທີ່​ເປັນກຳລັງ​ໜູນຫຼັງ​ທີ່​ເຂັ້ມ​ແຂງ​ປະ​ສົມ​ປະ​ສານ​ກັບ​ການຍົກ​ສູງ​ກຳລັງ​ແຂ່ງຂັນ​ຂອງ​ຮົງ​ກົງ ​ແລະ ມາ​ກາວ, ເຊິ່ງຍາມ​ໃດ​ກໍ​ບໍ່​ຄວນ​ຫຼົງ​ລືມ​ດ້ານ​ໃດ​ດ້ານ​ໜຶ່ງ.”
 

“​ໃບ​ບົວ​ຂຽວ​ອຸ່ມ​ທຸ່ມກວ້າງ​ສຸດ​ຂອບ​ຟ້າ, ດອກ​ບົວ​​ຍິ່ງ​ທີ່​ສວຍ​ງາມ​ເມື່ອ​ຖືກສະ​ທ້ອນ​ແສງຈາກດວງ​ອາ​ທິດ”. ​ເມື່ອ 5 ປີ​ກ່ອນ, ທ່ານ​ສີ​ຈິ້ນ​ຜິ​ງ​ເຄີຍ​ເລົ່າ​ບົດ​ກະວີ​ນີ້​​ໄດ້​ຢ່າງ​ຊຶ້ງ​ໃຈ, ​ໂດຍ​ຝາກ​ຄວາມ​ຫວັງ​ວ່າ ພຶດຕິ​ກຳ​ຂອງ “ປະ​ເທດ​ດຽວ ສອງ​ລະບອບ​”ຍ່ອມ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ໃໝ່​ຢ່າງ​ຈົບງາມ. ​ສູ່​ມື້​ນີ້, ​ໃນ​ກະ​ແສ​​ລວມທີ່ຈະ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງຊາດ​ຈີນ, ມາ​ກາວກໍ​ເໝືອນ​ກັບ​ດອກ​ບົວ ​ຂອງ​ປະ​ເທດ​ຊາດ, ພວມ​ເບັ່ງ​ບານ​ຢ່າງ​ສວຍ​ສົດງົດ​ງາມ.

ຄຳ​ເຫັນ

0